ຢ້ຽມຢາມ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ

ກົມສື່ມວນຊົນ ພ້ອມສະມາຊິກເພສ ມີເດຍລາວ ຢ້ຽມຢາມເຂດເສດຖະກິດພິເສດສາມຫຼ່ຽມຄໍາ

ກົມສື່ມວນຊົນ ພ້ອມສະມາຊິກເພສ ມີເດຍລາວ ຢ້ຽມຢາມເຂດເສດຖະກິດພິເສດສາມຫຼ່ຽມຄໍາ
ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ພ້ອມດ້ວຍຄະນະ ແລະ ສະມາຊິກເພສ ມີເດຍລາວ ທັງ 17 ແຂວງ

 

 ແລະ ນະຄອນຫຼວງວຽງຈັນ ໄດ້ໄປຢ້ຽມຢາມ ເຂດເສດຖະກິດພິເສດສາມຫຼ່ຽມຄໍາຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃນຕອນບ່າຍວັນທີ 11 ທັນວານີ້ ໂດຍໄດ້ຮັບການຕ້ອນຮັບຂອງ ທ່ານ ຄຳສະແຫວງ ວິໄລພົງ ຮອງຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງບໍ່ແກ້ວ ພ້ອມດ້ວຍຄະນະ ຊຶ່ງການມາຢ້ຽມຢາມຄັ້ງນີ້ ກົມສື່ມວນ ກັບ ຄະນະຄຸ້ມຄອງເຂດ ກໍໄດ້ຫາລືແຜນການຮ່ວມມືໃນຕໍ່ໜ້າ.

ໃນການຢ້ຽມຢາມຄັ້ງນີ້, ທ່ານຫົວໜ້າກົມສື່ມວນຊົນ ກະຊວງ ຖວທ ກໍໄດ້ສະແດງຄວາມດີໃຈ ທີ່ໄດ້ຮັບການຕ້ອນຮັບ ແລະ ເປີດໂອກາດໃຫ້ກົມສື່ມວນຊົນ ທີ່ເປັນຜູ້ສ້າງ ແລະ ຄຸ້ມຄອງເພສ ມີເດຍລາວ ໄດ້ມາຢ້ຽມຢາມໃນຄັ້ງນີ້; ພ້ອມນີ້, ກໍໄດ້ແຈ້ງໃຫ້ຊາບກ່ຽວກັບການເຄື່ອນໄຫວວຽກງານໃນໄລຍະຜ່ານມາຂອງເພສ ມີເດຍລາວ ແລະ ສະເໜີຄວາມປະສົງທີ່ຈະຮ່ວມມືກັບຄະນະຄຸ້ມຄອງເຂດ ເພື່ອຮ່ວມກັນໂຄສະນາຕອບຕ້ານຫາງສຽງສັງຄົມຂອງຄົນບໍ່ດີ ທີ່ມີການເຄື່ອນໄຫວໃສ່ຮ້າຍປ້າຍສີ ໂຈມຕີເຂດເສດຖະກິດພິເສດ ສາມຫຼ່ຽມຄໍ່າ ໃນດ້ານຕ່າງໆ ແລະ ວິທີເພີ່ມທະວີການໂຄສະນາໃຫ້ຮູ້ກ່ຽວກັບຜົນປະໂຫຍດຂອງເຂດທີ່ສ້າງໃຫ້ແກ່ປະຊາຊົນລາວບັນດາເຜົ່າ ແລະ ລາຍຮັບໃຫ້ແກ່ປະເທດລາວ ພ້ອມນີ້ກໍຍັງເປັນປະໂຫຍດດ້ານຈິດ ໃນການຜ່ອນຄາຍອາລົມ ໃຫ້ຄົນຕ່າງປະເທດ ທີ່ມາທ່ອງທ່ຽວ ຢູ່ເຂດດັ່ງກ່າວ.

