ກອງປະຊຸມໃຫ່ຍສະມາຊິກພັກຄັ້ງທີ V ຂອງຄະນະພັກກອງຮ້ອຍທະຫານຊາຍແດນ 152

ກອງປະຊຸມໃຫ່ຍສະມາຊິກພັກຄັ້ງທີ V ຂອງຄະນະພັກກອງຮ້ອຍທະຫານຊາຍແດນ 152
ກອງປະຊຸມໃຫຍ່ສະມາຊິກພັກຄະນະພັກ ກອງຮ້ອຍທະຫານຊາຍແດນ 152 ຄັ້ງທີ V ໄດ້ໄຂຂຶ້ນ ໃນວັນທີ 9 ທັນວາຜ່ານມານີ້, ທີ່ຫ້ອງປະຊຸມກອງຮ້ອຍທະຫານຊາຍແດນ 152 ເມືອງເງິນ ແຂວງໄຊຍະບູລີ, ໂດຍການເຂົ້າຮ່ວມເປັນກຽດມີິສະຫາຍ ພັອ ເນືອງທອງ ຊຸຍຍະຈັນ

ຄະນະພັກກອງບັນຊາການທະຫານແຂວງ ຫົວໜ້າຫ້ອງພະລາທິການກອງບັນຊາການທະຫານແຂວງ, ມີຄະນະພັກ ຄະນະບັນຊາ ແລະ ສະມາຊິກພັກພາຍໃນກອງຮ້ອຍທະຫານຊາຍແດນ 152 ເຂົ້າຮ່ວມ,

ໃນກອງປະຊຸມ ສະຫາຍ ພັຕ ອິນສະແຫວງ ສຸກສະຫວັດ ເລຂາຄະນະພັກກອງຮ້ອຍທະຫານຊາຍແດນ 152 ໄດ້ຂຶ້ນກ່າວເປີດກອງປະຊຸມ ພ້ອມທັງຜ່ານຮ່າງບົດລາຍງານການ ເມືອງທັງ 2 ພາກ ບາງຕອນສະຫາຍກ່າວວ່າ: ຄະນະພັກກອງຮ້ອຍທະຫານຊາຍແດນ 152 ເປັນການຈັດຕັ້ງພັກໜຶ່ງທີ່ຂຶ້ນກັບກອງບັນຊາການທະຫານແຂວງໄຊຍະບູລີ ພາຍໃຕ້ການຊີ້ນໍາ-ນໍາພາໂດຍກົງຂອງກອງບັນຊາການທະຫານແຂວງ, ມີພາລະບົດບາດເປັນແກ່ນນຳທາງດ້ານການເມືອງ, ເຄື່ອນໄຫວເຮັດໜ້າທີ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊີກພັກ, ນາຍ ແລະ ພົນທະຫານ ຈັດຕັ້ງປະຕິບັດແນວທາງນະໂຍບາຍ, ມະຕິ, ຄຳສັ່ງ, ຂໍ້ກຳນົດ, ກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ ໃຫ້ປະກົດຜົນເປັນຈິງ. ຜ່ານມາຄະນະພັກໄດ້ນຳພາ-ຊີ້ນຳວຽກງານເສດຖະກິດ ແກ້ໄຂຊີວິດການເປັນຢູ່ຕາມທິດເພິ່ງຕົນເອງ-ກຸ້ມຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໂດຍຖືເອົາວຽກງານ 4 ປູກ 4 ລ້ຽງເປັນວຽກງານສຳຄັນ ໃນການແກ້ໄຂຊີວິດການເປັນຢູ່ຂອງສະມາຊິກພັກ ພະນັກງານ-ນັກຮົບ ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວ ແລະ ກົມກອງ ໄປຄຽງຄູ່ກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ແລະ ນຳພາການກໍ່ສ້າງກົມກອງ 3 ປອດ, ກອງວັດທະນະທຳ-ນັກຮົບວັດທະນະທຳຢ່າງເປັນປົກກະຕິ, ສະແດງອອກຜົນການກວດກາປະເມີນຜົນສາມາດຕີລາຄາແບ່ງປະເພດສະມາຊິກພັກ: ໄດ້ປະເພດແຂງ 36 ສະຫາຍ, ຍິງ 1ສະຫາຍ ກວມເອົາ 100%, ປະເພດອົງການຈັດຕັ້ງມະຫາຊົນໄດ້ປະເພດແຂງ, ປະເພດໜ່ວຍພັກໄດ້ປະເພດແຂງ, ປະເພດຄະນະພັກຮັກສາໄດ້ປະເພດແຂງ. ຈາກນັ້ນ, ໃນກອງປະຊຸມກໍໄດ້ຮັບຟັງການຜ່ານແຜນພັດທະນາວຽກງານໃນໄລຍະ 5 ປີຕໍ່ໜ້າ 2025-2029, ພ້ອມນີ້ ໃນກອງປະຊຸມ, ຄະນະໜ່ວຍພັກຊຸດເກົ່າກໍ່ໄດ້ຜ່ານບົດສໍາຫຼວດການນໍາພາລວມ ພ້ອມທັງກ່າວລາໜ້າທີ່. ຈາກນັ້ນ ຜູ້ແທນກອງປະຊຸມກໍ່ໄດ້ໃຊ້ສິດປະຊາທິປະໄຕຂອງຕົນໂດຍການປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ຊຶ່ງມີຜູ້ອອກຮັບສະໝັກຈຳນວນ 7 ສະຫາຍ, ເລືອກເອົາ 5 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນເລືອກເອົາ ສະຫາຍ ພັຕ ສະຫວາດ ສະທິວົງສາ ເປັນເລຂາ, ສະຫາຍ ພັຕ ອິນສະແຫວງ ສຸກສະຫວັດ ເປັນຮອງເລຂາ, ສະຫາຍ ຮອ ແສງທອງ ສາຍບຸນມີ ເປັນປະທານກວດກາພັກ.

