ກິດຈະກໍາວັນແຫ່ງການສົນທະນາ ລະຫວ່າງອາລິຍະທຳສາກົນ

ກິດຈະກໍາວັນແຫ່ງການສົນທະນາ ລະຫວ່າງອາລິຍະທຳສາກົນ

ກິດຈະກໍາວັນແຫ່ງການສົນທະນາ ລະຫວ່າງອາລິຍະທຳສາກົນ
ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບ ສູນວັດທະນະທໍາຈີນປະຈໍາລາວ ຈັດກິດຈະກໍາວັນແຫ່ງການສົນທະນາ ລະຫວ່າງອາລິຍະທຳສາກົນ ຂຶ້ນໃນວັນທີ 8 ມິຖຸນາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍມີທ່ານ ນາງ ຈຳພອນ ວົງສາ ຫົວໜ້າກົມວັດທະນະທຳ ແລະ ສິລະປະການສະແດງ ກະຊວງ ວທ, ມີທ່ານ ໂຫຼ ເວີ້ຍ ຈ້ຽນ ຫົວໜ້າສູນວັດທະນະທໍາຈີນປະຈໍາລາວ, ມີເລຂາຄະນະກວດກາວິໄນ ຄະນະສິລະປະການຟ້ອນ ວິທະຍາໄລວິຊາຊີບສິລະປະເຈີ້ຈຽງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 

 
ກດຈະກາວນແຫງການສນທະນາ ລະຫວາງອາລຍະທຳສາກນ - image 1
 

ກິດຈະກຳໃນຄັ້ງນີ້, ໄດ້ຮັບຟັງການປາຖະກະຖາຈາກຊ່ຽວຊານດ້ານວັດທະນະທຳ ລາວ-ຈີນ ໃນຫຼາຍຫົວຂໍ້ສຳຄັນ ເປັນຕົ້ນປະຫວັດວັດທະນະທຳລາວ, ປະຫວັດການສະແດງສິລະປະດົນຕີລາວ (ບົດຟ້ອນ), ເລື່ອງລາວປະເທດຈີນ “ການສືບທອດຜ່ານບົດຟ້ອນ ແລະ ການພັດທະນາບົດຟ້ອນເຈີ້ຈຽງປະເທດຈີນ”, ພ້ອມທັງໄດ້ຮັບຊົມລາຍການສະແດງສິລະປະຂອງນັກຮຽນ ຈາກວິທະຍາໄລສິລະປະແຫ່ງຊາດລາວ ແລະ ນັກສຶກສາຈາກວິທະຍາໄລວິຊາຊີບດ້ານສິລະປະແຂວງເຈີ້ຈຽງ ສປ ຈີນ ພາຍໃຕ້ຫົວຂໍ້ “ມົນສະເໜ່ການຟ້ອນພາກຕາເວັນອອກ”.

