ກອງ​ປະ​ຊຸມສ້າງຕັ້ງສະມາຄົມຖົ່ວລຽນລາວ

ກອງ​ປະ​ຊຸມສ້າງຕັ້ງສະມາຄົມຖົ່ວລຽນລາວ

ກອງ​ປະ​ຊຸມສ້າງຕັ້ງສະມາຄົມຖົ່ວລຽນລາວ
ກອງປະຊຸມສ້າງຕັ້ງ "ສະມາຄົມຖົ່ວລຽນລາວ" (ສຖລ) ຫຼື Lao Durian Association (LDA) ໄດ້ຈັດຂຶ້ນຢ່າງເປັນທາງການ ເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ຕາມຂໍ້ຕົກລົງຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 951/ຄຈສພ, ລົງວັນທີ 23 ກໍ​ລະ​ກົດ 2026 ແລະ ເຄື່ອນໄຫວພາຍໃຕ້ດໍາລັດ 536/ລບ ວ່າດ້ວຍສະມາຄົມ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ແສງປະເສີດ ມັດທຸຈັນ ປະທານ​ຄະ​ນະ​ຂົນ​ຂວາຍ​ສ້າງ​ຕັ້ງສະມາຄົມຖົ່ວລຽນ​ລາວ, ທ່ານ ສັງຄົມ ຈັນສຸກ ​ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ​ແຫ່ງ​ຊາດ​ລາວ, ຕາງ​ໜ້າ​ກົມ​ພັດ​ທະ​ນາ​ການ​ບໍ​ລິ​ຫານ​ລັດ ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ທ່ານ ສຸກຖາວອນ ວົງໄຊ ​ຕາງ​ໜ້າ​​ກົມ​ການ​ຄ້າ​ພາຍ​ໃນ ແລະ ຕາງໜ້າກົມປູກຝັງ ພ້ອມດ້ວຍຜູ້ຊົງຄຸນວຸດທິ, ບໍ​ລິ​ສັດຜູ້ປະກອບການຖົ່ວລຽນ​ຈາກ ສ​ປ ຈີນ ແລະ ສະ​ມາ​ຊິກ​ຊາວ​ສວນ​ຖົ່ວ​ລຽນ​ລາວ ລວມທັງໝົດ 52 ທ່ານ ຍິງ 10 ທ່ານ ເຂົ້າຮ່ວມ.
ກອງ​ປະ​ຊມສາງຕງສະມາຄມຖວລຽນລາວ - image 1
 

 

ກອງປະຊຸມໄດ້ຜ່ານ ແລະ ຮັບຮອງເອກກະສານຕ່າງໆຄື: ຂໍ້ຕົກລົງ ວ່າດ້ວຍການອະນຸມັດເປີດກອງປະຊຸມສ້າງຕັ້ງສະມາຄົມຖົ່ວລຽນລາວ, ບັນຊີລາຍຊື່ສະມາຊິກສາມັນຂອງສະມາຄົມ, ກົດລະບຽບຂອງສະມາຄົມ ແລະ ແຜນການເຄື່ອນໄຫວ/ແຜນດຳເນີນງານ ຂອງສະມາຄົມ; ຈາກທ່າແຮງດັ່ງກ່າວ, ຄະນະຂົນຂວາຍສ້າງຕັ້ງສະມາຄົມຈຶ່ງໄດ້ມີການເຄື່ອນໄຫວຮ່ວມກັນສ້າງຕັ້ງສະມາຄົມນີ້ຂຶ້ນ ເພື່ອເປັນຕົວແທນຊ່ວຍພາກລັດໃນການຄຸ້ມຄອງວຽກງານຖົ່ວລຽນລາວ (ຜູ້ປະກອບການກ່ຽວກັບຖົ່ວລຽນຢູ່ ສປປ ລາວ, ຊາວສວນຖົ່ວລຽນ) ໃຫ້ເຂົ້າສູ່ການຄຸ້ມຄອງດ້ວຍກົດໝາຍ ແລະ ລະບຽບການ, ເພື່ອປະກອບສ່ວນເຂົ້າໃນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລັດຖະບານໃນການຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ, ແນໃສ່ເຕົ້າໂຮມຄວາມສາມັກຄີ ແລະ ສົ່ງເສີມໃຫ້ສະມາຊິກຂອງສະມາຄົມມີຄວາມຮູ້ຄວາມສາມາດ ກ່ຽວກັບເຕັກນິກການປູກ ແລະ ການບົວລະບັດຮັກສາຖົ່ວລຽນຢ່າງຖືກຕ້ອງຕາມເຕັກນິກວິຊາການ, ເພື່ອເຮັດໃຫ້ໄດ້ຖົ່ວລຽນທີ່ມີຄຸນນະພາບ, ໄດ້ມາດຕະຖານ, ສາມາດເປັນສິນຄ້າຈຳໜ່າຍພາຍໃນ ແລະ ສົ່ງອອກຂາຍຕ່າງປະເທດ ຫຼື ການແປຮູບເປັນຜະລິດຕະພັນຖົ່ວລຽນລາວ ຕາມມາດຕະຖານຂອງສາກົນ.

