ກອງປະຊຸມຄົ້ນຄວ້າພິຈາລະນາການສະເໜີຂໍອະໄພຍະໂທດ 

ກອງປະຊຸມຄົ້ນຄວ້າພິຈາລະນາການສະເໜີຂໍອະໄພຍະໂທດ 
ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດລະດັບຊາດຂຶ້ນໃນວັນທີ 2 ຕຸລານີ້ ທີ່ ອອປສ ໂດຍການເປັນປະທານຂອງທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ປະທານຄະນະກຳມະການອະໄພຍະໂທດລະດັບຊາດ, ມີທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຮອງປະທານຄະນະກໍາມະການອະໄພຍະໂທດ, ມີທ່ານຮອງປະທານ, ຄະນະກຳມະການ ແລະ ຄະນະກອງເລຂາຄະນະກຳມະການອະໄພຍະໂທດລະດັບຊາດເຂົ້າຮ່ວມ.
ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າ ອອປສຄະນະກໍາມະການອະໄພຍະໂທດລະດັບຊາດທັງເປັນຫົວໜ້າກອງເລຂາຄະນະກຳມະການໄພອະຍະໂທດລະດັບຊາດ ໄດ້ຜ່ານບົດລາຍງານການຄົ້ນຄວ້າ ການສະເໜີຂໍອະໄພຍະໂທດດ້ວຍການຫຼຸດຜ່ອນໂທດ ແລະ ປ່ອຍຕົວ ແລະ ອະໄພຍະໂທດໃຫ້ແກ່ນັກໂທດປະຫານຊີວິດປະຈໍາປີ 2023. ຈາກນັ້ນບັນດາຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄໍາເຫັນ ໂດຍສະເພາະການຈັດຕັ້ງປະຕິບັດຕາມລັດຖະບັນຍັດ ວ່າດ້ວຍການໃຫ້ອະໄພຍະໂທດໃຫ້ຖືກຕ້ອງ, ຄົບຖ້ວນ, ຊັດເຈນ ຕາມກົດໝາຍ ແລະ ນິຕິກໍາທີ່ໄດ້ກໍານົດໄວ້ເພື່ອນຳສະເໜີປະທານປະເທດໃຫ້ການອະໄພຍະໂທດປະຈຳປີ 2023 ເນື່ອງໃນໂອກາດວັນຊາດຂອງ ສປປ ລາວ ວັນທີ 2 ທັນວາທີ່ຈະມາເຖິງນີ້.
ໂອກາດນີ້, ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ໃຫ້ກຽດໂອ້ລົມ ພ້ອມເນັ້ນໜັກໃຫ້ສືບຕໍ່ຍົກສູງຄວາມຮັບຜິດຊອບ ແລະ ເອົາໃຈໃສ່ບາງບັນຫາສຳຄັນຄື:1. ເພີ່ມທະວີຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ທັນຕາມກໍານົດເວລາ, ເຫັນໄດ້ເຖິງຄວາມສໍາຄັນຂອງການປະຕິບັດນະໂຍບາຍອະໄພຍະໂທດໃຫ້ແກ່ນັກໂທດ;2. ເອົາໃຈໃສ່ຄົ້ນຄວ້າກໍາແໜ້ນເນື້ອໃນຂອງກົດໝາຍ, ລັດຖະບັນຍັດ ວ່າດ້ວຍການໃຫ້ອະໄພຍະໂທດ ແລະ ນິຕິກໍາຕ່າງໆທີ່ກ່ຽວຂ້ອງກັບວຽກງານອະໄພຍະໂທດໃຫ້ເລິກເຊິ່ງ ແລະ ຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ຄົບຖ້ວນ;3. ຍົກສູງຄວາມຮັບຜິດຊອບໃນການຄົ້ນຄວ້າພິຈາລະນານັກໂທດຜູ້ທີ່ມີເງື່ອນໄຂສະເໜີໃຫ້ອະໄພຍະໂທດ ຕ້ອງຮັບປະກັນຄວາມຖືກຕ້ອງ, ໂປ່ງໃສ, ຍຸຕິທໍາ, ຄັດເລືອກເອົານັກໂທດຜູ້ທີ່ປະພຶດໂຕດີ ແລະ ຮູ້ສຶກກິນແໜງຕໍ່ການກະທໍາຜິດຂອງຕົນແທ້ ເພື່ອສະເໜີຂໍອະໄພຍະໂທດຈາກປະທານປະເທດ;4. ເອົາໃຈໃສ່ກໍ່ສ້າງບຳລຸງພະນັກງານວິຊາການ ທີ່ເຮັດວຽກງານຄົ້ນຄວ້າກວດກາການໃຫ້ອະໄພຍະໂທດໃຫ້ມີຄວາມຮູ້-ຄວາມສາມາດ, ມີຄວາມຊຳນິຊຳນານຫຼາຍຂຶ້ນນັບທັງຢູ່ສູນກາງ ແລະ ທ້ອງຖິ່ນ;5. ວຽກງານຄົ້ນຄວ້າການສະເໜີໃຫ້ອະໄພຍະໂທດ ແມ່ນວຽກງານທີ່ສຳຄັນຂອງຄະນະກຳມະການອະໄພຍະໂທດແຕ່ລະຂັ້ນ ສະນັ້ນ, ຈຶ່ງຕ້ອງໄດ້ເອົາໃຈໃສ່ໃນການປະຕິບັດໃຫ້ສຳເລັດຕາມແຜນການ ແລະ ຂັ້ນຕອນທີ່ກຳນົດໄວ້ໃນມາດຕາ 44 ຂອງລັດຖະບັນຍັດຂອງປະທານປະເທດ ສະບັບເລກ 001/ປປທ, ລົງວັນທີ 20 ມີນາ 2018 ວ່າດ້ວຍການໃຫ້ອະໄພຍະໂທດຢ່າງເຂັ້ມງວດ ເພື່ອເຮັດໃຫ້ການໃຫ້ອະໄພຍະໂທດແກ່ນັກໂທດທັນກັບວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວັນທີ 2 ທັນວາທີ່ໃກ້ຈະມາເຖິງ.
ຂ່າວ-ພາບ: ສຸພາວະດີ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫວັນນະເຂດ ໂຮມຊຸມນຸມສະຫຼອງສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ສະຫວັນນະເຂດ ໂຮມຊຸມນຸມສະຫຼອງສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ແຂວງສະຫວັນນະເຂດ ໄດ້ຈັດພິທີໂຮມຊຸມນຸມເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ໃນຕອນເຊົ້າວັນທີ 13 ສິງຫານີ້ ທີ່ຫໍວັດທະນະທໍາໄກສອນພົມວິຫານ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີຮອງເລຂາພັກແຂວງ, ຮອງເຈົ້າແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະກົງສຸນໃຫຍ່ຫວຽດນາມປະຈໍາແຂວງ, ຄະນະກົງສຸນໃຫຍ່ຣາຊະອານາຈັກໄທປະຈໍາແຂວງ, ມີແຂກຖືກເຂີນຈາກສູນກາງ ແລະ ພາຍໃນແຂວງ ເຂົ້າຮ່ວມ.
ອຸທິຍານແຫ່ງຊາດຫີນໜາມໜໍ່ ຖືກຮັບຮອງເປັນມໍລະດົກໂລກທາງທຳມະຊາດແຫ່ງທຳອິດຂອງ ສປປ ລາວ

