ກອງປະຊຸມ ຄັ້ງທີ 47 ຄະນະກຳມະການຮ່ວມມືທະວິພາຄີ

ກອງປະຊຸມ ຄັ້ງທີ 47 ຄະນະກຳມະການຮ່ວມມືທະວິພາຄີ ລາວ-ຫວຽດນາມ

ກອງປະຊຸມ ຄັ້ງທີ 47 ຄະນະກຳມະການຮ່ວມມືທະວິພາຄີ  ລາວ-ຫວຽດນາມ
ກອງປະຊຸມຄັ້ງທີ 47 ຂອງຄະນະກຳມະກໍາຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສສຫວຽດນາມ ປະຈຳປີ 2025 ໄດ້ຈັດຂຶ້ນໃນ ວັນທີ 9 ມັງກອນນີ້ ທີ່ນະຄອນຫຼວງວຽງຈັນ,

 

ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຮ່ວມຂອງທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີແຫ່ງ ສປປລາວ,ທ່ານ ຟ້າມ ມິງ ຈິງນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ,ມີຄະນະຜູ້ແທນຝ່າຍລາວ-ຫວຽດນາມເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ, ສອງຝ່າຍ ໄດ້ຮ່ວມກັນຕີລາຄາຜົນຂອງການຈັດຕັ້ງປະຕິບັດຂໍ້ຕົກລົງຂອງການນໍາຂັ້ນສູງກໍຄື ແຜນການຮ່ວມມື ລະຫວ່າງສອງລັດຖະບານ ປະຈຳປີ 2024 ແລະ ພ້ອມກັນປຶກສາຫາລືວາງທິດທາງແຜນການຮ່ວມມືໃນປີ 2025.ກອງປະຊຸມຄັ້ງນີ້ນາຍົກລັດຖະມົນຕີຂອງສອງປະເທດ ໄດ້ຕີລາຄາສູງ ຕໍ່ບັນດາຜົນສຳເລັດຂອງການຈັດຕັ້ງປະຕິບັດຂໍ້ຕົກລົງແຜນການຮ່ວມມືປະຈໍາປີ 2024 ກໍຄືທິດທາງແຜນການຮ່ວມມື ປະຈໍາປີ 2025, ໃນນັ້ນ: ການຮ່ວມມືດ້ານການເມືອງ-ການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສືບຕໍ່ມີສະຖຽນລະພາບ, ສ້າງຄວາມໄວ້ເນື້ອເຊື່ອໃຈ ຊຶ່ງກັນແລະ ກັນ ນັບມື້ນັບຫຼາຍຂຶ້ນ; ມູນຄ່າການຄ້າຂອງສອງປະເທດ ບັນລຸໄດ້ຫຼາຍກວ່າ 2 ຕື້ໂດລາ, ເພີ່ມຂຶ້ນປະມານ 34% ທຽບໃສ່ປີ 2023, ລື່ນຄາດໝາຍທີ່ສອງຝ່າຍໄດ້ກຳນົດໄວ້; ການລົງທຶນຂອງຫວຽດນາມຢູ່ລາວ ບັນລຸໄດ້ໝາກຜົນຢ່າງຕັ້ງໜ້າ,ໂຄງການຂະໜາດໃຫຍ່ຈໍານວນໜຶ່ງໃນຂົງເຂດພະລັງງານເປັນຕົ້ນ:ໂຄງການໄຟຟ້າພະລັງງານລົມ ເຈື່ອງເຊີນ, ໂຄງການພະລັງງານລົມ ສະຫວັນ 1,... ໄດ້ຮັບການຊຸກຍູ້ຈັດຕັ້ງຜັນຂະຫຍາຍເປັນຢ່າງດີ, ເຮັດໃຫ້ມູນຄ່າທຶນຈົດທະບຽນການລົງທຶນຂອງວິສາຫະກິດຫວຽດນາມ ເຂົ້າມາລາວ ໃນປີ 2024 ບັນລຸ 191.1 ລ້ານໂດລາ, ເພີ່ມຂຶ້ນ 61.1% ທຽບໃສ່ປີ 2023; ລັດຖະບານຫວຽດນາມ ໄດ້ສືບຕໍ່ຊ່ວຍທຶນກໍ່ສ້າງ ພະນັກງານ ແລະ ນັກຮຽນ, ນັກສຶກສາລາວ ໄປຮຽນຢູ່ຫວຽດນາມ, ສະເພາະປີ 2025 ນີ້ ແມ່ນ 1,160 ທຶນ.

