ພິທີເຊັນສັນຍາການຮ່ວມມືພັດທະນາເຕັກນິກສະຫຼາຍໜິ້ວນອກຮ່າງກາຍ ລະຫວ່າງ ໂຮງໝໍສູນກາງ 103 ກອງທັບ ແລະ ບໍລິສັດ ຕ້າຮົ້ວ ການຄ້າສາກົນ ຈໍາກັດຜູ້ດຽວ ໄດ້ຈັດຂຶ້ນໃນວັນທີ 1 ກັນຍາ 2026 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຄຳແພງ ພູມມາແກ້ວ ຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິການການກອງທັບ, ມີ ສະຫາຍ ພົນຈັດຕະວາ ສະແຫວງໄຊ ດາລາສາດ ຫົວໜ້າການທະຫານ ໂຮງໝໍສູນກາງ 103 ກອງທັບ, ທ່ານ ສິດປະສົງ ລູ່ພາໄຊ ປະທານ ບໍລິສັດ ຕ້າຮົ້ວ ການຄ້າສາກົນ ຈໍາກັດຜູ້ດຽວ, ມີຄະນະພັກ-ຄະນະອໍານວຍການ ແລະ ວິຊາການ ທັງສອງຝ່າຍເຂົ້າຮ່ວມ.
ວັນທີ 27 ສິງຫາຜ່ານມານີ້ ທີ່ຫ້ອງໂຖງຫ້ອງວ່າການແຂວງ, ບໍລິສັດ EDL-T ໄດ້ນຳສິ່ງຂອງອຸປະໂພກ-ບໍລິໂພກແລະເຂົ້າສານລວມມູນຄ່າ 150 ລ້ານກີບມາຊ່ວຍເຫຼືອຜູ້ປະສົບໄພຂອງແຂວງຄຳມ່ວນ,ເພື່ອນຳໄປຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນໍ້າຖ້ວມຢູ່ບັນດາເມືອງຂອງແຂວງຄຳມ່ວນ,ພາຍໃຕ້ໂຄງການ“ແສງແຫ່ງຈໍາປາ”ຂອງEDL-T .
ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດກອງປະຊຸມຄະນະຮັບຜິດຊອບຄົ້ນຄວ້າຮ່າງຄໍາສັ່ງ ວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ຂຶ້ນໃນວັນທີ 2 ກັນຍານີ້, ເປັນປະທານໂດຍສະຫາຍ ພົຕ ກອງສະຫວັດ ບຸນລ້ຽງ ກຳມະການສຳຮອງສູນກາງພັກ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງ ປກສ, ມີບັນດາຄະນະຮັບຜິດຊອບຊີ້ນໍາລວມ, ອະນຸກໍາມະການ ກອງເລຂາເນື້ອໃນການຄົ້ນຄວ້າປັບປຸງຄໍາສັ່ງ ວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມເຂົ້າຮ່ວມ.
ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໄດ້ຈັດງານພິທີຖະແຫຼງຂ່າວ ງານວາງສະແດງຜະລິດຕະພັນລາວ ປະຈໍາປີ 2026 ຂຶ້ນໃນວັນທີ 1 ກັນຍານີ້ ທີ່ ສຄອຊ, ໂດຍການເປັນປະທານ ຂອງທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ມີ ທ່ານ ວິທູນ ສິດທິມໍລະດາ ຮອງຫົວໜ້າກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະ ໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ; ທ່ານ ພູທອງ ພົນວີໄຊ ຮອງປະທານ ສຄອ ແຂວງຫົວພັນ. ມີພາກສ່ວນໃຫ້ການອຸປະຖຳ, ພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ.
ວັນທີ 1 ກັນຍາ 2026 ນີ້ ທີ່ KOKKOK Mega ປະຕູໄຊ, ກຸ່ມບໍລິສັດ Lao Telecom (Lao Telecom, TPlus, MmoneyX) ເຊັນສັນຍາການຮ່ວມມື ກັບ Bundesliga ລີກບານເຕະ ປະເທດເຢຍລະມັນ (ພ້ອມຍົກລະດັບຄວາມບັນເທີງລະດັບໂລກ ແລະ ແນະນຳໂຕ "LTC Play" ຮູບແບບໃໝ່) ໃຫ້ກຽດເປັນປະທານໂດຍທ່ານ ສຸພົນ ຈັນທະວີໄຊ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ທ່ານ ວິເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ, ທ່ານ Mr. Werner Grohé ເລຂານຸການເອກ (First Secretary) ປະຈຳສະຖານທູດເຢຍລະມັນ ທີ່ນະຄອນຫຼວງວຽງຈັນ, ສປປ ລາວ, ທ່ານ ມະໂນ ນຸວັນນະສັກ ຫົວໜ້າຝ່າຍກົນລະຍຸດ ຂອງໂຄງການ Bundesliga ປະຈຳ Asia Pacific, ພ້ອມດ້ວຍ ຫົວໜ້າກົມກິລາ ລະດັບສູງ, ຫົວໜ້າກົມສື່ມວນຊົນ ແລະ ຄະນະຜູ້ບໍລິຫານ-ພະນັກງານ ບໍລິສັດໃນເຄືອ, ຄູ່ຮ່ວມທຸລະກິດ, ບັນດາສື່ມວນຊົນ ແລະ ບັນດາກອງເຊຍບານເຕະ ກໍໄດ້ໃຫ້ກຽດເຂົ້າຮ່ວມ.
