ກອງປະຊຸມໃຫຍ່ຄັ້ງທີ II ໜ່ວຍພັກກົມຮ່ວມມືສາກົນ

ກອງປະຊຸມໃຫຍ່ຄັ້ງທີ II ໜ່ວຍພັກກົມຮ່ວມມືສາກົນ

ກອງປະຊຸມໃຫຍ່ຄັ້ງທີ II ໜ່ວຍພັກກົມຮ່ວມມືສາກົນ
ກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍພັກກົມຮ່ວມມືສາກົນສານປະຊາຊົນສູງສຸດ(ສປສສ) ໄດ້ຈັດຂຶ້ນໃນວັນທີ 24 ມີນາ ນີ້ ທີ່ ສປສສ ໂດຍການເຂົ້າຮ່ວມຂອງສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກຄະນະບໍລິຫານງານພັກ

 ປະທານ ສປສສ; ມີສະຫາຍຄະນະປະຈໍາພັກ, ຄະນະບໍລິຫານງານພັກ; ບັນດາສະຫາຍເລຂາໜ່ວຍພັກ ແລະສະມາຊິກພັກເຂົ້າຮ່ວມ.

ສະຫາຍ ອານຸສິດ ສຸຂະທໍາມະວົງ ເລຂາໜ່ວຍພັກ ຫົວໜ້າກົມຮ່ວມມືສາກົນ ໄດ້ຜ່ານບົດລາຍງານການເມືອງການເຄື່ອນໄຫວວຽກງານ 5 ປີ ຜ່ານມາ ແລະ ທິດທາງແຜນການ 5 ປີ ຕໍ່ໜ້າ; ຕະຫຼອດໄລຍະການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີI ຂອງໜ່ວຍພັກກົມຮ່ວມມືສາກົນ ກໍຄືການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກສານປະຊາຊົນສູງສຸດ, ໜ່ວຍພັກກົມຮ່ວມມືສາກົນ ໄດ້ເອົາໃຈໃສ່ນໍາພາທາງດ້ານການຈັດຕັ້ງ ເຮັດໃຫ້ການຈັດຕັ້ງພັກ ມີການເຕີບໃຫຍ່ຂະຫຍາຍຕົວຈາກສະມາຊິກພັກ 8 ສະຫາຍ ມາເປັນ 11 ສະຫາຍໃນປັດຈຸບັນ ແລະ ໄດ້ມີໂຄງປະກອບການຈັດຕັ້ງພັກທີ່ຄົບຖ້ວນສົມບູນ; ໄດ້ເອົາໃຈໃສ່ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ. ໃນນັ້ນ ໄດ້ສຸມໃສ່ກໍ່ສ້າງພັກທາງດ້ານການເມືອງ,ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນໍາພາ; ໄດ້ຈັດຕັ້ງການຮຽນສະໜັບສະໜູນ ແລະ ກົດລະບຽບພັກໃຫ້ເປົ້າໝາຍທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ, ໃນໄລຍະ 5 ປີ ຜ່ານມາ ສາມາດຂະຫຍາຍມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກໄດ້ 4 ສະຫາຍ, ມະຫາຊົນກ້າວໜ້າໜຶ່ງສະຫາຍ, ນອກຈາກນີ້ຍັງໄດ້ຕິດຕາມມະຫາຊົນກ້າວໜ້າອີກຈໍານວນໜຶ່ງ. ຜ່ານການກວດກາປະເມີນຜົນການຈັດຕັ້ງປະຕິບັດວຽກງານປະຈໍາປີ 2022,2023 ແລະ 2024 ມີສະມາຊິກພັກໄດ້ຮັບຫຼຽນໄຊແຮງງານຊັ້ນ I ຈໍານວນ 1 ສະຫາຍ, ຫຼຽນໄຊແຮງງານຊັ້ນ II ຈໍານວນ 2 ສະຫາຍ, ຫຼຽນໄຊແຮງງານຊັ້ນ III ຈໍານວນ 3 ສະຫາຍ, ຫຼຽນກາແຮງງານ ຈໍານວນ 2 ສະຫາຍ, ໃບຍ້ອງຍໍ ແລະ ໃບຊົມເຊີຍຈໍານວນ 29 ສະຫາຍ, ໄດ້ຮັບຫຼຽນກາລະນຶກ 65 ປີ ວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຈໍານວນ 7 ສະຫາຍ, ໄດ້ຮັບນາມມະຍົດກົມກອງດີເດັ່ນປະຈໍາປີ 2023-2024 ແລະ ໄດ້ຮັບນາມມະຍົດໜ່ວຍພັກປອດໃສ,ເຂັ້ມແຂງ ແລະ ໜັກແໜ້ນປະຈໍາປີ 2023.

