ທ່ານ ໄຊຊະນະ ໂຄດພູທອນ ກ່າວລາຍງານໃຫ້ຮູ້ວ່າ: ວຽກງານຕິດຕາມກວດກາການປະຕິບັດກົດໝາຍແມ່ນໄດ້ສໍາເລັດການຈັດຕັ້ງປະຕິບັດ 8 ໂຄງການເຊັ່ນ: ວຽກງານຕິດຕາມກວດກາທົ່ວໄປໄດ້ສໍາເລັດການຈັດປະຊຸມຮ່ວມບັນດາກະຊວງຕ່າງໆ 2 ຄັ້ງເພື່ອຮັບຟັງລາຍງານການຈັດຕັ້ງປະຕິບັດກົດໝາຍຂອງບັນດາກະຊວງອົງການ, ໄດ້ເຂົ້າຮ່ວມໜ່ວຍສະເພາະກິດຕ່າງໆ 9 ຄັ້ງ, ໄດ້ເຂົ້າຮ່ວມສ້າງນິຕິກໍາແລະຕິດຕາມກວດກາອອກນິຕິກໍາໄດ້ 38 ສະບັບແລະໄດ້ລົງຕິດຕາມຊຸກຢູ້ວຽກງານຢູ່ທ້ອງຖິ່ນ 17 ຄັ້ງ. 5 ປີຜ່ານມາອອປສໄດ້ຮັບຄໍາຮ້ອງຂອງປະຊາຊົນແລະຄໍາສະເໜີຂອງອົງການຈັດຕັ້ງຕ່າງໆເພື່ອໃຫ້ກວດກາການປະຕິບັດກົດໝາຍແລະນິຕິກຳໃຕ້ກົດໝາຍຂອງບັນດາອົງການຈັດຕັ້ງ 72 ເລື່ອງແລະໄດ້ຄົ້ນຄວ້າແກ້ໄຂແລ້ວ 69 ເລື່ອງ, ພວມຄົ້ນຄວ້າ 3 ເລື່ອງ.
ການຕິດຕາມກວດກາການປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນໄດ້ຕິດຕາມກວດກາການປະຕິບັດຄໍາສັ່ງເປີດການສືບສວນ-ສອບສວນ 3,057 ສະບັບ; ອອກຄໍາສັ່ງຍຶດແລະອາຍັດຊັບ 42 ສະບັບ, ອອກຄໍາສັ່ງກວດຄົ້ນເຄຫາສະຖານ 3,802 ສະບັບ, ອອກຄໍາສັ່ງຈັບຕົວ 12,573 ສະບັບ, ອອກຄໍາສັ່ງກັກຂັງພາງ 52,044 ສະບັບ, ອອກຄຳສັ່ງຕໍ່ກຳນົດເວລາກັກຂັງພາງ 39,788 ສະບັບ, ອອກຄໍາສັ່ງປ່ອຍຕົວພາງ 4,053 ສະບັບ, ອອກຄໍາສັ່ງປ່ອຍຕົວກ່ອນກໍານົດ 1,755 ສະບັບ, ອອກຄໍາແນະນໍາກ່ຽວກັບການດໍາເນີນຄະດີອາຍາ 9,851 ສະບັບ. ການປະຕິບັດຄໍາສັ່ງແລະຄໍາແນະນໍາຕ່າງໆຂອງອົງການສືບສວນ-ສອບສວນສ່ວນຫຼາຍປະຕິບັດຖືກຕາມກົດໝາຍແລະທັນເວລາ.