ອຸທິຍານແຫ່ງຊາດຫີນໜາມໜໍ່ ຖືກຮັບຮອງເປັນມໍລະດົກໂລກທາງທຳມະຊາດແຫ່ງທຳອິດຂອງ ສປປ ລາວ

ຄືດັ່ງພວກເຮົາຮູ້ນຳກັນແລ້ວວ່າ: ຊັບພະຍາກອນປ່າໄມ້ ແມ່ນມີຄວາມສໍາຄັນຫຼາຍຕໍ່ລະບົບນິເວດວິທະຍາ, ການຮັກສາແຫຼ່ງນໍ້າ, ການປົກປັກຮັກສາສິ່ງແວດລ້ອມ, ຮັກສາພັນພືດ-ພັນສັດ ແລະ ຊີວະນາໆພັນ, ການປ້ອງກັນໄພພິບັດ, ການພັດທະນາເສດຖະກິດ-ສັງຄົມຂອງຊາດ ທັງຕິດພັນກັບການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າມາແຕ່ດຶກດຳບັນຈົນມາເຖິງທຸກວັນນີ້ ໂດຍທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້.
ລມຕ ກະຊວງກະສິກໍາ ແລະ ສິງແວດລ້ອມ ຊີ້ນໍາວຽກງານ 2 ກົມວິຊາການ