ໃນວັນທີ 31 ສິງຫາຜ່ານມາ, ສະຫາຍ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບໄດ້ໂອ້ລົມພະນັກງານຫຼັກແຫຼ່ງ ຢູ່ກອງພົນທີ 5, ມີສະຫາຍ ພົນຈັດຕະວາ ບຸນສົມ ອິນທະລາ ຫົວໜ້າການທະຫານກອງພົນທີ 5, ສະຫາຍ ພົນຈັດຕະວາ ຄຳກົດ ອິນສີນາ ຫົວໜ້າການເມືອງກອງພົນທີ 5, ມີຄະນະພັກ-ຄະນະບັນຊາ ອົງການ, ຫ້ອງ, ກອງພັນໃຫຍ່, ສູນຝຶກ, ກອງພັນ, ໂຮງໝໍ ແລະ ກອງຮ້ອຍເອກະລາດ ເຂົ້າຮ່ວມ.
ໃນວັນທີ 28 ສິງຫາຜ່ານມາ ທີ່ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດພິທີມອບ-ຮັບໜ້າທີ່ຫົວໜ້າຫ້ອງການກົມຈຳນວນໜຶ່ງ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ ສນຊ, ຫົວໜ້າ-ຮອງຫົວໜ້າຫ້ອງການກົມ, ສູນຄົ້ນຄວ້າ ແລະ ຝຶກອົບຮົມ ສນຊ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຕິດຕາມກວດກາ ແລະ ຊຸກຍູ້ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການແກ້ໄຂຄໍາຮ້ອງທຸກຂອງປະຊາຊົນ ຈັດຂຶ້ນໃນວັນທີ 31 ສິງຫາຜ່ານມາທີ່ ເມືອງຫີນບູນແຂວງຄຳມ່ວນໂດຍການເປັນປະທານຮ່ວມຂອງ ທ່ານ ນິລະພົນ ສຸວັນນະລາດ ຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກົດໝາຍ ແລະ ຍຸຕິທໍາ, ທ່ານ ຄໍາສິງ ອໍລະວັນ ເລຂາຄະນະບໍລິຫານງານພັກເມືອງຫົວໜ້າສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຫີນບູນ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ບຸນຈັນ ສີວົງພັນ ກໍາມະການສູນກາງພັກຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈໍາເຂດເລືອກຕັ້ງທີ 16 ແຂວງເຊກອງ ພ້ອມຄະນະ ໄດ້ລົງພົບປະ ແລະ ແລກປ່ຽນຄວາມຄິດເຫັນກັບຜູ້ມີສິດເລືອກຕັ້ງ ຢູ່ເມືອງລະມາມ ແຂວງເຊກອງໃນວັນທີ 31 ສິງຫາຜ່ານມາ ໂດຍມີທ່ານ ດາວວີ ສວຍທະລັງສີ ເລຂາພັກເມືອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ຊຸດທີ V ປະຈໍາເຂດເລືອກຕັ້ງເມືອງລະມາມ, ມີການນໍາແຂວງ-ເມືອງ, ພະແນກ, ຫ້ອງການ, ຕາແສງ, ບ້ານ ແລະ ປະຊາຊົນຜູ້ມີສິດເລືອກຕັ້ງ ເຂົ້າຮ່ວມ.
ແຂວງວຽງຈັນໄດ້ອະນຸມັດໃຫ້ ບໍລິສັດ ຍອດເພຍຈັນ ການລົງທຶນແລະສົ່ງເສີມການຄ້າການຮ່ວມທຶນຈຳກັດສຶກສາ-ສຳຫຼວດຄວາມເປັນໄປໄດ້ ໂຄງການສຳປະທານດິນລັດເພື່ອພັດທະນາກະສິກຳແບບຄົບວົງຈອນ ຕິດພັນກັບການທ່ອງທ່ຽວຢູ່ບ້ານໂພນໄຊເມືອງເຟືອງແຂວງວຽງຈັນ, ໃນເນື້ອທີ່ 125 ເຮັກຕາ.
ຄໍາເຫັນ