ບັນດາແຂກທີ່ເຂົ້າຮ່ວມກອງປະຊຸມໄດ້ກ່າວຢືນຢັນວ່າ: ຄວນຢຶດໝັ້ນຖືເອົາແນວຄິດສີຈິ້ນຜິງດ້ານວັດທະນະທຳ ແລະ ແນວຄິດສຳຄັນຂອງທ່ານສີຈິ້ນຜິງກ່ຽວກັບການສ້າງສາປະເທດເຂັ້ມແຂງດ້ານອິນເຕີເນັດນັ້ນເປັນທິດຊີ້ນຳ, ກຳແໜ້ນທິດທາງທີ່ຖືກຕ້ອງແຫ່ງການສ້າງຄວາມສິວິໄລດ້ານອິນເຕີເນັດ, ພັດທະນາວັດທະນະທຳອິນເຕີເນັດທີ່ຕັ້ງໜ້າ ແລະ ປອດໃສຢ່າງບໍ່ຢຸດຢັ້ງ, ບູລະນະກົນໄກວຽກງານສ້າງຄວາມສິວິໄລດ້ານອິນເຕີເນັດໃຫ້ສົມບູນ, ຊຸກຍູ້ການສ້າງສະພາບການໃໝ່ແຫ່ງການສ້າງຄວາມສີວິໄລດ້ານອິນເຕີເນັດໃນຍຸກໃໝ່ຢ່າງບໍ່ຢຸດຢັ້ງ.
ທ່ານ ສີຈິ້ນຜິງ ປະທານປະເທດຈີນ ກ່າວຄຳປາໄສອວຍພອນປີໃໝ່ 2026
ເນື່ອງໃນໂອກາດປີໃໝ່ສາກົນ 2026 ກຳລັງຈະກ້າວເຂົ້າມາເຖິງ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສອວຍພອນປີໃໝ່ ແລະ ສົ່ງຄຳອວຍພອນອັນປະເສີດຈາກນະຄອນຫຼວງປັກກິ່ງເຖິງບັນດາທ່ານ ໂດຍຜ່ານວິທະຍຸໂທລະພາບສູນກາງຈີນ ຫຼື CMG ແລະອິນເຕີເນັດ.
ຄໍາເຫັນ