ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນວົງແຄບ

ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນວົງແຄບ
ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນວົງແຄບ ໄດ້ຈັດຂຶ້ນໃນວັນທີ 5 ມີນາ ນີ້ ທີ່ນະຄອນ-ຫຼວງພະບາງ, ໂດຍການເປັນປະທານຂອງທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີປ້ອງກັນປະເທດຂອງບັນດາປະເທດສະມາຊິກອາຊຽນ, ຕີມໍແລັດສະເຕ  ແລະ ຮອງເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ເປັນການເລິ່ມຕົ້ນຂອງກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໃນການເປັນເຈົ້າພາບ ແລະ ປະທານຈັດກອງປະຊຸມໃນຂັ້ນລັດຖະມົນຕີໃນຂອບການຮ່ວມມືດ້ານວຽກງານປ້ອງກັນຊາດ ໃນປີ 2024 ພາຍໃຕ້ຄໍາຂວັນ: “ຮ່ວມມືກັນເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງຂອງອາຊຽນ”; ກອງປະຊຸມດັ່ງກ່າວ, ບັນດາລັດຖະມົນຕີປ້ອງກັນປະເທດອາຊຽນ ໄດ້ແລກປ່ຽນທັດສະນະກ່ຽວກັບແນວທາງແຜນຍຸດທະສາດຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ພາຍຫຼັງປີ 2025 ໃນການແກ້ໄຂສິ່ງທ້າທາຍຕ່າງໆຕໍ່ຄວາມໝັ້ນຄົງໃນປັດຈຸບັນ ແລະ ອະນາຄົດ, ໂດຍສະເພາະ ການຮັບມືກັບຜົນກະທົບຈາກການແຂ່ງຂັນຂອງມະຫາອໍານາດ, ການຂະຫຍາຍສະມາຊິກຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ, ການຮັກສາຄວາມເປັນແກນກາງ ແລະ ຄວາມເປັນເອກະພາບຂອງອາຊຽນ, ລວມທັງການປັບປຸງບັນດາກົນໄກ ແລະ ກິດຈະກໍາການຮ່ວມມືຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ແລະ ອາຊຽນ-ບວກ;
ກອງປະຊຸມ ໄດ້ເຫັນດີເປັນເອກະສັນ ແລະ ຮັບຮອງເອົາຖະແຫຼງການຮ່ວມຂອງລັດຖະມົນຕີປ້ອງກັນປະເທດອາຊຽນ ວ່າດ້ວຍຜົນສຳເລັດໃນການຈັດຕັ້ງປະຕິບັດແຜນແມ່ບົດຂອງປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ 2025 ຊຶ່ງຮ່າງໂດຍກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໃນນາມເປັນປະທານອາຊຽນ ໃນປີ 2024. ເນື້ອໃນຫຼັກຂອງຖະແຫຼງການດັ່ງກ່າວ ແມ່ນຜົນງານການເຄື່ອນໄຫວທີ່ພົ້ນເດັ່ນຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ໃນການຈັດຕັ້ງປະຕິບັດແຜນແມ່ບົດຂອງປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຕະຫຼອດໄລຍະ 10 ປີຜ່ານມາ ນັບແຕ່ປີ 2015–2025, ຊຶ່ງເປັນການປະກອບສ່ວນອັນສໍາຄັນຂອງຂະແໜງການປ້ອງກັນຊາດ ຂອງອາຊຽນ ເຂົ້າໃນການປົກຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ; 
    ກອງປະຊຸມ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ, ໂດຍສະເພາະ ການຈັດຕັ້ງປະຕິບັດບັນດາກິດຈະກໍາການຮ່ວມມືຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ແລະ ອາຊຽນ-ບວກ, ລວມທັງການສົ່ງເສີມຄວາມເຊື່ອໝັ້ນ ແລະ ຄວາມໄວ້ເນື້ອເຊື່ອໃຈ, ການພັດທະນາຂີດຄວາມສາມາດໃນການເຮັດວຽກຮ່ວມກັນ ລະຫວ່າງບັນດາປະເທດສະມາຊິກອາຊຽນ ແລະ ອາຊຽນ-ບວກ, ການຮ່ວມມືໃນການແກ້ໄຂບັນຫາການແຜ່ລະບາດຂອງພະຍາດໂຄວິດ-19, ການຮ່ວມມືດ້ານຄວາມໝັ້ນຄົງທາງລະບົບຄອມພີວເຕີ, ວຽກງານຊາວໜຸ່ມ, ແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ. 
    ໃນກອງປະຊຸມຄັ້ງນີ້, ບັນດາລັດຖະມົນຕີປ້ອງກັນປະເທດອາຊຽນໄດ້ສະແດງຄວາມໝາຍໝັ້ນຮ່ວມກັນຄື: ຮັກສາບົດບາດຂອງກອງປະຊມລັດຖະມົນຕີປ້ອງກັນປະເທດອາຊຽນ ແລະ ອາຊຽນບວກ ເປັນກົນໄກການຮ່ວມມືດ້ານປ້ອງກັນຊາດ ແລະ ຄວາມໝັ້ນຄົງ ໃນຂັ້ນສູງສຸດຂອງບັນດາປະເທດສະມາຊິກອາຊຽນ ແລະ ອາຊຽນ-ບວກ ແລະ ຮັບຮູ້ຜົນປະໂຫຍດລວມຂອງເພື່ອນອາຊຽນ ແລະ ຄູ່ຮ່ວມມືທີ່ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ; ສືບຕໍ່ເພີ່ມທະວີການຮ່ວມມືດ້ານວຽກງານປ້ອງກັນຊາດ ແລະ ການທະຫານ ໂດຍຜ່ານບັນດາກົນໄກຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ແລະ ອາຊຽນ-ບວກ ເພື່ອເສີມສ້າງຂີດຄວາມສາມາດ, ຄວາມເຂັ້ມແຂງ ແລະ ຄວາມສາມາດໃນການເຮັດວຽກຮ່ວມກັນຂອງບັນດາປະເທດສະມາຊິກ ໂດຍຜ່ານການຈັດຕັ້ງປະຕິບັດແຜນແມ່ບົດຂອງປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ; ປະກອບສ່ວນເຂົ້າໃນການພັດທະນາແຜນຍຸດທະສາດຂອງປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ແລະ ວິໄສທັດຂອງປະຊາຄົມອາຊຽນໄລຍະ 20 ປີ (2025 – 2045) ໃນຂະແໜງການປ້ອງກັນຊາດ ເພື່ອແກ້ໄຂບັນຫາຄວາມໝັ້ນຄົງທີ່ພົ້ນເດັ່ນໃນປັດຈຸບັນ ແລະ ອະນາຄົດ ໃຫ້ມີປະສິດທິພາບ, ທັນເວລາ ແລະ ສະໜັບສະໜູນຄວາມເປັນແກນກາງຂອງອາຊຽນ, ພ້ອມທັງສະແດງຄວາມຄາດຫວັງຕໍ່ການຈັດຕັ້ງປະຕິບັດວິໄສທັດຂອງປະຊາຄົມອາຊຽນ 2025 ໃຫ້ປະກົດຜົນເປັນຈິງ ແລະ ການປະກອບສ່ວນຂອງຂະແໜງການປ້ອງກັນຊາດ ໃນການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ. 
ຂ່າວ-ພາບ: ແຄນໄຊ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທະຫານແຂວງຫຼວງພະບາງ ເຊື່ອມຊຶມເອກະສານເລືອກຕັ້ງ ສສຊ ແລ ສສຂ

