ກອງປະຊຸມສະໄໝສາມັນເທື່ອທີ8 ຂອງສະພາແຫ່ງຊາດ ຊຸດທີ IX

ກອງປະຊຸມສະໄໝສາມັນເທື່ອທີ8 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ຮັບຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນເທື່ອທີ8 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ຮັບຜົນສໍາເລັດຢ່າງຈົບງາມ
ກອງປະຊຸມສະໄໝສາມັນເທື່ອທີ8 ຂອງສະພາແຫ່ງຊາດ ຊຸດທີ IX, ພາຍຫຼັງໄດ້ດໍາເນີນມາແຕ່ວັນທີ 18 ພະຈິກ 2024 ແລະ ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນວັນທີ 12 ທັນວາ 2024 ນີ້ທີ່ສະພາແຫ່ງຊາດ, ພາຍໃຕ້ການເປັນປະທານ ຂອງທ່ານ ໄຊສົມພອນ ພົມວິຫານ

 ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມພິທີປິດກອງປະຊຸມ ໂດຍທ່ານ ທອງລຸນສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ບັນດາທ່ານການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ, ລັດ, ບັນດາສະມາຊິກລັດຖະບານ, ບັນດາສະມາຊິກສະພາແຫ່ງຊາດ ພ້ອມດ້ວຍບັນດາທ່ານແຂກຖືກເຊີນ ເຂົ້າຮ່ວມ.

ໃນວາລະ, ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວບາງຕອນທີ່ມີຄວາມໝາຍສໍາຄັນ ວ່າ:ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ພິຈາລະນາ, ຮັບຮອງເອົາ ເນື້ອໃນສໍາຄັນຈຳນວນໜຶ່ງຄື:1). ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ປະຈຳປີ 2024 ແລະ ແຜນການ ປະຈຳປີ 2025 ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ,ແຜນການລົງທຶນຂອງລັດ ປະຈຳປີ 2025, ແຜນຈັດສັນງົບປະມານ ໃຫ້ກະຊວງ, ອົງການ ແລະ ທ້ອງຖິ່ນ ປະຈຳປີ 2025, ການດັດແກ້ແຜນງົບປະມານແຫ່ງລັດ ປະຈຳປີ 2024.ກອງປະຊຸມສະພາແຫ່ງຊາດສະແດງຄວາມຊົມເຊີຍລັດຖະບານທີ່ມີຄວາມພະຍາຍາມຊີ້ນໍາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໃນເກືອບ 1 ປີຜ່ານມາ ແລະ ໄດ້ຮັບຜົນສໍາເລັດຫຼາຍດ້ານ ເຮັດໃຫ້ອັດຕາການເຕີບໂຕເສດຖະກິດບັນລຸໄດ້ 4.6%, ບັນດາແຂວງທົ່ວປະເທດສາມາດເກັບລາຍຮັບເກີນແຜນ;ການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໄດ້ຮັບຜົນສໍາເລັດເປັນກ້າວໆ. ພິເສດ, ປີນີ້ ດ້ວຍຄວາມເອົາໃຈໃສ່ນໍາພາ-ຊີ້ນໍາຂອງກົມການເມືອງສູນກາງພັກ, ຄວາມບຸກບືນສູ້ຊົນສູງຂອງຄະນະປະຈຳສະພາແຫ່ງຊາດ, ຄວາມພະຍາຍາມຂອງລັດຖະບານ ຈຶ່ງສາມາດເຮັດໃຫ້ການສ້າງ ຮ່າງແຜນການລົງທຶນຂອງລັດ ປະຈຳປີ 2025 ແລະ ຮ່າງແຜນຈັດສັນງົບປະມານແຫ່ງລັດ ໃຫ້ກະຊວງ, ອົງການ ແລະ ບັນດາແຂວງ ປະຈຳປີ 2025 ໄດ້ສໍາເລັດ ແລະໄດ້ນໍາສະເໜີຕໍ່ສະພາແຫ່ງຊາດ ພິຈາລະນາ ຮັບຮອງເອົາຕາມ ກົດໝາຍກຳນົດ ແລະ ຫວັງວ່າ ຈະສາມາດຈັດຕັ້ງປະຕິບັດໃນ ວັນທີ 1 ມັງກອນ 2025 ເປັນຕົ້ນໄປ. ກອງປະຊຸມສະເໜີໃຫ້ລັດຖະບານເອົາໃຈໃສ່ຊີ້ນໍາການເກັບລາຍຮັບໃຫ້ໄດ້ຢ່າງຄົບຖ້ວນ ຕາມກົດໝາຍກຳນົດ ໂດຍສະເພາະລາຍຮັບຈາກຊັບພະຍາກອນທຳມະຊາດ, ແກ້ໄຂບັນຫາການຍົກເວັ້ນການປະຕິບັດກົດໝາຍທີ່ສົ່ງຜົນກະທົບຕໍ່ການເກັບລາຍຮັບເຂົ້າງົບປະມານ; ຄົ້ນຄວ້າການແກ້ໄຂໜີ້ສິນສາທາລະນະ, ໜີ້ສິນໂຄງການລົງທຶນຂອງລັດ ໃຫ້ມີການຫັນປ່ຽນດີຂຶ້ນ; ສືບຕໍ່ຄວບຄຸມ ແລະ ແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນ, ການເໜັງຕີງຂອງລາຄາສິນຄ້າ ດ້ວຍການນໍາໃຊ້ມາດຕະການທາງກົດໝາຍ ແລະ ມາດຕະການທາງເສດຖະກິດ ຢ່າງເຂັ້ມງວດ ແລະ ເດັດຂາດ. ກອງປະຊຸມໄດ້ສະເໜີໃຫ້ລັດຖະບານ ເພີ່ມການລົງທຶນຂອງລັດເຂົ້າໃສ່ການພັດທະນາຂົງເຂດວັດທະນະທໍາ-ສັງຄົມເພື່ອຍົກສູງຄຸນນະພາບໃນການເຄື່ອນໄຫວໃນຂົງເຂດດັ່ງກ່າວ ດ້ວຍການສົ່ງເສີມການພັດທະນາສີມືແຮງງານ ໃຫ້ມີຄຸນນະພາບ; ປັບປຸງການບໍລິການປິ່ນປົວ ແລະ ກອງທຶນປະກັນສຸຂະພາບ ໃຫ້ສາມາດດຶງດູດສະມາຊິກປະກັນສຸຂະພາບ ໃຫ້ເພີ່ມຂຶ້ນ,2).ກອງປະຊຸມໄດ້ຮັບຟັງລາຍງານ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຊຶ່ງເຫັນວ່າລັດຖະບານໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ ມະຕິຂອງກອງປະຊຸມສະພາແຫ່ງຊາດ ເຂົ້າໃນວຽກງານຕົວຈິງ ແລະ ມີຜົນສໍາເລັດໃນຫຼາຍດ້ານ; ກໍາລັງປ້ອງກັນຄວາມສະຫງົບ ໄດ້ດໍາເນີນການປາບປາມຂະບວນການຄ້າຂາຍຢາເສບຕິດປະເພດຕ່າງໆຢ່າງເດັດດ່ຽວ, ສາມາດປົກປ້ອງສັງຄົມ, ປະຊາຊົນ, ຊັ້ນຄົນຕ່າງໆຈາກໄພຂອງຢາເສບຕິດໄດ້ໃນລະດັບທີ່ແນ່ນອນ. ກອງປະຊຸມສະເໜີໃຫ້ລັດຖະບານເອົາໃຈໃສ່ສືບຕໍ່ໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ໃຫ້ ຫຼາຍຂຶ້ນຕື່ມ ແລະ ປຸກລະດົມໃຫ້ສັງຄົມມີສ່ວນຮ່ວມໃນການແກ້ໄຂບັນຫາຢາເສບຕິດ ໃຫ້ຫຼາຍຂຶ້ນກວ່າເກົ່າ; ຄົ້ນຄວ້າອອກນິຕິກຳ ຄວບຄຸມ ແລະ ລົງໂທດຕໍ່ຜູ້ກະທຳຜິດໃນການນໍາໃຊ້ຜະລິດຕະພັນຢາເສບຕິດແບບໃໝ່ ໃຫ້ທັນເວລາ; ເກັບກຳ, ຮີບໂຮມຂອງກາງຄະດີຢາເສບຕິດ ໃຫ້ໄດ້ຢ່າງຄົບຖ້ວນຕາມດໍາລັດ 280/ລບ ເພື່ອແກ້ໄຂຢ່າງທັນການ, ບໍ່ປະປ່ອຍໃຫ້ຜູ້ກະທຳຜິດນໍາໄປຊຸກເຊື່ອງ, ຖ່າຍໂອນ; ສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ກົງຈັກທີ່ຮັບຜິດຊອບແກ້ໄຂບັນຫາຢາເສບຕິດ ດ້ວຍການຝຶກອົບຮົມດ້ານວິຊາສະເພາະ ແລະ ການປະກອບ ເຄື່ອງມືທີ່ທັນສະໄໝເປັນກ້າວໆ ເພື່ອຍົກສູງຄຸນນະພາບໃນການປະຕິບັດໜ້າທີ່, 3). ກອງປະຊຸມໄດ້ຄົ້ນຄວ້າ ແລະ ຮັບຮອງເອົາການຈັດຕັ້ງປະຕິບັດວຽກງານສາມສ້າງ ຕາມມະຕິສະພາແຫ່ງຊາດ ສະບັບເລກທີ 02/ສພຊ, ລົງວັນທີ 28 ມັງກອນ 2016 ແລະ ສະເໜີໃຫ້ລັດຖະບານ ເອົາໃຈໃສ່ຄົ້ນຄວ້າ ສ້າງ, ປັບປຸງນິຕິກຳ, ແຜນການເຄື່ອນໄຫວວຽກງານ 3 ສ້າງໃຫ້ເປັນລະບົບຄົບຊຸດ ລວມທັງການຈັດຕັ້ງ ໂຄສະນາເຜີຍແຜ່ໃຫ້ພະນັກງານ, ທະຫານ, ຕຳຫຼວດ ກໍຄືປະຊາຊົນບັນດາເຜົ່າໄດ້ຮັບຮູ້, ເຂົ້າໃຈ ແລະ ເຂົ້າຮ່ວມການຈັດຕັ້ງປະຕິບັດ; ຄົ້ນຄວ້າ ແລະ ປັບປຸງການແບ່ງຂັ້ນຄຸ້ມຄອງວຽກງານ 3 ສ້າງ ລະຫວ່າງສູນກາງ ແລະ ທ້ອງຖິ່ນ, ລະຫວ່າງຂະແໜງການ ດ້ານວຽກງານໂຄງການ, ດ້ານງົບປະມານ, ດ້ານບຸກຄະລາກອນ ແລະ ເຕັກນິກວິຊາການ ໃຫ້ສອດຄ່ອງ ເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສໍາເລັດຕາມແຜນການທີ່ວາງໄວ້, 4). ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາການຈັດຕັ້ງປະຕິບັດຍຸດທະສາດການປະຕິຮູບລະບົບການສຶກສາ, ການພັດທະນາຊັບພະຍາກອນມະນຸດແຫ່ງຊາດ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ.ກອງປະຊຸມສະເໜີໃຫ້ລັດຖະບານ ເອົາໃຈໃສ່ແກ້ໄຂບັນຫາການຂາດແຄນຄູ ແລະ ບັນຫາການປະລະການຮຽນ; ຊຸກຍູ້, ສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ລູກຫຼານ ຫັນມາຮຽນວິຊາຊີບ ຊຶ່ງເປັນຫຼັກສູດການຮຽນໄລຍະສັ້ນ, ຫຼຸດຜ່ອນພາລະຄ່າໃຊ້ຈ່າຍຂອງ ພໍ່ແມ່, ຜູ້ປົກຄອງ, ເມື່ອຮຽນຈົບແລ້ວ ກໍສາມາດຊອກວຽກເຮັດງານທໍາເອງ ຢູ່ໂຮງຈັກໂຮງງານ, ບໍລິສັດຕ່າງໆຢູ່ພາຍໃນປະເທດເຮົາໄດ້ເລີຍ, ມີເງິນເດືອນ, ມີລາຍໄດ້ໃຫ້ແກ່ການດໍາລົງຊີວິດ; ສະເໜີໃຫ້ທຸກພາກສ່ວນໃນສັງຄົມ ກໍຄື ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ ພ້ອມກັນໂຄສະນາ, ປຸກລະດົມ ພໍ່ແມ່ຜູ້ປົກຄອງ, ນັກຮຽນ, ນັກສຶກສາໃຫ້ເຫັນໄດ້ຄວາມສໍາຄັນຂອງວຽກງານການສຶກສາ ແລະ ມີສ່ວນຮ່ວມງານວຽກງານດັ່ງກ່າວ. ພ້ອມກັນນັ້ນ, ກໍສະເໜີໃຫ້ຄົ້ນຄວ້າ ການສະໜອງງົບປະມານ ເຂົ້າໃນຂົງເຂດການສຶກສາ ໃຫ້ມີຄວາມສອດຄ່ອງກັບວຽກງານຕົວຈິງຕື່ມ, 5). ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ຂົງເຂດ ວັດທະນະທໍາ-ສັງຄົມ 4 ສະບັບ ຄື: ກົດໝາຍວ່າດ້ວຍການສຶກສາ, ກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີ ທາດເຫຼົ້າ, ກົດໝາຍວ່າດ້ວຍແຮງງານ ແລະ ກົດໝາຍວ່າດ້ວຍປ້າຍ. ຜ່ານການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ ກໍສາມາດຊອກເຫັນໄດ້ດ້ານຕັ້ງໜ້າ ແລະ ບັນຫາຄົງຄ້າງ ໃນການຈັດຕັ້ງປະຕິບັດກົດໝາຍ ໃນໄລຍະຜ່ານມາ.ກອງປະຊຸມມອບໃຫ້ລັດຖະບານຊີ້ນໍາທັງ 4 ກະຊວງ ຄົ້ນຄວ້າ ແລະ ກ້າວໄປເຖິງການປັບປຸງກົດໝາຍ ທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບ ຂອງແຕ່ລະພາກສ່ວນ ເພື່ອກຳນົດມາດຕະການແກ້ໄຂບັນຫາທີ່ຄົງຄ້າງໃນ ໄລຍະຜ່ານມາ ລວມທັງປັບປຸງ ແລະ ຍົກສູງຄຸນນະພາບໃນການເຄື່ອນໄຫວວຽກງານຂອງຕົນ ໃຫ້ມີປະສິດທິຜົນ ແລະ ເຂັ້ມງວດຕາມກົດໝາຍຍິ່ງໆຂຶ້ນ, 6) ກອງປະຊຸມ ໄດ້ພິຈາລະນາ ແລະ ຮັບຮອງເອົາວິໄສທັດ ຮອດປີ 2040 ແລະ ແຜນຍຸດທະສາດການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຮອດປີ 2030. ກອງປະຊຸມສະແດງຄວາມຊົມເຊີຍ ຕໍ່ລັດຖະບານ ທີ່ໄດ້ ເອົາໃຈໃສ່ຊີ້ນໍາກະຊວງທີ່ກ່ຽວຂ້ອງສ້າງວິໄສທັດ ແລະ ຍຸດທະສາດການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຊຶ່ງເປັນການຜັນຂະຫຍາຍ ແນວທາງນະໂຍບາຍຂອງພັກ ໃນການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ທີ່ເປັນທ່າແຮງທາງດ້ານເສດຖະກິດຂອງປະເທດ. ກອງປະຊຸມສະເໜີໃຫ້ເອົາໃຈໃສ່ການຈັດແບ່ງເຂດການຜະລິດໃຫ້ຈະແຈ້ງ, ເພີ່ມທະວີການຄຸ້ມຄອງ ແລະ ນໍາໃຊ້ທີ່ດິນກະສິກຳ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ, ກຳນົດມາດຕະການຢ່າງເຂັ້ມງວດ ຕໍ່ການແກ້ໄຂບັນຫາການຫັນປ່ຽນທີ່ດິນກະສິກຳ ເປັນທີ່ດິນປະເພດອື່ນ ແລະ ການບຸກລຸກທີ່ດິນປ່າໄມ້; ການອອກໃບຕາດິນກະສິກຳ ຕ້ອງມີຄວາມຊັດເຈນ, ຖືກຕ້ອງ ແລະ ຮັດກຸມ ແນໃສ່ການນໍາໃຊ້ທີ່ດິນກະສິກຳ ໃຫ້ເກີດປະໂຫຍດສູງສຸດ; ເອົາໃຈໃສ່ສ້າງ ແລະ ບຳລຸງຍົກລະດັບພະນັກງານ, ວິຊາການໃຫ້ມີຄວາມຊຳນານງານ ກ່ຽວກັບການຄົ້ນຄວ້າວິໄຈດິນ, ພັນພືດ-ພັນສັດ ປະກອບສ່ວນໃຫ້ແກ່ການພັດທະນາທ້ອງຖິ່ນ ກໍຄື ການພັດ ທະນາເສດຖະກິດ-ສັງຄົມຂອງຊາດ, 7) ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງອົງການກວດສອບແຫ່ງລັດ ກ່ຽວກັບ ການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ປະຈຳປີ 2024 ແລະ ແຜນການ ປະຈຳປີ 2025; ບົດລາຍງານ ຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2023; ບົດລາຍງານຂອງອົງການກວດກາແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2024 ແລະ ແຜນການ ປະຈຳປີ 2025; ບົດລາຍງານຜົນການກວດກາ ຕາມຜົນການກວດສອບ ປີ 2022.ກອງປະຊຸມສະເໜີໃຫ້ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ເອົາໃຈໃສ່ສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງສືບຕໍ່ແກ້ໄຂຜົນການກວດສອບ ແລະ ກວດກາ ໃຫ້ມີຄວາມເຂັ້ມງວດຕາມກົດໝາຍ ເພື່ອເຮັດໃຫ້ການນໍາໃຊ້ຊັບສິນຂອງລັດ, ງົບປະມານຂອງລັດ ມີປະສິດທິຜົນ ເພື່ອເປັນກໍາລັງແຮງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ, ເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍ ເປັນຮູບປະທຳ ຫຼາຍຂຶ້ນ, ບໍ່ປ່ອຍປະໃຫ້ມີຜູ້ກະທຳຜິດກົດໝາຍ ບໍ່ຖືກລົງໂທດ ແລະ ສ້າງຄວາມເສຍຫາຍຕໍ່ເສດຖະກິດ-ການເງິນ ຂອງປະເທດຊາດ ເພີ່ມທະວີໃນການຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ, ການສວຍໃຊ້ໜ້າທີ່ຕຳແໜ່ງໃນທຸກຮູບແບບ ເພື່ອສ້າງຄວາມເຊື່ອໝັ້ນ, ຄວາມສັດທາຂອງປະຊາຊົນ ຕໍ່ການຄຸ້ມຄອງບໍລິຫານລັດຂອງພວກເຮົາ, 8). ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2024 ແລະ ແຜນການ ປະຈຳປີ 2025. ກອງປະຊຸມຕີລາຄາສູງຕໍ່ສອງອົງການ ທີ່ໄດ້ມີຄວາມພະຍາຍາມປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໃນການຍົກສູງຄຸນນະພາບການດໍາເນີນຄະດີຕາມຂະບວນຍຸຕິທຳ ແລະ ມີຄວາມຖືກ ຕ້ອງຕາມກົດໝາຍ ນັບມື້ດີຂຶ້ນ, ເອົາໃຈໃສ່ຜັນຂະຫຍາຍມະຕິ, ຄໍາສັ່ງຂອງສູນກາງພັກ ເຂົ້າໃນປັບປຸງຂະບວນການຍຸຕິທໍາ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ຮັບປະກັນຄວາມຍຸຕິທຳຕາມກົດໝາຍ, ຖືກຕ້ອງຕາມຄວາມຈິງ, 9) ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ແຜນການ ປະຈຳປີ 2025 ຂອງສະພາແຫ່ງຊາດ. ພ້ອມກັນນັ້ນ, ຍັງໄດ້ ຮັບຟັງບົດຄໍາເຫັນຂອງທ່ານ ຮອງປະທານສະພາແຫ່ງຊາດ ກ່ຽວກັບການຫວນຄືນ ວັນສ້າງຕັ້ງສະພາແຫ່ງຊາດ ຄົບຮອບ 49 ປີ (2 ທັນວາ 1975-2 