(ຂ່າວ: ຖວທ ເມືອງເງິນ)

ຄໍາເຫັນ

ຂ່າວການເມືອງ

ຍທຂ ສະເໜີ ປັບປຸງຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ຍທຂ ສະເໜີ ປັບປຸງຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ທ່ານເຫຼັກໄຫຼສີວິໄລລັດຖະມົນຕີກະຊວງໂຍທາທິການແລະຂົນສົ່ງ (ຍທຂ)ໄດ້ສະເໜີເຫດຜົນ, ຄວາມຈໍາເປັນຂອງຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 15 ຕຸລານີ້, ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ.
ສສຊນວມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ສສຊນວມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ທ່ານນາງດາລານີພົມມະວົງສາສະມາຊິກສະພາແຫ່ງຊາດ(ສສຊ) ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 14ຕຸລານີ້ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານມອນໄຊລາວມົວຊົ່ງຮອງປະທານສະພາແຫ່ງຊາດ.
ສສຊສຸມໃສ່ປະກອບຄຳເຫັນຕໍ່ຮ່າງກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ສສຊສຸມໃສ່ປະກອບຄຳເຫັນຕໍ່ຮ່າງກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 14 ຕຸລານີ້, ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານມອນໄຊລາວມົວຊົ່ງຮອງປະທານສະພາແຫ່ງຊາດ. ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນແລະນໍາໄປຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.
ຄວາມຈໍາເປັນ ໃນການປັບປຸງຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ຄວາມຈໍາເປັນ ໃນການປັບປຸງຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນ ແລະ ເນື້ອໃນຂອງຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 14 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ສສຊສຸມໃສ່ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ

ສສຊສຸມໃສ່ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ

​ ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີX ໃນວັນທີ 13ຕຸລານີ້, ພາຍໃຕ້ການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.ທ່ານ ພັນໂທ ຈອນ ອຸດລາຍັນ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ ໄດ້ມີຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ (ສະບັບປັບປຸງ)ໃນບາງມາດຕາທີ່ສຳຄັນ ຄື:
ຄວາມຈໍາເປັນໃນການປັບປຸງກົດໝາຍວ່າດ້ວຍກໍາລັງປ້ອງກັນສະຫງົບປະຊາຊົນລາວ

ຄວາມຈໍາເປັນໃນການປັບປຸງກົດໝາຍວ່າດ້ວຍກໍາລັງປ້ອງກັນສະຫງົບປະຊາຊົນລາວ

ທ່ານ ພົນໂທ ວັນທອງ ກອງມະນີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ສະເໜີກົດໝາຍວ່າດ້ວຍ ກໍາລັງປ້ອງກັນສະຫງົບປະຊາຊົນລາວ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 13 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ສະເໜີປັບປຸງບາງມາດຕາຂອງກົດໝາຍ ວ່າດ້ວຍນາຍທະຫານກອງທັບເພື່ອໃຫ້ມີເນື້ອໃນຄົບຖ້ວນ

ສສຊ ຄຳມ່ວນ ສະເໜີປັບປຸງບາງມາດຕາຂອງກົດໝາຍ ວ່າດ້ວຍນາຍທະຫານກອງທັບເພື່ອໃຫ້ມີເນື້ອໃນຄົບຖ້ວນ

ທ່ານນາງ ສຸກຂະເສີມ ສິດທິເດດ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 13 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສສຊສະເໜີປັບປຸງຫຼາຍມາດຕາຂອງກົດໝາຍວ່າດ້ວຍນາຍທະຫານກອງທັບ

ສສຊສະເໜີປັບປຸງຫຼາຍມາດຕາຂອງກົດໝາຍວ່າດ້ວຍນາຍທະຫານກອງທັບ

ສະມາຊິກສະພາແຫ່ງຊາດ (ສສຊ) ຈາກເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 13 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ປກຊ ສະເໜີປັບປຸງກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ

ປກຊ ສະເໜີປັບປຸງກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ

ກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ ພາຍຫຼັງຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ຈະເປັນເຄື່ອງມືອັນສໍາຄັນໃຫ້ລັດໃນການຄຸ້ມຄອງວຽກງານນາຍທະຫານແບບລວມສູນ, ສ້າງສະຕິຕື່ນຕົວໃຫ້ນາຍທະຫານຕໍ່ການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ. ທ່ານ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ (ປກຊ) ໄດ້ສະເໜີກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ ຊຶ່ງເປັນກົດໝາຍສະບັບປັບປຸງ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 13 ຕຸລານີ້ ທີ່ຫໍສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສສຊ ນວ ສະເໜີ 4 ຈຸດສຳຄັນເພື່ອເຮັດໃຫ້ວຽກງານ ສພຊ ຫັນເປັນທັນສະໄໝ

ສສຊ ນວ ສະເໜີ 4 ຈຸດສຳຄັນເພື່ອເຮັດໃຫ້ວຽກງານ ສພຊ ຫັນເປັນທັນສະໄໝ

ທ່ານ ທະນົງສິດ ເມືອງຈັນ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດ 1 ນະຄອນຫຼວງວຽງຈັນ (ນວ) ໄດ້ປະກອບຄຳເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການປີ 2027ຂອງສະພາແຫ່ງຊາດ (ສພຊ)ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ Xໃນວັນທີ 12 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ເພີ່ມເຕີມ