ກອງປະຊຸມເຜີຍແຜ່ການເຄື່ອນໄຫວວຽກງານຢູ່ໂຮງຮຽນຂຸນສານແຫ່ງຊາດຝຣັ່ງ

ກອງປະຊຸມເຜີຍແຜ່ການເຄື່ອນໄຫວວຽກງານຢູ່ໂຮງຮຽນຂຸນສານແຫ່ງຊາດຝຣັ່ງ
ໃນວັນທີ 25 ຕຸລາ 2023 ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ ກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ສະຫຼຸບຜົນຂອງການເຄື່ອນໄຫວວຽກງານຢູ່ໂຮງຮຽນຂຸນສານແຫ່ງຊາດ ຝຣັ່ງ ລະຫວ່າງວັນທີ 11-15 ກັນຍາ ຜ່ານມາ, ກ່ຽວກັບການຝຶກອົບຮົມວິ ຊາຊີບຍຸຕິທໍາ. ໂດຍການການເປັນປະທານຂອງທ່ານ ເກດສະໜາ ພົມມະຈັນ ຮອງລັດຖະມົນຕີ ກະຊວງ ຍຸຕິທໍາ, ທ່ານ ດຸຍປ໋ອກ ຜູ້ອໍານວຍການອົງການຝຣັ່ງເພື່ອການພັດທະນາ ປະຈໍາ ສປປ ລາວ, ມີຜູ້ຕ່າງໜ້າຈາກກະຊວງຍຸຕິທໍາ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ສະຖາບັນຍຸຕິທໍາແຫ່ງຊາດ, ສະພາທະນາຍຄວາມແຫ່ງ ສ ປປລາວ, ສະຖາບັນຄົ້ນຄ້ວາ ແລະ ຝຶກອົບຮົມ ຂອງ ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ເຂົ້າຮ່ວມ.
   ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສະຫຼຸບຜົນຂອງທັດສະນະສຶກສາຂອງຄະນະຜູ້ແທນລາວ ທີ່ໂຮງຮຽນຂຸນສານແຫ່ງ ຊາດຝຣັ່ງ ເພື່ອກະກຽມຮ່າງບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື ລະຫວ່າງ ໂຮງຮຽນຂຸນສານແຫ່ງຊາດຝຣັ່ງ ແລະ ໂຄງການການໃຫ້ບໍລິການທາງດ້ານກົດໝາຍ ແລະ ການເສີມຂະຫຍາຍຂີດຄວາມສາມາດໃຫ້ແກ່ສະຖາບັນຝຶກອົບຮົມ ທາງດ້ານຍຸຕິທໍາ ຢູ່ ສ ປປ ລາວ.
ໃນໂອກາດນີ້ ທ່ານ ເກດສະໜາ ພົມມະຈັນ ກໍໄດ້ກ່າວສະແດງຄວາມຊົມເຊີຍ ພ້ອມທັງຕີລາ ຄາສູງຕໍ່ ອົງການຝຣັ່ງເພື່ອການພັດທະນາ ທີ່ໄດ້ນໍາພາຄະນະເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ແລະ ສະ ແດງຄວາມຂອບໃຈມາຍັງອົງການດັ່ງກ່າວ ກໍຄືລັດຖະບານ ແລະ ປະຊາຊົນຝຣັ່ງ ທີ່ໄດ້ໃຫ້ການສະໜັບສະໜູນທາງດ້ານທຶນຮອນ ແລະ ວິຊາການໃຫ້ແກ່ການພັດທະນາຂະແໜງການຂອງກົດໝາຍ ແລະ ວຽກງານຍຸຕິທໍາຂອງສປປລາວໃນໄລຍະຜ່ານມາ ແລະ ຈະໄດ້ຮັບການຊ່ວຍເຫຼືອສະໜັບສະໜູນຂະແໜງກົດໝາຍ ແລະ ວຽກງານຍຸຕິທໍາຂອງ ສປປ ລາວ ໃຫ້ມີບາດກ້າວຂະຫຍາຍ ຕົວເປັນຮູບປະທໍາຍິ່ງຂຶ້ນ.
ພາບ-ຂ່າວ: ໄຊຍະສິດ
 

