ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ສະຫຼຸບວຽກງານປະຈຳປີ 2025

ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ສະຫຼຸບວຽກງານປະຈຳປີ 2025

ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ສະຫຼຸບວຽກງານປະຈຳປີ 2025
ໃນວັນທີ 5 ມີນານີ້ ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ (ກົມ 512) ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ວາງທິດທາງປີ 2026, ໂດຍການເປັນປະທານຂອງທ່ານ ພົຈວ ຄຳແຝງ ວັນດີໄຊ ຫົວໜ້າກົມ 512, ມີຄະນະກົມ, ຫົວໜ້າພະແນກ, ຮອງພະແນກ, ນາຍ ແລະ ພົນຕຳຫຼວດເຂົ້າຮ່ວມ.
ກມຄນຄວາວທະຍາສາດ ແລະ ປະຫວດສາດ ສະຫບວຽກງານປະຈຳປ 2025 - image 1
 

ໃນພິທີ, ທ່ານ ພັອ ທັດສະພອນ ວົງພະຈັນ ຮອງຫົວໜ້າກົມ 512 ໄດ້ຜ່ານບົດສະຫຼຸບໃນ 1 ປີຜ່ານ ມາວ່າ: ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໄດ້ຖືເອົາການສຶກສາອົບຮົມທາງດ້ານການເມືອງ-ແນວຄິດໃຫ້ ນາຍ ແລະ ພົນຕຳຫຼວດ ຢູ່ພາຍໃນກົມເປັນກົກ ດ້ວຍຫຼາຍຮູບຫຼາຍສີ, ຫຼາຍວິທີການ ແລະ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ ເພື່ອເປັນບ່ອນອີງໃນການຝຶກຝົນຫຼໍ່ຫຼອມຕົນເອງ, ຜ່ານການຈັດຕັ້ງວຽກງານຕົວຈິງໄດ້ສ້າງການຫັນປ່ຽນດ້ານທັດສະນະແນວຄິດ ແລະ ການກະທຳໃໝ່ທີ່ດີ ພ້ອມທັງຍົກສູງສະຕິຕໍ່ການຈັດຕັ້ງ ແລະ ການ ເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງນາຍ ແລະ ພົນຕຳຫຼວດ ພາຍໃນກົມໃຫ້ມີປະສິດທິພາບ ປະສິດທິຜົນນັບມື້ດີຂຶ້ນ ຕິດພັນກັບວຽກງານວິຊາສະເພາະ ໂດຍສະເພາະດ້ານວຽກງານຄົ້ນຄວ້າວິທະຍາສາດ ໄດ້ຈັດກອງປະຊຸມສະພາວິທະຍາສາດ ປກສ ປະຈຳປີ 2025-2026 ຊຶ່ງມີຫົວຂໍ້ດັ່ງນີ້: ຕ້ານ, ສະກັດກັ້ນ, ການແຊກຊຶມຂອງບັນດາອິດທິກຳລັງປໍລະປັກ ແລະ ຄົນບໍ່ຫວັງດີ ເຂົ້າໃນອົງການຈັດຕັ້ງຂອງພັກ-ລັດ; ປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂການລັກລົດຢູ່ໃນສັງຄົມ ຕິດພັນກັບການມອບໝາຍຄວາມຮັບຜິດຊອບໃຫ້ແຕ່ລະຄະນະທີ່ກ່ຽວຂ້ອງ ໃນການຄົ້ນຄວ້າຂຽນຕາມການຕົກລົງຂອງລັດຖະມົນຕີກະຊວງ ປກສ. ໃນນີ້, ສົມທົບກັບພາກສ່ວນກ່ຽວຂ້ອງຄົ້ນຄວ້າເນື້ອໃນຝຶກອົບຮົມ ໃຫ້ເປົ້າໝາຍທີ່ຈະລົງສະໝັກເປັນກຳມະການສູນກາງພັກ ສະໄໝທີ Xll ຫົວຂໍ້: ຄວາມຮັບຮູ້ກ່ຽວກັບວຽກງານ ປກສ ແລະ ພັກນຳພາກຳລັງ ປກສ ເດັດຂາດ, ໂດຍກົງ ແລະ ຮອບດ້ານ ໃນເງື່ອນໄຂໃໝ່ ທັງໄດ້ເຂົ້າຕິດຕາມການຂຶ້ນຫ້ອງ ຂອງການນຳກະຊວງ, ຄົ້ນຄວ້າ, ຮັບຮອງຜົນການແປ, ກວດແກ້ ແລະ ຮຽບຮຽງເອກະສານຈາກພາສາຕ່າງປະເທດ ມາເປັນພາສາລາວ ສົກປີ 2024-2025 ໄດ້ຈຳນວນ 12 ບົດ ລວມທັງໝົດ 2,520 ໜ້າ. ຈັດກອງປະຊຸມສະພາວິທະຍາສາດ ປກສ ເພື່ອຮັບຮອງວຽກງານສຳຄັນຕ່າງໆ ຈຳນວນ 14 ຄັ້ງ, ພ້ອມທັງປະສານສົມທົບກັບ 3 ວິທະຍາຄານ ຂອງກຳລັງ ປກສ ເພື່ອຮັບເອົາບົດໂຄງການຈົບຊັ້ນ ແລະ ວິທະຍານິພົນໃນລະບົບຕ່າງໆ ຈຳນວນ 896 ຫົວ ມອບໃຫ້ຫໍສະໝຸດຄຸ້ມຄອງຕາມລະບຽບການ ແລະ ຄົ້ນຄວ້າປັບປຸງແຜນການເຄື່ອນໄຫວຂອງສະພາວິທະຍາສາດ ປກສ ປີ 2025- 2026 ຕິດພັນກັບການປັບປຸງກົງຈັກການຈັດຕັ້ງ ຂອງສະພາວິທະຍາສາດ ປກສ ເພື່ອນຳສະເໜີຂັ້ນເທິງພິຈາ ລະນາອະນຸມັດ. ຄຽງຄູ່ກັນນີ້, ດ້ານວຽກງານຫໍພິພິທະພັນ ປກສ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງຈັດຕັ້ງປະຕິ ບັດບັນດາກິດຈະກຳບູລະນະ ແລະ ປັບປຸງຫໍພິພິທະພັນ ປກສ ປີ 2023-2026 ເພື່ອສະເຫຼີມສະຫຼອງວັນສ້າງ ຕັ້ງກຳລັງ ປກສ ຄົບຮອບ 65 ປີ ເປັນຕົ້ນການສ້າງກະດານວາງສະແດງເຄື່ອນທີ່ສຳເລັດ, ການສ້າງປຣາໂນວາງສະແດງຊັ້ນ 2, ການກໍ່ສ້າງໂຮງເຮືອນວັດຖຸພັນກາງແຈ້ງ ແລະ ປັບປຸງບົດອະທິບາຍນຳທ່ຽວຂອງຫໍພິພິທະພັນ ປກສ ແລະ ຮັບແຂກເຂົ້າທ່ຽວຊົມຫໍພິພິທະພັນ ປກສ ເນື່ອງໃນວັນສຳຄັນຕ່າງໆ ຈຳນວນ 15 ຄະນະ 1,033 ຄົນ, ແຂກຕ່າງປະເທດຈຳນວນ 251 ຄົນ; ພ້ອມທັງຄົ້ນຄວ້າຄຳແນະນຳກ່ຽວກັບການສ້າງຫ້ອງວາງ ສະແດງຢູ່ກອງບັນຊາການ ປກສ ແຂວງ ແລະ ປຶ້ມຄູ່ມືກ່ຽວກັບວຽກງານພິພິທະພັນ ເພື່ອກະກຽມລົງຊຸກຍູ້ວຽກງານຢູ່ທ້ອງຖິ່ນສຳເລັດ.

ຂ່າວ: ນົກແກ້ວ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງປະຊຸມວຽກງານກວດກາ ຂອງຄະນະກວດກາສູນກາງພັກຕໍ່ວຽກງານກວດກາຂອງ ຄອສພ

