ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ຊ່ວຍເຫຼືອ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ຊ່ວຍເຫຼືອທາງການເພື່ອການພັດທະນາທົ່ວປະເທດຄັ້ງທີ 8

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ຊ່ວຍເຫຼືອທາງການເພື່ອການພັດທະນາທົ່ວປະເທດຄັ້ງທີ 8
ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ຊ່ວຍເຫຼືອທາງການເພື່ອການພັດທະນາ ທົ່ວປະເທດ (ຊກພ) ຄັ້ງທີ 8ປະຈໍາປີ 2024 ໃນວັນທີ 25 ທັນວານີ້ ທີ່ນະຄອນຫຼວງວຽງຈັນ,

ໂດຍການເປັນປະທານ ຂອງ ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ, ມີບັນດາທ່ານແຂກຖືກເຊີນທີ່ມາຈາກ ກະຊວງ, ຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ເຂົ້າຮ່ວມ.
ຈຸດປະສົງໃນກອງປະຊຸມ, ແມ່ນເພື່ອພ້ອມກັນສະຫຼຸບຕີລາຄາຄືນຕໍ່ກັບການຈັດຕັ້ງປະຕິບັດທຶນຊ່ວຍເຫຼືອທາງການເພື່ອການພັດທະນາ(ຊກພ) ທົ່ວປະເທດຄັ້ງທີ 8ປະຈໍາປີ 2024 ແລະ ພ້ອມກັນວາງທິດທາງໃນສຸມປີຕໍ່ໜ້າລວມທັງຕີລາຄາ ຂໍ້ສະດວກ,ຂໍ້ຫຍຸ້ງຍາກ ແລະ ມາດຕະການແກ້ໄຂໃນການຈັດຕັ້ງປະຕິບັດທຶນຊກພ ຮ່ວມກັນໃຫ້ມີປະສິດທິຜົນ, ກ້າວໄປເຖິງການພັດທະນາແບບຍືນຍົງຕາມທິດສີຂຽວ ແລະ ທິດທາງພັດທະນາຂອງລັດຖະບານ.
ສຳລັບການຊ່ວຍເຫຼືອທາງການເພື່ອການພັດທະນາ ໃນໄລຍະຜ່ານມາຈົນເຖິງປັດຈຸບັນແມ່ນມີຄວາມສຳຄັນຫຼາຍໃນການປະກອບສ່ວນເຂົ້າໃນການພັດທະນາ ສປປ ລາວ, ໃນນັ້ນການຊ່ວຍເຫຼືອດັ່ງກ່າວ ຂອງບັນດາຄູ່ຮ່ວມພັດທະນາແມ່ນມີຄວາມຕັ້ງໜ້າເອົາໃຈໃສ່ໃນການສະໜັບສະໜູນທຶນ ຊກພ ໃຫ້ເຂົ້າເຖິງແຕ່ລະຂະແໜງການທັງຂັ້ນສູນກາງຈົນເຖິງຂັ້ນທ້ອງຖິ່ນທີ່ຫ່າງໄກສອກຫຼີກ ແລະ ໄດ້ປະກອບສ່ວນຢ່າງຕໍ່ເນື່ອງເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຂອງ ສປປ ລາວໃນແຕ່ລະໄລຍະ, ເຖິງແມ່ນວ່າປະເທດລາວຍັງສືບຕໍ່ປະເຊີນກັບສີ່ງທ້າທ້າຍແລະຄວາມຫຍຸ້ງຍາກຫຼາຍຢ່າງເປັນຕົ້ນບັນຫາດ້ານເສດຖະກິດ-ການເງິນ, ຄ່າຄອງຊີບແພງ, ໄພພິບັດທຳມະຊາດ,ນ້ຳຖ້ວມຫຼາຍແຂວງ, ການລະບາດຂອງພະຍາດສັດ, ການກະກຽມກອງປະຊຸມອາຊຽນ, ແຕ່ກໍຍ້ອນການນຳພາ-ຊີ້ນຳຂອງສູນກາງພັກ, ລັດຖະບານແລະການຕິດຕາມຂອງສະພາແຫ່ງຊາດຢ່າງໃກ້ຊິດບວກກັບການສະໜັບສະໜູນຊ່ວຍເຫຼືອຈາກບັນດາປະເທດເພື່ອນມິດສາກົນກໍຄືເພື່ອນມິດຍຸດທະສາດໃນຂອບການຮ່ວມມືສອງຝ່າຍແລະຫຼາຍຝ່າຍ ໄດ້ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີIX ສຳລັບປີ 2024 ມີຄວາມຄືບໜ້າ ແລະ ມີທ່າອຽງທີ່ດີຂຶ້ນ, ສັງຄົມມີຄວາມສະຫງົບແລະມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານຊຶ່ງເຫັນໄດ້ລວມຍອດຜະລິດຕະພັນພາຍໃນ(GDP) ຕາມແຜນປີ 2024 ແມ່ນຂະຫຍາຍຕົວໃນລະດັບ 4,6% ສາມາດບັນລຸໄດ້ຕາມແຜນ(ມະຕິສະພາແຫ່ງຊາດໝົດປີໃຫ້ບັນລຸ 4,5%)ແລະ ປັດຈຸບັນລັດຖະບານສປປລາວໄດ້ເຜີຍແຜ່, ສ້າງຄວາມຮັບຮູ້ແລະເຂົ້າໃຈກ່ຽວກັບຂະບວນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຂອງສປປລາວ, ຂົນຂວາຍການສະໜັບສະໜູນແລະ ການຊ່ວຍເຫຼືອທາງການຈາກສາກົນ, ລວມທັງການເຂົ້າເຖິງມາດຕະການສະໜັບສະໜູນສາກົນສໍາລັບການສະໜອງທຶນເພື່ອການພັດທະນາ, ຂະແໜງສັງຄົມ, ການອໍານວຍຄວາມສະດວກດ້ານການຄ້າ, ການປ່ຽນແປງດິນຟ້າອາກາດ, ການຫັນເປັນດີຈີຕອນ, ການພັດທະນາພື້ນຖານໂຄງລ່າງ, ປະສານສົມທົບກັບບັນດາຄູ່ຮ່ວມພັດທະນາເພື່ອຕິດຕາມຢ່າງໃກ້ຊິດກ່ຽວກັບສະພາບການພັດທະນາຂອງປະເທດໂດຍຜ່ານກົນໄກການຕິດຕາມແບບມີສ່ວນຮ່ວມ.
(ຂ່າວ: ຜທ, ພາບ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