ກອງປະຊຸມໃຫຍ່ ຄັ້ງທີ II ໜ່ວຍພັກຄະນະສານຄອບຄົວ

ກອງປະຊຸມໃຫຍ່ ຄັ້ງທີ II ໜ່ວຍພັກຄະນະສານຄອບຄົວ

ກອງປະຊຸມໃຫຍ່ ຄັ້ງທີ II ໜ່ວຍພັກຄະນະສານຄອບຄົວ
ກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍພັກຄະນະສານຄອບຄົວ ສານປະຊາຊົນສູງສຸດ ໄດ້ຈັດຂຶ້ນໃນວັນທີ 22 ເມສາ ນີ້ ທີ່ ສານປະຊາຊົນສູງສຸດ (ສປສສ),ໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກປະທານສານປະຊາຊົນສູງສຸດ,

ໂດຍການເປັນປະທານກ່າວເປີດກອງປະຊຸມ ຂອງສະຫາຍ ໄຊສົມພອນ ເພັດຊົມພູ ເລຂາໜ່ວຍພັກ ຄະນະສານຄອບຄົວ ສານປະຊາຊົນສູງສຸດ ຊຶ່ງມີ ຮອງເລຂາພັກ, ສະມາຊິກພັກ ແລະ ແຂກຖືກເຊີນເຂົ້າຮ່ວມ.

ສະຫາຍ ໄຊສົມພອນ ເພັດຊົມພູກ່າວວ່າ:ຕະຫຼອດໄລຍະ 5 ປີ ຜ່ານມາ ເຖິງແມ່ນວ່າຈະມີເງື່ອນໄຂສະດວກ ເປັນບ່ອນອີງໃຫ້ແກ່ການນໍາພາ-ຊີ້ນໍາຂອງໜ່ວຍພັກ ເປັນຕົ້ນ ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກສານປະຊາຊົນສູງສຸດ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍພັກຄະນະສານຄອບຄົວ ເພື່ອສ້າງຄວາມສະດວກໃຫ້ແກ່ການເຄື່ອນໄຫວປະຕິບັດໜ້າທີ່ຂອງໜ່ວຍພັກກໍຕາມ, ແຕ່ສະພາບການຂອງໂລກ, ພາກພື້ນ ກໍຄືສາກົນ ຍັງມີຄວາມຫຍຸ້ງຍາກ ແລະ ຜັນແປໄປຢ່າງສັບສົນ ເປັນຕົ້ນວິກິດການດ້ານການເງິນ, ໄພເງິນເຟີ້, ໄພທໍາມະຊາດ, ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ບວກໃສ່ກັບການສ້າງພາລະບົດບາດຂອງຄະນະສານຄອບຄົວເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງຄະນະສານຄອບຄົວຍັງຊັກຊ້າ ເຮັດໃຫ້ການຕິດຕາມ, ຊຸກຍູ້ການດໍາເນີນຄະດີຄອບຄົວຂອງສານປະຊາຊົນທ້ອງຖິ່ນບໍ່ໄດ້ດີເທົ່າທີ່ຄວນ, ແຕ່ເຖິງຢ່າງໃດກໍຕາມ ດ້ວຍຄວາມເອົາໃຈໃສ່ນໍາພາ-ຊີ້ນໍາ ຢ່າງໃກ້ຊິດຕິດແທດ ຈາກຄະນະພັກ-ຄະນະນໍາສານປະຊາຊົນສູງສຸດ ແລະ ຄວາມເປັນເຈົ້າການຂອງຄະນະໜ່ວຍພັກ, ສະມາຊິກພັກ-ພະນັກງານ ໃນຄະນະສານຄອບຄົວ ທີ່ໄດ້ພະຍາຍາມບຸກບືນຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ພ້ອມທັງເຊີດຊູຄວາມຮັບຜິດຊອບໃນການກໍາແໜ້ນແນວທາງນະໂຍ

ບາຍຂອງພັກ, ລະບຽບ ແລະ ກົດໝາຍທີ່ພັກ-ລັດວາງອອກ ແລະ ແຜນຍຸດທະສາດພັດທະນາລະບົບສານປະຊາຊົນ ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ ອັນໄດ້ເຮັດໃຫ້ຄາດໝາຍສູ້ຊົນ ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍພັກຄະນະສານຄອບຄົວ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສໍາເລັດໃນລະດັບສູງພໍສົມຄວນ.

