![]() |
ການເຝິກອົບຮົມ-ຫັດແອບໃນຄັ້ງນີ້ ມີນັກເຝິກອົບຮົມທັງໝົດ 22 ສະຫາຍ, ຍິງ 16 ສະຫາຍ. ຕະຫຼອດໄລຍະການອົບຮົມ-ຫັດແອບ ໄດ້ຮຽນຮູ້ ແລະ ຝຶກຝົນຢ່າງເຂັ້ມງວດ ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ. ການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້ໃນຄັ້ງນີ້ ແນໃສ່ຍົກສູງລະດັບຄວາມຮູ້ ຄວາມສາມາດ, ສິລະປະຍຸດ-ຍຸດທະວິທີ ແລະ ສະຕິຕື່ນຕົວທາງດ້ານການເມືອງ ໃຫ້ແກ່ກໍາລັງຄູປ້ອງກັນຊາດ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ, ສາມາດຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງກອງທັບ ໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ທັງເປັນກໍາລັງຫຼັກແຫຼ່ງທີ່ມີປະສິດທິພາບສູງ ໃນການປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ພາຍໃນທ້ອງຖິ່ນຂອງຕົນຢ່າງໜັກແໜ້ນ.
ໃນໂອກາດດັ່ງກ່າວ, ສະຫາຍ ພັນໂທ ຈອມມະນີ ແພງຄຳມີ ໄດ້ເນັ້ນໜັກວ່າ ວຽກງານປ້ອງກັນຊາດ ແມ່ນພາລະກິດຂອງທົ່ວປວງຊົນ ໃນນັ້ນ, ຄູອາສາເຂົ້າເປັນລັດຖະກອນປ້ອງກັນຊາດ ເປັນກຳລັງແກນກາງທີ່ມີບົດບາດຊີ້ຂາດໃນການປູກຝັງແນວຄິດ, ຄວາມຮັບຜິດຊອບ ແລະ ຄວາມຮູ້ດ້ານການທະຫານ ໃຫ້ແກ່ຄົນຮຸ່ນໜຸ່ມ, ຕ້ອງເປັນແບບຢ່າງທັງດ້ານຄຸນສົມບັດສິນທຳປະຕິວັດ, ວິຊາສະເພາະ ແລະ ລະບຽບວິໄນ, ເວົ້າໄດ້, ເຮັດໄດ້ ແລະ ສອນໄດ້ແທ້. ຫຼັງຈາກສໍາເລັດການອົບຮົມ-ຫັດແອບ ໃຫ້ແຕ່ລະສະຫາຍນຳເອົາຄວາມຮູ້, ບົດຮຽນ ແລະ ປະສົບການທີ່ໄດ້ຮັບ ໄປຈັດຕັ້ງຜັນຂະຫຍາຍ ແລະ ຖ່າຍທອດຢູ່ຮາກຖານຂອງຕົນ ດ້ວຍຄວາມຮັບຜິດຊອບສູງສຸດ.ຂ່າວ: ນີ່ ທຳມະວົງ

ຄໍາເຫັນ