![]() |
ໂດຍປະຕິບັດຕາມທິດຊີ້ນໍາຂອງປະທານຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າອະໄພຍະໂທດໃຫ້ແກ່ນັກໂທດທີ່ມີອາຍຸ 70 ປີ ຂຶ້ນໄປ ແລະ ໃຫ້ອີງໃສ່ລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍ ການໃຫ້ອະໄພຍະໂທດ ແລະ ກົດໝາຍ. ຄະນະກໍາມະການ ແລະ ຄະນະກອງເລຂາທີ່ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ, ກວດກາ, ປຶກສາຫາລືແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາ ແລະ ໄດ້ຕົກລົງເປັນເອກະພາບກັນ ເພື່ອສະເໜີຕໍ່ປະທານປະເທດພິຈາລະນາ ແລະ ໃນຕອນທ້າຍຂອງກອງປະຊຸມ ປະທານກອງປະຊຸມຍັງໄດ້ເນັ້ນໜັກໃຫ້ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນເອົາໃຈໃສ່ກວດກາຄືນບັນດານັກໂທດດັ່ງກ່າວ ເພື່ອຄວາມຖືກຕ້ອງຕົວຈິງ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ສໍາເລັດຜົນ.
![]() |
(ຂ່າວ: ກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ)


ຄໍາເຫັນ