ກອງປະຊຸມໃຫຍ່ພັກເມືອງສີສັດຕະນາກ ຄັ້ງທີ VIII ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ພັກເມືອງສີສັດຕະນາກ ຄັ້ງທີ VIII ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ພັກເມືອງສີສັດຕະນາກ ຄັ້ງທີ VIII ເປີດຂຶ້ນຢ່າງເປັນທາງການ
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງສີສັດຕະນາກຄັ້ງທີ VIII ເປີດຂຶ້ນຢ່າງເປັນທາງການ ໃນວັນ ທີ 5 ມິຖຸນານີ້ ທີ່ສະໂມສອນໃຫຍ່ຂອງເມືອງດັ່ງກ່າວ, ພາຍໃຕ້ການເປັນປະທານ ຂອງ ສະຫາຍ ເດດສົງຄາມ ທຳມະວົງ ຄະນະປະຈຳພັກນະຄອນຫຼວງວຽງຈັນ ເລຂາພັກເມືອງ ເຈົ້າເມືອງສີສັດຕະນາກ,

ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ຊົງເລົ່າ ຢົງນູ ຮອງເລຂາພັກນະຄອນຫຼວງວຽງຈັນ, ມີຜູ້ແທນສົມ ບູນ 138 ສະຫາຍ ຍິງ 36 ສະຫາຍ ທີ່ເປັນຕົວແທນໃຫ້ສະມາຊິກພັກ 1,485 ສະຫາຍ ທົ່ວເມືອງ ສີສັດຕະນາກ ແລະ ມີແຂກຖືກເຊີນເຂົ້າຮ່ວມ.

ສະຫາຍ ເດດສົງຄາມ ທຳມະວົງ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ແລະ ໄດ້ລາຍ ງານການເມືອງຂອງຄະນະບໍລິຫານງານພັກເມືອງສະໄໝທີ VII ຊຶ່ງປະກອບມີ 2 ພາກ ຄື: ພາກທີ I, ຕີລາຄາຜົນການນຳພາປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກເມືອງສີສັດຕະນາກ (2020-2024), ພາກທີ II ທິດທາງລວມ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມໃນ 5 ປີຕໍ່ໜ້າ (2025-2029),

ກອງປະຊມໃຫຍພກເມອງສສດຕະນາກ ຄງທ VIII ເປດຂນຢາງເປນທາງການ - image 1

ໃນໄລຍະ 5 ປີ ຜ່ານມາໄດ້ເອົາໃຈໃສ່ຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງສູນກາງພັກ, ມະຕິກອງປະຊຸມໃຫຍ່ອົງຄະນະພັກນະຄອນຫຼວງວຽງຈັນ ຄັ້ງທີ VII ແຜນພັດທະນາ ເສດຖະກິດ-ສັງຄົມ 5 ຄັ້ງທີ IX ຂອງນະຄອນຫຼວງວຽງຈັນ, ເປັນບ່ອນອີງໃນການຈັດຕັ້ງເຊື່ອມຊຶມ ໃຫ້ແກ່ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ, ຜູ້ປະກອບການ, ພໍ່ແມ່ປະຊາຊົນ ຢ່າງເປັນປົກະຕິ ແລະ ຕໍ່ເນື່ອງ ເພື່ອສ້າງຄວາມຮັບຮູ້, ຄວາມເຂົ້າໃຈເປັນເອກະພາບ ຢ່າງທົ່ວເຖິງ, ຈັດຕັ້ງປາຖະກະຖາບັນດາມູນເຊື້ອປະຫວັດສາດ, ວັນສໍາຄັນຕ່າງໆຂອງຊາດ, ຂອງພັກ, ຂອງບັນດາ ທ່ານຜູ້ນຳ ແລະ ເຫດການພົ້ນເດັ່ນຕ່າງໆ ຜ່ານການຈັດຕັ້ງປະຕິບັດໄດ້ເຮັດໃຫ້ພະນັກງານ, ສະມາຊິກ ພັກ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າມີຄວາມຮັບຮູ້, ເຂົ້າໃຈຕໍ່ອຸດົມການຂອງພັກ, ຮັບປະ ກັນໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ

.

ກອງປະຊມໃຫຍພກເມອງສສດຕະນາກ ຄງທ VIII ເປດຂນຢາງເປນທາງການ - image 2
 

ໃນນັ້ນໄດ້ນໍາພາພັດທະນາເສດຖະກິດໂດຍຖືເອົາການພັດທະນາເສດຖະກິດ - ສັງຄົມ ຕິດພັນກັບ ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ເງິນຕາ ເປັນ ສໍາຄັນ ໂດຍສະເພາະສະພາບຈຸດພິເສດ ແລະ ທ່າແຮງຂອງເມືອງ ຕາມກົນໄກເສດຖະກິດຕະຫຼາດທີ່ ມີການຄຸ້ມຄອງຂອງລັດຢ່າງເປັນລະບົບ, ດໍາເນີນການເດີນສໍາຫຼວດ, ກວດກາພື້ນຖານຫົວໜ່ວຍທຸລະກິດ ເພື່ອການຈັດເກັບລາຍຮັບເຂົ້າສູ່ລະບົບທີ່ຫັນເປັນທັນສະໄໝຫຼາຍຂຶ້ນ ຊຶ່ງການຈັດເກັບລາຍຮັບແຕ່ລະປີ ເພີ່ມຂຶ້ນຈົນບັນລຸໄດ້ 345.32 ຕື້ກີບ, ທຽບໃສ່ຄາດໝາຍກອງປະຊຸມ ຄັ້ງທີ VII ວາງອອກ ປະຕິບັດໄດ້ 307.98 ຕື້ກີບ, ລື່ນແຜນການ 37.34 ຕື້ກີບ, ເທົ່າກັບ 112.12%, ດຸນດ່ຽງໃຫ້ນະຄອນຫຼວງວຽງຈັນ 323.80 ຕື້ກີບ, ລື່ນແຜນການ 37.71 ຕື້ ກີບ, ເທົ່າກັບ 113.18%; ນໍາໃຊ້ລະບົບເອເລັກໂຕຣນິກ ທັນສະໄໝເຂົ້າໃນການຄຸ້ມຄອງລາຍຮັບ-ລາຍຈ່າຍ, ຊຳລະຄ່າອາກອນຜ່ານ ລະບົບທະນາຄານ, ຫົວ ໜ່ວຍທຸລະກິດເຂົ້າໃນລະບົບແທັກລິດ (TaxRis), ພີໂອເອັດ (POS) ໄດ້ທັງ ໝົດ 7,870 ຫົວໜ່ວຍ, ເທົ່າກັບ 105.92% ຂອງແຜນການ.

