ກົມສື່ສານ ສະຫຼຸບວຽກງານປີ 2025 ແລະ ວາງທິດທາງປີ 2026

ກົມສື່ສານ ສະຫຼຸບວຽກງານປີ 2025 ແລະ ວາງທິດທາງປີ 2026

ກົມສື່ສານ ສະຫຼຸບວຽກງານປີ 2025 ແລະ ວາງທິດທາງປີ 2026
ກົມສື່ສານ ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ວາງທິດທາງປີ 2026 ໃນວັນທີ 3 ມີນານີ້ ໂດຍການເປັນປະທານຂອງທ່ານ ພົຈວ ແສງປະເສີດ ສຸທຳມະວົງ ຫົວໜ້າກົມສື່ສານ, ມີຄະນະພັກ-ຄະນະກົມ, ຫ້ອງການ, ພະແນກ, ຄ້າຍ ພ້ອມດ້ວຍນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ກມສສານ ສະຫບວຽກງານປ 2025 ແລະ ວາງທດທາງປ 2026 - image 1
 

ໃນພິທີ, ທ່ານ ພັທ ຄຳພຸດ ພາມຸງຄຸນ ຫົວໜ້າຫ້ອງການກົມສື່ສານ ໄດ້ຜ່ານບົດສະຫຼຸບວຽກງານປະຈຳປີ 2025 ໃຫ້ຮູ້ວ່າ: ໃນໄລຍະ 1 ປີຜ່ານມາ, ຄະນະພັກ-ຄະນະບັນຊາທຸກຂັ້ນ ໄດ້ເອົາໃຈໃສ່ສຶກສາອົບຮົມການ ເມືອງ-ແນວຄິດໃຫ້ນາຍ ແລະ ພົນຕຳຫຼວດ ພາຍໃນກົມກອງຢ່າງເປັນປົກກະຕິ ເຮັດໃຫ້ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີແບບແຜນວິທີເຮັດວຽກ ແລະ ພ້ອມກັນເຮັດສໍາເລັດໜ້າທີ່ການເມືອງ ສະແດງອອກວຽກງານຫ້ອງການ ແລະ ວຽກງານວິຊາສະເພາະ ໄດ້ຍົກສູງຄຸນນະ ພາບ, ວຽກງານເປັນເສນາທິການຮັບໃຊ້ຄະນະພັກ-ຄະນະບັນຊາ ໃນການຄົ້ນຄວ້າ, ກວດກາ, ຄຸມຄອງຂໍ້ມູນຂ່າວສານ ແລະ ສ້າງແຜນການ, ຕີລາຄາ, ຄາດຄະເນສະພາບການ, ສະຫຼຼຸບສັງລວມ ພ້ອມທັງສໍານວນ-ສໍາເນົາບັນດາເອກະສານຕ່າງໆ ຕາມພາລະບົດບາດ, ສິດ ແລະ ໜ້າທີ່; ໄດ້ເຂົ້າຮ່ວມບັນດາກອງປະຊຸມຕ່າງໆ ຮ່ວມກັບກະຊວງເຕັກໂນໂລຊີ ແລະ ການສື່ສານ ກ່ຽວກັບວຽກງານການຫັນເປັນດີຈີຕອນຂອງກະຊວງ ປກສ ຈໍານວນ 8 ຄັ້ງ, ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກໍາ ຮ່ວມກັບກະຊວງເຕັກໂນໂລຊີ ແລະ ການສື່ສານ 1 ຄັ້ງ ມີຜູ້ເຂົ້າຮ່ວມ 96 ສະຫາຍ ຍິງ 16 ສະຫາຍ, ເປັນເຈົ້າການຕິດຕາມ ກວດກາເຄື່ອງອຸປະກອນສື່ສານໃຫ້ມີຄວາມຮັບປະກັນໃນການນໍາໃຊ້ ເຂົ້າໃນວຽກງານຕິດຕໍ່ສື່ສານຂອງກໍາລັງ ປກສ, ຄົ້ນຄວ້າບັນດາຄູ່ມືການນໍາໃຊ້, ການບໍາລຸງຮັກສາ, ການຕິດຕາມບັນດາເຄື່ອງຈັກອຸປະກອນເຕັກນິກ ເພື່ອອໍານວຍຄວາມສະດວກໃຫ້ການຮັບໃຊ້ຕົວຈິງ ແລະ ການນໍາໃຊ້ລະບົບເຄື່ອງຈັກ, ອຸປະກອນເຕັກນິກສື່ສານ ຂອງບັນດາກົມກອງທ້ອງຖິ່ນໃຫ້ມີຄວາມເປັນເອກະພາບ ຖືກຕ້ອງຕາມມາດຕະຖານ ມີປະສິດທິພາບສູງ, ຮັບປະກັນລະບົບການຕິດຕໍ່ສື່ສານໃຫ້ກໍາລັງ ປກສ ປະກອບມີລະບົບສູນວິທະຍຸໃນທົ່ວປະເທດ 149 ສູນ ແລະ ສາມາດຮັບປະກັນວຽກງານວິຊາສະເພາະໃນສະເພາະໜ້າ ແລະ ຍາວນານ, ໄດ້ຕິດຕັ້ງ ແລະ ສ້ອມແປງໂທລະສັບໃຫ້ກົມກອງອ້ອມຂ້າງກະຊວງຈໍານວນ 100 ເລກໝາຍ. ໃນນີ້, ຕິດຕັ້ງຈໍານວນ 12 ເລກໝາຍ, ຍົກຍ້າຍ 19 ເລກໝາຍ, ປ່ຽນໜ່ວຍໂທລະສັບຈໍານວນ 9 ໜ່ວຍ, ສັບປ່ຽນເບີຈໍານວນ 60 ຄັ້ງ, ສ້ອມແປງເຄື່ອງ FAX ຈໍານວນ 4 ເຄື່ອງ, ສັບປ່ຽນຄູ່ສາຍຈໍານວນ 43 ເລກໝາຍ ແລະ ແກ້ໄຂເບີໂທອອກນອກເຄືອຂ່າຍຈໍານວນ 8 ເລກໝາຍ; ໄດ້ຕິດຕາມ, ຄຸ້ມຄອງ, ກວດກາ Website ຂອງກະຊວງ ປກສ ເປັນປົກກະຕິ, ໃນໄລຍະ 1 ປີຜ່ານມາ, ມີຈໍານວນຜູ້ເຂົ້າຊົມທັງໝົດ 343,428 ເທື່ອຄົນ, ກົມສື່ມວນຊົນໄດ້ລົງຂ່າວທັງໝົດ 474 ເລື່ອງ; ໄດ້ຕິດຕາມກວດກາສະພາບການຕິດຕໍ່ຂອງບັນດາຫ້ອງສາຍ ປກສ ແຂວງທົ່ວປະເທດຈໍານວນ 244 ຫ້ອງສາຍ, ໂດຍລວມແມ່ນຕິດຕໍ່ເປັນປົກກະຕິ ແລະ ໄດ້ປະຈໍາການວິຊາສະເພາະຕະຫຼອດ 24 ຊົ່ວໂມງ, ຮັບປະກັນວຽກງານຮັບ-ສົ່ງຂໍ້ມູນຂ່າວສານແຕ່ສູນກາງ ຫາ ປກສ ແຂວງທົ່ວປະເທດ, ຮັບປະກັນ,ວ່ອງໄວ, ທັນເວລາ ແລະ ຫັນເປັນທັນສະໄໝເທື່ອລະກ້າວ.

