ກອງປະຊຸມຄະນະກຳມະການຄຸ້ມຄອງໄພພິບັດທົ່ວປະເທດ

ກອງປະຊຸມຄະນະກຳມະການຄຸ້ມຄອງໄພພິບັດທົ່ວປະເທດປະຈຳປີ2024

ກອງປະຊຸມຄະນະກຳມະການຄຸ້ມຄອງໄພພິບັດທົ່ວປະເທດປະຈຳປີ2024
ກອງປະຊຸມຄະນະກຳມະການຄຸ້ມຄອງໄພພິບັດທົ່ວປະເທດ ປະຈຳປີ 2024 ແລະ ວາງທິດທາງແຜນການປີ 2025 ໄດ້ຈັດຂຶ້ນໃນວັນທີ 21 ມັງກອນ ນີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ

ຮອງນາຍົກລັດຖະມົນຕີ ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ (ຄພສ), ມີ ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຮອງປະທານ ຄພສ, ມີບັນດາຮອງລັດຖະມົນຕີ, ຮອງເຈົ້າແຂວງ, ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ, ນະຄອນຫຼວງວຽງຈັນ, ກອງເລຂາຄະນະກໍາມະການຄຸ້ມຄອງໄພພິບັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກ່າວວ່າ: ກອງປະຊຸມຄັ້ງນີ້ເປັນກອງປະຊຸມທີ່ມີຄວາມສໍາຄັນ ໃນ 1 ປີຜ່ານມາ ທາງຄະນະກຳມະການຄຸ້ມຄອງໄພພິບັດທັງຂັ້ນສູນກາງ ແລະ ຂັ້ນແຂວງຈະໄດ້ພ້ອມກັນ ເພື່ອຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງ ໄພພິບັດ, ການສ້າງຄວາມເປັນເອກະພາບສູງ ແລະ ສ້າງຄວາມກຽມພ້ອມຕອບໂຕ້ສຸກເສີນ ຮັບມືກັບໄພພິບັດທີ່ອາດຈະເກີດຂຶ້ນໃນປີ 2025 ໃນຂອບເຂດທົ່ວປະເທດ. ພ້ອມນີ້ ທ່ານຍັງຮຽກຮ້ອງມາຍັງບັນດາທ່ານຜູ້ແທນກອງປະຊຸມ ຈົ່ງພ້ອມກັນສຸມສະຕິປັນຍາເຂົ້າໃນການປຶກສາຫາລື, ປະກອບຄໍາຄິດເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ກອງປະຊຸມບັນລຸຕາມຈຸດປະສົງ ລະດັບຄາດໝາຍທີ່ວາງໄວ້.

ໃນປີ 2024 ຜ່ານມາ, ໄດ້ມີເຫດການໄພພິບັດທີ່ເກີດຂຶ້ນຢູ່ບັນດາແຂວງໃນຂອບເຂດທົ່ວປະເທດ ຊຶ່ງເຫັນໄດ້ວ່າເປັນເຫດການໜຶ່ງທີ່ມີຄວາມຮຸນແຮງ ໂດຍສະເພາະເຫດການລົມພາຍຸພັດ, ດິນເຈື່ອນ, ນໍ້າຖ້ວມຊຸ ແລະ ນໍ້າຖ້ວມຂັງ. ໃນໄລຍະທ້າຍເດືອນກໍລະກົດ ຫາເດືອນກັນຍາ 2024 ມີເຫດການລົມພາຍຸດີເປເຊີນ, ພາຍຸພາພິລຸນ, ພາຍຸຢາກິ ແລະ ພາຍຸຊູລິກ ທີ່ພັດຜ່ານເຂົ້າມາ ສປປ ລາວ ເຮັດໃຫ້ຫຼາຍແຂວງໄດ້ຮັບຜົນກະທົບທັງໝົດ 16ແຂວງ 1 ນະຄອນຫຼວງ, ມີແຕ່ແຂວງອັດຕະປື ແມ່ນບໍ່ໄດ້ຮັບຜົນກະທົບ, ຕາມການເກັບກຳຂໍ້ມູນຂອງກອງເລຂາ ແລະ ລາຍງານຂອງບັນດາແຂວງ, ເຫັນໄດ້ວ່ານັບມື້ສະພາບໄພພິບັດມີຄວາມຮຸນແຮງ, ແຂວງທາງພາກເໜືອບໍ່ເຄີຍມີນໍ້າຖ້ວມຂັງ ແລະ ຮຸນແຮງກໍມີ ຄື: ໃນປີ 2024 ແຂວງຫົວພັນ, ຫຼວງນໍ້າທາ, ໄຊຍະບູລີ, ຫຼວງພະບາງ ແລະ ແຂວງອື່ນໆ ຊຶ່ງສ້າງຄວາມເສຍຫາຍເປັນຈໍານວນຫຼາຍສົມຄວນ.

