ກອງປະຊຸມໃຫຍ່ຄົບຄະນະບໍລິຫານງານຄະນະກໍາມະການໂອແລັມປິກແຫ່ງຊາດລາວ ຊຸດທີ VIII

ກອງປະຊຸມໃຫຍ່ຄົບຄະນະບໍລິຫານງານຄະນະກໍາມະການໂອແລັມປິກແຫ່ງຊາດລາວ ຊຸດທີ VIII

ກອງປະຊຸມໃຫຍ່ຄົບຄະນະບໍລິຫານງານຄະນະກໍາມະການໂອແລັມປິກແຫ່ງຊາດລາວ ຊຸດທີ VIII
ກອງປະຊຸມໃຫຍ່ຄົບຄະນະບໍລິຫານງານຄະນະກໍາມະການໂອແລັມປິກແຫ່ງຊາດລາວ ປະຈໍາປີ (2023 - 2026) ໄດ້ຈັດຂຶ້ນໃນວັນທີ 3 ກັນຍານີ້ ທີ່ໂຮງແຮມແລນໝາກ ນະຄອນຫຼວງວຽງຈັນ ໂດຍການເປັນປະທ່ານຂອງ ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ປະທານຄະນະກໍາມະການໂອແລັມປິກແຫ່ງຊາດລາວ ຊຶ່ງບັນດາທ່ານອະດີດປະທານ, ຄະນະທີ່ປຶກສາ ຄະນະກໍາມະການໂອແລັມປິກແຫ່ງຊາດລາວ, ຮອງປະທານ, ຄະນະບໍລິຫານງານຄະນະກໍາມະການໂອແລັມປິກແຫ່ງຊາດລາວ ແລະ ປະທານສະຫະພັນກິລາແຫ່ງຊາດເຂົ້າຮ່ວມ.
ກອງປະຊມໃຫຍຄບຄະນະບລຫານງານຄະນະກາມະການໂອແລມປກແຫງຊາດລາວ ຊດທ VIII - image 1
 

 

ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ກ່າວວ່າ: ກອງປະຊຸມໃຫຍ່ ຄະນະບໍລິຫານງານ ຄະນະກໍາມະການໂອແລັມປິກແຫ່ງຊາດລາວ ຊຸດທີ VIII ແມ່ນໄດ້ດໍາເນີນມາຮອດໄລຍະທ້າຍ ຊຶ່ງໄດ້ບັນລຸຕາມຈຸດປະສົງ ແລະ ຄາດໝາຍ ທີ່ວາງໄວ້ ແລະ ພາຍໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ເຊີດຊູຄວາມເປັນເຈົ້າການ ໃນການປະກອບຄໍາຄິດ, ຄໍາເຫັນ ທີ່ເຕັມໄປດ້ວຍຄວາມເປັນຫ່ວງເປັນໄຍ, ຄວາມເອົາໃຈໃສ່ ຕໍ່ຂົງເຂດກິລາ ຊຶ່ງແຕ່ລະທ່ານໄດ້ປະກອບຄໍາເຫັນໃສ່ແຕ່ລະຫົວຂໍ້, ໃສ່ແຕ່ລະວຽກງານຂອງບັນດາສະຫະພັນກິລາປະເພດຕ່າງໆ ດ້ວຍຄວາມຮັບຜິດຊອບສູງ, ບົນຈິດໃຈຢາກຍົກລະດັບ ຢາກພັດທະນາວົງການກິລາລາວ ໃຫ້ມີການພັດທະນາ, ມີການຍົກລະດັບ ໃຫ້ທ່ຽມທັນກັບພາກພື້ນ ແລະ ສາກົນ, ປັດຈຸບັນ ສັງຄົມ ພວມຕິດຕາມ ຢ່າງໃກ້ຊິດວ່າ ວົງການກິລາລາວ ຈະມີການປັບປຸງພັດທະນາ ແລະ ບົດບາດໃນເວທີພາກພື້ນຂອງກິລາລາວ.