ທ່ານ ຄຳສະແຫວງ ວິໄລພົງ ໄດ້ລາຍງານໃຫ້ຮູ້ວ່າ: ເຂດເສດຖະກິດພິເສດສາມຫຼ່ຽມຄໍາຕັ້ງຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ຈຸດເຂດແດນລະຫວ່າງລາວ-ໄທ-ມຽນມາ, ໄດ້ສ້າງຕັ້ງຂຶ້ນແຕ່ປີ 2007 ຊຶ່ງໃນເບື້ອງຕົ້ນແມ່ນສັນຍາການພັດທະນາເຂດເສດຖະກິດ ແລະ ທ່ອງທ່ຽວຄົບວົງຈອນອາຊຽນສາມຫຼ່ຽມຄໍາ; ຈາກນັ້ນ, ໄດ້ຮັບຍົກລະດັບຂຶ້ນເປັນເຂດເສດຖະກິດພິເສດຕາມດໍາລັດເລກທີ 090/ນຍ, ລົງວັນທີ 4 ກຸມພາ 2010 ຊຶ່ງມີ 13 ກິດຈະການຫຼັກທີ່ຕິດພັນກັບການພັດທະນາພື້ນຖານໂຄງລ່າງ, ເສດຖະກິດ, ການຄ້າ, ການລົງທຶນ, ກະສິກໍາ, ການສຶກສາ, ສາທາລະນະສຸກ, ການທ່ອງທ່ຽວ, ການບໍລິການ-ການບັນເທີງ ແລະ ກິດຈະກໍາອື່ນໆ. ນັບແຕ່ປີ 2009 ເຖິງປັດຈຸບັນຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 605 ຕື້ກີບ, ສະເພາະປີ 2023 ຜ່ານມາປະຕິບັດລາຍຮັບໄດ້ທັງໝົດ 80.3 ຕື້ກີບ ແລະ ດ່ານສາກົນສາມຫຼ່ຽມຄໍາແມ່ນມີສອງພາກສ່ວນຄື: ຄ່າວີຊາກັບດ່ານ 1,442,000 ໂດລາ ແລະ ລາຍຮັບຂົງເຂດພາສີ 30.15 ຕື້ກີບ ຊຶ່ງເປັນລາຍຮັບເຂົ້າສູນກາງໂດຍກົງ. ໃນ 8 ເດືອນຕົ້ນປີ 2024 ລວມລາຍຮັບພາຍໃນເຂດປະຕິບັດໄດ້ 128 ຕື້ກີບ ແລະ ດ່ານສາກົນສາມຫຼ່ຽມຄໍາ 6 ເດືອນຕົ້ນປີປະຕິບັດໄດ້ 1.31 ລ້ານໂດລາ ກັບ 21.82 ຕື້ກີບ.

ໃນໂອກາດດຽວກັນ, ທ່ານ ຄຳສະແຫວງ ວິໄລພົງ ກໍໄດ້ສະແດງຄວາມຍິນດີ ແລະ ມີຄວາມຕ້ອງການໃນການຮ່ວມມືກັບກົມສື່ມວນຊົນ ແລະ ບັນດາສື່ຕ່າງໆ ໂດຍສະເພາະສື່ທາງການຂອງພັກ ແລະ ລັດຖະບານ; ພ້ອມດຽວກັນ, ກໍໄດ້ສະເໜີໃຫ້ກົມສື່ເປັນຂົວຕໍ່ຊ່ວຍສະເໜີການປັບປຸງການຈັດຕັ້ງ ເພື່ອໃຫ້ມີຂະແໜງ ຖວທ ມາປະຈໍາຢູ່ເຂດ, ສະເໜີໃຫ້ຊ່ວຍຝຶກອົບຮົມກໍ່ສ້າງບຸກຄະລາກອນດ້ານຂ່າວສານ, ການຮ່ວມມືສົ່ງຂ່າວ-ອອກຂ່າວທີ່ເປັນທາງການຂອງເຂດ, ຊ່ວຍຊຸກຍູ້ສົ່ງເສີມໜ່ວຍທຸລະກິດກິດດໍາເນີນກິດຈະການການທ່ອງທ່ຽວພາຍໃນເຂດ ແລະ ການຮ່ວມມືກັບຕ່າງແຂວງ, ຕ່າງປະເທດ ແລະ ຂັ້ນສູນກາງ, ທ່າແຮງການທ່ອງທ່ຽວຂອງເຂດ ແລະ ສົ່ງເສີມດ້ານວັດທະນະທໍາ ຮີດຄອງປະເພນີ ທີ່ເປັນເອກະລັກຂອງລາວ ຢູ່ພາຍໃນເຂດໃຫ້ມີຫຼາຍຂຶ້ນ ເປັນຕົ້ນຊຸກຍູ້ວຽກງານຫໍພິພິທະພັນເຂດ, ປະຫັວດສາດເມືອງເກົ່າສຸວັນນະໂຄມຄໍາ, ການສ້າງພະເຈົ້າໃຫຍ່ ແລະ ວັດ, ແບບແຜນວິຖີຊີວິດຊົນະເຜົ່າພາຍໃນແຂວງ.

