ກອງປະຊຸມຄະນະກຳມະການຊີ້ນຳລະດັບຊາດ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024

ກອງປະຊຸມຄະນະກຳມະການຊີ້ນຳລະດັບຊາດ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024
ໃນຕອນເຊົ້າຂອງວັນທີ 14 ມີນາ ນີ້ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເປັນປະທານກອງປະຊຸມຄະນະກຳມະການຊີ້ນຳລະດັບຊາດເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024ໂດຍການເຂົ້າຮ່ວມຂອງຫົວໜ້າ/ຮອງຫົວໜ້າ 14 ອະນຸກຳມະການພາຍໃຕ້ຄະນະກຳມະການຊີ້ນຳລະດັບຊາດດັ່ງກ່າວ ແລະ ພະນັກງານທີ່ກ່ຽວຂ້ອງຈາກບັນດາກະຊວງ,ຂະແໜງການຕ່າງໆເຂົ້າຮ່ວມ.
    ກອງປະຊຸມຄະນະກໍາມະການຊີ້ນໍາລະດັບຊາດຄັ້ງນີ້ ໄດ້ປຶກສາຫາລື ແລະ ກວດກາຄືນບັນດາໜ້າວຽກຮີບດ່ວນຂອງ 14 ອະນຸກໍາມະການ ເປັນຕົ້ນແມ່ນວຽກງານດ້ານພະລາທິການ, ດ້ານພາຫະນະ, ສະຖານທີ່ພັກເຊົາ, ສະຖານທີ່ປະຊຸມ, ການປັບປຸງອາຄານກຽດຕິຍົດ ຢູ່ສະໜາມບິນສາກົນວັດໄຕ, ງົບປະມານຮັບໃຊ້ກອງປະຊຸມ, ວຽກງານປະດັບປະດາ ແລະ ເຜີຍແຜ່ໂຄສະນາ ແລະ ວຽກອື່ນໆທີ່ກ່ຽວຂ້ອງ. ຜ່ານການປຶກສາຫາລື ເຫັນວ່າການກະກຽມບັນດາໜ້າວຽກຮີບດ່ວນຂອງ 14 ອະນຸກໍາມະການ ມີຄວາມຄືບໜ້າດີ ແລະ ມີບາງໜ້າວຽກຈະຕ້ອງໄດ້ສືບຕໍ່ປະຕິບັດໃຫ້ສຳເລັດຕາມແຜນການ.
    ກອງປະຊຸມຍັງໄດ້ຮັບຟັງການລາຍງານແລະ ສະຫຼຸບຕີລາຄາຕໍ່ຜົນສໍາເລັດໃນການເປັນເຈົ້າພາບ ແລະ ປະທານກອງປະຊຸມ ໃນໄລຍະສອງເດືອນຜ່ານມາ ພາຍຫຼັງທີ່ ສປປ ລາວ ໄດ້ເລີ່ມປະຕິບັັດໜ້າທີ່ການເປັນປະທານອາຊຽນ ນັບແຕ່ວັນທີ 1 ມັງກອນ 2024 ເປັນຕົ້ນແມ່ນກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 27 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ຊຶ່ງໄດ້ຈັດຂຶ້ນໃນວັນທີ 22-27 ມັງກອນ 2024, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບວົງແຄບ ຊຶ່ງໄດ້ຈັດຂຶ້ນ ໃນວັນທີ29 ມັງກອນ 2024, ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນແບບວົງແຄບ ຊຶ່ງໄດ້ຈັດຂຶ້ນ ໃນວັນທີ 5 ມີນາ 2024 ແລະ ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນແບບວົງແຄບ ຄັ້ງທີ 30 ຊຶ່ງໄດ້ຈັດຂຶ້ນ ໃນວັນທີ 9 ມີນາ 2024.
ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນຢໍ້າໃຫ້ບັນດາອະນຸກໍາມະການ ໃຫ້ສືບຕໍ່ດຳເນີນການກະກຽມບັນດາໜ້າວຽກຂອງຕົນດ້ວຍຄວາມເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງ ແລະ ຊຸກຍູ້ໃຫ້ບັນດາກະຊວງຂະແໜງການທີ່ຈະເປັນປະທານກອງປະຊຸມອາຊຽນໃນປີ 2024 ສືບຕໍ່ກະກຽມດ້ານເນື້ອໃນ, ດ້ານພາລາທິການ ແລະ ດ້ານອື່ນໆ ໃຫ້ມີຄວາມພ້ອມ ເພື່ອຮັບປະກັນຜົນສຳເລັດຂອງກອງປະຊຸມໃນຂະແໜງການຂອງຕົນ ໂດຍສະເພາະກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ຊຶ່ງຈະຈັດຂຶ້ນໃນເດືອນກໍລະກົດ 2024 ແລະ ຈະມີບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ລັດຖະມົນຕີຕ່າງປະເທດຂອງຄູ່ຮ່ວມມືພາຍນອກອາຊຽນ ຫຼາຍກວ່າ 40 ປະເທດ ເຂົ້າຮ່ວມ ແລະ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ທີ່ຈະຈັດຂຶ້ນໃນເດືອນຕຸລາ 2024 ຢູ່ ສປປ ລາວ.
ຂ່າວ-ພາບ: ສຳນານ