ກອງປະຊມໃຫຍຄບຄະນະບລຫານງານຄະນະກາມະການໂອແລມປກແຫງຊາດລາວ ຊດທ VIII - image 2
 

ໃນໂອກາດນີ້, ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ມີຄຳເຫັນວ່າ: “ກິລາ” ແມ່ນຕິດພັນ ແລະເປັນຂົວຕໍ່ ກັບຫຼາຍຂົງເຂດທັງເສດຖະກິດ-ສັງຄົມ ແລະຕ່າງປະເທດ ຕົວຢ່າງ, ກິລາ ກັບ ເສດຖະກິດ ກິລາ ແມ່ນສາມາດປະກອບສ່ວນໃຫ້ກັບການພັດທະນາເສດຖະກິດຂອງປະເທດ, ໃນຫຼາຍປະເທດໃນໂລກ ແມ່ນນໍາໃຊ້ການຈັດການແຂ່ງຂັນກິລາ ຕິດພັນກັບການທ່ອງທ່ຽວ ເພື່ອເປັນແຫຼ່ງລາຍຮັບ ແລະ ດຶງດູດການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ, ກິລາ ກັບ ສັງຄົມ ກິລາ ແມ່ນຂະແໜງໜຶ່ງໃນສັງຄົມ ທີ່ປະກອບສ່ວນເຮັດໃຫ້ປະຊາຊົນ ມີສຸຂະພາບທີ່ແຂງແຮງ, ມີພະລານາໄມທີ່ສົມບູນ, ຖ້າກິລາໄດ້ຮັບການພັດທະນາເປັນຂະບວນການໃນທົ່ວປະເທດ ກໍຈະເຮັດໃຫ້ມີບັນຍາກາດເບີກບານມ່ວນຊື່ນ, ໄວໜຸ່ມ ກໍຫ່າງຈາກຢາເສບຕິດຄືໃນຄໍາຂວັນທີ່ວ່າ “ກິລາຄືຢາວິເສດ”. ກິລາ ຍັງເປັນຕົວຂັບເຂື່ອນຂະບວນສັງຄົມ, ປູກຈິດສໍານຶກຂອງຄວາມຮັກຊາດແພງເຊື້ອໄດ້ດີ, ສ້າງຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງຊາດ, ກິລາ ກັບ ການຕ່າງປະເທດ ແມ່ນການສົ່ງເສີມໃຫ້ມີການແລກປ່ຽນບົດຮຽນ, ປະສົບການ ພ້ອມທັງເປັນໜຶ່ງໃນວິທີການສ້າງສາຍສໍາພັນ, ສາຍພົວພັນ ທາງການທູດ ທັງເປັນການສ້າງບົດບາດ, ພາບພົດຂອງປະເທດ ໄປພ້ອມໆກັນ. ສະນັ້ນ, ຄະນະກໍາມະການໂອແລັມປິກແຫ່ງຊາດລາວແຕ່ລະຊຸດ, ໂດຍສະເພາະແມ່ນຊຸດທີ 8 ຜ່ານມາ ໄດ້ມີຜົນສໍາເລັດຫຼາຍດ້ານ, ເຮັດໃຫ້ກິລາລາວ ເຊື່ອມກັບພາຍໃນ ແລະ ສາກົນ ດີຂຶ້ນສົມຄວນ ແລະ ອົງການຈັດຕັ້ງໂອແລັມປິກ ແມ່ນການຈັດຕັ້ງສັງຄົມໜຶ່ງ, ອົງການຈັດຕັ້ງນີ້ ເຮັດໜ້າທີ່ສົມທົບ, ຮ່ວມມືທັງພາຍໃນ ແລະ ຕ່າງປະເທດ ໃນວຽກວິຊາສະເພາະກິລາ. ການປະຕິບັດໜ້າທີ່ຂອງຄະນະກໍາມະການໂອແລັມປິກແຫ່ງຊາດລາວ ຊຶ່ງເປັນອົງການຈັດຕັ້ງສັງຄົມ ທີ່ມີການພົວພັນຢ່າງ ສະໜິດແໜ້ນລະຫວ່າງກະຊວງສຶກສາທິການ ແລະ ກິລາ. ສະນັ້ນ, ຖ້າຢາກໃຫ້ຄະນະກໍາມະການໂອແລັມປິກແຫ່ງຊາດລາວສາມາດເຄື່ອນໄຫວ ໄດ້ຢ່າງມີປະສິດທິພາບນັ້ນ ແມ່ນອົງການທີ່ເປັນເສທິການ, ຕ້ອງປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ຮູ້ຈັກການພົວພັນປະສານງານກັບພາຍໃນ ແລະຕ່າງປະເທດ, ຕ້ອງຫັນເປັນມືອາຊີບ, ເຄົາລົບລະບຽບຫຼັກການທີ່ວາງອອກ, ມີກົນໄກສ່ອງແສງລາຍງານຂໍຄວາມເຫັນຢ່າງເປັນປົກກະຕິ. ເປົ້າໝາຍເຄື່ອນໄຫວສຸດທ້າຍຂອງຄະນະກໍາມະການໂອແລັມປິກແຫ່ງຊາດລາວ, ກົມກິລາ ຂອງກະຊວງສຶກສາ ສະຫະພັນກິລາຕ່າງໆ ແມ່ນປະກອບສ່ວນນໍາເອົາຊື່ສຽງມາສູ່ປະເທດລາວ ໃຫ້ນັບມື້ສູງເດັ່ນຂຶ້ນ; ຕໍ່ກັບຄະນະບໍລິຫານງານ ຄະນະກໍາມະການໂອແລັມປິກແຫ່ງຊາດລາວຊຸດໃໝ່ (ຊຸດທີ IX) ໃຫ້ຍົກສູງຄວາມຮັບຜິດຊອບຂອງຕົນ ໃນການເປັນການນໍາຫຼັກແຫຼ່ງ, ເປັນຜູ້ຕິດຕາມ, ຊຸກຍູ້ ບັນດາສະຫະພັັນກິລາຕ່າງໆ ໃຫ້ມີການພັດທະນາຢ່າງບໍ່ຢຸດຢັ້ງ ສ້າງໃຫ້ມີການຫັນປ່ຽນໃໝ່, ນໍາເອົາຜົນງານມາສູ່ປະເທດຊາດໃຫ້ຫຼາຍຂຶ້ນ; ໃນຄະນະບໍລິຫານງານຊຸດໃໝ່ນີ້ປະກອບມີທັງຮຸ່ນອາວຸໂສ, ຮຸ່ນກາງ, ຮຸ່ນໜຸ່ມ, ມີທັງຜູ້ເກົ່າ ແລະ ຜູ້ໃໝ່ ຊຶ່ງສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ລັດ ເພື່ອເປັນການສ້າງພະນັກງານສືບທອດ ໃນແຕ່ລະໄລຍະ ແລະ ບັນດາສະຫະພັນກິລາປະເພດຕ່າງໆ ແມ່ນຜູ້ນໍາເອົາຜົນງານ, ນໍາເອົາຫຼຽນ, ນໍາເອົາຄວາມພາກພູມໃຈ ໃຫ້ທົ່ວສັງຄົມ ແລະ ປະເທດຊາດ, ສະນັ້ນຕ້ອງເປັນເຈົ້າການພັດທະນາປະເພດກິລາຂອງຕົນຢ່າງເປັນລະບົບຄົບຊຸດ, ນັບຕັ້ງແຕ່ການສ້າງຂັ້ນເຍົາວະຊົນ, ຊາວໜຸ່ມ ແລະ ນັກກິລາອາຊີບ.

