ກອງປະຊຸມໃຫຍ່ຜູ້ແທນສະຫະພັນນັກຮົບເກົ່າ

ກອງປະຊຸມໃຫຍ່ຜູ້ແທນສະຫະພັນນັກຮົບເກົ່າແຂວງອັດຕະປື

ກອງປະຊຸມໃຫຍ່ຜູ້ແທນສະຫະພັນນັກຮົບເກົ່າແຂວງອັດຕະປື
ໃນວັນທີ 29 ມັງກອນນີ້ ທີ່ຫໍປະຊຸມໃຫຍ່ຂອງແຂວງອັດຕະປື ໄດ້ມີກອງປະຊຸມໃຫຍ່ຜູ້ແທນສະຫະ ພັນນັກຮົບເກົ່າແຂວງອັດຕະປື ໂດຍການເປັນປະທານຂອງ ສະຫາຍ ຄໍາບຸນ ດວງພະບາງ ຮອງເລຂາພັກແຂວງ

 ຜູ້ຊີ້ນໍາວຽກງານພັກ-ພະນັກງານ, ມີສະຫາຍ ພົ.ວ ຄໍາໝັ້ນ ວັນນະວົງ ຄະນະພັກ ຮອງປະທານ ປະທານກວດກາສະຫະພັນນັກຮົບເກົ່າແຫ່ງຊາດລາວ, ສະຫາຍ ພົ.ວ ກັນໄຍ ໄຊຍະສິດ ປະທານສະຫະພັນນັກຮົບເກົ່າແຂວງອັດຕະປື, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດດັ່ງກ່າວ, ສະຫາຍ ພົ.ວ ກັນໄຍ ໄຊຍະສິດ ໄດ້ກ່າວໄຂກອງປະຊຸມວ່າ: ກອງປະຊຸມຄັ້ງນີ້, ຈະໄດ້ດໍາເນີນເປັນເວລາ 1 ວັນ, ບັນດາຜູ້ແທນທັງໝົດຈະໄດ້ຮັບຟັງ ບົດລາຍງານການເມືອງທັງສອງພາກ, ບົດສະຫຼຸບ, ແຜນພັດທະນານັກຮົບເກົ່າທັງສອງພາກ, ບົດສຳຫຼວດການຊີ້ນໍາ-ນໍາພາ ຂອງຄະນະບໍລິຫານງານສະຫະພັນນັກຮົບເກົ່າແຂວງໃນ 5 ປີ, ບົດລາຍງານແຜນພັດທະນານັກຮົບເກົ່າ 5 ປີ ແລະ ທິດທາງແຜນປີ (2025-2029), ຮັບຟັງບົດລາຍງານວຽກງານ 3 ດີ 6 ຮັກ ຂອງນັກຮົບເກົ່າ ພ້ອມນີ້ຍັງຈະໄດ້ຮັບຟັງ ການປະກອບຄໍາຄິດຄໍາເຫັນຈາກພາກສ່ວນຕ່າງໆ ພ້ອມທັງຈະໄດ້ຮັບຟັງການໂອ້ລົມຈາກການຈັດຕັ້ງຂັ້ນເທິງ, ພ້ອມນີ້ສະຫາຍຍັງໄດ້ຮຽກຮ້ອງມາຍັງບັນດາສະຫາຍຜູ້ແທນກອງປະຊຸມໃຫຍ່ຈົ່ງພ້ອມກັນເຊີດຊູຄວາມຮັບຜິດຊອບ, ເສີມຂະຫຍາຍປະຊາທິປະໄຕ, ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າພິຈາລະນາ, ປະກອບຄໍາເຫັນ ແລະ ຮັບຮອງເອົາໄປຈັດຕັ້ງຜັນຂະຫຍາຍໃຫ້ບັນລຸຜົນສໍາເລັດຕາມຄາດ ໝາຍທີ່ໄດ້ກຳນົດໄວ້.

ກອງປະຊຸມຄັ້ງນີ້ຜູ້ແທນກອງປະຊຸມຍັງຈະໄດ້ໃຊ້ສິດໃນການເລືຶອກຕັ້ງຄະນະບໍລິຫານງານສະຫະພັນນັກຮົບເກົ່າແຂວງຊຸດໃໝ່ອີກດ້ວຍ.