ກົມສື່ມວນຊົນກະຊວງຖວທ ພ້ອມສະມາຊິກເພສມີເດຍລາວຍັງໄດ້ທ່ຽວຊົມສະຖານທີີ່ຕ່າງໆໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາເປັນຕົ້ນໂຮງແຮມດອກງິ້ວຄໍາ; ດ່ານສາກົນສາມຫຼ່ຽມຄໍາ; ແຫຼ່ງທ່ອງທ່ຽວວັດທະນະທໍາດອນຊາວ ຊຶ່ງມີຫ້ອງວາງສະແດງຕໍ່ຕ້ານຢາເສບຕິດ, ສວນສະນຸກມະຫັດສະຈັນ, ປ່າແຫ່ງຄວາມຫຼອນ; ໄປຢ້ຽມຊົມບໍລິສັດກະສິກຳເຂດເສດຖະກິດສາມຫຼ່ຽມຄໍາ ຊຶ່ງມີຟາມງົວ, ຟາມປູກຜັກເຮືອນຮົມ ແລະ ການປູກພືດຜັກທົ່ວໄປ; ພ້ອມນີ້, ກໍຍັງໄດ້ເຂົ້າກາບໄຫວ້ພະເຈົ້າອົງຫຼວງຢູ່ວັດທອງທິບພັດທະນາຣາມບ້ານໃຫຍ່ຕົ້ນເຜິ້ງ ເມືອງຕົ້ນເຜິ້ງ.

(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຊາວພຸດຮ່ວມແຫ່ຜາສາດເຜິ້ງ ງານບຸນພະທາດຫຼວງວຽງຈັນ

ຊາວພຸດຮ່ວມແຫ່ຜາສາດເຜິ້ງ ງານບຸນພະທາດຫຼວງວຽງຈັນ

ພຸດທະສາສະນິກະຊົນລາວ ບັນດາເຜົ່າ ຮ່ວມແຫ່ຜາສາດເຜິ້ງງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025, ໃນວັນທີ 4 ພະຈິກກົງກັບມື້ຂຶ້ນ 14 ຄໍ່າ ເດືອນ 12 ລາວ. ພີທີແຫ່ຜາສາດເຜິ້ງໄດ້ເຕົ້າທີ່ວັດໜອງບອນ ແລ້ວແຫ່ເຂົ້າ ອ້ອມກົມມະລຽນທາດຫຼວງ 3 ຮອບ ເພື່ອເປັນການບູຊາ, ຄຸນພະພູມ, ພະທຳ ແລະ ພະສົງ ໂດຍມີຂະບວນຂອງພະສົງ ອອກໜ້າ ແລະ ຂະບວນຂອງການນໍາພັກ-ລັດ ນຳໂດຍ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ວັດທະນະທໍາ ແລະ ການທ່ອງທ່ຽວ , ພ້ອມດ້ວຍພັນລະຍາການນຳ ພ້ອມດ້ວຍຂະບວນຂອງມວນຊົນ ບັນດາເມືອງອ້ອມຂ້າງເຂົ້າຮ່ວມແຫ່ຢ່າງຄຶກຄື້ນ.
ສຳມະນາວິທະຍາສາດລະດັບຊາດ ມູນເຊື້ອວັນສະຖາປະນາ  ສປປ ລາວ ແລະ ວັນເກີດ ປະທານ ໄກສອນ ພົວວິຫານ

ສຳມະນາວິທະຍາສາດລະດັບຊາດ ມູນເຊື້ອວັນສະຖາປະນາ ສປປ ລາວ ແລະ ວັນເກີດ ປະທານ ໄກສອນ ພົວວິຫານ