ກອງປະຊມໃຫຍຄບຄະນະບລຫານງານຄະນະກາມະການໂອແລມປກແຫງຊາດລາວ ຊດທ VIII - image 3
 

ພ້ອມກັນນັ້ນ, ກໍຕ້ອງສົ່ງເສີມໃຫ້ມີການຈັດການແຂ່ງຂັນ ໃນລະດັບຕ່າງໆ ຢ່າງເປັນປົກກະຕິ ເພື່ອເປັນການຝຶກຊ້ອມ ແລະ ຄັດເລືອກເອົານັກກິລາທີ່ໂດດເດັ່ນ ເປັນຕົວແທນຂອງປະເທດລາວ ເຂົ້າແຂ່ງຂັນໃນລະດັບພາກພື້ນ ແລະ ສາກົນ, ຮີບຮ້ອນຖອດຖອນບົດຮຽນ ແລະປັບປຸງສະຫະພັນກິລາປະເພດຕ່າງໆ ໃຫ້ເຄື່ອນໄຫວມີປະສິດທິພາບ, ມີວິໄນ, ມີຜົນງານ, ສ້າງບົດບາດຊື່ສຽງໃຫ້ເດັ່ນຂຶ້ນ, ສ້າງຄວາມເປັນມືອາຊີບ ສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນ ໃຫ້ດີຂຶ້ນ, ຈັດອັນດັບດີຂຶ້ນ; ຄະນະກໍາມະການໂອແລັມປິກຊຸດໃໝ່ຕ້ອງປະສານສົມທົບແໜ້ນກັບກະຊວງສຶກສາທິການ ແລະກິລາ ເພື່ອພ້ອມກັນສ້າງແຜນຍຸດທະສາດກິລາແຫ່ງຊາດລາວ, ຕ້ອງກໍານົດແຈ້ງທິດທາງໃນການພັດທະນາກິລາລາວ; ຄະນະກໍາມະການໂອແລັມປິກແຫ່ງຊາດລາວ ກໍຕ້ອງມີຈຸດສຸມໃນການພັດທະນາ, ຈະຍາດແຍ່ງການຊ່ວຍເຫຼືອໃນຂົງເຂດລະດົມທຶນການປະກອບສ່ວນຂອງທຸກພາກສ່ວນໃນສັງຄົມ ເພື່ອພັດທະນາພື້ນຖານໂຄງການຂອງກິລາໃຫ້ລວມສູນ ໄປລວງດຽວໃນວຽກງານກິລາລາວເປັນຕົ້ນແມ່ນສະຖານທີ່ສ້າງ, ຝຶກນັກກິລາ, ຄົ້ນຄວ້າວຽກກິລາ ຢ່າງເປັນລະບົບ. ເພື່ອເປັນການຫ້າງຫາກະກຽມໃຫ້ແກ່ການເປັນເຈົ້າພາບງານມະຫາກໍາກິລາຊີເກມ ທີ່ ສປປ ລາວ ເຮົາຈະເປັນເຈົ້າພາບໃນປີ 2031.