ຜົນສຳເລັດຂອງກອງປະຊຸມໃນຄັ້ງນີ້ເປັນການປະກອບສ່ວນທີ່ສຳຄັນໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ລາວ ແລະ ຫວຽດນາມ ໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ; ໃນໂອກາດດຽວກັນ, ສອງນາຍົກລັດຖະມົນຕີ ລາວ ແລະຫວຽດນາມ ໄດ້ເປັນສັກຂີພິຍານ ໃນການລົງນາມບົດບັນທຶກກອງປະຊຸມຄັ້ງທີ 47, ຂໍ້ຕົກລົງວ່າດ້ວຍແຜນການຮ່ວມມື ປະຈຳປີ 2025 ຂອງສອງຄະນະກໍາມະການຮ່ວມມື ລາວແລະຫວຽດນາມ ແລະ ບັນດາເອກະສານຮ່ວມມືລະຫວ່າງສອງຝ່າຍ ອີກຈໍານວນໜຶ່ງ.

(ຂ່າວ-ພາບ:ສຳນານ)

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງການເງິນ ຄັ້ງທີ IV ເລືອກເອົາ ສະຫາຍ ສັນຕິພາບ ພົມວິຫານ ເປັນ ເລຂາຄະນະບໍລິຫານງານພັກ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງການເງິນ ຄັ້ງທີ IV ເລືອກເອົາ ສະຫາຍ ສັນຕິພາບ ພົມວິຫານ ເປັນ ເລຂາຄະນະບໍລິຫານງານພັກ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການເງິນ ຄັ້ງທີ IV ເປີດຂຶ້ນ ແລະ ປິດລົງໃນວັນທີ 1 ພະຈິກນີ້ ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທານຂອງສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງການເງິນ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີສະຫາຍ ວິໄລວົງ ບຸດດາຄໍາ ກຳມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ບັນດາຜູ້ແທນສົມບູນ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.
ກະຊວງ​ການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ

ກະຊວງ​ການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ

ກະຊວງ​ການເງິນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງຂະແໜງການເງິນ ຄົບຮອບ 75 ປີ (13 ສິງຫາ 1950 - 13 ສິງຫາ 2025) ຂຶ້ນໃນວັນທີ 31 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາລັດຖະມົນຕີ, ປະທານ-ຮອງປະທານຄະນະກຳມະການປົກຄອງແຂວງ-ນະຄອນຫຼວງວຽງຈັນ, ຮອງລັດຖະມົນຕີ, ບັນດາອະດີດພະນັກງານການນໍາກະຊວງການເງິນ, ພະນັກງານຫຼັກແຫຼ່ງ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI

ກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI

ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ແລະ ທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 2 ຂຶ້ນໃນວັນທີ 30 ຕຸລາ ນີ້ ທີ່ຈຸດທາບທາມກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງ ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະນໍາຂອງສອງກໍາລັງປະກອບອາວຸດ, ພ້ອມດ້ວຍຜູ້ແທນກອງປະຊຸມ ເຂົ້າຮ່ວມ.
ການນໍາຂັ້ນສູງ ສປປ ລາວ ຮ່ວມໄວ້ອາໄລ ຕໍ່ການສິ້ນພະຊົນ ຂອງສົມເດັດພະນາງເຈົ້າສິຣິກິດ