ກດຈະກາວນແຫງການສນທະນາ ລະຫວາງອາລຍະທຳສາກນ - image 2
 

ທ່ານ ນາງ ຈຳພອນ ວົງສາ ກ່າວວ່າ: ການຈັດຕັ້ງກິດຈະກໍາໃນຄັ້ງນີ້, ເພື່ອປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ກໍຄື ເປັນຂີດໝາຍອັນສໍາຄັນແຫ່ງການສ້າງຕັ້ງສາຍພົວພັນການທູດ ຄົບຮອບ 65 ປີ ແລະ ປີ 2026 ເປັນປີມິດຕະພາບລາວ-ຈີນ ໂດຍຢຶດຖືຫຼັກການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ, ບົນພື້ນຖານຈິດໃຈ “4 ດີ” ຄື: ເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມທີ່ດີ ຜ່ານການເຊື່ອມໂຍງທາງລົດໄຟ ລາວ-ຈີນ, ເສັ້ນທາງຄົມມະນາຄົມທາງບົກ, ທາງອາກາດ ແລະ ການແລກປ່ຽນສິລະປະ-ວັດ ທະນະທໍາຊຶ່ງກັນ ແລະ ກັນໃຫ້ເປັນຮູບປະທຳ ແລະ ມີຄວາມຫຼາກຫຼາຍຂຶ້ນເລື້ອຍໆ. ວັດທະນະທຳມີບົດບາດສຳຄັນ ແລະ ເປັນກຳລັງແຮງພື້ນຖານປະກອບສ່ວນຍູ້ດັນເຂົ້າໃນການເຕີບໂຕ ແລະ ສ້າງສາພັດທະນາເສດຖະ ກິດ-ສັງຄົມຂອງຊາດໃຫ້ມີຄວາມຍືນຍົງ. ການພັດທະນາຊຸມຊົນ ບໍ່ສາມາດປະສົບຜົນສຳເລັດໄດ້ ຖ້າຫາກພວກເຮົາລະເລີຍວັດທະນະທຳອັນລ້ຳຄ່າຂອງຕົນເອງ. ວັດທະນະທຳແມ່ນພື້ນຖານອັນສຳຄັນ ໃນການສ້າງຕັ້ງ ແລະ ຮັກສາສາຍພົວພັນມິດຕະພາບທີ່ຍືນຍົງ. ຄຽງຄູ່ກັນນັ້ນ, ກໍຕິດພັນກັບການດຳລົງຊີວິດປະຈຳວັນ ແລະ ບໍ່ສາມາດແຍກອອກຈາກວັດທະຈັກຂອງມວນມະນຸດໄດ້. ວັດທະນະທຳຍັງເປັນເຄື່ອງມືອັນສຳຄັນໃນການສົ່ງເສີມການເຊື່ອມໂຍງລະຫວ່າງປະຊາຊົນ ກັບປະຊາຊົນໃນບັນດາປະເທດໃກ້ຄຽງ ຊຶ່ງໄດ້ປະກອບສ່ວນຢ່າງແຂງແຮງເຂົ້າໃນການສ້າງຄວາມເຂົ້າໃຈ ແລະ ເສີມຂະຫຍາຍສາຍພົວພັນອັນໃກ້ຊິດ ລະຫວ່າງປະຊາຊົນໃນທົ່ວໂລກ, ການເຊື່ອມໂຍງເຊື່ອມຈອດທາງດ້ານວັດທະນະທຳ ເປັນປັດໄຈສໍາຄັນໜຶ່ງແຫ່ງການດຳລົງຄົງຕົວ ແລະ ຂະຫຍາຍຕົວຂອງອະລິ ຍະທຳຂອງປະຊາຊາດໃນໂລກ ຊຶ່ງຮຽກຮ້ອງໃຫ້ບັນດາປະເທດຕ້ອງໄດ້ເຊື່ອມໂຍງເຊື່ອມຈອດເຂົ້າກັນ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈກັນ, ເຄົາລົບເຊິ່ງກັນ ແລະ ກັນ ແລະ ຮ່ວມມືກັນ ໃນການສ້າງໂລກແຫ່ງສັນຕິພາບ ແລະ ມີສະຖຽນລະພາບ.

ກດຈະກາວນແຫງການສນທະນາ ລະຫວາງອາລຍະທຳສາກນ - image 3
 

ທ່ານ ໂຫຼ ເວີ້ຍ ຈ້ຽນ ໄດ້ຕາງໜ້າໃຫ້ສູນວັດທະນະທໍາຈີນ ປະຈໍາລາວ ສະແດງຄວາມນັບຖື ແລະ ຂອບໃຈມາຍັງກະຊວງ ວທ, ສູນແລກປ່ຽນວັດທະນະທໍາ ແລະ ການທ່ອງທ່ຽວຈີນ-ຕ່າງປະເທດ, ວິທະຍາໄລສິລະປະອາຊີບແຂວງເຈີ້ຈຽງ ແລະ ສະຖາບັນສິລະປະແຫ່ງຊາດລາວ ທີ່ໃຫ້ການຮ່ວມມື ແລະ ສະໜັບສະໜູນກິດຈະກໍາໃນຄັ້ງນີ້. ພ້ອມທັງຢຶນຢັນວ່າ: ໃນອະນາຄົດ ສູນວັດທະນະທຳຈີນປະຈຳ ລາວ ຈະສືບຕໍ່ຮ່ວມມືກັບກະຊວງ ວທ ແຫ່ງ ສປປ ລາວ, ສູນແລກປ່ຽນວັດທະນະທໍາຈີນ-ຕ່າງປະເທດ, ພ້ອມທັງສະຖາບັນການສຶກສາຂອງສອງປະເທດ ລາວ-ຈີນ ເພື່ອຊຸກຍູ້ໃຫ້ມີການແລກປ່ຽນການຢ້ຽມຢາມຂອງສິລະປິນ, ການສຶກສາຮຽນຮູ້ຂອງເຍົາວະຊົນ ແລະ ການຮ່ວມສ້າງສັນຜົນງານສິລະປະໃຫ້ຫຼາຍຂຶ້ນ ເຮັດໃຫ້ການຮ່ວມມືທາງວັດທະນະທໍາ ລາວ-ຈີນ ພັດທະນາຈາກການ “ໄປມາຫາສູ່ດັ່ງຍາດພີ່ນ້ອງ” ສູ່ການ“ ເປັນຄອບຄົວດຽວກັນ” ແລະ ຈາກ “ການສະແດງໄລຍະສັ້ນ” ສູ່“ການຮ່ວມເຕີບໂຕຢ່າງຍືນຍົງ”.