ສຳລັບທິດທາງປີ 2026 ເພີ່ມທະວີປັບປຸງກໍ່ສ້າງວຽກງານພັກ ແລະ ກໍ່ສ້າງກໍາລັງ ປກສ ໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ, ປັບປຸງແບບແຜນການບັນຊາທີ່ເດັດດ່ຽວ ເດັດຂາດ, ເພີ່ມຂີດຄວາມສາມາດ, ມີຈັນຍາບັນ ຈັນຍາທໍາ, ມີຄວາມທັນທັນສະໄໝ, ເຊີດຊູບົດບາດ ການນໍາພາເດັດຂາດ ໂດຍກົງ ແລະ ຮອບດ້ານຂອງພັກ ຕໍ່ວຽກງານ ປກສ, ຕັ້ງໜ້າຜັນຂະຫຍາຍແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຂອງພັກຢ່າງແຂງແຮງ ຕິດພັນກັບການຈັດຕັ້ງປະຕິບັດ 3 ທິດນໍາຂອງພັກ ໃນຂົງເຂດວຽກງານ ປກສ ໃຫ້ເປັນຮູບປະທໍາ ມີປະສິດທິພາບ ປະສິດທິຜົນສູງຢ່າງແທ້ຈິງ; ລົງກວດກາ, ຕິດຕາມ ແລະ ຊຸກຍູ້ວຽກງານສື່ສານຢູ່ບັນດາກົມກອງ, ທ້ອງຖິ່ນໃຫ້ເປັນປົກກະຕິ, ເປັນເຈົ້າການສະກັດກັ້ນ ແລະ ແກ້ໄຂບັນຫາໜໍ່ແໜງ ປະກົດການຫຍໍ້ທໍ້ຢູ່ໃນກໍາລັງສື່ສານ ປກສ ໃຫ້ໄດ້ໂດຍພື້ນຖານ.