ທັນວາ 2024) ຊຶ່ງເຫັນໄດ້ວ່າ ຕະຫຼອດໄລຍະເວລາທີ່ຜ່ານມາ ສະພາ ແຫ່ງຊາດ ໄດ້ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຕົນ ຕາມທີ່ໄດ້ກຳນົດໄວ້ໃນ ລັດຖະທຳມະນູນ ແລະ ກົດໝາຍ ແລະ ມີຜົນສໍາເລັດຫຼາຍດ້ານ. ກອງປະຊຸມໄດ້ຮັບຟັງການປະກອບຄໍາເຫັນຂອງ ຜູ້ຕາງໜ້າສູນກາງແນວລາວສ້າງຊາດ ຊຶ່ງຕາງໜ້າໃຫ້ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ຕໍ່ ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ໃນຕະຫຼອດປີ 2024. ກອງປະຊຸມໄດ້ສະເໜີໃຫ້ເອົາໃຈໃສ່ ຕໍ່ບາງວຽກງານ ເປັນຕົ້ນການສ້າງ ແລະ ປັບປຸງກົດໝາຍ ໃຫ້ເປັນລະບົບ, ມີຄວາມສອດຄ່ອງຊຶ່ງກັນ ແລະ ກັນ, ສູ້ຊົນໃຫ້ການຕົກລົງບັນຫາສໍາຄັນພື້ນຖານຂອງຊາດ ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ, ກົດໝາຍ, ຜົນປະໂຫຍດລວມຂອງຊາດ ກໍຄື ສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ; ເອົາໃຈໃສ່ການຕິດຕາມກວດກາ ແລະ ແກ້ໄຂຜົນການຕິດຕາມກວດກາ ບັນຫາ ເຄັ່ງຮ້ອນຂອງສັງຄົມ ເປັນຕົ້ນບັນຫາຜົນກະທົບຕໍ່ ສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ, ການເໜັງຕີງຂອງລາຄາສິນຄ້າ, ຄ່າຄອງຊີບສູງ,ບັນຫາຢາເສບຕິດ ແລະ ອື່ນໆ.ເອົາໃຈໃສ່ການລົງພົບປະກັບຜູ້ມີສິດເລືອກຕັ້ງ ເພື່ອຮັບຟັງ ຄວາມຄິດຄວາມເຫັນ, ຄວາມຂັດຂ້ອງໝອງໃຈຂອງປະຊາຊົນ ແລະ ນໍາມາຄົ້ນຄວ້າຮ່ວມກັບບັນດາອົງການອໍານາດ ລັດພິຈາລະນາແກ້ໄຂ, 10) ກອງປະຊຸມໄດ້ຮັບຟັງ ການລາຍງານຂອງຄະນະກຳມະການລະດັບຊາດ ກ່ຽວກັບຄວາມຄືບໜ້າໃນ ການປັບປຸງລັດຖະທຳມະນູນ ສະບັບປີ 2015 ຊຶ່ງເຫັນວ່າ ການປັບປຸງລັດຖະທຳມະນູນເທື່ອນີ້ ເນື້ອແທ້ ແມ່ນການຜັນຂະຫຍາຍມະຕິ, ຄໍາສັ່ງຂອງພັກ ໃຫ້ເປັນອັນລະອຽດ ເຂົ້າໃສ່ເນື້ອໃນຂອງລັດຖະທຳມະນູນ ຊຶ່ງເປັນກົດໝາຍສໍາຄັນພື້ນຖານຂອງຊາດ; ຄະນະກຳມະການລະດັບຊາດ ໄດ້ນໍາພາອະນຸກຳມະການແຕ່ລະຂົງເຂດຄົ້ນຄວ້າປັບປຸງ, ຈັດຕັ້ງການທາບທາມ, ຮຽບຮຽງເປັນຮ່າງລັດຖະທຳມະນູນ ສະບັບປັບປຸງເບື້ອງຕົ້ນ. ກອງປະຊຸມມອບ ໃຫ້ຄະນະກຳມະການລະດັບຊາດ ສືບຕໍ່ນໍາເອົາການປະກອບຄໍາເຫັນຂອງ ກອງປະຊຸມສະພາແຫ່ງຊາດ ໄປຄົ້ນຄວ້າປັບປຸງ ເຂົ້າໃສ່ເນື້ອໃນຂອງລັດຖະທຳມະນູນ ສະບັບປັບປຸງໃຫ້ມີຄວາມຄົບຖ້ວນ, ສົມບູນ ເພື່ອນໍາອອກທາບທາມຄວາມເຫັນ ແລະ ນໍາສະເໜີຕໍ່ ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ພິຈາລະນາຮັບຮອງເອົາ ໃນຕົ້ນປີ 2025, 11) ກອງປະຊຸມໄດ້ພິຈາລະນາ, ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈຳນວນ 9 ສະບັບ; ໃນນີ້, ມີກົດໝາຍສ້າງໃໝ່ 2 ສະບັບຄື: ກົດໝາຍວ່າດ້ວຍທີ່ຢູ່ອາໄສ; ກົດໝາຍວ່າດ້ວຍພັດທະນາສີມືແຮງງານ; ກົດໝາຍ ສະບັບປັບປຸງ 7 ສະບັບຄື: ກົດໝາຍວ່າດ້ວຍການກວດສອບອິດສະລະ; ກົດໝາຍວ່າດ້ວຍທະນາຄານ ແຫ່ງ ສປປ ລາວ; ກົດໝາຍວ່າດ້ວຍການສຶກສາ; ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ; ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ; ກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ; ກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ ດ້ວຍຄະແນນສຽງແຕ່ 90% ຂຶ້ນໄປ.ນອກຈາກນັ້ນ, ກອງປະຊຸມ ໄດ້ພິຈາລະນາຮັບຮອງກົດໝາຍວ່າດ້ວຍການປັບປຸງມາດຕາ 18 ຂອງກົດໝາຍວ່າດ້ວຍການລົງທຶນຂອງລັດ ສະບັບປັບປຸງປີ 2015 ດ້ວຍຄະແນນສຽງສ່ວນຫຼາຍ, ທັງນັ້ນ ກໍເພື່ອເພີ່ມຄວາມຮັບຜິດຊອບໃນການພິຈາລະນາຮັບຮອງງົບປະມານລົງທຶນຂອງລັດໃຫ້ແຂວງ ແລະ ນະຄອນຫຼວງໃນ ຕົວເລກຄາດໝາຍທີ່ສູງຂຶ້ນຕື່ມ, 12) ກອງປະຊຸມໄດ້ຮັບຟັງການຊີ້ແຈງຕໍ່ຄໍາຊັກຖາມຂອງທ່ານນາຍົກລັດຖະມົນຕີ, ບັນດານທ່ານໃນ ຄະນະລັດຖະບານ ທັງໝົດ 10 ກວ່າທ່ານ ຊຶ່ງສະພາແຫ່ງຊາດ ໄດ້ເກັບກຳ, ສັງລວມເອົາບັນຫາເຄັ່ງຮ້ອນຂອງສັງຄົມ , ຄວາມຄິດຄວາມເຫັນຂອງພໍ່ແມ່ປະຊາຊົນ ມາສະເໜີໃຫ້ ກະຊວງ, ອົງການທີ່ກ່ຽວຂ້ອງ ຊີ້ແຈງ, ອະທິບາຍ ໂດຍໄດ້ຖ່າຍທອດສົດທາງວິທະຍຸ, ໂທລະພາບ ຢ່າງປົກກະຕິ ເພື່ອໃຫ້ປະຊາຊົນບັນດາເຜົ່າ ໄດ້ຕິດຕາມການປະຕິບັດໜ້າ ທີ່ຂອງສະພາແຫ່ງຊາດ ກໍຄືຄະນະລັດຖະບານ, ອົງການກວດກາ ແລະ ກວດສອບ, ສານ ແລະ ອົງການໄອຍະການ ປະຊາຊົນສູງສຸດ ໄດ້ຮັບຮູ້, ເຂົ້າໃຈ ແລະ ປະກອບສ່ວນເຂົ້າ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ- ສັງຄົມຂອງຊາດ, ສ້າງຄວາມເຂັ້ມແຂງໃຫ້ລະບົບນິຕິທຳຂອງພວກເຮົາຕື່ມອີກ.ກອງປະຊຸມໄດ້ຮັບຟັງການລາຍງານຂອງທ່ານຮອງປະທານສະພາແຫ່ງຊາດ ກ່ຽວກັບຜົນການຕົກລົງ ຂອງກອງປະຊຸມຄະນະປະຈຳສະພາແຫ່ງຊາດ ໃນການຍົກຍ້າຍ ແລະ ແຕ່ງຕັ້ງສະມາຊິກລັດຖະບານ ຈໍານວນ 4 ທ່ານ ຕາມການສະເໜີຂອງທ່ານ ນາຍົກລັດຖະມົນຕີ.

(ຂ່າວ: ແສງຈັນ-ພາບ:ຕຸໄລເພັດ)

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