ຄໍາເຫັນ

ຂ່າວສືກສາ-ກິລາ

ບໍລິສັດ ເບຍລາວ ສືບຕໍ່ສະໜັບສະໜູນເຕະບານລີກສູງສຸດຂອງ ສປປ ລາວ

ບໍລິສັດ ເບຍລາວ ສືບຕໍ່ສະໜັບສະໜູນເຕະບານລີກສູງສຸດຂອງ ສປປ ລາວ

ໃນວັນທີ 4 ສິງຫາ ຜ່ານມາ ທີ່ຮ້ານອາຫານຮາດຣ໋ອກ ຄາເຟ (Hard Rock Café) ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນສັນຍາສະໜັບສະໜູນ ການແຂ່ງຂັນກິລາເຕະບານ ເປບຊີ ລາວລີກ 3 ລະດູການ ລວມເປັນເງິນ 4,950,000,000 ກີບ ລະຫວ່າງ ທ່ານ ວີເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດລາວ (ສຕລ) ແລະ ທ່ານ ເຮັນຣິກ ແອນເດີສັນ ຜູ້ອຳນວຍການ ບໍລິສັດ ເບຍລາວ ຈຳກັດ ເປັນກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະບໍລິຫານງານ ສຕລ, ຕາງໜ້າບັນດາສະໂມສອນ, ພະນັກງານທີ່ກ່ຽວຂ້ອງ ຕະຫຼອດຮອດບັນດາສື່ມວນຊົນ.
ຄວາມຄືບໜ້າການຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ຄວາມຄືບໜ້າການຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຄັ້ງທີ III ຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ແລະ ຈັດງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ໄດ້ຈັດຂຶ້ນໃນວັນທີ 4 ສິງຫາຜ່ານມາ, ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ໂດຍການເປັນປະທານຮ່ວມຂອງທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ທັງເປັນປະທານຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII.
ຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງຫຼວງພະບາງ ສະຫຼຸບວຽກງານປະຈໍາປີ 2025

ຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງຫຼວງພະບາງ ສະຫຼຸບວຽກງານປະຈໍາປີ 2025

ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງຫຼວງພະບາງ ປະຈໍາປີ 2025 ໄດ້ຈັດຂຶ້ນໃນວັນທີ 4 ສິງຫາຜ່ານມາ ຢູ່ຫ້ອງປະຊຸມຂອງພະແນກສຶກສາທິການ ແລະ ກິລາ ໂດຍເປັນປະທານຮ່ວມຂອງ ທ່ານ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກ ສຶກສາທິການ ແລະກິ ລາແຂວງ, ທ່ານ ນາງ ແກ້ວລາ ມະນີຈິດ ປະທານຄະນະກໍາມະການວັດທະນະທໍາສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນແຂວງ.
ມອບ-ຮັບ ໂຄງການກໍ່ສ້າງອາຄານຮຽນວິຊາກົນຈັກໜັກໂຮງຮຽນວິຊາຊີບແຂວງໄຊສົມບູນ

ມອບ-ຮັບ ໂຄງການກໍ່ສ້າງອາຄານຮຽນວິຊາກົນຈັກໜັກໂຮງຮຽນວິຊາຊີບແຂວງໄຊສົມບູນ

ພະແນກອຸດສາຫະກຳການຄ້າ ແຂວງໄຊສົມບູນ ສໍາເລັດໂຄງການກໍ່ສ້າງອາຄານຮຽນ ວິຊາກົນຈັກໜັກ ໂຮງຮຽນວິຊາຊີບ ແຂວງໄຊສົມບູນ ລະຫວ່າງ ບໍລິສັດເຂື່ອນໄຟຟ້ານໍ້າໄຜ່ (ຜູ້ໃຫ້ທຶນ) ແລະ ພະແນກອຸດສາຫະກຳການຄ້າ ແຂວງໄຊສົມບູນ ຂຶ້ນໃນວັນທີ 4 ສິງຫານີ້ ທີ່ໂຮງຮຽນວິຊາຊີບ ແຂວງ ໂດຍເຂົ້າຮ່ວມຂອງ ທ່ານ ແດງ ປະທຸມທອງ ປະທານສະພາປະຊາຊົນແຂວງ, ທ່ານ ສໍາລານ ພັນທະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ເສີນຢີ ຮອງຜູ້ອໍານວຍການ ບໍລິສັດ ເຂື່ອນໄຟຟ້ານໍາໄຜ່ ຕະຫຼອດຮອດການນຳແຂວງ ພ້ອມດ້ວຍບັນດາພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະມາຄົມນັກທຸລະກິດ ຮ້ານອາຫານລາວ ຮ່ວມກັບ ບໍລິສັດ ເບຍລາວ ຈັດການແຂ່ງຂັນກິລາດອກປີໄກ່