ທະຫານແຂວງຫຼວງພະບາງ ເຊື່ອມຊຶມເອກະສານເລືອກຕັ້ງ ສສຊ ແລ ສສຂ

ວັນທີ 14 ມັງກອນຜ່ານມຮານີ້, ຢູ່ສະໂມສອນຂອງກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດຕັ້ງເຊື່ອມຊຶມເອກະສານ ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະສະມາຊິກສະພາປະຊາຊົນແຂວງ (ສສຂ) ຊຸດທີ V, ໂດຍເປັນປະທານຂອງທ່ານ ພົນຈັດຕະວາ ສີວິໄຊ ເພັງສັນຕິສຸກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ມີຄະນະບັນຊາອົງການ 5 ຫ້ອງ, ກອງບັນຊາການທະຫານເມືອງ-ນະຄອນ ຫຼວງພະບາງ, ໂຮງງານປະສານເຫຼົ່າ, ໂຮງໝໍບໍລິເວນ 107, ກອງພັນນ້ອຍ, ກອງຮ້ອຍເອກະລາດ, ຕະຫຼອດຮອດພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ເລື່ອງສັັ້ນ ເງົາຂອງເວລາ ແລະ ບົດກະວີ ຮັກຊາດ ຫອມແຜ່ນດິນ ໄດ້ລາງວັນທີ 1

