![]() |
ທ່ານ ພັນໂທ ພັນສະໄໝ ອຸປະດີ ຮອງຫົວໝ້າຫ້ອງການ ກົມໃຫຍ່ຕໍາຫຼວດ ຄະນະຮັບຜິດຊອບຈຸປ້ອງກັນຈຸດຫໍປະຊຸມແຫ່ງຊາດ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 15 ກັນຍາຜ່ານມາວ່າ: ພາຍຫຼັງໄດ້ຮັບຂໍ້ຕົກລົງຂອງກະຊວງ, ກົມໃຫຍ່ຕໍາຫຼວດ ໂດຍສະເພາະ ແມ່ນຄະນະຮັບຜິດຊອບຈຸດປ້ອງກັນຢູ່ຫໍປະຊຸມແຫ່ງຊາດ ໄດ້ນໍາກໍາລັງຂອງກົມໃຫຍ່ຕໍາຫຼວດເຂົ້າມາປ້ອງກັນ ນັບແຕ່ວັນທີ 13 ກັນຍາເປັນຕົ້ນມາ ຊຶ່ງປະກອບມີ 3 ພາກສ່ວນຄື: ກົມຕໍາຫຼວດຈະລາຈອນ ຮັບຜິດຊອບຈັດສັນຄວາມເປັນລະບຽບຮຽບຮ້ອຍໃນການເຂົ້າ-ອອກຂອງລົດ, ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ຮັບຜິດຊອບກວດກາລະບົບຄວາມປອດໄພຂອງຕຶກ ແລະ ຮັບຜິດຊອບກ່ຽວກັບລະບົບຮັກສາຄວາມປອດໄພຕ່າງໆ ທາງດ້ານອັກຄີໄພ, ສ່ວນກົມຕໍາຫຼວດຝຶກແອບ ແລະ ນໍາໃຊ້ໝາວິຊາສະເພາະຮັບຜິດຊອບ ໃນການກວດກາທາດລະເບີດ, ທາດແຕກ, ສິ່ງເສບຕິດຕ່າງໆ, ຄົນທີ່ບໍ່ຫວັງດີທີ່ຈະເຂົ້າມາໃນຫໍປະຊຸມແຫ່ງຊາດ. ຜ່ານການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ຈົນເຖິງປັດຈຸບັນ ຖືວ່າມີຄວາມສະຫງົບປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍດີ ແລະ ກໍາລັງກົມໃຫຍ່ຕໍາຫຼວດຈະສືບຕໍ່ປ້ອງກັນຕະຫຼອດ 24 ຊົ່ວໂມງຈົນກວ່າຈະສໍາເລັດກອງປະຊຸມ.
![]() |
ໂອກາດນີ້,ທ່ານ ພັນໂທ ພັນສະໄໝ ອຸປະດີ ຍັງໄດ້ຮຽກຮ້ອງໄປຍັງພະນັກງານ, ທະຫານ, ຕໍາຫຼວດ, ພໍ່ແມ່ປະຊາຊົນລາວ ຈົ່ງຮ່ວມແຮງຮ່ວມໃຈກັນໃນການເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ມີຄວາມສະຫງົບປອດໄພ ແລະ ມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
![]() |



ຄໍາເຫັນ