ການສັ່ງຟ້ອງແລະການຕິດຕາມກວດກາການປະຕິບັດກົດໝາຍໃນທີ່ປະຊຸມສານໃນປີ 2021-2025 ມີຄະດີອາຍາຂັ້ນຕົ້ນ 53,639 ເລື່ອງ, ແກ້ໄຂແລ້ວ 53,194 ເລື່ອງເທົ່າກັບ 99.17%; ໄດ້ເຂົ້າຮ່ວມຖະແຫຼງໃນທີ່ປະຊຸມສານ 29,613 ເລື່ອງ, ສານຕັດສິນເອົາຕາມຄໍາຖະແຫຼງ 29,498 ເລື່ອງເທົ່າກັບ 99.61%. ຄະດີອາຍາຂັ້ນອຸທອນ 2,187 ເລື່ອງ, ແກ້ໄຂແລ້ວ 2,161 ເລື່ອງເທົ່າກັບ 98.81%, ໄດ້ຖະແຫຼງໃນທີ່ປະຊຸມສານ 1,472 ເລື່ອງ, ສານພິພາກສາເອົາຕາມຄໍາຖະແຫຼງ 1,405 ເລື່ອງເທົ່າກັບ 95.44%. ຄະດີອາຍາຂັ້ນລົບລ້າງ 857 ເລື່ອງ, ແກ້ໄຂແລ້ວ 841 ເລື່ອງເທົ່າກັບ 98.13%, ຖະແຫຼງໃນທີ່ປະຊຸມສານ 370 ເລື່ອງ, ສານພິພາກສາເອົາຕາມ 95.09%. ພ້ອມນີ້, ມີຄະດີແພ່ງຂັ້ນຕົ້ນ 7,279 ເລື່ອງ, ແກ້ໄຂແລ້ວ 7,221 ເລື່ອງເທົ່າກັບ 99.2%, ຖະແຫຼງໃນທີ່ປະຊຸມສານ 4,738 ເລື່ອງ, ສານຕັດສິນເອົາຕາມຄໍາຖະແຫຼງ 4,712 ເລື່ອງເທົ່າກັບ 99.45%. ຄະດີແພ່ງຂັ້ນອຸທອນ 2,838 ເລື່ອງ, ແກ້ໄຂແລ້ວ 2,811 ເລື່ອງເທົ່າກັບ 99.04%, ໄດ້ຖະແຫຼງໃນທີ່ປະຊຸມສານ 2,278 ເລື່ອງ, ສານຕັດສິນເອົາຕາມຄໍາຖະແຫຼງ 2,015 ເລື່ອງເທົ່າກັບ 94.11 %. ຄະດີຂັ້ນລົບລ້າງ 1,415 ເລື່ອງ, ແກ້ໄຂແລ້ວ 1,405 ເລື່ອງເທົ່າກັບ 99.38 %, ຖະແຫຼງໃນທີ່ປະຊຸມສານ1,015 ເລື່ອງ, ຖະແຫຼງຢັ້ງຢືນເອົາຕາມຄໍາພິພາກສາ 820 ເລື່ອງ, ຖະແຫຼງປ່ຽນແປງຄໍາພິພາກສາ 191 ເລື່ອງ. ນອກນີ້. ໄດ້ຮັບຄໍາຮ້ອງຂໍຮື້ຟື້ນ, ຄໍາຮ້ອງຂໍຄວາມເປັນທໍາແລະຂໍ້ຕົກລົງຂອງສະພາແຫ່ງຊາດກ່ຽວກັບຄະດີອາຍາຈໍານວນໜຶ່ງຊຶ່ງກໍໄດ້ຄົ້ນຄວ້າແກ້ໄຂຕາມກົດໝາຍແລະລະບຽບການ.
ການຕິດຕາມກວດກາການປະຕິບັດຄໍາຕັດສິນຂອງສານ ຊຶ່ງໃນ 5 ປີຜ່ານມາໄດ້ຮັບຄໍາຮ້ອງກ່ຽວກັບການປະຕິບັດຄໍາຕັດສິນຂອງສານຈໍານວນ 333 ສະບັບແກ້ໄຂແລ້ວ 331 ສະບັບເທົ່າກັບ 99.4%, ໄດ້ເຂົ້າຮ່ວມຄະນະສະເພາະກິດທ້ອນໂຮມຊັບສິນທີ່ສານຮິບເປັນຂອງລັດຈໍານວນ 9 ຄັ້ງສາມາດເກັບຄ່າປັບໃໝເຂົ້າລັດຈໍານວນ 15 ຕື້ກວ່າກີບແລະເກັບຄ່າເສຍຫາຍຊໍາລະທາງແພ່ງຈໍານວນໜຶ່ງ. ປັດຈຸບັນ, ມີຄໍາຕັດສິນຄະດີອາຍາ 50,931 ເລື່ອງແລະຄະດີແພ່ງ 11,007 ພວມຈັດຕັ້ງປະຕິບັດ.