ຈາກນັ້ນ, ທ່ານ ແສງປະເສີດ ມັດທຸຈັນ ປະທານຄະນະຂົນຂວາຍສ້າງຕັ້ງສະມາຄົມ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການໂດຍໄດ້ຍົກໃຫ້ເຫັນວ່າ: “ການສ້າງຕັ້ງສະມາຄົມຖົ່ວລຽນລາວ ແມ່ນບາດກ້າວທີ່ສຳຄັນ ຂອງວຽກງານຖົ່ວລຽນລາວທີ່ມີການພັດທະນາຢ່າງໄວວາ, ແນໃສ່ຮັບປະກັນການ ຈັດຕັ້ງປະຕິບັດພາລະບົດບາດ, ໜ້າທີ່ໃຫ້ມີຄວາມໂປ່ງໃສ, ເປັນລະບົບ ແລະ ປົກປ້ອງສິດຜົນ ປະໂຫຍດອັນຊອບທຳຂອງສະມາຊິກ ແລະ ສະມາຄົມຖົ່ວລຽນລາວ ຄື: 1). ເພື່ອປະກອບສ່ວນຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດ ເວົ້າລວມ ເວົ້າສະເພາະ ໃນວຽກງານທີ່ຕິດພັນກັບການຜະລິດ, ການກວດກາຄຸນນະພາບ, ການຫຸ້ມຫໍ່, ການປຸງແຕ່ງ, ການຄ້າ ແລະ ການສົ່ງອອກຖົ່ວລຽນ, 2). ເພື່ອຊຸກຍູ້, ສົ່ງເສີມປະຊາຊົນ ແລະ ສະມາຊິກຂອງສະມາຄົມ ປູກຖົ່ວລຽນໃຫ້ຖືກຕ້ອງຕາມເຕັກນິກວິຊາການ(ການກ້າເບ້ຍຖົ່ວລຽນ, ການບົວລະບັດສວນກ້າ, ການກະກຽມດິນ, ການບົວລະບັດຮັກສາ, ການໃສ່ຝຸ່ນ, ໃສ່ປຸຍເຄມີ, ປຸຍຊີວະພາບ ຕາມມາດຕະຖານກະສິກຳສະອາດ ແລະ ມາດຕະຖານຖົ່ວລຽນສົ່ງອອກ), 3). ເຕົ້າໂຮມສະມາຊິກ ທີ່ເປັນບຸກຄົນ ແລະ ນິຕິບຸກຄົນ ທີ່ດຳເນີນທຸລະກິດຕິດພັນກັບວຽກງານຖົ່ວລຽນ ແລະ ກຸ່ມຊາວສວນຖົ່ວລຽນລາວ ເຂົ້າສູ່ການຈັດຕັ້ງດຽວກັນ ເພື່ອສ້າງເປັນກຳລັງແຮງ, ສະສົມທຶນຮອນ, ເສີມຂະຫຍາຍສະຕິປັນຍາ, ທ່າແຮງ ເພື່ອພ້ອມກັນພັດທະນາວຽກງານຖົ່ວລຽນລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ມີຄວາມເຂັ້ມແຂງ ແລະ ຍືນຍົງ, ສອດຄ່ອງກັບກົນໄກຕະຫຼາດ, ແນວທາງນະໂຍບາຍ, ກົດໝາຍ ແລະ ລະບຽບການຂອງ ສປປ ລາວ; 4). ສົ່ງເສີມ ແລະ ປົກປ້ອງສິດ ຜົນປະໂຫຍດອັນຊອບທຳຂອງສະມາຊິກສະມາຄົມ, ຜູ້ປະກອບການ ແລະ ນິຕິບຸກຄົນທີ່ກ່ຽວຂ້ອງກັບການຜະລິດ, ການເກັບຊື້, ການກວດກາຄຸນນະພາບ, ໂຮງເຮືອນຫຸ້ມຫໍ່, ການປຸງແຕ່ງ, ການສົ່ງອອກຂອງກຸ່ມຊາວສວນຖົ່ວລຽນ ແລະ ຜູ້ປະກອບການ ກ່ຽວກັບຖົ່ວລຽນ, ສົມທົບກັບພາກລັດ ສະກັດກັ້ນການນຳເຂົ້າຖົ່ວລຽນຈາກຕ່າງປະເທດ.“

