ກອງປະຊຸມໃຫຍ່ຜູ້ແທນ ສະຫະພັນກຳມະບານ ກະຊວງການຕ່າງປະເທດ ຄັ້ງທີ XII

ກອງປະຊຸມໃຫຍ່ຜູ້ແທນ ສະຫະພັນກຳມະບານ ກະຊວງການຕ່າງປະເທດ ຄັ້ງທີ XII

ກອງປະຊຸມໃຫຍ່ຜູ້ແທນ ສະຫະພັນກຳມະບານ ກະຊວງການຕ່າງປະເທດ ຄັ້ງທີ XII
ກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານກະຊວງການຕ່າງປະເທດ ຄັ້ງທີ XII ໄດ້ຈັດຂຶ້ນ ໃນວັນທີ 6 ພຶດສະພານີ້ ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ໂດຍການໃຫ້ກຽດເຂົ້າຮ່ວມເປັນຄະນະປະທານຂອງ ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງການຕ່າງປະເທດ; ສະຫາຍ ເລັດ ໄຊຍະພອນ

 

ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສູນກາງສະຫະພັນກໍາມະບານລາວ; ສະຫາຍ ຄໍາໄພ ພັນທອງດີ ຮັກສາການປະທານຄະນະບໍລິຫານງານສະຫະພັນກຳມະບານກະຊວງການຕ່າງປະເທດ ແລະ ຜູ້ຕາງໜ້າຈາກຄະນະບໍລິຫານງານສະຫະພັນແມ່ຍິງ ແລະ ຄະນະບໍລິຫານງານຊາວໜຸ່ມກະຊວງການຕ່າງປະເທດ; ມີບັນດາສະຫາຍຄະນະພັກກະຊວງ, ຜູ້ແທນກອງປະຊຸມໃຫຍ່ສະຫະພັນກໍາມະບານກະຊວງການຕ່າງປະເທດ ແລະ ແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.

ສະຫາຍ ຄຳໄພ ພັນທອງດີ ແລະ ຄະນະ ໄດ້ຜັດກັນຂຶ້ນຜ່ານບົດລາຍງານການເມືອງ, ແຜນພັດທະນາກໍາມະບານ 5 ປີ ຜ່ານມາ ແລະ ທິດທາງແຜນການ 5 ປີ ໃນຕໍ່ໜ້າ, ບົດສໍາຫຼວດການນໍາພາລວມຂອງ ຄະນະບໍລິຫານງານສະຫະພັນກໍາມະບານກະຊວງການຕ່າງປະເທດ ສະໄໝທີ XI ໃນໄລຍະ 5 ປີຜ່ານມາ ຊຶ່ງໄດ້ສັງເກດຕີລາຄາຢ່າງເລິກເຊິ່ງ ແລະ ຄົບຖ້ວນ ຕໍ່ການນໍາພາຂອງຄະນະບໍລິຫານງານສະຫະພັນກໍາມະບານກະຊວງການຕ່າງປະເທດ ໂດຍໄດ້ຕັ້ງໜ້າເອົາໃຈໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງຕົນໃນຄັ້ງກ່ອນ ກໍຄື ມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງການຕ່າງປະເທດ, ມະຕິກອງປະຊຸມໃຫຍ່ຂອງສູນກາງສະຫະພັນກໍາມະບານລາວ ຄັ້ງທີ VIII, ລວມເຖິງການປະຕິບັດ ຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສະຫະພັນກໍາມະບານລາວ ຫັນເຂົ້າສູ່ການເຄື່ອນໄຫວວຽກງານ ແລະ ຊີວິດຕົວຈິງຂອງທົ່ວສະຫະພັນກໍາມະບານກະຊວງການຕ່າງປະເທດ ໃນຂົງເຂດວຽກງານທີ່ຕົນຮັບຜິດຊອບ, ຊຶ່ງໄດ້ຮັບຜົນສໍາເລັດຢ່າງຈົບງາມ. ໄປຄຽງຄູ່ກັນນັ້ນ, ພາຍໃຕ້ການນໍາພາຂອງພັກ ໂດຍສະເພາະຄະນະພັກກະຊວງການຕ່າງປະເທດ, ສູນກາງສະຫະພັນກໍາມະບານລາວ ແລະ ຄະນະບໍລິຫານງານສະຫະພັນກໍາມະບານກະຊວງການຕ່າງປະເທດ ໄດ້ເຮັດໃຫ້ຖັນແຖວສະມາຊິກກໍາມະບານ, ພະນັກງານ-ລັດຖະກອນ ພາຍໃນການຈັດຕັ້ງກະຊວງການຕ່າງປະເທດມີແນວຄິດທຸ່ນທ່ຽງ, ຕັ້ງໜ້າເຮັດໜ້າທີ່ການເມືອງຂອງຕົນ ສາມາດຕອບສະໜອງໄດ້ດ້ານວິຊາສະເພາະ ຕາມຄວາມຮຽກຮ້ອງຕ້ອງການຂອງພັກ-ລັດ. ສະຫະພັນກໍາມະບານກະຊວງການຕ່າງປະເທດ ປະກອບມີ 58 ຮາກຖານ, ມີສະມາຊິກກໍາມະບານ ທັງໝົດ 886 ສະຫາຍ ຍິງ 306 ສະຫາຍ, ປະຈໍາການຢູ່ພາຍໃນປະເທດ ຈໍານວນ 593 ສະຫາຍ ຍິງ 223 ສະຫາຍ ແລະ ຢູ່ຕ່າງປະເທດ ຈໍານວນ 273 ສະຫາຍ ຍິງ 84 ສະຫາຍ.