     ກອງປະຊຸມຍັງໄດ້ສະຫຼຸບແຜນພັດທະນາເສດຖະກິດ-ສັງຄົມ 5 ປີຜ່ານມາ ແລະ ແຜນການ 5 ປີຕໍ່ໜ້າ (2025-2029), ລາຍງານຫົວຂໍ້: ການຈັດຕັ້ງປະຕິບັດວາລະແຫ່ງຊາດກ່ຽວກັບການແກ້ໄຂບັນ ຫາຢາເສບຕິດ, ຫົວຂໍ້: ການນໍາໃຊ້ເຄື່ອງມືທັນສະໄໝເຂົ້າໃນການຄຸ້ມຄອງ ແລະ ຈັດເກັບລາຍຮັບເຂົ້າ ງົບປະມານແຫ່ງລັດຂອງເມືອງສີສັດຕະນາກ, ຫົວຂໍ້: ການພັດທະນາພື້ນຖານໂຄງລ່າງຕິດພັນກັບການ ແກ້ໄຂສະພາບນໍ້າຖິ້ມຂັງໃນເມືອງສີສັດຕະນາກ, ຫົວຂໍ້: ວິທີການ ແລະ ມາດຕະການໃນການຮັບປະກັນ ເຮັດໃຫ້ການດຳເນີນຄະດີຢູ່ສານຂັ້ນຕົ້ນມີຄວາມໂປ່ງໃສ ແລະ ຫົວຂໍ້: ການແກ້ໄຂປະກົດການຫຍໍ້ທໍ້ຢູ່ໃນ ຂົງເຂດບໍລິການ ທ່ອງທ່ຽວ (ຮ້ານອາຫານ, ຮ້ານກິນດື່ມ ແລະ ຮ້ານບັນເທິງທີ່ມີສຽງເນື່ອງນັນ), ຜ່ານ ບົດສຳຫຼວດການນຳພາລວມ, ຜ່ານເງື່ອນໄຂ, ມາດຖານຜູ້ສະໝັກເລືອກຕັ້ງຄະນະບໍລິຫານງານ ພັກເມືອງ ຊຸດທີ VIII, ຜ່ານມາດຖານເງື່ອນໄຂຜູ້ແທນສົມບູນ ແລະ ສຳຮອງໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ, ດຳເນີນການປ່ອນບັດເລືອກຕັ້ງຄະນະບໍລິຫານງານພັກເມືອງ ຊຸດທີ VIII.

(ຂ່າວ-ພາບ: ສຳນານ)

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກກົມອົບຮົມໄດ້​ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11ທັນວາ ຜ່ານມານີ້ ທີ່ຫ້ອງປະຊຸມຊັ້ນ 2 ຂອງຄະນະ​ໂຄສະນາອົບຮົມສູນກາງພັກ, ໂດຍການເປັນປະທານຂອງ ສະຫາຍ ຄໍາກອງ ທໍາມະເທວາ ຄະນະພັກ ເລຂາໜ່ວຍພັກກົມອົບຮົມ, ໃຫ້ກຽດເຂົ້າຮ່ວມສະຫາຍ ຂອງ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະມາຊິກພັກ ສົມບູນ 17 ສະຫາຍ, ສໍາຮອງ 1 ສະຫາຍ ແລະ ມີບັນດາສະຫາຍເລຂາ, ຜູ້ຕາງໜ້າເລຂາໜ່ວຍພັກທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ)ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11 ທັນວານີ້, ທີ່ສະໂມສອນໃຫຍ່ ຂອງ ຄອສພ, ໂດຍການເປັນຄະນະປະທານຂອງສະຫາຍ ລາວປາວຊົ່ງ ນະວົງໄຊ, ກຳມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ບຸນເພັງ ຈັນທະດາລາ, ເລຂາໜ່ວຍພັກຫ້ອງການ ຄອສພ, ບັນດາສະຫາຍ ຜູ້ຕາງໜ້າຄະນະໜ່ວຍ 3 ອົງການຈັດຕັ້ງມະຫາຊົນ ຂອງຫ້ອງການ ພ້ອມດ້ວຍ ສະມາຊິກພັກ ຂອງໜ່ວຍພັກຫ້ອງການ ເຂົ້າຮ່ວມທັງໝົດ 27 ສະຫາຍ, ຍິງ 11 ສະຫາຍ, ສຳຮອງ 1 ສະຫາຍ.
ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 8 ທັນວານີ້ ທີ່ສະພາປະຊາຊົນແຂວງຄໍາມ່ວນໄດ້ດໍາເນີນກອງປະຊຸມຄັ້ງປະຖົມມະລຶກຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ.
ເພີ່ມເຕີມ