ເລື່ອງສັັ້ນ ເງົາຂອງເວລາ ແລະ ບົດກະວີ ຮັກຊາດ ຫອມແຜ່ນດິນ ໄດ້ລາງວັນທີ 1

ເລື່ອງສັັ້ນເງົາຂອງເວລາ ຂຽນໂດຍ ປັນຍາ ພັນທະພານິດ ແລະ ບົດກະວີ ຮັກຊາດ ຫອມແຜ່ນດິນ ຂຽນໂດຍ ແກ້ວຈ່ອຍ ບົວ ໄດ້ລາງວັນທີ 1; ເລື່ອງສັ້ນ ຂອງຂວັນ ຂຽນໂດຍ ອຸດົມຮອບຄອບ, ບົດບັນທຶກປະລິນຍາມະຫາຊົນ ຂຽນໂດຍ ວິລັດ ຜິວອ່ອນ, ບົດກະວີ ບໍ່ໄດ້ຈັບປືນຮ່ວມສູ້ ແຕ່ຂໍຈັບປາກກາຮ່ວມສ້າງຂຽນໂດຍ ສະຫງວນສັກ ວັນໄຊຍະເດດ ແລະ ບົດກະວີ ພັກນີ້ ຂຽນໂດຍ ບຸນມາ ຫອມສົມບັດ ໄດ້ລາງວັນທີ 2 ແລະ ເລື່ອງສັ້ນ ສ່ຽວຮັກ ສ່ຽວສັດຕູ ຂຽນໂດຍ ບົວລະພາ ກຸມພົນ, ເລື່ອງສັ້ນ ຮອຍລະນຶກ ຂຽນໂດຍ ບຸນເກີດ ຈັນທະວົງ, ບົດບັນທຶກ ອິນຊີຄືນຖິ່ນ ຂຽນໂດຍ ປະສົງ ວົງຄຳຈັນ, ບົດກະວີ ຮອຍຍີ້ມລູກ ຄວາມສຸກຂອງແມ່ ຂຽນໂດຍ ສະດັນຢູ ເພັດຊະລາດ ແລະ ບົດກະວີ ສານສັ່ງຈາກປະທານໄກສອນ ພົມວິຫານ ຂຽນໂດຍ ໄພວອນ ນັນທະວົງ ໄດ້ລາງວັນທີ 3.
ເຊັນສັນຍາຮ່ວມມືດ້ານວິຊາການວ່າດ້ວຍການພັດທະນາລະບົບອະນຸມັດ ແລະ ຕິດຕາມການນໍາເຂົ້າ ແລະ ສົ່ງອອກສິນຄ້າກະສິກຳ

ເຊັນສັນຍາຮ່ວມມືດ້ານວິຊາການວ່າດ້ວຍການພັດທະນາລະບົບອະນຸມັດ ແລະ ຕິດຕາມການນໍາເຂົ້າ ແລະ ສົ່ງອອກສິນຄ້າກະສິກຳ

ພິທີເຊັນສັນຍາຮ່ວມມືດ້ານວິຊາການ ວ່າດ້ວຍການພັດທະນາລະບົບອະນຸມັດ ແລະ ຕິດຕາມການ ນໍາເຂົ້າ ແລະ ສົ່ງອອກສິນຄ້າກະສິກຳ ໄດ້ຈັດຂຶ້ນໃນວັນທີ 14 ມັງກອນຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຕາງໜ້າໂດຍ ກົມແຜນການ ແລະ ການຮ່ວມມື ກັບ ບໍລິສັດ ເອໄອດີຊີ ເທັກ ຈໍາກັດຜູ້ດຽວ ຕາງໜ້າເຊັນໂດຍ ທ່ານ ບຸນເດດ ສຸດທະວິໄລ ຫົວໜ້າກົມແຜນການ ແລະ ການຮ່ວມມື ແລະ ທ່ານ ພຶດສະພາ ພູມມະສັກ ປະທານບໍລິສັດ ເອໄອດີຊີ ເທັກ ຈໍາກັດຜູ້ດຽວ.
ກອງປະຊຸມເຜີຍແຜ່ການເຄື່ອນໄຫວວຽກງານການຕ່າງປະເທດ ຂອງ ສປປ ລາວ ໃນປີ 2024 ແລະ 2025

