![]() |
ການສຶກສາການຮຽນ-ການສອນແບບຮຽນຮ່ວມ ໄດ້ເລີ່ມຕົ້ນໃນປີ 2024 ເຊິ່ງນຳພາໂດຍກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕາລີ ຜ່ານແຜນງານບີຄວາ. ການສຶກສາຄົ້ນຄວ້າ ໄດ້ສຶກສາວ່າ ປັດໄຈດ້ານສັງຄົມ, ດ້ານຈິດໃຈ ແລະ ດ້ານສະພາບແວດລ້ອມ ສົ່ງຜົນຕໍ່ຄວາມຮູ້ສຶກຜູກພັນຂອງນັກຮຽນກັບໂຮງຮຽນແລະ ສົ່ງຜົນຕໍ່ການມີສ່ວນຮ່ວມ ແລະ ຜົນການຮຽນຂອງນັກຮຽນ, ໂດຍສະເພາະໃນຊຸມຊົນທີ່ດ້ອຍໂອກາດ ຄືແນວໃດ.
ທ່ານ ເພັດມະນີ ສີລັດມີນາຮອງຫົວໜ້າກົມສ້າງຄູໄດ້ສະແດງຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ນຳສະເໜີ ການຄົ້ນຄວ້າໃນເວທີສາກົນຄັ້ງນີ້, ໂດຍທ່ານໄດ້ກ່າວວ່າ: “ການສຶກສາຄັ້ງນີ້ ແມ່ນເປັນເຄື່ອງມືສຳຄັນໃນການປັບປຸງ ລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງສຳລັບຄູຂອງພວກເຮົາ. ໂດຍການກຳນົດວິທີການສອນທີ່ສົ່ງເສີມການຮຽນຮ່ວມຂອງນັກຮຽນ, ພວກເຮົາສາມາດແນະນຳວິທີການທີ່ໄດ້ຜົນນີ້ຢ່າງກວ້າງຂວາງ ເພື່ອໃຫ້ການສະໜັບສະໜູນຄູໃຫ້ດີຂຶ້ນ ເພື່ອການຕອບສະໜອງຄວາມຕ້ອງການທີ່ຫຼາກຫຼາຍຂອງນັກຮຽນ.”
ສະທ້ອນຄືນຄວາມຮູ້ສຶກນີ້, ທ່ານ ນາງ ວາເນັດຊາ ເຮັກກາທີເລຂາເອກສະຖານທູດອົດສະຕຣາລີ ໄດ້ກ່າວວ່າ: “ລັດຖະບານອົດສະຕຣາລີ ມີຄວາມມຸ່ງໝັ້ນຕໍ່ການສຶກສາຮຽນຮ່ວມ ເພາະວ່ານັກຮຽນທຸກຄົນສົມຄວນໄດ້ຮັບສະພາບແວດລ້ອມການຮຽນທີ່ເໝາະສົມ, ໄດ້ຮັບເຄົາລົບ ແລະ ການສະໜັບສະໜູນ. ໂດຍການມີຄູ່ຮ່ວມພັດທະນາ ກະຊວງສຶກສາທິການແລະ ກິລາ, ການນຳສະເໜີການຄົ້ນຄວ້ານີ້ໃນລະດັບສາກົນ ເນັ້ນໃຫ້ເຫັນເຖິງຄວາມມຸ່ງໝັ້ນຮ່ວມກັນຂອງພວກເຮົາ ໃນການແກ້ໄຂການອອກໂຮງຮຽນ ໂດຍການສົ່ງເສີມຄວາມຮູ້ສຶກຜູກພັນຂອງນັກຮຽນຕໍ່ກັບໂຮງຮຽນ.”
ຄະນະຜູ້ແທນໄດ້ນຳສະເໜີຂໍ້ມູນດ້ານປະລິມານ ແລະ ຄຸນນະພາບ ລວມທັງຜົນໄດ້ຮັບທີ່ສຳຄັນຈາກການສຶກສາຮຽນຮ່ວມ ໃນພາກນຳສະເໜີດ້ານວິຊາການ.ຫຼັງຈາກນັ້ນ, ຄະນະຜູ້ແທນໄດ້ນຳພາວາລະກອງປະຊຸມແບບສ້າງສັນ ທີ່ມີຫົວຂໍ້ວ່າ: “ການຖັກແສ່ວວັດທະນະທຳລາວ ແລະ ມຸມມອງຄວາມສຳພັນຂອງຊົນເຜົ່າພື້ນເມືອງອົດສະຕຣາລີ ເພື່ອເຂົ້າໃຈຄວາມຮູ້ສຶກຜູກພັນ ແລະ ການມີສ່ວນຮ່ວມຂອງນັກຮຽນໃນໂຮງຮຽນ.”ພາກດັ່ງກ່າວໄດ້ເຊື້ອເຊີນຜູ້ເຂົ້າຮ່ວມ ຮ່ວມກັນສຳຫຼວດກ່ຽວກັບການບົ່ມບຳລຸງຄວາມຮູ້ສຶກຜູກພັນຂອງນັກຮຽນກັບໂຮງຮຽນ ແລະ ບົດບາດສຳຄັນຂອງຄວາມຮູ້ສຶກນີ້ ຕໍ່ການມີສ່ວນຮ່ວມ ແລະ ການຮຽນຮູ້ຜ່ານກິດຈະກຳທີ່ເປັນສັນຍາລັກ ທີ່ໄດ້ຮັບແຮງບັນດານໃຈຈາກພິທີບາສີສູ່ຂວັນຂອງ ສປປ ລາວ.
ການນຳສະເໜີໃນລະດັບສາກົນນີ້ ເນັ້ນໃຫ້ເຫັນເຖິງພະລັງຂອງການຮ່ວມມືລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ໃນການສ້າງຕົວຢ່າງທີ່ກ້າວໜ້າ, ແບ່ງປັນຍຸດທະສາດທີ່ມີປະສິດທິພາບນີ້ ໃຫ້ແກ່ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ແລະ ສົ່ງເສີມການມີສ່ວນຮ່ວມຂອງນັກຮຽນ.ຍັງສ່ອງແສງໃຫ້ເຫັນວິທີທີ່ລະບົບການສຶກສາ ສາມາດສະໜັບສະໜູນນັກຮຽນທຸກຄົນໄດ້ດີກວ່າເກົ່າ ໂດຍການເຄົາລົບຕໍ່ວັດທະນະທຳ ແລະ ການສົ່ງເສີມການຮຽນຮ່ວມ.

ຄໍາເຫັນ