![]() |
ພາຍໃນງານໄດ້ນໍາສະເໜີຄວາມງົດງາມທີ່ເປັນເອກະລັກຂອງວັດທະນະທໍາການຕໍ່າແຜ່ນແພ ທີ່ສືບ ທອດກັນມາຫຼາຍເຊັ່ນຄົນ ລວມເຖິງຄວາມພາກພູມໃຈຂອງຄົນເຊື້ອຊາດລາວຢູ່ທົ່ວທຸກມູມໂລກ. ໂດຍສະ ເພາະລາຍນາກທີ່ໄດ້ຮັບຮອງໃຫ້ເປັນມໍຣະດົກໂລກ ຈາກອົງການອຸຍແນັສໂກ( UNESCO) ເພື່ອເປັນການ
ຊຸກຍູ້ໃຫ້ແຜ່ນແພທ້ອງຖິ່ນຂອງລາວ ສາມາດກ້າວເຂົ້າສູ່ຕະຫຼາດແຟຊັນສາກົນ ທັງເປັນການເອກອ້າງເຖິງ
ຄວາມງົດງາມຂອງແຜ່ນແພລາວ, ສົ່ງເສີມການປະດິດສ້າງຂອງນັກອອກແບບເຄື່ອງນຸ່ງທີ່ຮ່ວມສະໄໝຂອງ ລາວ ສາມາດເຂົ້າສູ່ຕະຫຼາດແຟຊັນສາກົນ ທັງເປັນການສ້າງລາຍຮັບໃຫ້ຊຸມຊົນທ້ອງຖິ່ນ ໂດຍສະເພາະຕ່ອງ ໂສ້ການຜະລິດແຜ່ນແພ ເຮັດໃຫ້ວັດທະນະທໍາການຜະລິດແຜ່ນແພທ້ອງຖິ່ນ ສາມາດສືບຕໍ່ສ້າງອາຊີບໃຫ້ຄົນ
ໃນທ້ອງຖິ່ນມີຄວາມຍືນຍົງ. ການຈັດງານຄັ້ງນີ້, ຍັງເປັນການສົ່ງເສີມຄວາມອາດສາມາດຂອງນັກອອກ ແບບໄວໜຸ່ມລາວທີ່ມີພອນສະຫວັນ ແລະ ຄວາມສາມາດທີ່ໂດດເດັ່ນບໍ່ນ້ອຍໜ້າລະດັບສາກົນ.
![]() |
ພາຍໃນງານໄດ້ຊົມການນໍາສະເໜີວີດີໂອໂຄສະນາການທ່ອງທ່ຽວ, ສະຖານທີ່ທ່ອງທ່ຽວທີ່ໂດດເດັ່ນ ມີເອກະລັກສະເພາະຂອງສປປ ລາວ ແລະ ນໍາສະເໜີບົດເພງທີ່ປະສົມປະສານກັບສຽງດົນຕີພື້ນເມືອງ, ການສະແດງຊຸດຜ້າລາຍນາກ ແລະ ຊຸດແຜ່ນແພລາວແບບ ປະຍຸກນໍາສະໄໝຈາກຫ້ອງຊຸດເຄື່ອງນຸ່ງທີ່ ມີຊື່ສຽງຊັ້ນນໍາຂອງລາວເຂົ້າຮ່ວມ 17 ພາກສ່ວນ.
![]() |
ຂ່າວ: ຫ້ອງການ ກະຊວງ ວທ



ຄໍາເຫັນ