ກອງປະຊຸມເຜີຍແຜ່ການເຄື່ອນໄຫວວຽກງານການຕ່າງປະເທດ ຂອງ ສປປ ລາວ ໃນປີ 2024 ແລະ 2025

ໃນວັນທີ 16 ມັງກອນຜ່ານມາທີ່ ສູນວາງສະແດງ ເຂດເສດຖະກິດພິເສດ ເມືອງບໍ່ເຕ່ນ ແຂວງຫຼວງນໍ້າທາ,ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ກ່ຽວກັບການເຄື່ອນໄຫວວຽກງານການຕ່າງປະເທດຂອງ ສປປ ລາວ ໃນປີ 2024 ແລະ 2025 ໃຫ້ແກ່ຈຸດປະສານງານອາຊຽນ ຂອງບັນດາແຂວງພາກກາງ ແລະ ພາກເໜືອ. ໃນກອງປະຊຸມຄັ້ງນີ້ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ບຸນທອນ ສີສະຫວັນ ກຳມະການປະຈຳພັກແຂວງ ປະທານກວດກາພັກ ອົງການກວດກາລັດ ແຂວງຫຼວງນ້ຳທາ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ກ່າວຄຳເຫັນໃນພິທີເປີດກອງປະຊຸມ ໂດຍມີຜູ້ເຂົ້າຮ່ວມຈາກບັນດາກະຊວງ ແລະ ຈຸດປະສານງານອາຊຽນ ແລະ ພະແນກການກ່ຽວຂ້ອງຂອງບັນດາແຂວງພາກກາງ ແລະ ພາກເໜືອ ເຂົ້າຮ່ວມ.
ມອບ-ຮັບ ໂຮງເຢັນ ແລະ ອຸປະກອນການແພດ ໂຮງໝໍເມືອງປາກຊ່ອງ

ມອບ-ຮັບ ໂຮງເຢັນ ແລະ ອຸປະກອນການແພດ ໂຮງໝໍເມືອງປາກຊ່ອງ

ໃນທ້າຍອາທິດຜ່າຮມານີ້, ທີ່ໂຮງໝໍເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ຈັດພິທີມອບ-ຮັບ ໂຮງເຢັນ, ອຸປະກອນການແພດຈໍານວນໜຶ່ງ ແລະ ຫໍພະບູຊາ ມີມູນຄ່າການຊ່ວຍເຫຼືອ 370 ລ້ານກີບ ຫຼື ເງິນບາດໄທ 90.000 ບາດ ແລະ ເງິນໂດລາ 2,300 ໂດລາສະຫະລັດ.
ຄຳມ່ວນ ສະຫຼຸບຜົນການປະເມີນສະພາບພົ້ນທຸກ ແລະ ພັດທະນາທ້າຍສະໄໝ ຕາມດຳລັດ 348/ລບ

ຄຳມ່ວນ ສະຫຼຸບຜົນການປະເມີນສະພາບພົ້ນທຸກ ແລະ ພັດທະນາທ້າຍສະໄໝ ຕາມດຳລັດ 348/ລບ

ວັນທີ 15 ມັງກອນ 2026 ທີ່ເຮືອນພັກເລກ 1 ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມສະຫຼຸບ ແລະ ຮັບຮອງຜົນການປະເມີນສະພາບພົ້ນທຸກ ແລະ ພັດທະນາທ້າຍສະໄໝ ຕາມດຳລັດ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ພາຍໃຕ້ການເປັນປະທານຂອງ ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງ ໂດຍມີພາກສ່ວນກ່ຽວຂ້ອງຂັ້ນແຂວງ- ເມືອງ ເຂົ້າຮ່ວມ.
ສະຫຼຸບວຽກງານຄຸ້ມຄອງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ວຽກງານແກ້ໄຂລະເບີດບໍ່ທັນແຕກ ຢູ່ແຂວງຊຽງຂວາງ

ສະຫຼຸບວຽກງານຄຸ້ມຄອງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ວຽກງານແກ້ໄຂລະເບີດບໍ່ທັນແຕກ ຢູ່ແຂວງຊຽງຂວາງ