ກອງປະຊຸມໄດ້ປ່ອນບັດເລືອກຕັ້ງຄະນະພັກຊຸດໃໝ່ ຂອງກົມກົມຮ່ວມມືສາກົນ ຈໍານວນ 4 ສະຫາຍ, ກອງປະຊຸມຄັ້ງປະຖົມມະລືກເລືອກເອົາສະຫາຍອານຸສິດ ສຸຂະທໍາມະວົງ ເປັນເລຂາໜ່ວຍພັກ; ສະຫາຍ ພູນທອງ ໄຊຍະສິງ ເປັນຮອງເລຂາໜ່ວຍພັກ ທັງເປັນປະທານກວດກາໜ່ວຍ; ສະຫາຍ ຄີ ສີເມືອງ ເປັນຄະນະ ແລະ ສະຫາຍ ນາງ ແວວວິມົນ ຮອງປະທານກວດກາໜ່ວຍພັກກົມຮ່ວມມືສາກົນ.

ຂ່າວ-ພາບ: ຍຸພິນທອງ

ຄໍາເຫັນ

ຂ່າວການເມືອງ

ຄຕພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະຄັ້ງທີ 2 ຂອງສູນກາງພັກ ສະໄໝທີ XII ແລະ ຄໍາແນະນໍາ ກົດລະບຽບພັກ ປປ ລາວ

ຄຕພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະຄັ້ງທີ 2 ຂອງສູນກາງພັກ ສະໄໝທີ XII ແລະ ຄໍາແນະນໍາ ກົດລະບຽບພັກ ປປ ລາວ

ໃນວັນທີ 9 ກໍລະກົດນີ້ ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ແລະ ຄໍາແນະນໍາການຈັດຕັ້ງປະຕິບັດກົດລະບຽບພັກ ສະໄໝ XII. ໃຫ້ກຽດເປັນປະທານ ໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ; ມີບັນດາສະຫາຍໃນຄະນະບໍລິຫານງານພັກ, ຄະນະກົມ, ພ້ອມດ້ວຍພະນັກງານຫຼັກແຫຼ່ງ ຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.
ເມືອງ​ໝື່ນເຊື່ອມຊຶມ ກົດລະບຽບຂອງພັກ ສະໄໝທີ XII.

ເມືອງ​ໝື່ນເຊື່ອມຊຶມ ກົດລະບຽບຂອງພັກ ສະໄໝທີ XII.

ເມືອງໝື່ນ ແຂວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XII ໃນ​ວັນ​ທີ 8 ກໍ​ລະ​ກົດ​ຜ່ານ​ມາທີ່ ເມືອງ​ໝື່ນໂດຍການເຂົ້າຮ່ວມເປັນປະທານ ແລະ ເຜີຍແຜ່ຂອງສະຫາຍ ວໍຣະສອນ ສີອັກຄະສອນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ບັນດາເລຂາ, ຮອງເລຂາພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ພ້ອມດ້ວຍສະມາຊິກພັກ ເຂົ້າຮ່ວມ.
ກອງປະຊຸມຄົບຄະນະບໍລິຫານງານພັກເມືອງແກ່ນ​ທ້າວ ຄັ້ງທີ 5 ສະໄໝທີ VIII

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງແກ່ນ​ທ້າວ ຄັ້ງທີ 5 ສະໄໝທີ VIII

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງແກ່ນ​ທ້າວແຂວງ​ໄຊ​ຍະ​ບູ​ລີ ຄັ້ງທີ 5 ສະໄໝທີ VIII ໄດ້​ເປີດ​ຂຶ້ນ​ໃນ​ວັນ​ທີ 9 ກໍ​ລະ​ກົດ​ນີ້ ທີ່ ເມືອງ​ແກ່ນ​ທ້າວໂດຍການເປັນປະທານຂອງສະຫາຍ ຄໍາປຸ່ນ ນວນສະບັບກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ,ມີສະຫາຍ ຄຳ​ເຫຼັກ ແກ້ວ​ວິ​ໄລ​ພອນກຳ​ມະ​ການ​ປະ​ຈຳ​ພັກ​ແຂວງປະ​ທານ​ຄະ​ນະ​ກວດ​ກາ​ພັກ​ແຂວງຜູ້​ຊີ້​ນຳ​ເມືອງ​ແກ່ນ​ທ້າວ,ມີພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກເມືອງລະ​ມາມ ຄັ້ງທີ 4 ສະໄໝທີ X

ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກເມືອງລະ​ມາມ ຄັ້ງທີ 4 ສະໄໝທີ X

ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກເມືອງລະມາມ ຄັ້ງທີ 4 ສະໄໝທີ X ໄດ້​ເປີດ​ຂຶ້ນໃນວັນທີ 8 ກໍລະກົດ ນີ້ ທີ່ສະໂມສອນເມືອງລະມາມ, ໂດຍການເຂົ້າຮ່ວມຂອງສະຫາຍ ດາວວີ ສວຍທະລັງສີ ກໍາມະການປະຈໍາພັກແຂວງເລຂາຄະນະບໍລິຫານງານພັກເມືອງລະມາມ, ສະຫາຍ ບົວໄລ ວິໄລວົງ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງ, ມີບັນດາສະຫາຍຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ເຂົ້າຮ່ວມ.
ຄລທ ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ຄລທ ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ຄະນະບໍລິຫານງານພັກຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄບພ.ຄລທ) ໄດ້ຈັດຕັ້ງພິທີເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໃນວັນທີ 6 ກໍລະກົດນີ້ ທີ່ ຄລທ.
ທະຫານ ຫຼວງພະບາງ ເຜີຍແຜ່ເຊື່ອມຊຶມກົດລະບຽບກອງທັບປະຊາຊົນລາວ

ທະຫານ ຫຼວງພະບາງ ເຜີຍແຜ່ເຊື່ອມຊຶມກົດລະບຽບກອງທັບປະຊາຊົນລາວ

ກອງບັນຊາການທະຫານແຂວງຫຼວງພະບາງ ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມກົດລະບຽບຂອງກອງທັບປະຊາຊົນລາວ ຂຶ້ນໃນວັນທີ 29 ມິຖຸນາຜ່ານມາ, ທີ່ກອງບັນຊາການທະຫານດັ່ງກ່າວ, ໂດຍການເປັນປະທານຂອງສະຫາຍ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພັນເອກ ທອງລາ ໄຊຍະວົງສັກ ກຳມະການພັກແຂວງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງທົ່ວກອງບັນຊາການທະຫານແຂວງເຂົ້າຮ່ວມ.

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຊຽງຂວາງ ເປີດກ້ວາງ ຄັ້ງທີ 3 ສະໄໝທີ IX

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຊຽງຂວາງ ເປີດກ້ວາງ ຄັ້ງທີ 3 ສະໄໝທີ IX

ກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງ ຊຽງ​ຂວາງ ເປີດກ້ວາງ ຄັ້ງທີ 3 ສະໄໝທີ IX ໄດ້​ດຳ​ເນີນໃນລະ​ຫວ່າງ ວັນທີ 29-30 ມິຖຸນາ 2026 ທີ່ ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະ​ຫາຍ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະພັກຮາກຖານ, 2 ກອງບັນຊາການ ປກ​ຊ-ປກ​ສ ເຂົ້າຮ່ວມ.
ເປີດກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນຄັ້ງທີ 4 ສະໄໝທີ VII

ເປີດກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນຄັ້ງທີ 4 ສະໄໝທີ VII

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນຄັ້ງທີ 4 ສະໄໝທີVII ໄດ້​ເປີດ​ຂຶ້ນ ໃນວັນທີ 29 ມິຖຸນາ 2026 ທີ່ ແຂວງວຽງ​ຈັນ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງວຽງຈັນ, ມີບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ ແລະ ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ທຫລ ເຜີຍແຜ່-ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ທຫລ ເຜີຍແຜ່-ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ອົງຄະນະພັກ ທະນາຄານແຫ່ງ ສປປ ລາວ (ຄພ.ທຫລ) ໄດ້ຈັດກອງປະຊຸມເຜີຍແຜ່-ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຂຶ້ນເມື່ອບໍ່ດົນມານີ້ ທີ່ສະໂມສອນໃຫຍ່ສະຖາບັນການທະນາຄານ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ບຸນຄຳ ວໍລະຈິດ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ທຫລ, ມີບັນດາສະຫາຍ ຄະນະບໍລິຫານງານພັກ ທຫລ, ຄະນະໜ່ວຍພັກ-ຄະນະຮາກຖານ, ຄະນະກົມ, ຄະນະຜູ້ອຳນວຍການທະນາຄານທຸລະກິດ, ພ້ອມດ້ວຍພະນັກງານຫຼັກແຫຼ່ງນໍາພາ ເຂົ້າຮ່ວມຫຼາຍກວ່າ 200 ສະຫາຍ.
ເພີ່ມເຕີມ