ຕໍ່ກັບສະພາບໄພພິບັດທີ່ເກີດຂຶ້ນ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ, ຕິດຕາມ, ຊຸກຍູ້ການຄວບຄຸມ, ແກ້ໄຂສຸກເສີນ, ຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດຢູ່ບັນດາແຂວງໃຫ້ສາມາດກັບສູ່ສະພາບປົກກະຕິໄດ້ຢ່າງວ່ອງໄວ, ໄດ້ຮີບຮ້ອນຟື້ນຟູສຸກເສີນ, ຮີບດ່ວນດ້ານພື້ນຖານໂຄງລ່າງ, ດ້ານການຜະລິດກະສິກຳ ແລະ ໄດ້ສະເໜີລັດຖະບານອະນຸມັດແກ້ໄຂໂຄງການຟື້ນຟູສຸກເສີນ ແລະ ຟື້ນຟູໄລຍະຍາວເຂົ້າໃນແຜນຟື້ນຟູປົກກະຕິ ແຜນລົງທຶນຂອງລັດ ປີ 2025 ນີ້. ພ້ອມນີ້, ເພື່ອເປັນການປັບປຸງກົນໄກການປະສານງານ ຂອງຄະນະກຳມະການຄຸ້ມຄອງໄພພິບັດ ຢູ່ແຕ່ລະຂັ້ນໃຫ້ມີຄວາມເຂັ້ມແຂງ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານປ້ອງກັນ, ຄວບຄຸມ ແລະ ຟື້ນຟູຫຼັງໄພພິບັດ ໃຫ້ໄດ້ຮັບຜົນດີ ໂດຍໄດ້ຊຸກຍູ້ການສ້າງຄວາມເຂັ້ມແຂງໃຫ້ແກ່ກອງທຶນຄຸ້ມຄອງໄພພິບັດຂັ້ນສູນກາງທາງລັດຖະບານກໍອະນຸມັດງົບປະ

ມານຈໍານວນໜຶ່ງເຂົ້າກອງທຶນ, ຂັ້ນສູນກາງ ແລະ ທ້ອງຖິ່ນ ກໍໄດ້ມີການສ້າງຕັ້ງກອງທຶນໃນຂັ້ນຂອງຕົນ ໃຫ້ສາມາດສະໜອງຕໍ່ວຽກງານການ ຕອບໂຕ້ສຸກເສີນ, ຊຸກຍູ້ການສ້າງແຜນຍຸດທະສາດຫຼຸດຜ່ອນຄວາມສ່ຽງໄພພິບັດຂັ້ນແຂວງ ແລະ ແຜນປະຕິບັດງານຫຼຸດຜ່ອນຄວາມສ່ຽງໄພພິບັດຂັ້ນເມືອງ ແລະ ສ້າງແຜນກຽມພ້ອມຕອບໂຕ້ໄພພິບັດປະຈໍາປີ ແຕ່ສູນກາງຮອດທ້ອງຖິ່ນ, ສ້າງຄວາມເຂັ້ມແຂງໃຫ້ພາກສ່ວນທີ່ກ່ຽວຂ້ອງໃນວຽກງານຄຸ້ມຄອງ ໄພພິບັດໃນຂອບເຂດທົ່ວປະເທດ, ສ້າງທີມງານປະເມີນຜົນສຸກເສີນຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ, ຍົກລະດັບວຽກງານເຕືອນໄພ ໃຫ້ສັງຄົມສາມາດຮັບຮູ້ຂໍ້ມູນຂ່າວສານຢ່າງວ່ອງໄວ, ຊັດເຈນ ແລະ ສ້າງສູນປະຕິບັດງານສຸກເສີນໃຫ້ບາງແຂວງ.