ກອງປະຊຸມວຽກງານກວດກາ ຂອງຄະນະກວດກາສູນກາງພັກຕໍ່ວຽກງານກວດກາຂອງ ຄອສພ

ກົມກວດກາ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມການລົງຕິດຕາມ, ຊຸກຍູ້ວຽກງານກວດກາ ຂອງຄະນະກວດກາສູນກາງພັກຕໍ່ວຽກງານກວດກາຂອງຄະນະໂຄສະນາອົບຮົມສູນກາງພັກ ຂຶ້ນໃນວັນທີ 5 ພະຈິກນີ້ ທີ່ ຄອສພ, ຈຸດປະສົງເພື່ອເປັນການຕີລາຄາຄືນກ່ຽວກັບການເຄື່ອນໄຫວວຽກງານກວດກາພັກ, ກວດກາລັດ ວຽກງານຄໍາຮ້ອງ ຄໍາສະເໜີ ໃນໄລຍະຜ່ານມາ. ໂດຍການເປັນປະທານຂອງ ທ່ານ ສາຄອນ ພົມມະລາດ ຄະນະປະຈໍາພັກ ຮອງປະທານກວດກາພັກ ຮອງຫົວໜ້າໂຄສະນາອົບຮົມສູນກາງພັກ; ທ່ານ ຊື່ນຊົມ ໄຊເກີຢາຈົງຕົວ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ມີບັນດາປະທານກວດກາ ຕາງໜ້າໜ່ວຍພັກທີ່ໄດ້ເຮັດວຽກງານກວດກາເຂົ້າຮ່ວມ.
ຫສປທ ປາຖະກະຖາວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ

ຫສປທ ປາຖະກະຖາວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ

ຫ້ອງວ່າການສຳນັກງານປະທານປະເທດ (ຫສປທ) ໄດ້ຈັດຕັ້ງປາຖະກະຖາ ວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ (15/8/1991-15/8/2026) ຂຶ້ນ ໃນວັນທີ 5 ພະຈິກນີ້ ທີ່ຫ້ອງປະຊຸມ ຫສປທ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ເລຂາຄະນະພັກ ຫົວໜ້້າຫ້ອງວ່າການສຳນັກງານປະທານປະເທດ, ມີບັນດາຄະນະພັກ, ບັນດາຫົວໜ້າກົມ, ຮອງກົມ, ສະມາຊິກພັກ ແລະ ພະນັກງານເຂົ້າຮ່ວມ.
ປະກາດແຕ່ງຕັ້ງ ແລະ ເລື່ອນຊັ້ນ ໃຫ້ນາຍຕໍາຫຼວດຂັ້ນສູງ

ປະກາດແຕ່ງຕັ້ງ ແລະ ເລື່ອນຊັ້ນ ໃຫ້ນາຍຕໍາຫຼວດຂັ້ນສູງ

ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີປະກາດແຕ່ງຕັ້ງ, ເລື່ອນຊັ້ນໃຫ້ນາຍຕໍາຫຼວດຂັ້ນສູງ ໃນວັນທີ 4 ພະຈິກນີ້, ເປັນປະທານໂດຍທ່ານ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະ ມົນຕີກະຊວງປ້ອງກັນຄວາມສະຫງົບ, ມີຮອງລັດຖະມົນຕີ, ຫົວໜ້າ-ຮອງຫົວໜ້າກົມ, ກອງບັນຊາການ, ພະນັກ ງານຫຼັກແຫຼ່ງ ແລະ ນາຍຕໍາຫຼວດ ທີ່ໄດ້ຮັບການແຕ່ງຕັ້ງ, ເລື່ອນຊັ້ນເຂົ້າຮ່ວມ.
ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ອີງຕາມຂໍ້ມູນທີ່ລັດວິສະຫາກິດກໍ່ສ້າງທາງເລກ 8 ໃຫ້ຮູ້ວ່າ: ໂຄງການປັບປຸງເສັ້ນທາງຫຼວງແຫ່ງຊາດເລກທີ 13 ໃຕ້ ມາຮອດປັດຈຸບັນ, ທາງໂຄງການຜູ້ຮັບເໝົາກໍ່ສ້າງ ກໍຄື ລັດວິສະຫະກິດກໍ່ສ້າງທາງເລກ 8 ກຳລັງຂຸ້ນຂ້ຽວລົງຢາງຂົ້ວ (ອັສຟານຊັ້ນ 1) ນັບແຕ່ກິໂລແມັດທີ 24 ຫາກິໂລແມັດທີ 28 ແລະ ອີກຈຸດໄລຍະທາງແຕ່ກິໂລແມັດທີ 28 ເມືອງໄຊທານີ ຫາກິໂລແມັດທີ 50.2 ເມືອງປາກງື່ມ ນະຄອນຫຼວງວຽງຈັນ
ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ວັນທີ 2 ພະຈິກຜ່ານມານີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ລົງຢ້ຽມຢາມ ແລະ ຕິດຕາມຊຸກຍູ້ວຽກງານຢູ່ຕາແສງຊ້າງມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຂອງ ສະຫາຍ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ ພ້ອມຄະນະນຳ ຂອງນະຄອນຫຼວງວຽງຈັນ, ເມືອງ ແລະ ຄະນະພັກ ຄະນະກຳມະການປົກຄອງຕາແສງ ຕະຫຼອດຮອດພະນັກງານ-ລັດຖະກອນ ຕາແສງຊ້າງມີໄຊ ເຂົ້າຮ່ວມ.
ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ຂອງອົງການກວດສອບແຫ່ງລັດ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ (2026-2030) ໄດ້ຈັດຂຶ້ນໃນວັນທີ 4 ຕຸລານີ້ ທີ່ອົງການກວດສອບແຫ່ງລັດ, ໂດຍການເປັນປະທານ ຂອງ ສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ, ມີຄະນະປະຈຳພັກ, ກຳມະການຄະນະພັກ, ຄະນະກົມ, ຄະນະນໍາອົງການກວດສອບປະຈຳພາກ ແລະ ພະນັກງານເຂົ້າຮ່ວມ.
ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ຈັດພິທີປະກາດເລື່ອນຊັ້ນຜູ້ພິພາກສາ ຈາກຜູ້ພິພາກສາຊັ້ນໜຶ່ງ ຂຶ້ນເປັນຜູ້ພິພາກ ສາຊັ້ນສອງ ໃນວັນທີ 4 ພະຈິກນີ້, ເປັນປະທານໂດຍ ທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ, ມີ ຫ້ອງການ, ກົມ, ຄະນະສານ ພ້ອມດ້ວຍສະຖາບັນ, ພະນັກງານ ແລະ ຜູ້ພິພາກສາ ທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.
9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