ໜ່ວຍພັກຄະນະສານຄອບຄົວ ແມ່ນໜຶ່ງໃນຈໍານວນ 14 ໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກສານປະຊາຊົນສູງສຸດ ມີພາລະບົດບາດ ເປັນເສນາທິການໃຫ້ແກ່ຄະນະບໍລິຫານງານພັກສານປະຊາຊົນສູງສຸດ ໃນການເຜີຍແຜ່, ເຊື່ອມຊຶມ ແລະ ຈັດຕັ້ງຜັນຂະຫຍາຍມະຕິ, ຄໍາສັ່ງ, ຄໍາແນະນໍາ ແລະ ແຈ້ງການ ຂອງຄະນະພັກຂັ້ນເທິງ; ນຳພາ-ຊີ້ນຳຄະນະສານຄອບຄົວໃນການດຳເນີນຄະດີຄອບຄົວເປັນຂັ້ນລົບລ້າງ, ຂັ້ນຮື້ຟື້ນ ແລະ ນໍາພາ-ຊີ້ນໍາຄະນະສານຄອບຄົວ ໃນການຕິດຕາມ, ຊຸກຍູ້ການດຳເນີນຄະດີຄອບຄົວ ຂອງສານປະຊາຊົນທ້ອງຖິ່ນໃນຂອບເຂດທົ່ວປະເທດ.

ຈາກນັ້ນ, ກອງປະຊຸມ ບັນດາຜູ້ແທນສົມບູນ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກ ຄະນະສານຄອບຄົວຊຸດໃໝ່. ກອງປະຊຸມຄັ້ງປະຖົມມະລືກ ໄດ້ເປັນເອກະພາບເລືອກເອົາ ສະຫາຍ ໄຊສົມພອນ ເພັດຊົມພູ ເປັນເລຂາໜ່ວຍພັກ, ສະໝອນສີບູລະ ເປັນຮອງເລາຂາ ທັງເປັນປະທານກວດກາ,ສະຫາຍ ນາງ ພອນວິໄລ ພົມມະຈັນ ເປັນຄະນະໜ່ວຍພັກ ແລະ ສະຫາຍ ເດດອຳນາດ ສິດທິພອນ ເປັນຮອງ ປະທານກວດກາ.