ທ່ານ ວົງຄໍາ ພັນທະນຸວົງ ຫົວໜ້າກົມສັງຄົມສົງເຄາະ ກະຊວງ ຮສສ ຫົວໜ້າກອງເລຂາ ຄພສ ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດ ປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025 ແລະ ແຜນກຽມພ້ອມຕອບໂຕ້ໄພພິບັດ ປີ 2025 ວ່າ: ໃນໄລຍະ 1 ປີຜ່ານມາ, ໄດ້ມີເຫດການໄພພິບັດເກີດຂຶ້ນໃນຂອບເຂດທົ່ວປະເທດທັງໝົດ 69 ຄັ້ງ, ສົ່ງຜົນກະທົບຢູ່ 16 ແຂວງ, 147 ເມືອງ, 1,730 ບ້ານ, 58,753 ຄອບຄົວ, 271,168 ຄົນ ຍິງ 124,213 ຄົນ, ເສຍຊີວິດ 17 ຄົນ, ບາດເຈັບ 58 ຄົນ, ເຮືອນເປ່ເພ 6,432 ຫຼັງ, ເຮືອນຖືກເສຍຫາຍ 100% 110 ຫຼັງ, ໂຮງຮຽນ 126 ແຫ່ງ, ສະໜາມບິນ 1 ແຫ່ງ, ສັດລ້ຽງ 4,349 ໂຕ, ເນື້ອທີ່ 41,027 ເຮັກຕາ ແລະ ຊົນລະປະທານ 118 ແຫ່ງ ລວມມູນຄ່າເສຍຫາຍທັງໝົດ 6,747,509,456,029 ກີບ. ຈາກນັ້ນ, ຜູ້ເຂົ້າຮ່ວມໃນກອງປະຊຸມ, ກໍໄດ້ຮ່ວມກັນປຶກສາຫາລືແລກປ່ຽນຄວາມຄິດເຫັນ ເພື່ອຊອກຫາວິທີທາງໃນການແກ້ໄຂບາງບັນຫາທີ່ຍັງຄົງຄ້າງ ແລະ ຍັງເປັນສິ່ງທ້າທາຍ ເພື່ອເອກະພາບກັນສືບຕໍ່ຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດໃນປີ 2025 ໃຫ້ໄດ້ຮັບໝາກຜົນດີຂຶ້ນກວ່າເກົ່າ.

ຕອນທ້າຍກອງປະຊຸມຄັ້ງນີ້ໄດ້ມີພິທີມອບໂຕເລກໂຄງການຟື້ນຟູແກ້ໄຂໃຫ້ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກໄພພິບັດ ປີ 2024 ທີ່ຜ່ານມາ. ໃນນັ້ນມີ 7 ແຂວງຄື: ແຂວງຫຼວງນໍ້າທາ50 ໂຄງການລວມມູນຄ່າ 144,205,402,160 ກີບ ໃນນີ້: ດ້ານການຊ່ວຍເຫຼືອສັງຄົມສົງເຄາະ, ດ້ານກະສິກໍາ ແລະ ປ່າໄມ້, ດ້ານໂຍທາທິການ ແລະ ຂົນສົ່ງແລະ ດ້ານສຶກສາທິການ ແລະ ກິລາ; ແຂວງຫົວພັນ 42ໂຄງການ ລວມມູນຄ່າ 33,915,462,021 ກີບ; ແຂວງໄຊຍະບູລີ28 ໂຄງການລວມມູນຄ່າ 17,415,869,520 ກີບ; ແຂວງຊຽງຂວາງ 27 ໂຄງການ ລວມມູນຄ່າ 5,333,909,301 ກີບ; ແຂວງຫຼວງພະບາງ 11 ໂຄງການ ລວມມູນຄ່າ 27,978,860,000 ກີບ; ແຂວງບໍລິຄໍາໄຊ(ກັນຕາຝັ່ງເຈື່ອນ) 1 ໂຄງການລວມມູນຄ່າ 14,674,531,438 ກີບ; ແຂວງບໍ່ແກ້ວ ( ກະສິກໍາ) 1 ໂຄງການລວມມູນຄ່າ 424,157,200 ກີບ; ກະຊວງປ້ອງກັນປະເທດ (ເຂດພັດນາຊົນນະບົດ) 4 ໂຄງການລວມມູນຄ່າ18,624,400,000 ກີບ.

(ຂ່າວ-ພາບ:ຂ່າວສານຮສສ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກະຊວງການເງິນປະດັບຫຼຽນກາລະນຶກ 50 ປີ

ກະຊວງການເງິນປະດັບຫຼຽນກາລະນຶກ 50 ປີ

ກະຊວງການເງິນຈັດພິທີປະດັບຫຼຽນກາລະນຶກ 50 ປີວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (2 ທັນວາ 1975 ຫາ 2 ທັນວາ 2025) ໃຫ້ບັນດາການນໍາ ແລະ ອະດີດການນໍາໃນວັນທີ 30 ທັນວາຜ່ານມາ ທີ່ກະຊວງດັ່ງກ່າວ ໂດຍການເຂົ້າຮ່ວມຂອງທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການເງິນ; ມີບັນດາຮອງລັດຖະມົນຕີ, ອະດີດການນຳ ພ້ອມດ້ວຍພະນັກຫຼັກແຫຼ່ງເຂົ້າຮ່ວມ.
ກອງບັນຊາການປ້ອງກັນທີ່ຕັ້ງເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ

ກອງບັນຊາການປ້ອງກັນທີ່ຕັ້ງເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ

ກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີປະກາດເລື່ອນຊັ້ນໃຫ້ ນາຍ ແລະ ພົນຕຳຫຼວດໃນວັນທີ 31 ທັນວາຜ່ານມາ, ໃຫ້ກຽດເປັນປະທານຂອງສະຫາຍ ພົຈວ ຈັນທອນ ແກ້ວມະນີວົງ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ ພ້ອມດ້ວຍນາຍ ແລະ ພົນຕຳຫຼວດເຂົ້າຮ່ວມ.
ຍທຂ ແຂວງເຊກອງ ປະເມີນກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ຍທຂ ແຂວງເຊກອງ ປະເມີນກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ກອງປະຊຸມປະເມີນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກບໍລິຫານ,ຈັດຕັ້ງ, ກວດກາ, ແຜນການ-ການເງິນ, ໜ່ວຍພັກຂົນສົ່ງກອງຄຸ້ມຄອງ, ເຄຫາຜັງເມືອງ, ໜ່ວຍພັກທາງບົກ-ທາງນ້ຳ ແລະ ໜ່ວຍພັກລັດວິສາຫະກິດນ້ຳປະປາ ທີ່ຂຶ້ນກັບຄະນະພັກຮາກຖານພະແນກໂຍທາທິການ ແລະຂົນສົ່ງ (ຍທຂ) ແຂວງເຊກອງ ໄດ້ມີຂຶ້ນໃນວັນທີ 31 ທັນວາຜ່ານມາ ຢູ່ທີ່ຫ້ອງປະຊຸມພະແນກ ຍທຂ ແຂວງ ພາຍໃຕ້ການເປັນປະທານຂອງ ສະຫາຍ ສາກົນ ພອຍປະເສີດ ຄະນະປະຈຳພັກແຂວງ ປະທານກວດກາພັກ ປະທານອົງການກວດກາລັດ ແຂວງ, ມີສະຫາຍ ແກ້ວປະເສີດ ແກ້ວມະນີວົງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ຍທຂ ແຂວງ, ພາກສ່ວນກ່ຽວຂ້ອງ ແລະ ສະມາຊິກພັກໃນໜ່ວຍເຂົ້າຮ່ວມ.
ສະຫາຍ ພູລຳພອນ ສີຫາວົງ ໄດ້ຮັບເລືອກເປັນເລຂາຄະນະພັກຮາກຖານ ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ

ສະຫາຍ ພູລຳພອນ ສີຫາວົງ ໄດ້ຮັບເລືອກເປັນເລຂາຄະນະພັກຮາກຖານ ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ

ກອງປະຊຸມໃຫຍ່ສະມາຊິກພັກ ຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນວັນທີ 31 ທັນວາ 2025ຜ່ານມາ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານກິດຕິມະສັກຂອງສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ, ພາຍໃຕ້ການເປັນປະທານນຳພາກອງປະຊຸມຂອງສະຫາຍ ພູລຳພອນ ສີຫາວົງ ກຳມະການປະຈຳພັກແຂວງ ເລຂາພັກຮາກຖານຄະນະໂຄສະນາອົບຮົມແຂວງ, ມີບັນດາແຂກຖືກເຊີນ ພ້ອມດ້ວຍບັນດາສະຫາຍຜູ້ແທນສົມບູນຈຳນວນ 55 ສະຫາຍ ຍິງ 23 ສະຫາຍເຂົ້າຮ່ວມ.
ຄຂລຈັດງານສົ່ງທ້າຍປີເກົ່າຄສ 2025 ແລະຕ້ອນຮັບປີໃໝ່ຄສ 2026

ຄຂລຈັດງານສົ່ງທ້າຍປີເກົ່າຄສ 2025 ແລະຕ້ອນຮັບປີໃໝ່ຄສ 2026

ສູນລວມຄຣິສຕະຈັກຂ່າວປະເສີດແຫ່ງສປປລາວ (ຄຂລ) ໄດ້ຈັດງານສົ່ງທ້າຍປີເກົ່າຄສ 2025 ແລະຕ້ອນຮັບປີໃໝ່ຄສ 2026 ແລະສະຫຼຸບຜົນງານການເຄື່ອນໄຫວປະຈໍາປີ 2025 ຂຶ້ນໃນວັນທີ 31 ທັນວາຜ່ານມາທີ່ສູນລວມຄຣິສຕະຈັກຂ່າວປະເສີດບ້ານນາໄຊເມືອງໄຊເສດຖານະຄອນຫຼວງວຽງຈັນ (ນວ) ໂດຍເປັນກຽດເຂົ້າຮ່ວມຂອງທ່ານຄໍາຜອຍວັນນະສານຮອງປະທານສູນກາງແນວລາວສ້າງຊາດ (ສນຊ), ມີທ່ານຄໍາແດງກຸນທະປັນຍາປະທານບໍລິຫານສູນລວມຄຂລ, ມີບັນດາຄຂລອານຸ, ນາຄໍາ, ນວພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ແຂວງວຽງຈັນ ປະກາດການຈັດຕັ້ງ ແລະ ມອບ-ຮັບ ໜ້າທີ່ ຫຼາຍພາກສ່ວນ.

ແຂວງວຽງຈັນ ປະກາດການຈັດຕັ້ງ ແລະ ມອບ-ຮັບ ໜ້າທີ່ ຫຼາຍພາກສ່ວນ.

ໃນວັນທີ 31 ທັນວາ 2025 ນີ້, ຢູ່ທີ່ສະໂມສອນຂອງແຂວງວຽງຈັນ ໄດ້ຈັດພິທີ ປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ ຫົວໜ້າຫ້ອງວ່າການແຂວງ, ພະແນການ, ອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ ພາຍໃນແຂວງ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ, ທ່ານ ພູວົງ ບຸນຊູ ຮອງເລຂາຄະນະບໍລິຫານງານພັກແຂວງ ປະທານຄະນະກຳມະການປົກຄອງແຂວງ, ທ່ານ ບຸນສອນ ເພັດລາວັນ ປະທານສະພາປະຊາຊົນແຂວງ.
ລັດຖະມົນຕີ ກະຊວງ ຍທຂ ຊຸກຍູ້ການກໍ່ສ້າງຂົວຂ້າມນ້ຳເຊໂດນ

ລັດຖະມົນຕີ ກະຊວງ ຍທຂ ຊຸກຍູ້ການກໍ່ສ້າງຂົວຂ້າມນ້ຳເຊໂດນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມຄະນະໄດ້ເດີນທາງເຮັດວຽກຢູ່ ແຂວງສາລະວັນ ໃນວັນທີ 31 ທັນວາ 2025, ເພື່ອຕິດຕາມ ແລະ ຊຸກຍູ້ໂຄງການກໍ່ສ້າງຂົວຂ້າມນ້ຳເຊໂດນ (ເຂດບ້ານບົວລະພາ-ບ້ານຕານປ່ຽວ) ເມືອງຄົງເຊໂດນ, ໂດຍການຕ້ອນຮັບ ແລະ ນໍາພາຂອງ ທ່ານ ດາວວົງ ພອນແກ້ວ ເລຂາຄະນະບໍລິຫານງານພັກແຂວງ, ທ່ານ ປະເດີມພອນ ສົນທະນີ ປະທານຄະນະກໍາມະການປົກຄອງແຂວງ ພ້ອມດ້ວຍຄະນະ.
ມອບ-ຮັບ ໜ້າທີ່ ແລະ ປະກາດການແຕ່ງຕັ້ງຄະນະກໍາມະການປົກຄອງແຂວງຄໍາມ່ວນ