ລມຕ ກະຊວງກະສິກໍາ ແລະ ສິງແວດລ້ອມ ຊີ້ນໍາວຽກງານ 2 ກົມວິຊາການ

ໃນວັນທີ 12 ສິງຫາ ນີ້, ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ລົງຊຸກຍູ້ ແລະ ຊີ້ນໍາການຈັດຕັ້ງປະຕິບັດວຽກງານຢູ່ ກົມກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນ. ໃນທີ່ປະຊຸມ ທ່ານ ວິລະນະ ສອນນະສິນ ຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນ ໄດ້ຂຶ້ນລາຍງານສະພາບ ການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ໂດຍສະເພາະ ວຽກງານການຂຶ້ນທະບຽນອອກໃບຕາດິນ, ການຈັດສັນທີ່ດິນ ແລະ ການຮັບຮູ້ສິດນຳໃຊ້ທີ່ດິນໃນເຂດທີ່ດິນປ່າໄມ້, ການກຳນົດເຂດທີ່ດິນກະສິກຳ, ການຄຸ້ມຄອງການຫັນປ່ຽນທີ່ດິນ ແລະ ການຄຸ້ມ ຄອງທີ່ດິນກະສິກຳ, ການກວດກາ ການເຊົ່າ ແລະ ສຳປະທານທີ່ດິນ ລວມທັງວຽກງານການຫັນເປັນທັນສະໄໝ.
ພາກພູມໃຈທີ່ໄດ້ເຂົ້າຮ່ວມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ພາກພູມໃຈທີ່ໄດ້ເຂົ້າຮ່ວມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ທ່ານ ນາງ ບົວວຽງ ເພັດທະລານຄໍາ ກໍາມະການສູນກາງແນວລາວສ້າງຊາດ ຮອງຫົວໜ້າຄະນະທີ່ປຶກສາວຽກງານສາສະໜາ ສູນກາງແນວລາວສ້າງຊາດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນໂອກາດເຂົ້າຮ່ວມພິທີສະເຫຼີມ ສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ໃນວັນທີ 13 ສິງຫານີ້ ທີ່ຫໍປະຊຸມແຫ່ງຊາດວ່າ: ຮູ້ສຶກພາກພູມໃຈຫຼາຍທີ່ໄດ້ເຂົ້າຮ່ວມງານໃນຄັ້ງນີ້, ຂ້າພະເຈົ້າໄດ້ຮັບໜ້າທີ່ເປັນກຳມະການສູນກາງແນວລາວສ້າງຊາດມາໄດ້ 4 ສະໄໝ, ຜ່ານມາໄດ້ສຸມເຫື່ອແຮງສະຕິປັນຍາປະກອບສ່ວນເຂົ້າໃນວຽກງານແນວລາວສ້າງຊາດ ເປັນຕົ້ນວຽກງານສາສະໜາ ຊຶ່ງເຂົ້າຮ່ວມງານຄັ້ງນີ້ມີຕາງໜ້າ 50 ຊົນເຜົ່າ ສະແດງໃຫ້ເຫັນເຖິງການເຕົ້າໂຮມຄວາມສາມັກຄີບັນດາເຜົ່າເປັນອັນໜຶ່ງດຽວກັນ.
ສກລ ອວຍພອນວັນສ້າງຕັ້ງ ໜັງສືພິມປະຊາຊົນ ຄົບຮອບ 75 ປີ

ສກລ ອວຍພອນວັນສ້າງຕັ້ງ ໜັງສືພິມປະຊາຊົນ ຄົບຮອບ 75 ປີ

ໃນຕອນບ່າຍວັນທີ 11 ສິງຫານີ້ ທີ່ ສຳນັກງານໜັງສືພິມ ປະຊາຊົນ, ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ນາງ ພອນປະເສີດ ກິ່ງວົງສາ ຫົວໜ້າກົມຂ່າວສານ ສູນກາງກຳມະບານລາວ (ສກລ) ພ້ອມຄະນະ ນຳເອົາກະຕ່າຂອງຂວັນ ເຂົ້າອວຍພອນໜັງສືພິມ ປະຊາຊົນ ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍ ແລະ ວັນສ້າງຕັ້ງໜັງສືພິມ ປະຊາຊົນ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025).
ປະກາດແຕ່ງຕັ້ງວ່າການຫົວໜ້າຄະນະຄຸ້ມຄອງດ່ານຊາຍແດນສາກົນວັງເຕົ່າຜູ້ໃໝ່

ປະກາດແຕ່ງຕັ້ງວ່າການຫົວໜ້າຄະນະຄຸ້ມຄອງດ່ານຊາຍແດນສາກົນວັງເຕົ່າຜູ້ໃໝ່

ພິທີປະກາດການຍົກຍ້າຍ ແລະ ແຕ່ງຕັ້ງວ່າການຫົວໜ້າຄະນະຄຸ້ມຄອງດ່ານຊາຍແດນສາກົນວັງເຕົ່າຜູ້ໃໝ່ ຈັດຂຶ້ນໃນວັນທີ 11 ສິງຫານີ້ ທີ່ຫ້ອງການດ່ານສາກົນວັງເຕົ່າ ເມືອງໂພນທອງ ແຂວງຈໍາປາສັກ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ສະນັ່ນ ສີພາພົມມະຈັນ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ, ມີເລຂາພັກເມືອງໂພນທອງ, ພະແນກການຂອງແຂວງ, ຂະແໜງການອ້ອມຂ້າງດ່ານເຂົ້າຮ່ວມ.
ຂະບວນແຂ່ງຂັນແລ່ນສະເຫຼີມສະຫຼອງວັນລັດຖະທຳມະນູນແຫ່ງຊາດ