ພ້ອມກັນນີ້, ກອງປະຊຸມ ຍັງໄດ້ວາງທິດທາງ ແລະ ຄາດໝາຍສູ້ຊົນ ການເຄື່ອນໄຫວວຽກງານ ຂອງສະຫະພັນກໍາມະບານກະຊວງການຕ່າງປະເທດ ໃນໄລຍະ 5 ປີ (2026 - 2030), ໂດຍມີທິດທາງລວມໃນການສູ້ຊົນປັບປຸງແບບແຜນວິທີເຮັດວຽກຂອງສະຫະພັນກໍາມະບານກະຊວງ ໃຫ້ກົມກຽວກັບວຽກງານການເມືອງ, ການຕ່າງປະເທດ ຢ່າງມີວິທະຍາສາດ ແລະ ມີປະສິດທິພາບ; ຍົກສູງຂີດຄວາມສາມາດ ໃນການເປັນເສນາທິການໃຫ້ ຄະນະພັກກະຊວງການຕ່າງປະເທດ ເພື່ອເຄື່ອນໄຫວວຽກງານກໍາມະບານ ໃຫ້ກົມກຽວກັບວຽກງານການຕ່າງປະເທດ ແລະ ວຽກງານວິຊາສະເພາະດ້ານຕ່າງໆ ໂດຍຜັນຂະຫຍາຍມະຕິຂອງອົງຄະນະພັກກະຊວງ, ມະຕິກອງປະຊຸມໃຫຍ່ຂອງສູນກາງສະຫະພັນກໍາມະບານລາວ ມາເປັນແຜນການຂອງສະຫະພັນກໍາມະບານກະຊວງ; ສືບຕໍ່ຊີ້ນໍາ-ນໍາພາດ້ານການເມືອງ-ແນວຄິດ ໃຫ້ສະມາຊິກກໍາມະບານທີ່ຂຶ້ນກັບກະຊວງການຕ່າງປະເທດ ທີ່ປະຈໍາການຢູ່ທັງພາຍໃນ ແລະ ຕ່າງປະເທດ ເພື່ອຍົກສູງຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນການດໍາລົງຊີວິດ ແລະ ຄວາມເສຍສະຫຼະ ປະກອບສ່ວນຮັບໃຊ້ປະຊາຊົນລາວບັນດາເຜົ່າ, ຜົນປະໂຫຍດຂອງສະມາຊິກກໍາມະບານ ກໍຄືຂອງການຈັດຕັ້ງທຸກຂັ້ນ; ປັບປຸງກໍ່ສ້າງວຽກງານກໍາມະບານໃຫ້ເຂັ້ມແຂງ ໃນການເຄື່ອນໄຫວປະກອບສ່ວນວຽກງານການຕ່າງປະເທດ ກໍຄືວຽກງານວິຊາສະເພາະ; ເອົາໃຈໃສ່ຊີ້ນໍາແຕ່ລະກໍາມະບານຮາກຖານ ຢູ່ພາຍໃນ ແລະ ຕ່າງປະເທດ ໃຫ້ເປັນເຈົ້າການສ້າງຮາກຖານກໍາມະບານຂອງຕົນ ໃຫ້ກາຍເປັນກໍາມະບານ 5 ເປັນເຈົ້າ.

