ກອງປະຊຸມໃຫຍ່ສະມາຊິກພັກ ໜ່ວຍພັກອົງການໄອຍະການ

ກອງປະຊຸມໃຫຍ່ສະມາຊິກພັກ ອົງການໄອຍະການປະຊາຊົນເຂດ I ຄັ້ງທີ III

ກອງປະຊຸມໃຫຍ່ສະມາຊິກພັກ ອົງການໄອຍະການປະຊາຊົນເຂດ I ຄັ້ງທີ III
ກອງປະຊຸມໃຫຍ່ສະມາຊິກພັກ ໜ່ວຍພັກອົງການໄອຍະການປະຊາຊົນເຂດ I ແຂວງໄຊຍະບູລີ ຄັ້ງທີ III ໄດ້ຈັດຂຶ້ນໃນວັນທີ 25 ກັນຍາ ຜ່ານມານີ້ ທີ່ຫ້ອງປະຊຸມອົງການດັ່ງກ່າວ.

ໂດຍການເປັນປະທານຂອງສະຫາຍ ສົມຊາຍ ທຳມະວົງ ເລຂາໜ່ວຍພັກອົງການໄອຍະການປະຊາຊົນເຂດ I ແຂວງໄຊຍະບູລີ, ມີສະຫາຍ ຈັນເພັງ ແສນຄໍາ ຮອງເລຂາຄະນະບໍລິຫານງານພັກ ປະທານຄະນະກວດກາພັກ ປະທານອົງການກວດກາລັດເມືອງໄຊຍະບູລີ ຫົວໜ້າຄະນະຕ້ານການສໍ້ລາດບັງຫຼວງຂັ້ນເມືອງ, ມີໜ່ວຍປະຕິບັດງານຂອງເມືອງ, ພ້ອມດ້ວຍສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມ.
ໃນກອງປະຊຸມ, ສະຫາຍ ສົມຊາຍ ທຳມະວົງ ໄດ້ຂຶ້ນຜ່ານບົດລາຍງານການເມືອງທັງ 2 ພາກ, ບາງຕອນສະຫາຍກ່າວວ່າ: ໜ່ວຍພັກອົງການໄອຍະການປະຊາຊົນເຂດ I ເປັນການຈັດຕັ້ງຮາກຖານພັກໜຶ່ງທີ່ຂຶ້ນກັບຄະນະປະຈໍາພັກເມືອງ, ພາຍໃຕ້ການນຳພາ-ຊີ້ນໍາໂດຍກົງຂອງອົງຄະນະພັກເມືອງໄຊຍະບູລີ, ເຄື່ອນໄຫວເຮັດໜ້າທີ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍ, ມະຕິ, ຄໍາສັ່ງ, ຂໍ້ກໍານົດ, ກົດລະບຽບຂອງພັກ ແລະ ກົດໝາຍຂອງລັດໃຫ້ປະກົດຜົນເປັນຈິງ; ເອົາໃຈໃສ່ນຳພາ-ຊີ້ນຳໃຫ້ບັນດາໜ່ວຍງານປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນສະອອກຄື: ໄດ້ເອົາໃຈໃສ່ນໍາພາຕິດຕາມກວດກາ ການນຳໃຊ້ວິທີການສືບສວນ-ສອບສວນ ແລະ ໄດ້ອອກມາດຕະການທາງດ້ານກົດໝາຍທັງໝົດ 1.154 ສະບັບ ຄື: ຄໍາສັ່ງກັກຂັງພາງ 997 ສະບັບ, ຄໍາສັ່ງກວດຄົ້ນເຄຫະສະຖານ 44 ສະບັບ, ຄໍາສັ່ງຈັບຕົວ 59 ສະບັບ, ຄໍາສັ່ງປ່ອຍຕົວພາງ 12 ສະບັບ ແລະ ຄໍາສັ່ງແນະນໍາ 42 ສະບັບ; ໄດ້ຮັບສຳນວນຄະດີອາຍາທັງໝົດ 196 ເລື່ອງ. ໃນນັ້ນ ຖະແຫຼງສັ່ງຟ້ອງຂຶ້ນສານ 131 ເລື່ອງ, ສົ່ງຄືນໃຫ້ດຳເນີນການສືບສວນ-ສອບສວນ 52 ເລື່ອງ, ຊັດມ້ຽນຄະດີ 13 ເລື່ອງ, ລວມທັງໝົດທີ່ໄດ້ຄົ້ນຄ້ວາ ແລະ ມີຄຳເຫັນແລ້ວ 196 ເລື່ອງ ເທົ່າກັບ100%; ໄດ້ນຳພາຕິດຕາມກວດກາຄະດີ ມີຄະດີແພ່ງ-ຄອບຄົວ ເຂົ້າໃໝ່ 177 ເລື່ອງ, ແກ້ໄຂສໍາເລັດ 177 ເລື່ອງເທົ່າກັບ 100%; ໄດ້ລົງສົບທົບເຈົ້າໜ້າທີ່ຄຸມຂັງ-ດັດສ້າງ ກວດກາເກັບກໍາສະຖິຕິ ແລະ ການປະຕິບັດກົດໝາຍຂອງເຈົ້າໜ້າທີ່ ຢູ່ສະຖານທີ່ກັກຕົວ, ກັກຂັງ, ຄ້າຍດັດສ້າງ ແລະ ສູນດັດສ້າງເດືອນລະ 4 ຄັ້ງ ໄລຍະ 5 ປີຜ່ານມາ ສາມາດເກັບກໍາໄດ້ດັ່ງນີ້: ຜູ້ຖືກຫາທັງໝົດ 1.047 ຄົນ, ຍິງ 134 ຄົນ, ນັກໂທດມີ 171 ຄົນ ຍິງ 33 ຄົນ ແລະ ຜູ້ຖືກດັດສ້າງທາງບໍລິຫານມີ 3.900 ຄົນ, ຍິງ 287 ຄົນ; ຈາກນັ້ນ ໃນກອງປະຊຸມກໍໄດ້ຮັບຟັງການຜ່ານແຜນພັດທະນາວຽກງານຂອງອົງການໄອຍະການ 5 ປີຕໍ່ໜ້າປີ 2025-2029, ພ້ອມນີ້ໃນກອງປະຊຸມຄະນະໜ່ວຍພັກຊຸດເກົ່າກໍ່ໄດ້ຜ່ານບົດສຳຫຼວດການນຳພາລວມ ພ້ອມທັງກ່າວລາໜ້າທີ່. ຈາກນັ້ນ ຜູ້ແທນກອງປະຊຸມກໍ່ໄດ້ໃຊ້ສິດປະຊາທິປະໄຕຂອງຕົນຍົກບັດປະຊາມະຕິເລືອກເອົາຄະນະໜ່ວຍພັກຊຸດໃໝ່ 3 ສະຫາຍ, ກອງປະຊຸມຄັ້ງປະຖົມມະລືກໄດ້ເຫັນດີເປັນເອກະພາບເລືອກເອົາສະຫາຍ ສົມຊາຍ ທຳມະວົງ ເປັນເລຂາໜ່ວຍພັກ, ສະຫາຍ ໄຊພອນ ລິນທະວົງ ເປັນຮອງເລຂາ ( ຜູ້ກວດກາພັກ), ສະຫາຍ ວິນຢາງ ເນັ້ງຢາງ ເປັນຄະນະໜ່ວຍພັກ.
(ຂ່າວ-ພາບ: ສົມພົງ ສີສະຫັວດ)

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