ຂ່າວ: ສິດທິພັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງປະຊຸມວຽກງານກວດກາ ຂອງຄະນະກວດກາສູນກາງພັກຕໍ່ວຽກງານກວດກາຂອງ ຄອສພ

ກອງປະຊຸມວຽກງານກວດກາ ຂອງຄະນະກວດກາສູນກາງພັກຕໍ່ວຽກງານກວດກາຂອງ ຄອສພ

ກົມກວດກາ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມການລົງຕິດຕາມ, ຊຸກຍູ້ວຽກງານກວດກາ ຂອງຄະນະກວດກາສູນກາງພັກຕໍ່ວຽກງານກວດກາຂອງຄະນະໂຄສະນາອົບຮົມສູນກາງພັກ ຂຶ້ນໃນວັນທີ 5 ພະຈິກນີ້ ທີ່ ຄອສພ, ຈຸດປະສົງເພື່ອເປັນການຕີລາຄາຄືນກ່ຽວກັບການເຄື່ອນໄຫວວຽກງານກວດກາພັກ, ກວດກາລັດ ວຽກງານຄໍາຮ້ອງ ຄໍາສະເໜີ ໃນໄລຍະຜ່ານມາ. ໂດຍການເປັນປະທານຂອງ ທ່ານ ສາຄອນ ພົມມະລາດ ຄະນະປະຈໍາພັກ ຮອງປະທານກວດກາພັກ ຮອງຫົວໜ້າໂຄສະນາອົບຮົມສູນກາງພັກ; ທ່ານ ຊື່ນຊົມ ໄຊເກີຢາຈົງຕົວ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ມີບັນດາປະທານກວດກາ ຕາງໜ້າໜ່ວຍພັກທີ່ໄດ້ເຮັດວຽກງານກວດກາເຂົ້າຮ່ວມ.
ຫສປທ ປາຖະກະຖາວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ

ຫສປທ ປາຖະກະຖາວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ

ຫ້ອງວ່າການສຳນັກງານປະທານປະເທດ (ຫສປທ) ໄດ້ຈັດຕັ້ງປາຖະກະຖາ ວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ (15/8/1991-15/8/2026) ຂຶ້ນ ໃນວັນທີ 5 ພະຈິກນີ້ ທີ່ຫ້ອງປະຊຸມ ຫສປທ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ເລຂາຄະນະພັກ ຫົວໜ້້າຫ້ອງວ່າການສຳນັກງານປະທານປະເທດ, ມີບັນດາຄະນະພັກ, ບັນດາຫົວໜ້າກົມ, ຮອງກົມ, ສະມາຊິກພັກ ແລະ ພະນັກງານເຂົ້າຮ່ວມ.
ປະກາດແຕ່ງຕັ້ງ ແລະ ເລື່ອນຊັ້ນ ໃຫ້ນາຍຕໍາຫຼວດຂັ້ນສູງ