ກອງ​ປະ​ຊມສາງຕງສະມາຄມຖວລຽນລາວ - image 2
 

ກອງປະຊຸມໄດ້ເລືອກຕັ້ງຄະນະບໍລິຫານສະມາຄົມ ມີຜູ້ສະໝັກຈຳນວນ 7 ທ່ານ ເລືອກເອົາ 5 ທ່ານ, ກອງປະຊຸມຄັ້ງປະຖົມມະລືກ ໄດ້ເຫັນດີເປັນເອກະພາບ ສະເໜີເອົາຄະນະບໍລິຫານສະມາຄົມຖົ່ວລຽນລາວ ປະກອບມີ: ທ່ານ ແສງປະເສີດ ມັດທຸຈັນ ເປັນປະທານສະມາຄົມ; ທ່ານ ນາງ ປຸກກີ່ ພົງສະວັດ ແລະ ທ່ານ ແກ້ວຕາ ແລວຄຳ ເປັນຮອງປະທານ; ທ່ານ ປັນຈາ ລາດຊະວົງ ແລະ ທ່ານ ສຸວັນນີ ສຸທຳມະວົງ ເປັນຄະນະ; ທ່ານ ອຸດົງ ແກ້ວມີເພັດ ເປັນປະທານກວດກາສະມາຄົມ; ທ່ານ ສີສຸພັນ ຫຼ້າວິໄລແສງ ເປັນຮອງປະທານ ແລະ ທ່ານ ສຸກັນ ວັນວິໄລ ເປັນຄະນະ.

ໃນຕອນທ້າຍ, ກອງປະຊຸມໄດ້ຮັບຟັງການປະກອບຄຳເຫັນຈາກ ທ່ານ ຫວັງ ຊິນຢີ້ ປະທານບໍລິສັດ ຢີ້ກົວ ກະສິກຳຈຳກັດຜູ້ດຽວ ສະມາຊິກຂອງສະມາຄົມ ໄດ້ມີຄຳເຫັນກ່ຽວກັບວຽກງານຖົ່ວລຽນຢູ່ ສປ ຈີນ. ສະມາຄົມຖົ່ວລຽນຈີນ ເປັນຜູ້ກຳນົດມາດຕະຖານຖົ່ວລຽນ, ຈີນແມ່ນຕະຫຼາດໃຫຍ່ ນຳເຂົ້າຖົ່ວລຽນຫຼາຍທີ່ສຸດ ປະມານ 90% ຂອງຜົນຜະລິດຈາກບັນດາປະທດໃນທົ່ວໂລກ. ທ່ານ ສັງຄົມ ຈັນສຸກ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ. ທ່ານໄດ້ສະແດງຄວາມເຊື່ອໝັ້ນຕໍ່ຄະນະບໍລິຫານງານສະມາຄົມ ແລະ ເນັ້ນໜັກໃຫ້ຄະນະບໍລິຫານສະມາຄົມ ແບ່ງງານກັນຢ່າງລະອຽດ, ຮັກສາຄວາມສາມັກຄີ, ປະທານຕ້ອງມີຄວາມເຂັ້ມແຂງ, ວາງຍຸດທະສາດ, ແຜນດຳເນີນງານເປັນແຕ່ລະໄລຍະ, ຫັນເປັນແຜນການ, ແຜນດຳເນີນງານຕົວຈິງ. ພ້ອມດຽວກັນນັ້ນ ພາກລັດຕ້ອງໃຫ້ຄວາມສຳຄັນ, ທ່ານໄດ້ເນັ້ນໜັກໃຫ້ກຸ່ມຊາວສວນຖົ່ວລຽນ ເສີມຂະຫຍາຍສະຕິປັນຍາ ນຳເອົາແນວທາງນະໂຍ ບາຍຂອງພັກ ສອດແຊກເຂົ້າໃນວຽກງານການຜະລິດ, ການເກັບຊື້, ການກວດກາຄຸນນະພາບ, ໂຮງເຮືອນຫຸ້ມຫໍ່, ການປຸງແຕ່ງ, ການສົ່ງອອກຂອງກຸ່ມຊາວສວນຖົ່ວລຽນ ເພື່ອໃຫ້ເຂົ້າເຖິງຈິດໃຈຂອງປະຊາຊົນຢ່າງເລິກເຊິ່ງ.