ຄໍາເຫັນ

ຂ່າວເດັ່ນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ໃນວັນທີ 13 ຕຸລານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ, ຢ້ຽມຢາມ ແລະ ພົບປະ ພະນັກງານການນໍາຫຼັກແຫຼ່ງກະຊວງ ຍທຂ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.
ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ສປ ຈີນ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ.
ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ໃນຕອນແລງຂອງວັນທີ 8 ຕຸລາ ນີ້ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຕາມຄໍາເຊື້ອເຊີນຂອງສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນລະຫວ່າງ ວັນທີ 8-9 ຕຸລາ 2026ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນວັນທີ 8-9 ຕຸລາ ນີ້ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.
ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ແລະ ຄະນະຫ້ອງວ່າການສະພາປະຊາຊົນແຂວງ ນໍາໂດຍ ທ່ານ ໄຊຊະນະ ໂຄດພູທອນປະທານຄະ​ນະ ສສຊ ປະຈໍາເຂດເລືອກຕັ້ງທີ 12, ປະທານສະພາປະຊາຊົນແຂວງຄໍາມ່ວນ ພ້ອມຄະນະ ໄດ້ເຂົ້າອວຍພອນ ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ແລະ ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາທີ່ ສະ​ພາ​ແຫ່ງ​ຊາດ. ໃນໂອກາດທີ່ທັງສອງທ່ານໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງໃໝ່ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເຂົ້າວາງພວງມະລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ນະຄອນຫລວງວຽງຈັນ ໃນວັນທີ 8 ຕຸລານີ້, ເນື່ອງໃນໂອກາດທີ່ຄະນະຜູ້ແທນດັ່ງກາວເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 8-9 ຕຸລານີ້.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ຕອນບ່າຍວັນທີ 8 ຕຸລານີ້, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ເພື່ອດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.
ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ

ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ

ອົງການກວດກາແຫ່ງລັດ ໄດ້ລາຍງານຜົນການກວດກາ 6 ເປົ້າໝາຍໃຫຍ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພົບຫຼາຍໂຄງການ-ຂະແໜງການ ຍັງມີຂໍ້ຂາດຕົກບົກພ່ອງ ແລະ ລະ ເມີດລະບຽບການ ໃນວັນທີ 8 ຕຸລານີ້, ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ.
ສະພາແຫ່ງຊາດ ເນັ້ນໃຫ້ຮັດກຸມ ແລະ ເດັດຂາດ ໃນການເກັບກູ້ງົບປະມານ-ແກ້ໄຂຜົນການກວດສອບ-ກວດກາແຫ່ງລັດ

ສະພາແຫ່ງຊາດ ເນັ້ນໃຫ້ຮັດກຸມ ແລະ ເດັດຂາດ ໃນການເກັບກູ້ງົບປະມານ-ແກ້ໄຂຜົນການກວດສອບ-ກວດກາແຫ່ງລັດ

​ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ຈັນທະບູນ ສຸກອາລຸນ ປະທານກຳມາທິການເສດຖະກິດ ແລະ ການເງິນ, ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ຂຶ້ນປະກອບຄຳເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການປີ 2027 ຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ໃນວັນທີ 8 ຕຸລານີ້ ທີ່ສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
9 ເດືອນ ພົບຫຼາຍໂຄງການ-ຂະແໜງການ ຍັງລະເມີດລະບຽບ

9 ເດືອນ ພົບຫຼາຍໂຄງການ-ຂະແໜງການ ຍັງລະເມີດລະບຽບ

ອົງການກວດກາແຫ່ງລັດ ລາຍງານຜົນການກວດກາ 9 ເດືອນ ປີ 2026 ພົບຫຼາຍໂຄງການ-ຂະແໜງ ການ ຍັງລະເມີດລະບຽບການ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