ຂ່າວ-ພາບ: ບຸນອູ້ມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄອສພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນຄັ້ງທີ 1 ຂອງພັກສະໄໝທີ XII

ຄອສພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນຄັ້ງທີ 1 ຂອງພັກສະໄໝທີ XII

ຄະະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມມະຕິກອງ ປະຊຸມຄົບຄະນະ (ສະໄໝວິສາມັນຄັ້ງທີ 1) ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII ຂຶ້ນໃນ ວັນທີ 3 ພະຈິກນີ້, ທີ່ຫ້ອງປະຊຸມໃຫຍ່ ຄອສພ, ໂດຍການເປັນປະທານ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະ ທານສະພາທິດສະດີສູນກາງພັກ, ມີບັນດາສະຫາຍຄະນະພັກ, ເລຂາພັກຮາກຖານ, ບັນດາໜ່ວຍພັກ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ ແລະ ຮອງພະແນກເຂົ້າຮ່ວມ
ຍົກລະດັບຄວາມຮູ້ດ້ານບັນຊີວິສາຫະກິດ ໃຫ້ພະນັກງານຂະແໜງການເງິນ 8 ແຂວງພາກເໜືອ

ຍົກລະດັບຄວາມຮູ້ດ້ານບັນຊີວິສາຫະກິດ ໃຫ້ພະນັກງານຂະແໜງການເງິນ 8 ແຂວງພາກເໜືອ

ສະຖາບັນເສດຖະກິດການເງິນ ສາຂາພາກເໜືອ ຈັດພິທີເປີດຝຶກອົບຮົມວຽກງານດ້ານບັນຊີວິສາຫະກິດ ແລະ ງົບປະມານ ໃຫ້ພະນັກງານຂະແໜງການເງິນບັນດາແຂວງພາກເໜືອ ໂດຍເປັນປະທານຂອງ ທ່ານ ນາງ ວົງພະຈັນ ວົງປະດິດ ຫົວໜ້າສະຖາບັນເສດຖະກິດການເງິນ ສາຂາພາກເໜືອ ໃນວັນທີ 2 ພະຈິກຜ່ານມາ, ທີ່ສະຖາບັນດັ່ງກ່າວ, ໂດຍມີວິທະຍາກອນ, ສຳມະນາກອນ ແລະ ແຂກຮັບເຊີນເຂົ້າຮ່ວມ.
ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ວັນທີ 1 ພະຈິກຜ່ານມາ, ທີ່ແຂວງຄໍາມ່ວນ ໄດ້ຈັດພີທີເປີດສາງພາງຂອງກຸ່ມບໍລິສັດ ພະນົມພອນ ຈໍາກັດ ຢ່າງເປັນທາງການ ຫວັງຍົກລະດັບວຽກງານໂລຈິສຕິກ ແລະ ເສີມທ່າແຮງການຄ້າຂ້າມຊາຍແດນ. ໃຫ້ກຽດເຂົ້າຮ່ວມພິທີມີທ່ານ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ ພ້ອມດ້ວຍການນໍາຂັ້ນສູນກາງ, ການນໍາແຂວງ, ຜູ້ບໍລິ ຫານກຸ່ມບໍລິສັດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງພົນທີ 2 ຈັດຕັ້ງພິທີເຄົາລົບທຸງຊາດ