ໃນວັນທີ 15 ມັງກອນ 2026 ຢູ່ທີ່ຫ້ອງວ່າການແຂວງຊຽງຂວາງ ໄດ້ມີກອງປະຊຸມສະຫຼຸບວຽກງານຄຸ້ມຄອງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ວຽກງານການແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ແຂວງຊຽງຂວາງ ປະຈຳປີ2025 ແລະ ທິດທາງແຜນການໃນຕໍ່ໜ້າ ໂດຍການເປັນປະທານຂອງທ່ານນາງ ຄຳພັດ ວັນລາສີ ຫົວໜ້າພະແນກການຕ່າງປະເທດແຂວງ, ມີການນຳມາຈາກສູນກາງ, ຫົວໜ້າ ຮອງຫົວໜ້າພະແນກກການທີ່ກ່ຽວຂ້ອງ, ການນຳທັງ 7 ເມືອງເຂົ້າຮ່ວມ.
ໄຊສົມບູນ ຈະສຳຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບຸລະນະສ້ອມແປງທາງຫຼວງແຫ່ງຊາດເລກທີ 1D

ໄຊສົມບູນ ຈະສຳຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບຸລະນະສ້ອມແປງທາງຫຼວງແຫ່ງຊາດເລກທີ 1D

ພິທີ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາ, ສໍາຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບຸລະນະຮັກສາສ້ອມແປງທາງຫຼວງແຫ່ງຊາດ ເລກທີ 1D (ເລີ່ມແຕ່ຂົວນໍ້າແຊ່ໜອນ ຫາ ຂົວນໍ້າໝາງ) ລະຫວ່າງ ແຂວງໄຊສົມບູນ ຕາງໜ້າໂດຍ ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງ ແລະ ບໍລິສັດ ພີເອັດສແອວ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ໄດ້ຈັດຂຶ້ນໃນວັນທີ 14 ມັງກອນ 2026 ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມຂອງ ທ່ານ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກ ແຂວງໄຊສົມບູນ, ທ່ານ ພົຈວ ບົວພັນ ອິນທະປັນຍາ ປະທານຄະນະກໍາມະການປົກຄອງແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ອົງການແຄຣ໌ ລົງຢ້ຽມຢາມໂຄງການພັນວັນ ແລະ ມອບອຸປະກອນການແພດໃຫ້ສຸກສາລາ ເມືອງກະລຶມ

ອົງການແຄຣ໌ ລົງຢ້ຽມຢາມໂຄງການພັນວັນ ແລະ ມອບອຸປະກອນການແພດໃຫ້ສຸກສາລາ ເມືອງກະລຶມ

ວັນທີ 14 ມັງກອນ 2026, ອົງການແຄຣ໌ນາໆຊາດ ປະຈໍາ ສປປ ລາວ ຕາງໜ້າໂດຍ ທ່ານ ລີໄຊ ໂພທິສັດ ຜູ້ປະສານງານວຽກງານສື່ສານອົງການແຄຣ໌ ປະຈໍານະຄອນຫຼວງວຽງຈັນ, ມີທ່ານ ອະນຸສິດ ອຸວອນ ພະນັກງານອົງການແຄຣ໌ ປະຈໍາແຂວງເຊກອງ ພ້ອມດ້ວຍພະນັກງານປະຈໍາສະໜາມພາກໃຕ້ (ສາລະວັນ, ເຊກອງ) ຂອງອົງການແຄຣ໌ ໄດ້ລົງຢ້ຽມຢາມໂຄງການພັນວັນ ຢູ່ບ້ານລະກາຍ ແລະ ມອບອຸປະກອນການແພດໃຫ້ສຸກສາລາທົ່ງແຄນ ເມືອງກະລຶມ ແຂວງເຊກອງ.
ປີ 2025 ຜ່ານມາ ຫ້ອງວ່າການ ສນຍ ສຸມໃສ່ປະຕິບັດ 4 ວຽກໃຫຍ່

ປີ 2025 ຜ່ານມາ ຫ້ອງວ່າການ ສນຍ ສຸມໃສ່ປະຕິບັດ 4 ວຽກໃຫຍ່

ປີ 2025 ຜ່ານມາ ຫ້ອງວ່າການສຳນັກງານາຍົກລັດຖະມົນຕີໄດ້ສຸມໃສ່ຈັດຕັ້ງປະຕິບັດ 4 ວຽກໃຫຍ່ຕົ້ນຕໍຕາມພາລະບົດບາດໜ້າທີ່ເຮັດໃຫ້ມີຜົນສຳເລັດຫຼາຍດ້ານ.
ເພີ່ມເຕີມ