ຂະບວນແຂ່ງຂັນແລ່ນສະເຫຼີມສະຫຼອງວັນລັດຖະທຳມະນູນແຫ່ງຊາດ

ໃນຕອນເຊົ້າວັນທີ 10 ສິງຫານີ້ ທີ່ເດີ່ນທາດຫຼວງໜ້າສະພາແຫ່ງຊາດ ໄດ້ມີກິດຈະກໍາຂະບວນແຂ່ງຂັນກິລາແລ່ນມິນິມາລາທອນ (Mini Marathon) 10 ກິໂລແມັດ ແລະ ແລ່ນເພື່ອສຸຂະພາບ 5 ກິໂລແມັດ ເພື່ອສະເຫຼີມສະຫຼອງວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 34 ປີ (15/8/1991-15/8/2025) ແລະ ລະດົມທຶນຊ່ວຍເຫຼືອຜູ້ປະສົບອຸທົກກະໄພຈາກພາຍຸວິພາ ໂດຍມີບັນດາການນຳຈາກສະພາແຫ່ງຊາດ, ກະຊວງ, ອົງການ, ທູຕານຸທູດ ແລະ ອົງການຈັດຕັ້ງສາກົນປະຈຳ ສປປ ລາວ ພ້ອມດ້ວຍມວນຊົນພາຍໃນນະຄອນຫຼວງວຽງຈັນ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ສສຍລ ກຽມຄວາມພ້ອມດໍາເນີນກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ສສຍລ ກຽມຄວາມພ້ອມດໍາເນີນກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ກອງປະຊຸມວິຊາການ ເພື່ອກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ໄດ້ຈັດຂຶ້ນໃນວັນທີ 11 ສິງຫາ ນີ້ ທີ່ສູນກາງສະຫະພັນແມ່ຍິງລາວ (ສສຍລ) ໃຫ້ກຽດເຂົ້າຮ່ວມມີຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ນະຄອນຫຼວງວຽງຈັນ, ກະຊວງ, ອົງການ, ສະມາຄົມນັກທຸລະກິດແມ່ຍິງລາວ ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.
ວສລ ເສວະ​ນາ​ໃນ​ຫົວ​ຂໍ້ສິ່ງ​ທ້າ​ທາຍ ແລະ ທິດ​ທາງ​ພັດ​ທະນາ​ວຽກງານວິ​ທະ​ຍຸໃນ​ຍຸກ​ດີ​ຈີ​ຕອນ

ວສລ ເສວະ​ນາ​ໃນ​ຫົວ​ຂໍ້ສິ່ງ​ທ້າ​ທາຍ ແລະ ທິດ​ທາງ​ພັດ​ທະນາ​ວຽກງານວິ​ທະ​ຍຸໃນ​ຍຸກ​ດີ​ຈີ​ຕອນ

ວັນທີ 11 ສິງຫານີ້, ວິທະຍຸກະຈາຍສຽງແຫ່ງຊາດລາວ (ວສລ) ໄດ້ຈັດກອງປະຊຸມເສວະ​ນາ​ໃນ​ຫົວ​ຂໍ້: ສິ່ງ​ທ້າ​ທາຍ ແລະ ທິດ​ທາງ​ພັດ​ທະນາ​ວຽກງານວິ​ທະ​ຍຸໃນ​ຍຸກ​ດີ​ຈີ​ຕອນພາຍໃຕ້ການເປັນປະທານຂອງທ່ານ ບົວໄລ ພານຸວົງ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ, ມີອະດີດຮອງລັດຖະມົນຕີພ້ອມດ້ວຍຫົວ​ໜ້າ​ກົມ, ຮອງ​ກົມ, ​ແຂກ​ຮັບເຊີນ, ຜູ້​ອຳ​ນວຍ​ການ​ວິ​ທະ​ຍຸທ້ອງຖິ່ນໃນທົ່ວປະເທດ ແລະ ນັກ​ຂ່າວ​ຈາກ​ບັນ​ດາ​ແຂວງ ແລະ​ ນະ​ຄອນຫຼວງ​ວຽງຈັນເຂົ້າຮ່ວມ.
ສສຊ, ສສຂ ເຜີຍຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຢູ່ເມືອງໄຊບູລີ.

ສສຊ, ສສຂ ເຜີຍຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຢູ່ເມືອງໄຊບູລີ.

ເມື່ອບໍ່ດົນມານີ້, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈໍາເຂດເລືອກຕັ້ງເມືອງໄຊບູລີ ໄດ້ລົງເຄື່ອນໄຫວພົບປະໂອ້ລົມຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ II ຢູ່ 4 ຈຸດຂອງເມືອງໄຊບູລີ ຄື:
ເພີ່ມເຕີມ