(ຂ່າວ: ກະຊວງ ກສ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄອສພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນຄັ້ງທີ 1 ຂອງພັກສະໄໝທີ XII

ຄອສພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນຄັ້ງທີ 1 ຂອງພັກສະໄໝທີ XII

ຄະະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມມະຕິກອງ ປະຊຸມຄົບຄະນະ (ສະໄໝວິສາມັນຄັ້ງທີ 1) ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII ຂຶ້ນໃນ ວັນທີ 3 ພະຈິກນີ້, ທີ່ຫ້ອງປະຊຸມໃຫຍ່ ຄອສພ, ໂດຍການເປັນປະທານ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະ ທານສະພາທິດສະດີສູນກາງພັກ, ມີບັນດາສະຫາຍຄະນະພັກ, ເລຂາພັກຮາກຖານ, ບັນດາໜ່ວຍພັກ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ ແລະ ຮອງພະແນກເຂົ້າຮ່ວມ
ຍົກລະດັບຄວາມຮູ້ດ້ານບັນຊີວິສາຫະກິດ ໃຫ້ພະນັກງານຂະແໜງການເງິນ 8 ແຂວງພາກເໜືອ

ຍົກລະດັບຄວາມຮູ້ດ້ານບັນຊີວິສາຫະກິດ ໃຫ້ພະນັກງານຂະແໜງການເງິນ 8 ແຂວງພາກເໜືອ

ສະຖາບັນເສດຖະກິດການເງິນ ສາຂາພາກເໜືອ ຈັດພິທີເປີດຝຶກອົບຮົມວຽກງານດ້ານບັນຊີວິສາຫະກິດ ແລະ ງົບປະມານ ໃຫ້ພະນັກງານຂະແໜງການເງິນບັນດາແຂວງພາກເໜືອ ໂດຍເປັນປະທານຂອງ ທ່ານ ນາງ ວົງພະຈັນ ວົງປະດິດ ຫົວໜ້າສະຖາບັນເສດຖະກິດການເງິນ ສາຂາພາກເໜືອ ໃນວັນທີ 2 ພະຈິກຜ່ານມາ, ທີ່ສະຖາບັນດັ່ງກ່າວ, ໂດຍມີວິທະຍາກອນ, ສຳມະນາກອນ ແລະ ແຂກຮັບເຊີນເຂົ້າຮ່ວມ.
ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ວັນທີ 1 ພະຈິກຜ່ານມາ, ທີ່ແຂວງຄໍາມ່ວນ ໄດ້ຈັດພີທີເປີດສາງພາງຂອງກຸ່ມບໍລິສັດ ພະນົມພອນ ຈໍາກັດ ຢ່າງເປັນທາງການ ຫວັງຍົກລະດັບວຽກງານໂລຈິສຕິກ ແລະ ເສີມທ່າແຮງການຄ້າຂ້າມຊາຍແດນ. ໃຫ້ກຽດເຂົ້າຮ່ວມພິທີມີທ່ານ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ ພ້ອມດ້ວຍການນໍາຂັ້ນສູນກາງ, ການນໍາແຂວງ, ຜູ້ບໍລິ ຫານກຸ່ມບໍລິສັດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງພົນທີ 2 ຈັດຕັ້ງພິທີເຄົາລົບທຸງຊາດ