ກອງປະຊຸມສໍາມະນາວິທະຍາສາດລະດັບຊາດ ມູນເຊື້ອວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2/12/1975-2/12/2025) ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13/12/1920-13/12/2025) ໄດ້ຈັດຂຶ້ນທີ່ຫ້ອງວ່າການສູນກາງພັກ ໂດຍການເປັນປະທານຂອງ ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນ ຜູ້ປະຈໍາການຄະນະຮັບຜິດຊອບຊີ້ນໍາລະດັບຊາດເພື່ອສະເຫຼີມສະຫຼອງ 3 ວັນປະຫວັດສາດ ຫົວໜ້າອະນຸກໍາມະການເນື້ອໃນສະເຫຼີມສະຫຼອງ 3 ວັນປະຫວັດສາດຂັ້ນສູນກາງ; ມີ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ມີບັນດາສະຫາຍການນໍາ, ອະດີດການນໍາພັກ-ລັດ ພ້ອມດ້ວຍບັນດາສະຫາຍການນໍາຈາກກະຊວງ, ອົງການ36 ພາກສ່ວນ ແລະ ແຂວງວຽງຈັນ, ແຂວງບໍລິຄໍາໄຊ, ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທນບ ຮ່ວມສົ່ງເສີມທຸລະກິດກະສິກໍາລາວສູ່ຕະຫຼາດໂລກ

ທນບ ຮ່ວມສົ່ງເສີມທຸລະກິດກະສິກໍາລາວສູ່ຕະຫຼາດໂລກ

ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ຮ່ວມກັບ ສະມາຄົມທຸລະກິດກະສິກໍາລາວ (LABA) ໄດ້ຈັດສໍາມະນາພິເສດ “ການສົ່ງເສີມທຸລະກິດກະສິກໍາລາວ” ທີ່ນະຄອນຫຼວງວຽງຈັນ ໃນເມື່ອບໍ່ດົນມານີ້, ເພື່ອສ້າງຄວາມເປັນໜຶ່ງດຽວ ໃຫ້ທຸກພາກສ່ວນຮ່ວມກັນຫັນກະສິກໍາໃຫ້ກາຍເປັນສິນຄ້າ ທີ່ມີມາດຕະຖານສູງ ສາມາດແຂ່ງຂັນໄດ້ໃນຕະຫຼາດພາຍໃນ ແລະ ສາກົນ; ສ້າງການເຊື່ອມຕໍ່ລະຫວ່າງຕ໋ອງໂສ້ການຜະລິດ ແລະ ຕະຫຼາດເພື່ອຫາວິທີແກ້ໄຂບັນຫາຄົງຄ້າງ, ຍົກລະດັບຄຸນນະພາບການຜະລິດ, ການເຂົ້າເຖິງແຫຼ່ງທຶນ ແລະ ລະບົບການຈັດສົ່ງ ທີ່ມີປະສິດທິພາບ ໃຫ້ສິນຄ້າກະສິກໍາລາວ ສູ່ຕະຫຼາດໂລກ.
ຝຶກອົບຮົມສ້າງຄວາມຮັບຮູ້ພາລະບົດບາດຂອງສະພາແຫ່ງຊາດ ແລະສະພາປະຊາຊົນຂັ້ນແຂວງ

ຝຶກອົບຮົມສ້າງຄວາມຮັບຮູ້ພາລະບົດບາດຂອງສະພາແຫ່ງຊາດ ແລະສະພາປະຊາຊົນຂັ້ນແຂວງ

ເພື່ອຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ພາລະບົດບາດຂອງສະພາແຫ່ງຊາດ (ສພຊ), ສະພາປະຊາຊົນຂັ້ນແຂວງ (ສພຂ) ແລະ ວຽກງານໂຄງປະກອບກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງ ສພຂ ແລະ ວຽກງານກະກຽມດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໄດ້ຈັດຂຶ້ນໃນວັນທີ 3 ພະຈິກຜ່ານມາ ທີ່ສະພາປະຊາຊົນແຂວງສະຫວັນນະເຂດ ໂດຍການເປັນປະທານຂອງທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ, ເຂົ້າຮ່ວມມີທ່ານ ບຸນໂຈມ ອຸບົນປະເສີດ ແຂວງເຈົ້າແຂວງສະຫວັນນະເຂດ, ມີຄະນະປະຈໍາ ສພຂ, ຫົວໜ້າ-ຮອງຫົວໜ້າພະແນກການ ແລະ ອົງການລັດທຽບເທົ່າ ແລະ ປະທານຄະນະກຳມະການປົກຄອງເມືອງ 14 ເມືອງ, 1 ນະຄອນ ເຂົ້າຮ່ວມ.
ບິກຊີຊຸບເປີເຊັນເຕີລາວ ຈຳກັດ ສັດທາຫຼັກບຸນກະຖິນ ທີ່ວັດປ່ານາຄູນນ້ອຍ