ການຕິດຕາມກວດກາການປະຕິບັດກົດໝາຍຢູ່ຄ້າຍຄຸມຂັງ-ດັດສ້າງໄດ້ສໍາເລັດການປະສານສົມທົບກັບເຈົ້າໜ້າທີ່ຕໍາຫຼວດຄ້າຍຄຸມຂັງ-ດັດສ້າງກະຊວງປກສແລະປກສທ້ອງຖິ່ນເພື່ອຕິດຕາມກວດກາການປະຕິບັດກົດໝາຍຢູ່ຄ້າຍຄຸມຂັງແລະແຕ່ງຕັ້ງພະນັກງານໄປປະຈໍາຢູ່ 23 ຄ້າຍ, ລົງຕິດຕາມຊຸກຍູ້ 27 ຄັ້ງແລະເຜີຍແຜ່ບັນດາຄໍາສັ່ງຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດຈໍານວນ 3 ຄັ້ງ. ນອກຈາກນີ້, ຍັງໄດ້ຕິດຕາມກວດກາຜູ້ຖືກກັກຂັງໄປປິ່ນປົວຈໍານວນ 1,483 ຄົນ, ໄດ້ເກັບກໍາສະຖິຕິຜູ້ຖືກຫາທົ່ວປະເທດທັງໝົດ 12,035 ຄົນ, ນັກໂທດ 20,495 ຄົນ, ດັດສ້າງ 4,876 ຄົນ, ໄດ້ຄົ້ນຄ້ວາກ່ຽວກັບການສະເໜີອະໄພຍະໂທດຈໍານວນ 8,500 ຄົນແລະສະເໜີໃຫ້ອະໄພຍະໂທດຈໍານວນ 8,443 ຄົນ.
ວຽກງານສ້າງແລະປັບປຸງນິຕິກໍາ ກໍໄດ້ສໍາເລັດສ້າງກົດໝາຍວ່າດ້ວຍພະນັກງານໄອຍະການປະຊາຊົນ, ປັບປຸງກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ, ສ້າງກົດໝາຍວ່າດ້ວຍການຮ່ວມມືທາງອາຍາລະຫວ່າງປະເທດ, ສ້າງສົນທິສັນຍາວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນລາວ-ຫວຽນາມແລະສ້າງປື້ມຄູ່ມືການຮ່ວມມືທາງອາຍາລະຫວ່າງປະເທດ; ອອກນິຕິກຳລຸ່ມກົດໝາຍທັງໝົດ 96 ສະບັບ ຊຶ່ງໃນນີ້ມີຄໍາສັ່ງແລະຄໍາແນະນໍາ 84 ສະບັບແລະບົດທຶກຮ່ວມ 12 ສະບັບ; ຄົ້ນຄ້ວາສ້າງກ່ຽວກັບການນນໍາໃຊ້ 7 ມາດຕະການສະກັດກັ້ນ, ການຂຽນຄໍາຖະແຫຼງໃນຄະດີແພ່ງແລະອາຍາ, ການໂຕ້ຖຽງໃນທີ່ປະຊຸມສານຄະດີແພ່ງແລະຄະດີອາຍາ. ປັດຈຸບັນ, ກໍາລັງຄົ້ນຄວ້າແລະປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາແລະສະເໜີສ້າງກົດໝາຍວ່າດ້ວຍຫຼັກຖານ.
(ຂ່າວ: ສຸກສະຫວັນ, ພາບ: ບຸນຕອມ)
ຄໍາເຫັນ