(ຂ່າວ: ມະນີວອນ)

ຄໍາເຫັນ

ຂ່າວການເມືອງ

ສນຊ ເຊື່ອມຊຶມຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII

ສນຊ ເຊື່ອມຊຶມຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII

ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມເຊື່ອມຊຶມຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII ແບບປົກກະຕິ ແລະ ອອນລາຍ ຂຶ້ນໃນວັນທີ 21 ກໍລະກົດນີ້ ທີ່ ສນຊ, ໂດຍການເປັນປະທານ ຂອງທ່ານ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະທານ ສນຊ, ມີພະເຖລານຸເຖລະ, ມີບັນດາຮອງປະທານ ສນຊ (ປະຈຳການ ແລະ ບໍ່ປະຈຳການ), ມີບັນດາກຳມະການ ສນຊ, ກໍາມະການ ສນຊ ປະຈໍາຢູ່ນະຄອນຫຼວງ-ບັນດາແຂວງ, ພະນັກງານຫຼັກແຫຼ່ງຂອງບັນດາແຂວງ ໃນທົ່ວປະເທດ, ແຂກຖືກ ເຂົ້າຮ່ວມ.
ຄອນວ ເຜີຍແຜ່ເອກະສານສໍາຄັນຂອງພັກ

ຄອນວ ເຜີຍແຜ່ເອກະສານສໍາຄັນຂອງພັກ

ຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ (ຄອນວ) ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຕິດພັນກັບມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ, ໃນວັນທີ 21 ກໍລະກົດນີ້ ທີ່ສໍານັກງານປົກຄອງ ນວ.
ເມືອງທຸລະຄົມ ເຊື່ອມຊຶມກົດລະບຽບພັກ ສະໄໝທີ XII

ເມືອງທຸລະຄົມ ເຊື່ອມຊຶມກົດລະບຽບພັກ ສະໄໝທີ XII

ໃນວັນທີ 17 ກໍລະກົດ ຜ່ານມາ, ຢູ່ທີ່ສະໂມສອນ ເມືອງທຸລະຄົມ ແຂວງວຽງຈັນ, ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມກົດລະບຽບພັກ ປະຊາຊົນ ປະຕິວັດລາວ ສະໄໝທີ XII ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ຄຳເລ້ ໄຊຍະວົງສີ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າສະພາປະຊົນ ແຂວງວຽງຈັນ ປະຈຳເຂດເລືອກຕັ້ງ ເມືອງທຸລະຄົມ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ເລຂາພັກຫ້ອງການ, ກົມກອງ, ໂຮງຮຽນ, ໂຮງໝໍ, ເລຂາພັກບ້ານ ໃນທົ່ວເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.
ຫສປທ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ

ຫສປທ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ

ຫ້ອງວ່າການສຳນັກງານປະທານປະເທດ (ຫສປທ) ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ແລະ ກົດລະບຽບຂອງພັກປະຊາຊົນ ປະຕິວັດລາວ ສະໄໝທີ XII ໂດຍການເປັນປະທານ ແລະ ເຜີຍແຜ່ເອກະສານ ຂອງ ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ, ມີເລຂາ, ຮອງເລຂາຄະນະພັກ, ຫົວໜ້າຫ້ອງວ່າການ, ຮອງຫົວໜ້າຫ້ອງວ່າການ, ບັນດາຫົວໜ້າກົມ, ຮອງກົມ, ສະມາຊິກພັກ ແລະ ພະນັກງານເຂົ້າຮ່ວມຮັບຟັງ.
ຄຕພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະຄັ້ງທີ 2 ຂອງສູນກາງພັກ ສະໄໝທີ XII ແລະ ຄໍາແນະນໍາ ກົດລະບຽບພັກ ປປ ລາວ

ຄຕພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະຄັ້ງທີ 2 ຂອງສູນກາງພັກ ສະໄໝທີ XII ແລະ ຄໍາແນະນໍາ ກົດລະບຽບພັກ ປປ ລາວ

ໃນວັນທີ 9 ກໍລະກົດນີ້ ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ແລະ ຄໍາແນະນໍາການຈັດຕັ້ງປະຕິບັດກົດລະບຽບພັກ ສະໄໝ XII. ໃຫ້ກຽດເປັນປະທານ ໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ; ມີບັນດາສະຫາຍໃນຄະນະບໍລິຫານງານພັກ, ຄະນະກົມ, ພ້ອມດ້ວຍພະນັກງານຫຼັກແຫຼ່ງ ຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.
ເມືອງ​ໝື່ນເຊື່ອມຊຶມ ກົດລະບຽບຂອງພັກ ສະໄໝທີ XII.