ກອງພົນທີ 2 ຈັດຕັ້ງພິທີເຄົາລົບທຸງຊາດ

ວັນທີ 2 ພະຈິກນີ້, ກອງພົນທີ 2 ໄດ້ຈັດຕັ້ງພິທີເຄົາລົບທຸງຊາດ ປະຈຳເດືອນພະຈິກ ໂດຍການເປັນປະທານຂອງສະຫາຍ ພັນເອກ ອຸ່ນເຕົ່າ ໄຊຍະຄຸນ ຫົວໜ້າຫ້ອງເສນາທິການ ກອງພົນທີ 2, ມີຄະນະພັກ-ຄະນະບັນຊາ, ພະແນກການ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ອັດ​ຕະ​ປືສຸມ​ໃສ່​ວຽກ​ງານ​ປົກ​ຄອງແລະປັບ​ປຸງ​ການ​ຈັດ​ຕັ້ງໃຫ້​ກະ​ທັດ​ຮັດ

ອັດ​ຕະ​ປືສຸມ​ໃສ່​ວຽກ​ງານ​ປົກ​ຄອງແລະປັບ​ປຸງ​ການ​ຈັດ​ຕັ້ງໃຫ້​ກະ​ທັດ​ຮັດ

ໃນໄລຍະ 5 ປີ (2021-2025) ແຂວງອັດຕະປື ໄດ້ສຸມໃສ່ປັບປຸງກົງຈັກການຈັດຕັ້ງ, ຍົກສູງປະ ສິດທິພາບວຽກງານປົກຄອງ ແລະ ຂັບເຄື່ອນວຽກງານ 3 ສ້າງ ໂດຍສາມາດຫຼຸດຈຳນວນພະ ແນກການຂັ້ນແຂວງຈາກ 38 ເຫຼືອ 34 ພະແນກການ ແລະ ຫຼຸດໜ່ວຍງານຈາກ 432 ເຫຼືອ 345 ໜ່ວຍງານ ພ້ອມທັງສ້າງຕັ້ງສູນບໍລິການຜ່ານປະຕູດຽວ 3 ແຫ່ງ ເພື່ອເຮັດໃຫ້ການບໍລິການລັດມີຄວາມສະດວກ, ວ່ອງໄວ ແລະ ໂປ່ງໃສຂຶ້ນ.
ຈາກທົ່ງນາທີ່ມີເຂົ້າຂຽວງາມ ເຫຼືອພຽງດິນທີ່ແຫ້ງແຕກເຫີບ

ຈາກທົ່ງນາທີ່ມີເຂົ້າຂຽວງາມ ເຫຼືອພຽງດິນທີ່ແຫ້ງແຕກເຫີບ

​ ສະພາບໄພ​ພິ​ບັດນ້ຳຖ້ວມໃນປີ 2026 ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ຊີວິດການເປັນຢູ່ ແລະ ການທຳມາຫາກິນຂອງປະຊາຊົນ ໃນຫຼາຍພື້ນທີ່, ໂດຍສະເພາະແມ່ນເນື້ອທີ່ທຳການຜະລິດກະສິກຳຂອງຊາວກະສິກອນທີ່ເສຍ​ຫາຍ​ຈາກ​ໄພນ້ຳຖ້ວມ.
ສາລະວັນ ເຜີຍແຜ່ເຊື່ອມຊຶມນິຕິກຳການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ທົ່ວແຂວງ

ສາລະວັນ ເຜີຍແຜ່ເຊື່ອມຊຶມນິຕິກຳການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ທົ່ວແຂວງ

ແຂວງ ສາ​ລະ​ວັນໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມເນື້ອໃນເອກະສານທີ່ສຳຄັນ ກ່ຽວກັບວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນແຂວງ ຄຸ້ມຄອງ ທົ່ວແຂວງສາລະວັນ, ໃນ​ວັນ​ທີ 30 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງສາລະວັນ,ມີບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າຮ່ວມ.
ທ່ານ ວັນໄຊ ພອງສະຫວັນ ໂອ້ລົມພະນັກງານຫຼັກແຫຼ່ງແຂວງຄໍາມ່ວນ