ໃນໂອກາດນີ້, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ໃຫ້ກຽດມີຄໍາເຫັນຊີ້ນໍາຕໍ່ກອງປະຊຸມ ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດ ແລະ ຜົນງານທີ່ພົ້ນເດັ່ນຫຼາຍດ້ານຂອງ ສະຫະພັນກໍາມະບານກະຊວງການຕ່າງປະເທດ ໃນຕະຫຼອດໄລຍະຜ່ານມາ, ພ້ອມທັງໄດ້ໃຫ້ທິດຊີ້ນໍາຕໍ່ຄະນະບໍລິຫານງານ ແລະ ສະມາຊິກສະຫະພັນກໍາມະການກະຊວງທຸກສະຫາຍ ໃຫ້ເອົາໃຈໃສ່ຍົກສູງວຽກການກໍ່ສ້າງ ແລະ ປັບປຸງຕົນເອງ ໃຫ້ຖືກຕ້ອງຕາມກົດລະບຽບ ແລະ ກົດໝາຍຂອງກໍາມະບານ, ສຶກສາອົບຮົມການເມືອງ-ແນວຄິດ, ເຊື່ອມຊຶມ, ກໍາແໜ້ນແນວທາງປ່ຽນແປງໃໝ່ຂອງພັກ, ຍົກສູງຄຸນທາດການເມືອງ, ມີຄຸນສົມບັດສິນທໍາປະຕິວັດ, ຍົກສູງຄວາມສາມັກຄີ, ຄວາມຫ້າວຫັນ, ຄວາມກະຕືລືລົ້ນ ແລະ ຍົກລະດັບວິຊາສະເພາະຂອງຕົນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານການຕ່າງປະເທດໃນໄລຍະໃໝ່. ພ້ອມນີ້, ສະຫາຍ ທອງສະຫວັນ ພົມວິຫານ ຍັງໄດ້ເນັ້ນໃຫ້ບັນດາຜູ້ແທນກອງປະຊຸມເອົາໃຈໃສ່ປະຕິບັດຕາມຄໍາແນະນໍາຂອງຄະນະຈັດຕັ້ງ, ຍົກສູງຄວາມຮັບຜິດຊອບຂອງຕົນ ແລະ ຄົ້ນຄວ້າເລືອກເຟັ້ນເອົາຄະນະບໍລິຫານງານສະຫະພັນກໍາມະບານກະຊວງ ໃຫ້ສາມາດຂັບເຄື່ອນວຽກງານໃນ 5 ປີຕໍ່ໜ້າ.