ຂ່າວ-ພາບ: ບຸນຕອມ+ບຸນອູ້ມ

ຄໍາເຫັນ

ຂ່າວການຮ່ວມມື

ຫົວໜ້າ ຄອສພ ຕ້ອນຮັບ ທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ຫົວໜ້າ ຄອສພ ຕ້ອນຮັບ ທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ທ່ານ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບ ຮົມສູນກາງພັກ ຮອງປະທານສະພາທິດສະດີສູນກາງພັກ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນ (Megan Jones) ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ອົສຕຣາລີ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບອໍາລາ ໃນວັນ ທີ 4 ພະຈິກນີ້ ທີ່ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ເນື່ອງໃນໂອກາດ ທ່ານທູດສຳເລັດການປະຕິບັດໜ້າທີ່ການທູດປະຈຳລາວ.
ຮອງ ລມຕ ກະຊວງການຕ່າງປະເທດ ສປປ ລາວ ແລະ ສ ຕັດຈິກິດສະຖານ ປຶກສາຫາລືສອງຝ່າຍ

ຮອງ ລມຕ ກະຊວງການຕ່າງປະເທດ ສປປ ລາວ ແລະ ສ ຕັດຈິກິດສະຖານ ປຶກສາຫາລືສອງຝ່າຍ

ໃນວັນທີ 2 ພະຈິກ ຜ່ານມາ ທີ່ ກະຊວງການຕ່າງປະເທດ, ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ອີດີເບັກ ກາລັນດາ (Idibek Kalandar) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕັດຈິກິດສະຖານ ພ້ອມດ້ວຍຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນວັນທີ 1-3 ພະຈິກ 2026 ເພື່ອປຶກສາຫາລື ກ່ຽວກັບ ການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ຕັດຈິກິດສະຖານ.
ອາເມຣິກາ ແລະ WFP ມອບເງິນ 19 ຕື້ກວ່າກີບ ຊ່ວຍປະຊາຊົນ 4 ເມືອງ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ

ອາເມຣິກາ ແລະ WFP ມອບເງິນ 19 ຕື້ກວ່າກີບ ຊ່ວຍປະຊາຊົນ 4 ເມືອງ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ

​ ວັນທີ 3 ພະຈິກນີ້ ທີ່ບ້ານດົງໝາກໄຟ ເມືອງໄຊບູລີ ແຂວງສະຫວັນນະເຂດ, ໄດ້ຈັດພິທີເປີດກິດຈະກຳການມອບເງິນສົດເພື່ອຊ່ວຍເຫຼືອຊຸມຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ໂດຍການເປັນປະທານຮ່ວມຂອງທ່ານ ທອງໃສ ໄຊຍະວົງຄໍາດີ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ, ທ່ານ ພົງໄຊສັກ ອິນທະລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ທ່ານ ນາງ ມີກເຊວ ເອົາຫຼໍ່ ອຸປະທູດສະຫະລັດ ອາເມຣິກາ ປະຈຳ ສປປ ລາວ, ທ່ານ ມາກ ອັງເດຣ ໂພຣສ ຜູ້ອຳນວຍການອົງການອາຫານໂລກ (WFP) ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນທີ່່ກຽວຂ້ອງເຂົ້າຮ່ວມ.
ສະຫາຍ ທອງສະຫວັນ ພົມວິຫານ ພົບປະກັບລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ

ສະຫາຍ ທອງສະຫວັນ ພົມວິຫານ ພົບປະກັບລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ

ໃນວັນທີ 3 ພະຈິກນີ້, ທີ່ເຮືອນຮັບແຂກລັດຖະບານຕ້ຽວ ຢູ ຖາຍ ນະຄອນຫຼວງປັກກິ່ງ ສປ ຈີນ, ສະຫາຍ ທອງສະຫວັນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຫວັງ ອີ້ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11 ໃນລະຫວ່າງວັນທີ 3-4 ພະຈິກ 2026 ທີ່ ນະຄອນຫຼວງປັກກິ່ງ ສປ ຈີນ.
ຍີ່ປຸ່ນ ຊ່ວຍສ້າງໂຮງຮຽນ ​ອະ​ນຸ​ບານແລະປະ​ຖົມຢູ່ເມືອງນາໝໍ້

