ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊສົມບູນ ຄັ້ງທີ IIໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊສົມບູນ ຄັ້ງທີ IIໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊສົມບູນ ຄັ້ງທີ IIໄຂຂຶ້ນຢ່າງເປັນທາງການ
ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງໄຊສົມບູນ ຄັ້ງທີ II ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 9 ກັນຍານີ້ ທີ່ສະໂມສອນແຂວງໄຊສົມບູນ, ໂດຍການເປັນປະທານຂອງສະຫາຍ ພອຍຄໍາ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊສົມບູນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ; ມີແຂກຖືກເຊີນຈາກສູນກາງ, ແຂວງ ແລະ ຜູ້ແທນສົມບູນ 135 ສະຫາຍ ຊຶ່ງເປັນຕົວແທນໃຫ້ແກ່ສະມາຊິກພັກຈໍານວນ 5,127 ສະຫາຍ ໃນທົ່ວແຂວງເຂົ້າຮ່ວມ.
ກອງປະຊມໃຫຍຜແທນອງຄະນະພກແຂວງໄຊສມບນ ຄງທ IIໄຂຂນຢາງເປນທາງການ - image 1
 

ສະຫາຍ ພອຍຄຳ ຮຸ່ງບຸນຍວງ ໄດ້ກ່າວໄຂກອງປະຊຸມໃຫຍ່ຢ່າງເປັນທາງການ ຊຶ່ງມີເນື້ອໃນບາງຕອນວ່າ: ຕະຫຼອດໄລຍະ 5 ປີຜ່ານມາ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ເວົ້າລວມ, ເວົ້າສະເພາະ ພາຍຫຼັງສໍາເລັດກອງປະຊຸມໃຫຍ່ຄັ້ງທີ I ອົງຄະນະພັກແຂວງ ໄດ້ຮ່ວມກັບປະຊາຊົນບັນດາເຜົ່າໃນທົ່ວແຂວງ ຕັ້ງໜ້າເສີມຂະຫຍາຍມູນເຊື້ອດຸໝັ່ນ, ຄວາມສາມັກຄີປອງດອງເປັນປຶກແຜ່ນ, ເຊີດຊູນ້ຳໃຈຮັກຊາດ, ຮັກລະບອບໃໝ່, ຈິດໃຈເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານຂອງພັກ ໂດຍການສຸມໃສ່ຫັນລົງກໍ່ສ້າງຮາກຖານການເມືອງ, ສ້າງບ້ານພັດທະນາ, ແກ້ໄຂຄວາມທຸກຍາກ ຕາມດຳລັດ 348/ນຍ ວ່າດ້ວຍມາດຕະຖານຄວາມທຸກຍາກ ແລະ ການພັດທະນາອັນໄດ້ເຮັດໃຫ້ແຂວງໄຊສົມບູນ ມີສະຖຽນລະພາບດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເສດຖະກິດຂະຫຍາຍຕົວໝັ້ນທ່ຽງຕໍ່ເນື່ອງ; ກົງຈັກການຈັດຕັ້ງ, ລະບົບການເມືອງປະຊາທິປະ ໄຕ ເລີ່ມແຕ່ຮາກຖານໄດ້ຮັບການປັບປຸງໜັກແໜ້ນ, ເຂັ້ມແຂງຂຶ້ນ.

ບັນຫາສຳຄັນໃນກອງປະຊຸມຄັ້ງນີ້, ບັນດາສະຫາຍຜູ້ແທນ ຈະໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ ເພື່ອເປັນຜູ້ນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກແຂວງໃຫ້ໄດ້ຮັບຜົນສຳເລັດ ແລະ ປ່ອນບັດຄັດເລືອກເອົາຜູ້ແທນໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະໄຂຂຶ້ນໃນຕໍ່ໜ້າ; ກອງປະຊຸມໃຫຍ່ຄັ້ງນີ້, ເປັນກຽດຢ່າງສູງ ທີ່ຈະໄດ້ຮັບຟັງຄຳເຫັນໂອ້ລົມຈາກ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ທີ່ໄດ້ຕາງໜ້າໃຫ້ກົມການເມືອງສູນກາງພັກຕື່ມອີກ.