ບິກຊີຊຸບເປີເຊັນເຕີລາວ ຈຳກັດ ສັດທາຫຼັກບຸນກະຖິນ ທີ່ວັດປ່ານາຄູນນ້ອຍ

ບໍລິສັດ ບິກຊີຊຸບເປີເຊັນເຕີລາວ ຈຳກັດ ໄດ້ເປັນເຈົ້າພາບເຈົ້າສັດທາຫຼັກບຸນກະຖິນ ທີ່ວັດປ່ານາຄູນນ້ອຍ ບ້ານນາຄູນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ (ນວ) ເພື່ອລະດົມທຶນມາສ້າງສາພັດທະນາວັດດັ່ງກ່າວ. ບຸນດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 1 ພະຈິກຜ່ານມາ ໂດຍມີພະເຖລາ ນຸເຖລະ ຈາກວັດແຫ່ງຕ່າງໆພາຍໃນ ນວ, ມີທ່ານ ບຸນຊູ ພະວິເສດ ປະທານຄະນະກຳມະການປົກຄອງເມືອງນາຊາຍທອງ, ມີອອກຕົນຍາດໂຍມຈາກບ້ານຕ່າງໆພາຍໃນ ນວ, ບ້ານອ້ອມຂ້າງເຂົ້າຮ່ວມ.
ສະເຫຼີມສະຫຼອງວັນສ້າງຕັ້ງບໍລິສັດຕະຫຼາດແລກປ່ຽນເງິນຕາຕ່າງປະເທດ  ຄົບຮອບ 1 ປີ

ສະເຫຼີມສະຫຼອງວັນສ້າງຕັ້ງບໍລິສັດຕະຫຼາດແລກປ່ຽນເງິນຕາຕ່າງປະເທດ ຄົບຮອບ 1 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງບໍລິສັດຕະຫຼາດແລກປ່ຽນເງິນຕາຕ່າງປະເທດຄົບຮອບ 1 ປີໄດ້ຈັດຂຶ້ນໃນວັນທີ 30 ຕຸລາຜ່ານມານີ້, ຢູ່ທີ່ຕະຫຼາດຫຼັກຊັບລາວ, ໂດຍການເຂົ້າຮ່ວມຂອງ ທ່ານ ສີສະຫວາດ ດວງສະຫວັນ ຜູ້ອໍານວຍການຕະຫຼາດແລກປ່ຽນເງິນຕາຕ່າງປະເທດລາວ ຈໍາກັດ, ມີຮອງປະທານບໍລິສັດ, ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ແຈ່ວປາບໍ້າກຸ້ງຕ້ອງລອງ ໄດ້ຮັບຄວາມນິຍົມໃນງານບຸນພະທາດຫຼວງ

ແຈ່ວປາບໍ້າກຸ້ງຕ້ອງລອງ ໄດ້ຮັບຄວາມນິຍົມໃນງານບຸນພະທາດຫຼວງ

ແຈ່ວປາບໍ້າກຸ້ງຕ້ອງລອງເອກະລັກສະເພາະຂອງເມືອງຊໍາເໜືອ ແຂວງຫົວພັນໄດ້ຮັບຄວາມນິຍົມຊົມຊອບຈາກປະຊາຊົນທັງພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼາຍ ຊຶ່ງເປັນສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ (ໂອດັອບ) ຂອງຄົນລາວແທ້.
ສະມາຄົມທຸລະກິດກະສິກໍາຮ່ວມມືກັບທະນາຄານສົ່ງເສີມກະສິກໍາຜະລິດສະບຽງອາຫານໃຫ້ຍືນຍົງ