ຫຼັງຈາກນັ້ນ, ຜູ້ແທນກອງປະຊຸມ ໄດ້ໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາ ຄະນະບໍລິຫານງານສະຫະພັນກໍາມະບານກະຊວງການຕ່າງປະເທດ ຊຸດໃໝ່ ຈໍານວນ 13 ສະຫາຍ ແລະ ກອງປະຊຸມຄັ້ງປະຖົມມະເລິກຂອງຄະນະບໍລິຫານງານສະຫະພັນກໍາມະບານກະຊວງການຕ່າງປະເທດ ຊຸດໃໝ່ ໄດ້ເລືອກເອົາ ສະຫາຍ ກັນຍາ ຄໍາມຸງຄຸນ ເປັນປະທານ, ສະຫາຍ ບຸນທະລາ ປັນຍາວິຈິດ ເປັນຮອງປະທານ ຜູ້ທີ 1 ທັງເປັນປະທານກວດກາ, ສະຫາຍ ນາງ ວອນຄໍາ ເຈືອງມະນີວົງ ເປັນຮອງປະທານ ຜູ້ທີ 2.

ກອງປະຊຸມໃຫຍ່ຄັ້ງນີ້, ຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ເລັດ ໄຊຍະພອນ ຊຶ່ງຄໍາໂອ້ລົມດັ່ງກ່າວ ໄດ້ເປັນເຂັມຊີ້ທິດເຍືອງທາງ ແລະ ເປັນການຊີ້ນໍາທີ່ເຕັມໄປດ້ວຍເນື້ອໃນອັນມີຄຸນຄ່າເລິກເຊິ່ງ ແລະ ມີຄວາມໝາຍສໍາຄັນ, ໂດຍໄດ້ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດຂອງສະຫະພັນກໍາມະບານກະຊວງການຕ່າງປະເທດ ທີ່ບຸກບືນສູ້ຊົນ ຍາດໄດ້ຜົນສໍາເລັດຢ່າງໜ້າພາກພູມໃຈ ຕະຫຼອດໄລຍະ 5 ປີຜ່ານມາ, ພ້ອມທັງໄດ້ເນັ້ນໃຫ້ ຄະນະບໍລິຫານງານສະຫະພັນກໍາມະບານກະຊວງການຕ່າງປະເທດ ຊຸດໃໝ່ ສືບຕໍ່ເອົາໃຈໃສ່ຍົກສູງຄວາມສາມາດໃນການນໍາພາ-ຊີ້ນຳ ສະມາຊິກກໍາມະບານ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໂດຍສະເພາະການສືບຕໍ່ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ໃນຄັ້ງນີ້ ພ້ອມທັງຜັນຂະຫຍາຍມະຕິທີ່ໄດ້ຮັບຮອງເອົາ ລົງສູ່ແຜນງານ, ໂຄງການ ກໍຄື ທິດທາງວຽກງານທີ່ໄດ້ກໍານົດອອກນັ້ນ ໃຫ້ປະກົດຜົນເປັນຈິງ ແລະ ປະກອບສ່ວນເຂົ້າໃນການປະຕິບັດວຽກງານວິສາສະເພາະ ໃຫ້ມີປະສິດທິພາບຍິ່ງໆຂຶ້ນ, ໄປຄຽງຄູ່ກັບການຕັ້ງໜ້າຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ແລະ ຄໍາຂວັນຂອງກໍາມະບານລາວ ໃຫ້ໜັກແໜ້ນ ເພື່ອພ້ອມກັນຈັດຕັ້ງປະຕິບັດໜ້າທີ່ການເມືອງ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.

ໃນກອງປະຊຸມຄັ້ງນີ້, ຍັງໄດ້ມີພິທີມອບຫຼຽນກາກຳມະບານ ໃຫ້ ຄະນະນໍາກະຊວງການຕ່າງປະເທດ ແລະ ພິທີເປີດປ້າຍກຽດຕິຍົດ, ລັ່ນຄ້ອງ, ມອບຫຼຽນກາ ແລະ ທຸງໄຊ ໃຫ້ ສະຫະພັນກໍາມະບານກະຊວງການຕ່າງປະເທດ ເປັນກະຊວງ ທີ່ໄດ້ຮັບນາມມະຍົດຂໍ້ແຂ່ງຂັນ 5 ເປັນເຈົ້າ 4 ປີຊ້ອນ.

(ຂ່າວ: ກະຊວງການຕ່າງປະເທດ, ພາບ: ສຳນານ)

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