ປະກາດແຕ່ງຕັ້ງ ແລະ ເລື່ອນຊັ້ນ ໃຫ້ນາຍຕໍາຫຼວດຂັ້ນສູງ

ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີປະກາດແຕ່ງຕັ້ງ, ເລື່ອນຊັ້ນໃຫ້ນາຍຕໍາຫຼວດຂັ້ນສູງ ໃນວັນທີ 4 ພະຈິກນີ້, ເປັນປະທານໂດຍທ່ານ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະ ມົນຕີກະຊວງປ້ອງກັນຄວາມສະຫງົບ, ມີຮອງລັດຖະມົນຕີ, ຫົວໜ້າ-ຮອງຫົວໜ້າກົມ, ກອງບັນຊາການ, ພະນັກ ງານຫຼັກແຫຼ່ງ ແລະ ນາຍຕໍາຫຼວດ ທີ່ໄດ້ຮັບການແຕ່ງຕັ້ງ, ເລື່ອນຊັ້ນເຂົ້າຮ່ວມ.
ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ອີງຕາມຂໍ້ມູນທີ່ລັດວິສະຫາກິດກໍ່ສ້າງທາງເລກ 8 ໃຫ້ຮູ້ວ່າ: ໂຄງການປັບປຸງເສັ້ນທາງຫຼວງແຫ່ງຊາດເລກທີ 13 ໃຕ້ ມາຮອດປັດຈຸບັນ, ທາງໂຄງການຜູ້ຮັບເໝົາກໍ່ສ້າງ ກໍຄື ລັດວິສະຫະກິດກໍ່ສ້າງທາງເລກ 8 ກຳລັງຂຸ້ນຂ້ຽວລົງຢາງຂົ້ວ (ອັສຟານຊັ້ນ 1) ນັບແຕ່ກິໂລແມັດທີ 24 ຫາກິໂລແມັດທີ 28 ແລະ ອີກຈຸດໄລຍະທາງແຕ່ກິໂລແມັດທີ 28 ເມືອງໄຊທານີ ຫາກິໂລແມັດທີ 50.2 ເມືອງປາກງື່ມ ນະຄອນຫຼວງວຽງຈັນ
ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ວັນທີ 2 ພະຈິກຜ່ານມານີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ລົງຢ້ຽມຢາມ ແລະ ຕິດຕາມຊຸກຍູ້ວຽກງານຢູ່ຕາແສງຊ້າງມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຂອງ ສະຫາຍ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ ພ້ອມຄະນະນຳ ຂອງນະຄອນຫຼວງວຽງຈັນ, ເມືອງ ແລະ ຄະນະພັກ ຄະນະກຳມະການປົກຄອງຕາແສງ ຕະຫຼອດຮອດພະນັກງານ-ລັດຖະກອນ ຕາແສງຊ້າງມີໄຊ ເຂົ້າຮ່ວມ.
ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ຂອງອົງການກວດສອບແຫ່ງລັດ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ (2026-2030) ໄດ້ຈັດຂຶ້ນໃນວັນທີ 4 ຕຸລານີ້ ທີ່ອົງການກວດສອບແຫ່ງລັດ, ໂດຍການເປັນປະທານ ຂອງ ສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ, ມີຄະນະປະຈຳພັກ, ກຳມະການຄະນະພັກ, ຄະນະກົມ, ຄະນະນໍາອົງການກວດສອບປະຈຳພາກ ແລະ ພະນັກງານເຂົ້າຮ່ວມ.
ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ຈັດພິທີປະກາດເລື່ອນຊັ້ນຜູ້ພິພາກສາ ຈາກຜູ້ພິພາກສາຊັ້ນໜຶ່ງ ຂຶ້ນເປັນຜູ້ພິພາກ ສາຊັ້ນສອງ ໃນວັນທີ 4 ພະຈິກນີ້, ເປັນປະທານໂດຍ ທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ, ມີ ຫ້ອງການ, ກົມ, ຄະນະສານ ພ້ອມດ້ວຍສະຖາບັນ, ພະນັກງານ ແລະ ຜູ້ພິພາກສາ ທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.
9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

ທ່ານ ໄພວັນ ສໍຄົງສິນ ຫົວໜ້າໜ້າຫ້ອງການ ວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເມືອງໂຂງ ແຂວງຈໍາປາສັກ ໄດ້ໃຫ້ສໍາພາດກ່ຽວກັບວຽກງານການທ່ອງທ່ຽວຢູ່ ເມືອງໂຂງ ຕໍ່ນັກຂ່າວໜັງສືພິມປະຊາຊົນ ໂອກາດທີ່ຄະນະຊ່ຽວຊານທະນາຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ ພ້ອມດ້ວຍສື່ມວນຊົນຈາກສູນກາງ ເຄື່ອນໄຫວຢ້ຽມຢາມໂຄງການດັ່ງກ່າວ ລະຫວ່າງວັນທີ 29-31 ຕຸລາ ທີ່ຜ່ານມາ ວ່າ: ເມືອງໂຂງ ເປັນເມືອງໜຶ່ງ ທີ່ມີທ່າແຮງທາງດ້ານການທ່ອງທ່ຽວ ເຫັນວ່າມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ກວ້າງຂວາງ ຊຶ່ງປັດຈຸບັນ ຄະນະນໍາແຂວງ ກໍໄດ້ເອົາໃຈໃສ່ເປັນພິເສດ ຕໍ່ການພັດທະນາ, ສົ່ງເສີມການທ່ອງທ່ຽວ ແລະ ຖືເປັນປາຍແຫຼມ ຂອງການພັດທະນາເສດຖະກິດ-ສັງຄົມຂອງແຂວງ ກໍຄືເມືອງ.
ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພີທີເປີດງານວາງສະແດງ ຜົນງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ ຂຶ້ນໃນວັນທີ 4 ພະຈິກນີ້, ທີ່ ມຊ ໂດຍໃຫ້ກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີຮອງຜູ້ອໍານວຍການ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການ ຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 5 ປີ (2021-2025) ພ້ອມວາງທິດທາງ 5 ປີຕໍ່ໜ້າ (2026-2030) ຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ພະແນກ ສກຂ, ເຂົ້າຮ່ວມຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີທ່ານ ອຸດົມສິນ ສີຊານົນ ກຳມະການພັກແຂວງ ຫົວໜ້າພະແນກ ສກຂ, ມີຄະນະຮັບຜິດຊອບ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ເພີ່ມເຕີມ