ນີ້ແມ່ນວາລະກອງປະຊຸມລັດຖະບານກ່ຽວກັບການສ້າງກົດໝາຍຄັ້ງທີ2 ໃນເດືອນກັນຍາແລະວາລະກອງປະຊຸມຄັ້ງທີ10 ໃນປີນີ້ຊຶ່ງໄດ້ປຶກສາຫາລືກ່ຽວກັບຫຼາຍເນື້ອໃນສຳຄັນ.
ຂ່າວລະບຸວ່າ: ທ່ານຟ້າມມິງຈິງກ່າວຄຳເຫັນເປີດກອງປະຊຸມວ່າ:ການສ້າງ ແລະບູລະນະສຳເລັດລະບົບລະບຽບການ, ກົດໝາຍແມ່ນໜຶ່ງໃນ3 ບຸກທະລຸຍຸດທະສາດແລະໃນກອງປະຊຸມຄັ້ງທີ10 ຄະນະບໍລິຫານງານສູນກາງພັກຊຸດທີXIIIທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ18 – 20 ກັນຍາ ຜ່ານມາ, ສູນກາງໄດ້ປຶກສາຫາລື, ຮຽກຮ້ອງຕ້ອງຍູ້ແຮງຂຶ້ນກວ່າເກົ່າ, ສ້າງບາດກ້າວບຸກທະລຸຢ່າງແຂງແຮງໃນການສ້າງແລະບູລະນະລະບອບລະບຽບການ.
ທ່ານໄດ້ຍົກໃຫ້ເຫັນຢ່າງຈະແຈ້ງເຖິງຈິດໃຈໃນກອງປະຊຸມຄັ້ງທີ10 ແມ່ນຍູ້ແຮງການແບ່ງຂັ້ນ, ແບ່ງສິດອຳນາດ; ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຂອງປະຊາຊົນ, ໂດຍປະຊາຊົນແລະເພື່ອປະຊາຊົນ; ຫຼີກລ່ຽງສະພາບການມີບັນຫາເຖິງວ່າເລັກໆນ້ອຍໆກໍຍື່ນສະເໜີຕໍ່ຂັ້ນສູນກາງເພື່ອໄດ້ຮັບການແກ້ໄຂ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ທ່ານລັດຖະມົນຕີ, ການນຳບັນດາກະຊວງ, ຂະແໜງການ, ຫົວໜ້າບັນດາອົງການຕ້ອງເຊື່ອມຊຶມຈິດໃຈນີ້ເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ຊຸກຍູ້ການແບ່ງຂັ້ນ, ແບ່ງສິດອຳນາດ, ໄປຄຽງຄູ່ກັບການຈັດແບ່ງແຫຼ່ງກຳລັງ, ພ້ອມທັງຍົກສູງຄວາມຮັບຜິດຊອບ, ກຳລັງຄວາມສາມາດໃນການປະຕິບັດຂອງຂັ້ນລຸ່ມ.
ຄໍາເຫັນ