ກອງພົນທີ 2 ຈັດຕັ້ງພິທີເຄົາລົບທຸງຊາດ

ວັນທີ 2 ພະຈິກນີ້, ກອງພົນທີ 2 ໄດ້ຈັດຕັ້ງພິທີເຄົາລົບທຸງຊາດ ປະຈຳເດືອນພະຈິກ ໂດຍການເປັນປະທານຂອງສະຫາຍ ພັນເອກ ອຸ່ນເຕົ່າ ໄຊຍະຄຸນ ຫົວໜ້າຫ້ອງເສນາທິການ ກອງພົນທີ 2, ມີຄະນະພັກ-ຄະນະບັນຊາ, ພະແນກການ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ອັດ​ຕະ​ປືສຸມ​ໃສ່​ວຽກ​ງານ​ປົກ​ຄອງແລະປັບ​ປຸງ​ການ​ຈັດ​ຕັ້ງໃຫ້​ກະ​ທັດ​ຮັດ

ອັດ​ຕະ​ປືສຸມ​ໃສ່​ວຽກ​ງານ​ປົກ​ຄອງແລະປັບ​ປຸງ​ການ​ຈັດ​ຕັ້ງໃຫ້​ກະ​ທັດ​ຮັດ

ໃນໄລຍະ 5 ປີ (2021-2025) ແຂວງອັດຕະປື ໄດ້ສຸມໃສ່ປັບປຸງກົງຈັກການຈັດຕັ້ງ, ຍົກສູງປະ ສິດທິພາບວຽກງານປົກຄອງ ແລະ ຂັບເຄື່ອນວຽກງານ 3 ສ້າງ ໂດຍສາມາດຫຼຸດຈຳນວນພະ ແນກການຂັ້ນແຂວງຈາກ 38 ເຫຼືອ 34 ພະແນກການ ແລະ ຫຼຸດໜ່ວຍງານຈາກ 432 ເຫຼືອ 345 ໜ່ວຍງານ ພ້ອມທັງສ້າງຕັ້ງສູນບໍລິການຜ່ານປະຕູດຽວ 3 ແຫ່ງ ເພື່ອເຮັດໃຫ້ການບໍລິການລັດມີຄວາມສະດວກ, ວ່ອງໄວ ແລະ ໂປ່ງໃສຂຶ້ນ.
ຈາກທົ່ງນາທີ່ມີເຂົ້າຂຽວງາມ ເຫຼືອພຽງດິນທີ່ແຫ້ງແຕກເຫີບ

ຈາກທົ່ງນາທີ່ມີເຂົ້າຂຽວງາມ ເຫຼືອພຽງດິນທີ່ແຫ້ງແຕກເຫີບ

​ ສະພາບໄພ​ພິ​ບັດນ້ຳຖ້ວມໃນປີ 2026 ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ຊີວິດການເປັນຢູ່ ແລະ ການທຳມາຫາກິນຂອງປະຊາຊົນ ໃນຫຼາຍພື້ນທີ່, ໂດຍສະເພາະແມ່ນເນື້ອທີ່ທຳການຜະລິດກະສິກຳຂອງຊາວກະສິກອນທີ່ເສຍ​ຫາຍ​ຈາກ​ໄພນ້ຳຖ້ວມ.
ສາລະວັນ ເຜີຍແຜ່ເຊື່ອມຊຶມນິຕິກຳການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ທົ່ວແຂວງ

ສາລະວັນ ເຜີຍແຜ່ເຊື່ອມຊຶມນິຕິກຳການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ທົ່ວແຂວງ

ແຂວງ ສາ​ລະ​ວັນໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມເນື້ອໃນເອກະສານທີ່ສຳຄັນ ກ່ຽວກັບວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນແຂວງ ຄຸ້ມຄອງ ທົ່ວແຂວງສາລະວັນ, ໃນ​ວັນ​ທີ 30 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງສາລະວັນ,ມີບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າຮ່ວມ.
ທ່ານ ວັນໄຊ ພອງສະຫວັນ ໂອ້ລົມພະນັກງານຫຼັກແຫຼ່ງແຂວງຄໍາມ່ວນ