ເມືອງ​ໝື່ນເຊື່ອມຊຶມ ກົດລະບຽບຂອງພັກ ສະໄໝທີ XII.

ເມືອງໝື່ນ ແຂວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XII ໃນ​ວັນ​ທີ 8 ກໍ​ລະ​ກົດ​ຜ່ານ​ມາທີ່ ເມືອງ​ໝື່ນໂດຍການເຂົ້າຮ່ວມເປັນປະທານ ແລະ ເຜີຍແຜ່ຂອງສະຫາຍ ວໍຣະສອນ ສີອັກຄະສອນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ບັນດາເລຂາ, ຮອງເລຂາພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ພ້ອມດ້ວຍສະມາຊິກພັກ ເຂົ້າຮ່ວມ.
ກອງປະຊຸມຄົບຄະນະບໍລິຫານງານພັກເມືອງແກ່ນ​ທ້າວ ຄັ້ງທີ 5 ສະໄໝທີ VIII

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງແກ່ນ​ທ້າວ ຄັ້ງທີ 5 ສະໄໝທີ VIII

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງແກ່ນ​ທ້າວແຂວງ​ໄຊ​ຍະ​ບູ​ລີ ຄັ້ງທີ 5 ສະໄໝທີ VIII ໄດ້​ເປີດ​ຂຶ້ນ​ໃນ​ວັນ​ທີ 9 ກໍ​ລະ​ກົດ​ນີ້ ທີ່ ເມືອງ​ແກ່ນ​ທ້າວໂດຍການເປັນປະທານຂອງສະຫາຍ ຄໍາປຸ່ນ ນວນສະບັບກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ,ມີສະຫາຍ ຄຳ​ເຫຼັກ ແກ້ວ​ວິ​ໄລ​ພອນກຳ​ມະ​ການ​ປະ​ຈຳ​ພັກ​ແຂວງປະ​ທານ​ຄະ​ນະ​ກວດ​ກາ​ພັກ​ແຂວງຜູ້​ຊີ້​ນຳ​ເມືອງ​ແກ່ນ​ທ້າວ,ມີພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກເມືອງລະ​ມາມ ຄັ້ງທີ 4 ສະໄໝທີ X

ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກເມືອງລະ​ມາມ ຄັ້ງທີ 4 ສະໄໝທີ X

ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກເມືອງລະມາມ ຄັ້ງທີ 4 ສະໄໝທີ X ໄດ້​ເປີດ​ຂຶ້ນໃນວັນທີ 8 ກໍລະກົດ ນີ້ ທີ່ສະໂມສອນເມືອງລະມາມ, ໂດຍການເຂົ້າຮ່ວມຂອງສະຫາຍ ດາວວີ ສວຍທະລັງສີ ກໍາມະການປະຈໍາພັກແຂວງເລຂາຄະນະບໍລິຫານງານພັກເມືອງລະມາມ, ສະຫາຍ ບົວໄລ ວິໄລວົງ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງ, ມີບັນດາສະຫາຍຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ເຂົ້າຮ່ວມ.
ຄລທ ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ຄລທ ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ຄະນະບໍລິຫານງານພັກຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄບພ.ຄລທ) ໄດ້ຈັດຕັ້ງພິທີເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໃນວັນທີ 6 ກໍລະກົດນີ້ ທີ່ ຄລທ.
ທະຫານ ຫຼວງພະບາງ ເຜີຍແຜ່ເຊື່ອມຊຶມກົດລະບຽບກອງທັບປະຊາຊົນລາວ

ທະຫານ ຫຼວງພະບາງ ເຜີຍແຜ່ເຊື່ອມຊຶມກົດລະບຽບກອງທັບປະຊາຊົນລາວ

ກອງບັນຊາການທະຫານແຂວງຫຼວງພະບາງ ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມກົດລະບຽບຂອງກອງທັບປະຊາຊົນລາວ ຂຶ້ນໃນວັນທີ 29 ມິຖຸນາຜ່ານມາ, ທີ່ກອງບັນຊາການທະຫານດັ່ງກ່າວ, ໂດຍການເປັນປະທານຂອງສະຫາຍ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພັນເອກ ທອງລາ ໄຊຍະວົງສັກ ກຳມະການພັກແຂວງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງທົ່ວກອງບັນຊາການທະຫານແຂວງເຂົ້າຮ່ວມ.
ເພີ່ມເຕີມ