ທ່ານ ໄພວັນ ສໍຄົງສິນ ຫົວໜ້າໜ້າຫ້ອງການ ວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເມືອງໂຂງ ແຂວງຈໍາປາສັກ ໄດ້ໃຫ້ສໍາພາດກ່ຽວກັບວຽກງານການທ່ອງທ່ຽວຢູ່ ເມືອງໂຂງ ຕໍ່ນັກຂ່າວໜັງສືພິມປະຊາຊົນ ໂອກາດທີ່ຄະນະຊ່ຽວຊານທະນາຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ ພ້ອມດ້ວຍສື່ມວນຊົນຈາກສູນກາງ ເຄື່ອນໄຫວຢ້ຽມຢາມໂຄງການດັ່ງກ່າວ ລະຫວ່າງວັນທີ 29-31 ຕຸລາ ທີ່ຜ່ານມາ ວ່າ: ເມືອງໂຂງ ເປັນເມືອງໜຶ່ງ ທີ່ມີທ່າແຮງທາງດ້ານການທ່ອງທ່ຽວ ເຫັນວ່າມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ກວ້າງຂວາງ ຊຶ່ງປັດຈຸບັນ ຄະນະນໍາແຂວງ ກໍໄດ້ເອົາໃຈໃສ່ເປັນພິເສດ ຕໍ່ການພັດທະນາ, ສົ່ງເສີມການທ່ອງທ່ຽວ ແລະ ຖືເປັນປາຍແຫຼມ ຂອງການພັດທະນາເສດຖະກິດ-ສັງຄົມຂອງແຂວງ ກໍຄືເມືອງ.
ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພີທີເປີດງານວາງສະແດງ ຜົນງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ ຂຶ້ນໃນວັນທີ 4 ພະຈິກນີ້, ທີ່ ມຊ ໂດຍໃຫ້ກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີຮອງຜູ້ອໍານວຍການ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການ ຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 5 ປີ (2021-2025) ພ້ອມວາງທິດທາງ 5 ປີຕໍ່ໜ້າ (2026-2030) ຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ພະແນກ ສກຂ, ເຂົ້າຮ່ວມຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີທ່ານ ອຸດົມສິນ ສີຊານົນ ກຳມະການພັກແຂວງ ຫົວໜ້າພະແນກ ສກຂ, ມີຄະນະຮັບຜິດຊອບ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ເພີ່ມເຕີມ