ທ່ານ ວັນໄຊ ພອງສະຫວັນ ໂອ້ລົມພະນັກງານຫຼັກແຫຼ່ງແຂວງຄໍາມ່ວນ

ທ່ານ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ເຄື່ອນໄຫວເຮັດວຽກ ແລະ ໂອ້ລົມ​ພະ​ນັກ​ງານຫຼັກ​ແຫຼ່ງແຂວງ​ຄຳ​ມ່ວນໃນ​ວັນ​ທີ 2 ພະ​ຈິກ​ນີ້ໂດຍ​ມີກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາພັກເມືອງ, ຫົວໜ້າ, ຮອງຫົວໜ້າພະແນກການ-ອົງການທຽບເທົ່າອ້ອມຂ້າງແຂວງ, ພະນັກງານອາວຸດໂສບຳນານ, ພະນັກງານຫຼັກແຫຼ່ງ, ນັກທຸລະກິດ ພາຍໃນແຂວງຄຳມ່ວນເຂົ້າ​ຮ່ວມ​ຮັບ​ຟັງ.
ອັດຕະປື ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນ ສນຊ ທົ່ວປະເທດ ຄັ້ງທີ XII

ອັດຕະປື ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນ ສນຊ ທົ່ວປະເທດ ຄັ້ງທີ XII

ວັນທີ 30 ຕຸລາຜ່ານມາ, ທີ່ຫໍປະຊຸມໃຫຍ່ແຂວງອັດຕະປື ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມຜົນສຳ ເລັດມະຕິກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ (ສນຊ) ທົ່ວປະເທດ ຄັ້ງທີ XII ແລະ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດແຂວງ ຄັ້ງທີ VIII. ໃຫ້ກຽດເຜີຍແຜ່ຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ທ່ານ ນາງ ບັນທະໄລ ແກ້ວມະນີວົງ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍຄະນະພັກ, ຄະນະນຳແຂວງ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.
ມຊ ຈັດພິທີໃສ່ບາດອຸທິດບຸນໃຫ້ຜູ້ທີ່ມີຜົນງານດີເດັ່ນ ໂອກາດວັນສ້າງຕັ້ງ ຄົບຮອບ 30 ປີ

ມຊ ຈັດພິທີໃສ່ບາດອຸທິດບຸນໃຫ້ຜູ້ທີ່ມີຜົນງານດີເດັ່ນ ໂອກາດວັນສ້າງຕັ້ງ ຄົບຮອບ 30 ປີ

ວັນທີ 2 ພະຈິກນີ້, ຄະນະພັກ, ຄະນະນໍາມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີໃສ່ບາດເພື່ອອຸທິດບຸນກຸສົນໄປຫາຜູ້ທີ່ມີຜົນງານດີເດັ່ນຕໍ່ການສຶກສາ ແລະ ເຈົ້າຖິ່ນເຈົ້າຖານຜູ້ມີຄຸນງາມຄວາມດີຕໍ່ ມຊ ຕໍ່ປະເທດຊາດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ (ມຊ) ຄົບຮອບ 30 ປີ (1996-2026) ພ້ອມນັ້ນ, ຍັງໄດ້ປັ້ນຮູບຫຼໍ່ຂອງປະທານ ໄກສອນພົມວິຫານ ປະດິດສະຖານໄວ້ຢູ່ ມຊ ເພື່ອເປັນສິລິມຸງຄຸນ, ຄວາມຮົ່ມເຢັນເປັນສຸກໃຫ້ ມຊ ກໍຄືພະນັກງານ, ຄູສອນ ແລະ ນັກສຶກສາທົ່ວ ມຊ ທັງເປັນການສືບສານຮີດຄອງປະເພນີອັນດີງາມຂອງຊາດ. ດັ່ງນັ້ນ, ມຊ ຈຶ່ງໄດ້ຈັດພິທີມະຫາມຸງຄຸນ 30 ປີ ຂຶ້ນ, ເປັນກຽດເຂົ້າຮ່ວມຂອງທ່ານ ຄຳພັນ ພົມມະທັດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ, ທ່ານ ສິນທະວອນ ດາລາວົງ ຜູ້ອຳນວຍການໃຫຍ່ ມຊ, ມີບັນດາແຂກຖືກເຊີນກ່ຽວຂ້ອງ, ຄູ-ອາຈານ, ນັກສຶກສາເຂົ້າຮ່ວມ.
ເພີ່ມເຕີມ