ທ່ານ ວັນໄຊ ພອງສະຫວັນ ໂອ້ລົມພະນັກງານຫຼັກແຫຼ່ງແຂວງຄໍາມ່ວນ

ທ່ານ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ເຄື່ອນໄຫວເຮັດວຽກ ແລະ ໂອ້ລົມ​ພະ​ນັກ​ງານຫຼັກ​ແຫຼ່ງແຂວງ​ຄຳ​ມ່ວນໃນ​ວັນ​ທີ 2 ພະ​ຈິກ​ນີ້ໂດຍ​ມີກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາພັກເມືອງ, ຫົວໜ້າ, ຮອງຫົວໜ້າພະແນກການ-ອົງການທຽບເທົ່າອ້ອມຂ້າງແຂວງ, ພະນັກງານອາວຸດໂສບຳນານ, ພະນັກງານຫຼັກແຫຼ່ງ, ນັກທຸລະກິດ ພາຍໃນແຂວງຄຳມ່ວນເຂົ້າ​ຮ່ວມ​ຮັບ​ຟັງ.
ອັດຕະປື ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນ ສນຊ ທົ່ວປະເທດ ຄັ້ງທີ XII

ອັດຕະປື ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນ ສນຊ ທົ່ວປະເທດ ຄັ້ງທີ XII

ວັນທີ 30 ຕຸລາຜ່ານມາ, ທີ່ຫໍປະຊຸມໃຫຍ່ແຂວງອັດຕະປື ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມຜົນສຳ ເລັດມະຕິກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ (ສນຊ) ທົ່ວປະເທດ ຄັ້ງທີ XII ແລະ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດແຂວງ ຄັ້ງທີ VIII. ໃຫ້ກຽດເຜີຍແຜ່ຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ທ່ານ ນາງ ບັນທະໄລ ແກ້ວມະນີວົງ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍຄະນະພັກ, ຄະນະນຳແຂວງ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.
ມຊ ຈັດພິທີໃສ່ບາດອຸທິດບຸນໃຫ້ຜູ້ທີ່ມີຜົນງານດີເດັ່ນ ໂອກາດວັນສ້າງຕັ້ງ ຄົບຮອບ 30 ປີ

ມຊ ຈັດພິທີໃສ່ບາດອຸທິດບຸນໃຫ້ຜູ້ທີ່ມີຜົນງານດີເດັ່ນ ໂອກາດວັນສ້າງຕັ້ງ ຄົບຮອບ 30 ປີ

ວັນທີ 2 ພະຈິກນີ້, ຄະນະພັກ, ຄະນະນໍາມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີໃສ່ບາດເພື່ອອຸທິດບຸນກຸສົນໄປຫາຜູ້ທີ່ມີຜົນງານດີເດັ່ນຕໍ່ການສຶກສາ ແລະ ເຈົ້າຖິ່ນເຈົ້າຖານຜູ້ມີຄຸນງາມຄວາມດີຕໍ່ ມຊ ຕໍ່ປະເທດຊາດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ (ມຊ) ຄົບຮອບ 30 ປີ (1996-2026) ພ້ອມນັ້ນ, ຍັງໄດ້ປັ້ນຮູບຫຼໍ່ຂອງປະທານ ໄກສອນພົມວິຫານ ປະດິດສະຖານໄວ້ຢູ່ ມຊ ເພື່ອເປັນສິລິມຸງຄຸນ, ຄວາມຮົ່ມເຢັນເປັນສຸກໃຫ້ ມຊ ກໍຄືພະນັກງານ, ຄູສອນ ແລະ ນັກສຶກສາທົ່ວ ມຊ ທັງເປັນການສືບສານຮີດຄອງປະເພນີອັນດີງາມຂອງຊາດ. ດັ່ງນັ້ນ, ມຊ ຈຶ່ງໄດ້ຈັດພິທີມະຫາມຸງຄຸນ 30 ປີ ຂຶ້ນ, ເປັນກຽດເຂົ້າຮ່ວມຂອງທ່ານ ຄຳພັນ ພົມມະທັດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ, ທ່ານ ສິນທະວອນ ດາລາວົງ ຜູ້ອຳນວຍການໃຫຍ່ ມຊ, ມີບັນດາແຂກຖືກເຊີນກ່ຽວຂ້ອງ, ຄູ-ອາຈານ, ນັກສຶກສາເຂົ້າຮ່ວມ.
ເພີ່ມເຕີມ