![]() |
ສະຫາຍ ພັທ ມາລາສິດ ພິມມະວົງ ຫົວໜ້າພະແນກການເມືອງ ກົມສື່ສານ ໄດ້ຜ່ານຂໍ້ຕົກລົງຂອງກະຊວງ ປກສ ແລະ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕຳຫຼວດ ກົມສື່ສານຜູ້ທີ່ມີເງື່ອນໄຂມາດຖານຄົບຖ້ວນ ໃນການເລື່ອນຊັ້ນຈໍານວນ 5 ສະຫາຍ. ໃນນີ້, ເລື່ອນຊັ້ນ ພັນຕີ ຂຶ້ນ ຊັ້ນ ພັນໂທ 1 ສະຫາຍ, ຮ້ອຍເອກ ຂຶ້ນພັນຕີ 2 ສະຫາຍ, ຮ້ອຍຕີ ຂຶ້ນຮ້ອຍໂທ 2 ສະຫາຍ ຍິງ 1 ສະຫາຍ, ໃຫ້ກຽດປະດັບຊັ້ນໂດຍສະຫາຍ ພົຈວ ແສງປະເສີດ ສຸທຳມະວົງ.
![]() |
ໂອກາດນີ້, ສະຫາຍ ພົຈວ ແສງປະເສີດ ສຸທໍາມະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງນາຍຕຳຫຼວດຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ ພ້ອມທັງເນັ້ນໃຫ້ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ຕ້ອງເປັນແບບຢ່າງໃນການຝຶກຝົນຫຼ່ໍຫຼອມຄຸນສົມບັດ, ສິນທຳປະຕິວັດ, ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ ແລະ ຮັກສາຄວາມສາມັກຄີພາຍໃນກົມກອງໃຫ້ເປັນປຶກແຜ່ນ, ເພີ່ມທະວີຄວາມຮັບຜິດ ຊອບຕໍ່ໜ້າທີ່ການເມືອງ ໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ ຄຽງຄູ່ກັບການນໍາພາ-ຊີ້ນໍາດ້ວຍຄວາມເປັນເອກະພາບຮ່ວມກັບໝູ່ຄະນະ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງກົມສື່ສານໃຫ້ດີຂຶ້ນເປັນກ້າວໆ.
ຂ່າວ-ພາບ: ດວງກາມົນ


ຄໍາເຫັນ