ການນໍາຂັ້ນສູງ ສປປ ລາວ ຮ່ວມໄວ້ອາໄລ ຕໍ່ການສິ້ນພະຊົນ ຂອງສົມເດັດພະນາງເຈົ້າສິຣິກິດ

ໃນຕອນເຊົ້າວັນທີ 29 ຕຸລາ ນີ້, ການນໍາຂັ້ນສູງ ນໍາໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີເຊັນປຶ້ມໄວ້ອາໄລ ເພື່ອສະແດງຄວາມເສົ້າສະຫຼົດໃຈ ຕໍ່ການສິ້ນພະຊົນ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍລົມຣາຊິນີນາດ ພະບໍຣົມຣາຊະຊົນນະນີພັນປີຫຼວງ (ແມ່ຂອງ ພະບາດສົມເດັດ ເຈົ້າຊີວິດ ຣາຊະການທີ 10) ທີ່ສະຖານເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ.
ນາຍົກລາວ ພົບປະກັບ ນາຍົກນິວຊີແລນ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກລາວ ພົບປະກັບ ນາຍົກນິວຊີແລນ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ໃນວັນທີ 27 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ຄຣິດສຕອບເຟີ ລັກຊອນ(Christopher LUXON) ນາຍົກລັດຖະມົນຕີ ແຫ່ງ ນິວຊີແລນ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26-28 ຕຸລາ 2025.
ນາຍົກລາວ ແລະ ປະທານສະພາມົນຕີເອີຣົບ ປຶກສາຫາລືເສີມຂະຫຍາຍການພົວພັນຮ່ວມມື

ນາຍົກລາວ ແລະ ປະທານສະພາມົນຕີເອີຣົບ ປຶກສາຫາລືເສີມຂະຫຍາຍການພົວພັນຮ່ວມມື

ໃນວັນທີ 27 ຕຸລາ ນີ້ ທີ່ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ອັນໂຕນິໂອ ຄອດສຕາ (António Costa) ປະທານສະພາມົນຕີເອີຣົບ ແຫ່ງ ສະຫະພາບເອີຣົບ (ອີຢູ) ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງໃນວັນທີ 26-28ຕຸລາ 2025.
ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລຳເປີ ມາເລເຊຍ

ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລຳເປີ ມາເລເຊຍ

ໃນວັນທີ 27 ຕຸລານີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ - ສ ເກົາຫຼີ ຄັ້ງທີ 26, ກອງປະຊຸມສຸດຍອດອາຊຽນບວກສາມ (APT) ຄັ້ງທີ 28, ກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອັສ) ຄັ້ງທີ 20 ແລະ ກອງປະຊຸມສຸດຍອດອາຊຽນ-ສະຫະປະຊາຊາດ ຄັ້ງທີ 15.
ນາຍົກລາວ-ຫວຽດນາມ-ກໍາປູເຈຍ ພົບປະປຶກສາຫາລືການພົວພັນຮ່ວມມືສາມຝ່າຍໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກລາວ-ຫວຽດນາມ-ກໍາປູເຈຍ ພົບປະປຶກສາຫາລືການພົວພັນຮ່ວມມືສາມຝ່າຍໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ໃນຕອນເຊົ້າວັນທີ 27 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມຮັບປະທານອາຫານເຊົ້າແບບເຮັດວຽກ ຮ່ວມກັບພະນະທ່ານ ຟ້າມ ມິງຈິງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ແລະ ສົມເດັດຮຸນມາແນດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ ຕາມການເຊື້ອເຊີນຂອງຝ່າຍກໍາປູເຈຍໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງໃນວັນທີ 26-87 ຕຸລາ 2025.
ນາຍົກ ຕ້ອນຮັບຮອງປະທານທະນາຄານໂລກ ຜູ້ຊີ້ນຳວຽກງານກຸ່ມປະເທດອາຊີຕາເວັນອອກ ແລະ ປາຊີຟິກ

ນາຍົກ ຕ້ອນຮັບຮອງປະທານທະນາຄານໂລກ ຜູ້ຊີ້ນຳວຽກງານກຸ່ມປະເທດອາຊີຕາເວັນອອກ ແລະ ປາຊີຟິກ

ໃນວັນທີ 26 ຕຸລາ ນີ້ ທີ່ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ຄາລອດສ ຟິລິບເປ ຈາຣາມິໂລ (Carlors Felipe Jaramillo) ຮອງປະທານທະນາຄານໂລກ (WB) ຜູ້ຊີ້ນຳວຽກງານກຸ່ມປະເທດອາຊີຕາເວັນອອກ ແລະ ປາຊີຟິກ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26-28 ຕຸລາ 2025.
ສອງນາຍົກ ລາວ ແລະ ຫວຽດນາມ ປຶກສາຫາລືຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ສອງນາຍົກ ລາວ ແລະ ຫວຽດນາມ ປຶກສາຫາລືຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໃນວັນທີ 26 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26-28 ຕຸລາ 2025.
ເພີ່ມເຕີມ