ຍີ່ປຸ່ນ ຊ່ວຍສ້າງໂຮງຮຽນ ​ອະ​ນຸ​ບານແລະປະ​ຖົມຢູ່ເມືອງນາໝໍ້

ພິທີເຊັນສັນຍາໂຄງການຊ່ວຍເຫຼືອລ້າຂັ້ນຮາກຖານ (GGP) ຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເພື່ອກໍ່ສ້າງໂຮງຮຽນອະນຸບານ ແລະ ປະຖົມ ບ້ານກູລົງເມືອງນາໝໍ້ ແຂວງອຸດົມໄຊໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ແຂວງ​ອຸ​ດົມ​ໄຊ, ຮ່ວມ​ລົງ​ນາມ​ໂດຍທ່ານ ໂຄອິຊູມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງປະເທດຍີ່ປຸ່ນ ປະຈໍາ ສປປ ລາວແລະທ່ານ ວົງວັນ ສີວິໄລ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງນາໝໍ້, ໂດຍ​ມີທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງອຸດົມໄຊແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນ​ສັກ​ຂີ​ພິ​ຍານ​ນໍ​າ.
ພິທີເປີດງານມະຫາກໍາພືດສວນໂລກ ຢ່າງເປັນທາງການ

ພິທີເປີດງານມະຫາກໍາພືດສວນໂລກ ຢ່າງເປັນທາງການ

ໃນວັນທີ 2 ພະຈິກຜ່ານມາ,ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຮ່ວມງານພິທີເປີດງານມະຫາກໍາພືດສວນໂລກ ຢ່າງເປັນທາງການ ຢູ່ທີ່ພື້ນທີ່ຊຸ່ມນໍ້າໜອງແດ, ແຂວງອຸດອນທານີ ປະເທດໄທ. ຊຶ່ງມີ ທ່ານ ອານຸທິນ ຊານວິລະກູນ ນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງມະຫາດໄທ ເຂົ້າຮ່ວມເປັນປະທານໃນພິທີ.
ສະພາແຫ່ງຊາດ​ ລາວ-ຫວຽດນາມພົບປະ​ສອງຝ່າຍ

ສະພາແຫ່ງຊາດ​ ລາວ-ຫວຽດນາມພົບປະ​ສອງຝ່າຍ

ວັນທີ 3 ພະຈິກນີ້, ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ,​ສະຫາຍ ສອນໄຊ ສີພັນດອນກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດແຫ່ງ ສປປລາວ ພົບປະຢ່າງເປັນທາງການກັບສະຫາຍ ເຈິ່ນ ແທັງ ເໝິ້ນກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດຫວຽດນາມໃນໂອກາດເຄື່ອນໄຫວຢ້ຽມຢາມ ສສຫວຽດນາມ ຢ່າງເປັນທາງການ ຊຶ່ງເປັນການຢ້ຽມຢາມຕ່າງປະເທດຄັ້ງທໍາອິດ ພາຍຫຼັງໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດລາວ ຊຸດທີ X.
ສື່ມວນຊົນລາວ ພົບປະແລກປ່ຽນບົດຮຽນກັບໜັງສືພິມວິທະຍຸ - ໂທລະພາບນະຄອນຫາຍຟອງ

ສື່ມວນຊົນລາວ ພົບປະແລກປ່ຽນບົດຮຽນກັບໜັງສືພິມວິທະຍຸ - ໂທລະພາບນະຄອນຫາຍຟອງ

ໃນທ້າຍເດືອນຕຸລາຜ່ານມາ, ຄະນະນັກສໍາມະນາກອນທີ່ເຂົ້າຮ່ວມຝຶກອົບຮົບວຽກງານພະນັກງານນໍາພາ-ຄຸ້ມຄອງສື່ມວນຊົນ ສປປ ລາວ ໄດ້ໄປທັດສະນະພົບປະແລກປ່ຽນບົດຮຽນກັບໜັງສືພິມ ແລະ ວິທະຍຸ-ໂທລະພາບຫາຍຟອງ ຊຶ່ງນໍາໂດຍທ່ານນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນຄະນະໂຄສະນາອົບຮົມສູນກາງພັກ.
ຮອງປະທານປະເທດ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ຮອງປະທານປະເທດ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນ (Megan Jones) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ອົສ ຕຣາລີ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບອໍາລາ, ໃນວັນ ທີ 3 ພະຈິກນີ້, ທີ່ທຳນຽບປະທານປະເທດ,ເນື່ອງໃນໂອກາດ ທ່ານທູດສຳເລັດການປະຕິບັດໜ້າທີ່ການທູດປະຈຳລາວ.
ສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8

ສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8

ງານສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8 ຈັດຂຶ້ນໃນວັນທີ 30 ຕຸລາຜ່ານມາ, ທີ່ຫໍວັດທະນະທໍາແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ເກີ ປ່ຽວ ຮອງຫົວໜ້າອົງການຄຸ້ມຄອງວິທະຍຸ ໂທລະພາບ ແລະ ຮູບເງົາແຫ່ງຊາດຈີນ, ທ່ານ ຈ້າວ ຮາຍໂປ ອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ມີບັນດາຫົວໜ້າກົມ, ຮອງກົມ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເພີ່ມເຕີມ