ສະມາຄົມນັກທຸລະກິດ ຮ້ານອາຫານລາວ ຮ່ວມກັບ ບໍລິສັດ ເບຍລາວ ຈັດການແຂ່ງຂັນກິລາດອກປີໄກ່

ສະມາຄົມນັກທຸລະກິດ ຮ້ານອາຫານລາວ (ສນຮລ) ຮ່ວມມືກັບ ບໍລິສັດ ເບຍລາວ ຈໍາກັດ ສືບຕໍ່ຈັດການແຂ່ງຂັນກິລາດອກປີກໄກ່ ສະເພາະພາຍໃນສະມາຄົມ ແລະ ບໍລິສັດ ເບຍລາວ ຈຳກັດ ຊຶ່ງປີນີ້ ເປັນຄັ້ງທີ 9 ເພື່ອເປັນການຮັດແໜ້ນຄວາມສາມັກຄີຮັກແພງພາຍໃນໃຫ້ແໜ້ນແຟ້ນຂຶ້ນເລື້ອຍໆແນໃສ່ສົ່ງເສີມສ້າງຄວາມເຂັ້ມແຂງໃຫ້ບັນດາສະມາຊິກຂອງສະມາຄົມ ກໍຄືຜູ້ປະກອບການທາງດ້ານທຸລະກິດຮ້ານອາຫານ ພາຍໃນນະຄອນຫຼວງວຽງຈັນ ເຕີບໃຫຍ່ເຂັ້ມແຂງທາງທຸລະກິດ ປະກອບສ່ວນສົ່ງເສີມການພັດທະນາເສດຖະກິດ - ສັງຄົມຂອງຊາດ ໃຫ້ເຕີບໃຫຍ່ຂຶ້ນເລື້ອຍໆ.
ສນຊ ເປີດການແຂ່ງຂັນ ກິລາເຕະບານເພື່ອຮັດແໜ້ນຄວາມສາມັກຄີ

ສນຊ ເປີດການແຂ່ງຂັນ ກິລາເຕະບານເພື່ອຮັດແໜ້ນຄວາມສາມັກຄີ

ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950 – 13 ສິງຫາ 2025), ສູນກາງແນວລາວສ້າງຊາດ ໄດ້ເປີດການແຂ່ງຂັນ ກິລາເຕະບານເພື່ອຮັດແໜ້ນຄວາມສາມັກຄີ ຍິງ-ຊາຍ ເພື່ອຂ່ຳນັບຮັບຕ້ອນວັນສໍາຄັນດັ່ງກ່າວ ທີ່ສະໜາມກິລາກູດໄລຟ ບ້ານສີໄຄ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເມື່ອວັນທີ 21 ກໍລະກົດ ນີ້ ໂດຍເປັນປະທານກ່າວເປີດຂອງທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ຜູ້ປະຈຳການ, ທ່ານ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ ປະທານສູນກາງສະຫະພັນແມ່ຍິງລາວ, ມີບັນດານັກກິລາຈາກບັນດາກະຊວງ, ອົງການທຽບເທົ່າ, ນະຄອນຫຼວງເຂົ້າຮ່ວມ.
ຮຽບຮຽງເນື້ອໃນກົດໝາຍສາມັນສຶກສາ

ຮຽບຮຽງເນື້ອໃນກົດໝາຍສາມັນສຶກສາ

(ສພຊ) - ວັນທີ 21-22 ກໍລະກົດນີ້ ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີກອງປະຊຸມຮຽບຮຽງເນື້ອໃນກົດໝາຍວ່າດ້ວຍສາມັນສຶກສາ (ສ້າງໃໝ່) ໂດຍການເປັນປະທານຂອງທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານປະທານ ແລະ ຮອງປະທານກຳມາທິການທີ່ກ່ຽວຂ້ອງພາຍໃນ ສພຊ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ຮອງລັດຖະມົນຕີກະຊວງຍຸຕິທໍາ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ຄະນະຮັບຜິດຊອບປັບປຸງກົດໝາຍ ພ້ອມດ້ວຍຄະນະກົມ, ພະແນກ ແລະ ພະນັກງານທີ່ກ່ຽວຂ້ອງ.
ຄອສພ ໄດ້ທີ 1 ປະເພດຊາຍດຽວແຂ່ງຂັນກິລາເປຕັງ ຊີງຂັນແນວລາວສ້າງຊາດ