ສະມາຄົມທຸລະກິດກະສິກໍາຮ່ວມມືກັບທະນາຄານສົ່ງເສີມກະສິກໍາຜະລິດສະບຽງອາຫານໃຫ້ຍືນຍົງ

ພັກ, ລັດໄດ້ຖືເອົາວຽກງານກະສິກຳ ເປັນຂະແໜງການທີ່ສຳຄັນເປັນພິເສດ ເພື່ອເປັນພື້ນຖານໃນການພັດທະນາເສດຖະກິດຂອງຊາດ ເພີ່ມການຜະລິດໃຫ້ຫຼາຍ ຄໍ້າປະກັນສະບຽງອາຫານໃຫ້ສັງຄົມຢ່າງທົ່ວເຖິງ-ພຽງພໍ ແລະ ສົ່ງອອກສູ່ຕະຫຼາດສາກົນ ໂດຍໄດ້ກຳນົດວ່າ: “ກະສິກຳເປັນແນວຮົບອັນດັບໜຶ່ງ, ການກະສິກໍາ ແລະ ປ່າໄມ້ ຍັງແມ່ນຂະແໜງພື້ນຖານໃນໂຄງປະກອບເສດຖະກິດແຫ່ງຊາດຂອງພວກເຮົາ”.
ຄໍາມ່ວນ ເກັບກ່ຽວເຂົ້ານາປີສໍາເລັດພຽງ 39.362 ເຮັກຕາ

ຄໍາມ່ວນ ເກັບກ່ຽວເຂົ້ານາປີສໍາເລັດພຽງ 39.362 ເຮັກຕາ

ຕາມການໃຫ້ຂໍ້ມູນຈາກຂະແໜງປູກຝັງທີ່ຂຶ້ນກັບພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນໃຫ້ຮູ້ວ່າ : ໃນລະດູການປູກເຂົ້ານາປີ 2025 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກເຂົ້າລວມທັງໝົດ 92,791 ເຮັກຕາ, ຄາດຄະເນຜົນຜະລິດ 351,604 ເຮັກຕາ . ໃນນັ້ນ, ເນື້ອທີ່ແຜນ ການປູກເຂົ້າເພື່ອເປັນສະບຽງອາຫານ 61,189 ເຮັກຕາ , ຄາດຄະເນຜົນຜະລິດ 228,856 ໂຕນ , ເນື້ອທີ່ແຜນການປູກເຂົ້າເພື່ອເປັນສິນຄ້າ 31,602 ເຮັກຕາ , ຄາດຄະເນຜົນຜະລິດ 122,748 ໂຕນ .
ສະມໍລບີ ຈັດກິດຈະກໍາ ໂຄສະນາໃຫ້ສັງຄົມມາທ່ຽວງານບຸນຖິ້ມຂີ້ເຫຍື້ອໃຫ້ຖືກວິທີ

ສະມໍລບີ ຈັດກິດຈະກໍາ ໂຄສະນາໃຫ້ສັງຄົມມາທ່ຽວງານບຸນຖິ້ມຂີ້ເຫຍື້ອໃຫ້ຖືກວິທີ

ໃນວັນທີ 2 ພະຈິກຜ່ານມາ ທີ່ເດີ່ນພະທາດຫຼວງວຽງຈັນ, ບໍລິສັດ ສະມໍຣບີ ຮ່ວມກັບຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ນະຄອນຫຼວງວຽງຈັນ (ປປຊ ນວ) ໄດ້ນຳພານ້ອງໆຊາວໜຸ່ມອາສາສະໝັກ ທີ່ມາຈາກ ໂຮງຮຽນ ມສ ມິດຕະພາບລາວ-ຫວຽດນາມ ແລະ ມສ ວຽງຈັນ ຈໍານວນ 20 ຄົນ ເຮັດກິດຈະກໍາເດີນຂະບວນໂຄສະນາປະຊາສໍາພັນ ໃຫ້ປະຊາຊົນ ກໍຄືສັງຄົມທີ່ມາທ່ຽວງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ແລະ ພໍ່ຄ້າແມ່ຄ້າ ຖິ້ມຂີ້ເຫຍື້ອໃຫ້ຖືກບ່ອນ, ຖືກຖັງ, ຖືກວິທີຕາມຈຸດທີ່ກຳນົດໄວ້ ນຳພາໂດຍ ທ່ານ ນາງ ດີ່ນ້າ ສົມສະໝຸດ ຫົວໜ້າວຽກງານການຕະຫຼາດ ບໍລິສັດ ສະມໍຣບີ ແລະ ທ່ານ ສີລິວັນ ຫຼຽນວິໄລສັກ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ປປຊ ນວ.
ເພີ່ມເຕີມ