ກອງປະຊມໃຫຍຜແທນອງຄະນະພກແຂວງໄຊສມບນ ຄງທ IIໄຂຂນຢາງເປນທາງການ - image 2
 

ໃນໂອກາດນີ້, ສະຫາຍ ພອຍຄຳ ຮຸ່ງບຸນຍວງໄດ້ຮຽກຮ້ອງມາຍັງບັນດາສະຫາຍຜູ້ແທນກອງປະຊຸມໃຫຍ່ ຈົ່ງພ້ອມກັນເຊີດຊູຄວາມຮັບຜິດຊອບສູງ, ເສີມຂະຫຍາຍສິດປະຊາທິປະໄຕ ຢ່າງແຂງແຮງ ແລະ ສຸມສະຕິປັນຍາເຂົ້າໃສ່ໃນການຄົ້ນຄວ້າ ແລະ ຕົກລົງບັນຫາຕ່າງໆ ຢ່າງເລິກເຊິ່ງເຖິງຖອງ, ຖືກຕ້ອງຕາມແນວທາງຂອງພັກ ແລະ ສອດຄ່ອງກັບທ່າແຮງບົ່ມຊ້ອນ, ສະພາບ ແລະ ຈຸດພິເສດຕົວຈິງຂອງ ແຂວງໄຊສົມບູນ ເພື່ອເຮັດໃຫ້ກອງປະຊຸມໃຫຍ່ຄັ້ງນີ້ ມີຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍ ທີ່ກຳນົດໄວ້ ຢ່າງສະຫງ່າງາມ.

(ຂ່າວ ແລະ ພາບ: ກົມປະຊາສຳພັນ, ຫສນຍ)

ຄໍາເຫັນ

ຂ່າວການເມືອງ

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກກົມອົບຮົມໄດ້​ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11ທັນວາ ຜ່ານມານີ້ ທີ່ຫ້ອງປະຊຸມຊັ້ນ 2 ຂອງຄະນະ​ໂຄສະນາອົບຮົມສູນກາງພັກ, ໂດຍການເປັນປະທານຂອງ ສະຫາຍ ຄໍາກອງ ທໍາມະເທວາ ຄະນະພັກ ເລຂາໜ່ວຍພັກກົມອົບຮົມ, ໃຫ້ກຽດເຂົ້າຮ່ວມສະຫາຍ ຂອງ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະມາຊິກພັກ ສົມບູນ 17 ສະຫາຍ, ສໍາຮອງ 1 ສະຫາຍ ແລະ ມີບັນດາສະຫາຍເລຂາ, ຜູ້ຕາງໜ້າເລຂາໜ່ວຍພັກທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ)ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11 ທັນວານີ້, ທີ່ສະໂມສອນໃຫຍ່ ຂອງ ຄອສພ, ໂດຍການເປັນຄະນະປະທານຂອງສະຫາຍ ລາວປາວຊົ່ງ ນະວົງໄຊ, ກຳມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ບຸນເພັງ ຈັນທະດາລາ, ເລຂາໜ່ວຍພັກຫ້ອງການ ຄອສພ, ບັນດາສະຫາຍ ຜູ້ຕາງໜ້າຄະນະໜ່ວຍ 3 ອົງການຈັດຕັ້ງມະຫາຊົນ ຂອງຫ້ອງການ ພ້ອມດ້ວຍ ສະມາຊິກພັກ ຂອງໜ່ວຍພັກຫ້ອງການ ເຂົ້າຮ່ວມທັງໝົດ 27 ສະຫາຍ, ຍິງ 11 ສະຫາຍ, ສຳຮອງ 1 ສະຫາຍ.
ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 8 ທັນວານີ້ ທີ່ສະພາປະຊາຊົນແຂວງຄໍາມ່ວນໄດ້ດໍາເນີນກອງປະຊຸມຄັ້ງປະຖົມມະລຶກຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ.
ກຳນົດວຽກງານ 13 ວຽກຕົ້ນກໍ 4 ບາດກ້າວ ກະກຽມການເລືອກຕັ້ງ ສສຊ ແລະ ສສຂ

ກຳນົດວຽກງານ 13 ວຽກຕົ້ນກໍ 4 ບາດກ້າວ ກະກຽມການເລືອກຕັ້ງ ສສຊ ແລະ ສສຂ

ເຊົ້າວັນທີ 20 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ, ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IXໄດ້ດໍາເນີນພາຍໃຕ້ການເປັນປະທານ ຂອງ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ; ທ່ານ ສຸບັນ ສະວະບຸດ ປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ ໄດ້ຕາງໜ້າຄະນະກຳມະການເລືອກຕັ້ງລະດັບຊາດ ຂຶ້ນລາຍງານການກະກຽມ ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V.
ເພີ່ມເຕີມ