ໃນໂອກາດດັ່ງກ່າວ,ສະຫາຍ ນາງ ວຽງທອງ ສີພັນດອນ ໄດ້ໃຫ້ກຽດໂອ້ລົມສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະໜ່ວຍພັກສານການຄ້າທີ່ໄດ້ຕັ້ງໜ້າແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງໄລຍະຜ່ານມາ ໃຫ້ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ ແລະ ພ້ອມກັນພັດທະນາຄະນະສານຄອບຄົວ ໃຫ້ກາຍເປັນຄະນະສານ ທີ່ເຂັ້ມແຂງຂຶ້ນເທື່ອລະກ້າວ. ສໍາລັບທິດທາງ ໃນຊຸມປີຕໍ່ໜ້າ ບັນດາສະຫາຍຄວນເອົາໃຈໃສ່ຕື່ມບາງບັນຫາ ດັ່ງນີ້: ຄະນະໜ່ວຍພັກຄະນະສານຄອບຄົວ ສານປະຊາຊົນສູງສຸດຊຸດໃໝ່ ຈົ່ງສືບຕໍ່ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ຮັກສາໄດ້ຄຸນທາດການເມືອງໜັກແໜ້ນມີຄຸນສົມບັດສິນທຳປະຕິວັດມີຄວາມດຸໝັ່ນມີຄວາມຊື່ສັດຕໍ່ໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍມີຄວາມບໍລິສຸດໄປຄຽງຄູ່ກັບການຍົກສູງຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະວິຊາການ ແລະ ມີຄວາມຊຳນານ ກາຍເປັນມືອາຊີບໃນການຄົ້ນຄວ້າພິຈາລະນາຄະດີ. ພ້ອມນັ້ນ,ໃນການປະຕິບັດກົດໝາຍ,ຕ້ອງເຄົາລົບຈັນຍາບັນ-ຈັນຍາທໍາໃນອາຊີບໃຫ້ເລິກເຊິ່ງ ແລະ ເຂັ້ມງວດ, ບໍ່ອະນຸຍາດໃຫ້ໃຊ້ສິດ, ອຳນາດແບບອາຍາສິດເຈົ້ານາຍຢູ່ເໜືອກົດໝາຍ, ຢູ່ເໜືອປະຊາຊົນ, ນຳໃຊ້ກົດໝາຍ ເພື່ອບັງຄັບເອົາປຽບປະຊາຊົນ ຫຼື ນໍາໃຊ້ຊ່ອງວ່າງຂອງກົດໝາຍເພື່ອຫາຜົນປະໂຫຍດສ່ວນຕົວ ຫຼື ໃຫ້ແກ່ຄູ່ຄວາມຝ່າຍໃດຝ່າຍໜຶ່ງ; ເພີ່ມທະວີການນໍາພາຂອງພັກ ສ້າງໃຫ້ໜ່ວຍພັກຄະນະສານຄອບຄົວ ເປັນອົງການຫຼັກແຫຼ່ງ ໃນການປົກປ້ອງກົດໝາຍໃຫ້ສັກສິດ, ເພີ່ມທະວີນິຕິທຳ, ກຳຈັດ ແລະ ສະກັດກັ້ນການລະເມີດກົດໝາຍ ເພື່ອປົກຮັກສາສິດຜົນປະໂຫຍດອັນຊອບທຳຂອງພົນລະເມືອງ, ຂອງລັດ ແລະ ຂອງລວມໝູ່ ຮັບປະກັນຄວາມຍຸຕິທຳ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ເສີມຂະຫຍາຍໝາກຜົນຂອງການປະຕິວັດ, ລະບອບການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ ຕາມທິດສ້າງລັດທີ່ປົກຄອງດ້ວຍກົດໝາຍ; ຍົກສູງຄວາມເປັນແບບຢ່າງນຳໜ້າ ແລະ ເພີ່ມທະວີຄວາມສາມັກຄີເປັນເອກະພາບ, ສ້າງຄວາມເຂັ້ມແຂງໃຫ້ແກ່ອົງການຕຸລາການ ເຮັດໜ້າທີ່ພິພາກສາ ແລະ ຕັດສິນຄະດີ ຕາມພາລະບົດບາດ;ເອົາໃຈໃສ່ຕິດຕາມ, ກວດກາ ການປະຕິບັດໜ້າທີ່ຂອງການຈັດຕັ້ງພັກ, ການກໍ່ສ້າງ ແລະຂະຫຍາຍພັກ ກໍຄືການປະຕິບັດໜ້າທີ່ຂອງສະມາຊິກພັກ, ພະນັກງານ ໂດຍສະເພາະຜູ້ທີ່ມີສ່ວນກ່ຽວຂ້ອງກັບການດໍາເນີນຄະດີເຊັ່ນ: “ຈໍາສານ, ຜູ້ຊ່ວຍຜູ້ພິພາກສາ ແລະ ຜູ້ພິພາກສາ ຢູ່ຄະນະສານແຮງງານຢ່າງເຂັ້ມງວດ ຕ້ອງມີມາດຕະການເຂັ້ມງວດ ແລະ ເດັດຂາດ ຕໍ່ສະມາຊິກພັກ-ພະນັກງານທີ່ລະເມີດກົດໝາຍ, ມີການສວຍໃຊ້ໜ້າທີ່ຕຳແໜ່ງ ແລະ ຄວາມຮັບຜິດຊອບກົດໜ່ວງຖ່ວງດຶງການດຳເນີນຄະດີ, ໃຫ້ຊັກຊ້າ, ສວຍໃຊ້ຊ່ອງວ່າງຂອງກົດໝາຍ, ເຊື່ອງອຳຂໍ້ມູນຫຼັກຖານຊອກຫາຜົນປະໂຫຍດທີ່ບໍ່ຊອບທຳ, ບໍ່ມີຄວາມໂປ່ງໃສໃນການປະຕິບັດໜ້າທີ່ວຽກງານ ກໍຄືການຄົ້ນຄວ້າພິຈາລະນາຕັດສິນ ຫຼື ພິພາກສາຄະດີ;ເອົາໃຈໃສ່ນໍາພາ-ຊີ້ນໍາ ສ້າງໜ່ວຍພັກ ໃຫ້ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຢ່າງຕໍ່ເນື່ອງ ຖືເອົາ 5 ຫຼັກການຂອງພັກ ແລະ 3 ທິດນໍາ ໃນການປະຕິບັດໜ້າທີ່ຂອງຕົນຊຶ່ງເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງພັກ; ນໍາພາ-ຊີ້ນໍາ ການເພີ່ມທະວີກົນໄກການປະສານສົບທົບໃນການແກ້ໄຂຄະດີ, ການເກັບກຳຂໍ້ມູນ ຫຼັກຖານຂໍ້ເທັດຈິງ ມາຄົ້ນຄວ້າພິຈາລະນາ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ປົກຄອງທ້ອງຖິ່ນ ເພື່ອປຶກສາຫາລືແລະ ສ້າງຄວາມເປັນເອກະພາບໃນການຕົກລົງແກ້ໄຂບັນຫາຄະດີຄອບຄົວ.

(ຂ່າວ:ຕຸໄລເພັດ ຂໍ້ມູນ-ພາບ ສປສສ)

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