ມອບ-ຮັບ ໜ້າທີ່ ແລະ ປະກາດການແຕ່ງຕັ້ງຄະນະກໍາມະການປົກຄອງແຂວງຄໍາມ່ວນ

ພິທີ ມອບ-ຮັບ ໜ້າທີ່ ແລະ ປະກາດການແຕ່ງຕັ້ງຄະນະກໍາມະການປົກຄອງແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 31 ທັນວາ 2025 ຢູ່ທີ່ຫ້ອງປະຊຸມເຮືອນຮັບແຂກເລກ1 ຂອງແຂວງ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ, ມີສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ ເລຂາພັກແຂວງຄໍາມ່ວນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ມູນຄ່າການປ່ອຍກູ້ໃນແຂວງເຊກອງ ບັນລຸ 97,750 ຕື້ກີບ ສົ່ງເສີມການພັດທະນາເສດຖະກິດ

ມູນຄ່າການປ່ອຍກູ້ໃນແຂວງເຊກອງ ບັນລຸ 97,750 ຕື້ກີບ ສົ່ງເສີມການພັດທະນາເສດຖະກິດ

ໃນວາລະດໍາເນີນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງເຊກອງ ຊຸດທີ IV ໃນວັນທີ 29 ທັນວາ 2025 ໂດຍການເປັນປະທານ ຂອງທ່ານ ດົງເພັດ ພະຍົນ ປະທານສະພາປະຊາຊົນແຂວງ, ທ່ານ ຄໍາແສນ ພະສະແຫວງ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໄດ້ຂຶ້ນຊີ້ແຈງບາງບັນຫາ ທີ່ສະມາຊິກສະພາປະຊາຊົນແຂວງ ໃຫ້ຄວາມສົນໃຈ ແລະ ຊັກຖາມ ໂດຍສະເພາະ ການເຂົ້າເຖິງສິນເຊື່ອດອກເບ້ຍຕໍ່າ ທີ່ລັດຖະບານມີນະໂຍບາຍ ເພື່ອກະຕຸ້ນເສດຖະກິດພາຍໃນປະເທດໃຫ້ມີຄວາມເຂັ້ມແຂງ ແລະ ສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ) ແລະປະຊາຊົນທົ່ວໄປ ໃຫ້ມີການພັດທະນາ.
ສານປະຊາຊົນແຂວງເຊກອງ ຕັດສິນຄະດີຮັບປະກັນຄວາມຖືກຕ້ອງຍຸຕິທໍາ

ສານປະຊາຊົນແຂວງເຊກອງ ຕັດສິນຄະດີຮັບປະກັນຄວາມຖືກຕ້ອງຍຸຕິທໍາ

ສານປະຊາຊົນແຂວງເຊກອງ ເອົາໃຈໃສ່ປັບປຸງແບບແຜນນຳພາ-ວິທີເຮັດວຽກ, ປັບປຸງລະບົບການຈັດຕັ້ງ, ການບໍລິຫານໃຫ້ມີຄຸນນະພາບ ແລະ ເຂັ້ມແຂງ,ບໍາລຸງສ້າງຜູ້ພິພາກສາ-ຜູ້ຊ່ວຍຜູ້ພິພາກສາ ໃຫ້ມີຄວາມຊໍານານງານ, ເຄື່ອນໄຫວປະຕິບັດໜ້າວຽກງານຢ່າງແຂງແຮງ ໂດຍສະເພາະການແກ້ໄຂຄະດີໃຫ້ມີຄວາມຖືກຕ້ອງ, ວ່ອງໄວ, ໂປ່ງໃສ ແລະຮັບປະກັນຄວາມຍຸຕິທໍາໃຫ້ແກ່ສັງຄົມ.
ເພີ່ມເຕີມ