ຄອສພ ໄດ້ທີ 1 ປະເພດຊາຍດຽວແຂ່ງຂັນກິລາເປຕັງ ຊີງຂັນແນວລາວສ້າງຊາດ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ອັນດັບທີ 1 ໃນປະເພດດ່ຽວຊາຍ ໃນການແຂ່ງຂັນກິລາເປຕັງ ຊີງຂັນແນວລາວສ້າງຊາດ ເນື່ອງໃນໂອກາດຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ຊຶ່ງການແຂ່ງຂັນດັ່ງກ່າວໄດ້ປິດລົງໃນວັນທີ17 ກໍລະກົດ ນີ້ ທີ່ນະຄອນຫຼວງວຽງຈັນ, ໂດຍມີທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ມີບັນການນໍາພັກ-ລັດ, ຄະນະນໍາ ຄູຝຶກ ແລະ ນັກກິລາ ຈາກບັນດາແຂວງ, ນະຄອນ ຫຼວງ, ກະຊວງ, ອົງການທຽບເທົ່າ, ທົ່ວປະເທດ ເຂົ້າຮ່ວມ.
ສາລະວັນຫາລືການສ້າງຂະບວນການກິລາ

ສາລະວັນຫາລືການສ້າງຂະບວນການກິລາ

ຄະນະໂຄສະນາອົບຮົມແຂວງສາລະວັນ ຮ່ວມກັບພະແນກສຶກສາທິການ ແລະ ກິລາແຂວງ ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດກິດຈະກໍາສ້າງຂະບວນການກິລາຟຸດຊໍ ແລະ ກິລາເປຕັງ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງ ແລະ ຕ້ອນຮັບວັນສະຖາປະນາ ສປປລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ແລະ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນ ເມື່ອບໍ່ດົນມານີ້ ທີ່ໂຮງຮຽນນອກຫຼັກສູດແຂວງສາລະວັນ ໂດຍການເປັນປະທານ ຂອງທ່ານ ຈັນສະໝອນ ພົມມະແສງ ຫົວໜ້າຄະນະໂຄສະນາອົບຮົມແຂວງ.
ນັກຮຽນລາວແຂ່ງຂັນຄະນິດສາດສາກົນສິງກະໂປ ຍາດໄດ້ 15 ຫຼຽນ

ນັກຮຽນລາວແຂ່ງຂັນຄະນິດສາດສາກົນສິງກະໂປ ຍາດໄດ້ 15 ຫຼຽນ

ການແຂ່ງຂັນຄະນິດສາດສາກົນສິງກະໂປ (SIMOC) ແມ່ນການແຂ່ງຂັນຄະນິດສາດຈາກປະເທດສິງກະ ໂປ ທີ່ໄດ້ຮັບຄວາມນິຍົມໃນທົ່ວໂລກ ໂດຍສະເພາະໃນຂົງເຂດປະເທດອາຊຽນ. ການແຂ່ງຂັນ SIMOC ແມ່ນມີເອກະລັກສະເພາະຕົວ ຊຶ່ງປະສົມປະສານການແກ້ໂຈດຄະນິດສາດແບບດ່ຽວ ແລະ ການແຂ່ງຂັນແບບກຸ່ມຜ່ານຮູບແບບເກມທີ່ມີຊື່ວ່າ:“Math Warriors” ແລະ “Math Master Mind” ການແຂ່ງຂັນນີ້ບໍ່ພຽງແຕ່ທົດສອບທັກສະດ້ານຄະນິດສາດຂອງຜູ້ເຂົ້າຮ່ວມ ແຕ່ຍັງລວມເຖິງທັກສະໃນການເຮັດວຽກເປັນທີມ ແລະ ການສື່ສານ.
ເພີ່ມເຕີມ