ກອງປະຊຸມເວທີປາໄສທາງວັດທະນະທຳແມ່ນ້ຳຢາງຊີ

ກອງປະຊຸມເວທີປາໄສທາງວັດທະນະທຳແມ່ນ້ຳຢາງຊີ
ກອງປະຊຸມເວທີປາໄສທາງວັດທະນະທຳແມ່ນໍ້າຢາງຊີ ໄດ້ຈັດຂຶ້ນທີ່ຫໍປະຊຸມສາກົນແມ່ນໍ້າຢາງຊີນານຈິງ ສປ ຈີນ ໃນວັນທີ24 ພະຈິກ ນີ້, ຈັດໂດຍຄະນະກຳມະການສຳນັກງານຂ່າວສານຊິນຮົວ ທີ່ແຂວງຈາງຊູເມືອງນານຈິງໂດຍໃຫ້ກຽດຂຶ້ນກ່າວຄຳປາໄສຂອງ ທ່ານຊິນຈາງຊິງ (Xin Changxing) ເລຂາທິການຄະນະກຳມະການພັກກອມມູນິດຈີນ ປະຈຳແຂວງຈາງສູ ທັງເປັນປະທານຄະນະກຳມະການສະພາແຂວງຈາງສູ, ທ່ານ ຫຼິວ ຢານສົງ(Lyu Yansong) ຫົວໜ້າບັນນາທິການໃຫຍ່ ສຳນັກງານຂ່າວສານຊິນຮົວ ແລະ ທ່ານ ຊາບາດຄັນ (Shahbaz khan) ຜູ້ອຳນວຍການຈາກອົງກອນອຸຍເນັສໂກ (UNESCO)ປະຈຳສຳນັກງານພາກພື້ນອາຊີຕາເວັນອອກ ພ້ອມດ້ວຍຊ່ຽວຊານແລະ ບັນດາສື່ມວນຊົນ 18 ພາກສ່ວນເຂົ້າຮ່ວມ ຊຶ່ງກອງປະຊຸມດັ່ງກ່າວຈັດຂຶ້ນເປັນຄັ້ງທຳອິດ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ເພື່ອເຜີຍແຜ່ປະຫວັດທາງດ້ານວັດທະນະທຳຂອງແມ່ນໍ້າຢາງຊີແລະປົກປັກຮັກສາໃຫ້ເປັນມໍລະດົກຕົກທອດສູ່ຄົນຮຸ່ນໜຸ່ມແລະໃຫ້ຊາວໂລກຮັບຮູ້ ການຮັກສາສິ່ງແວດລ້ອມ, ການພັດທະນາຕາມແມ່ນ້ຳຢາງຊີແບບຍືນຍົງກໍຄືການຮັກສາຊີວະນາໆພັນໃນແມ່ນ້ຳແຫ່ງນີ້ ເພາະວ່າສາຍນ້ຳຄືຊີວິດ. ນອກຈາກນີ້ຍັງໄດ້ມີການສົນທະນາປຶກສາຫາລືກັບບັນດານັກຊ່ຽວຊານແບບຖາມ - ຕອບເຖິງການວາງແຜນປົກປັກຮັກສາ ແລະ ກົນລະຍຸດການພັດທະນາອອກແບບຜັງເມືອງຕ່າງໆໃນອະນາຄົດເພື່ອໃຫ້ແມ່ນ້ຳແຫ່ງນີ້ມີຄວາມປອດໄພໂດຍສະເພາະແມ່ນສັດໃນແມ່ນ້ຳດັ່ງກ່າວບໍ່ໃຫ້ສູນພັນ.
ນອກຈາກນີ້ຍັງມີນັກຊ່ຽວຊານກ່ຽວກັບພິພິມະພັນຈາກເອີຣົບ ມາເຜີຍແຜ່ໃຫ້ຄວາມຮູ້ກ່ຽວກັບການສ້າງພິພິທະພັນນ້ຳ ແລະ ການຈັດການລະບົບສິ່ງແວດລ້ອມເພື່ອໃຫ້ພື້ນທີ່ຕາມແມ່ນ້ຳຢາງຊີເປັນສີຂຽວແບບຍືນຍົງ ແລະ ໃຫ້ເປັນມໍລະດົກຂອງໂລກອີກດ້ວຍ.
ຂ່າວ-ພາບ: ຈັນທະໄມຕຣີ

ຄໍາເຫັນ

ຂ່າວຕ່າງປະເທດ

ລາຄານໍ້າມັນເຊື້ອໄຟເພີ່ມຂຶ້ນສູງ ສ້າງຄວາມກົນດັນຕໍ່ອຸດສາຫະກຳທ່ອງທ່ຽວມາເລເຊຍ

ລາຄານໍ້າມັນເຊື້ອໄຟເພີ່ມຂຶ້ນສູງ ສ້າງຄວາມກົນດັນຕໍ່ອຸດສາຫະກຳທ່ອງທ່ຽວມາເລເຊຍ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ທ່ານ ສຣີ ເຄເນສ ມິເຊວ ປະທານສະຫະພັນທ່ອງທ່ຽວມາເລເຊຍ ໄດ້ເປີດເຜີຍວ່າ: ຂະແໜງການທ່ອງທ່ຽວຂອງມາເລເຊຍກຳລັງປະເຊີນກັບແຮງກົດດັນດ້ານຄ່າໃຊ້ຈ່າຍໃນການດຳເນີນງານທີ່ເພີ່ມຂຶ້ນຍ້ອນລາຄານໍ້າມັນເຊື້ອໄຟທີ່ເພີ່ມສູງຂຶ້ນ ຊຶ່ງເປັນຜົນສະທ້ອນຂອງຄວາມເຄັ່ງຕຶງໃນຕາເວັນອອກກາງ. ໂດຍສ້າງຜົນກະທົບທີ່ແຜ່ລາມໄປທົ່ວອຸດສາຫະກຳ.
ຄາດ​ຄະ​ເນ​​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ອາ​ຊຽນ ແລະ ​ຈີນ ຍີ່​ປຸ່ນ ສ ເກົາຫຼີ ໃນປີ 2026

ຄາດ​ຄະ​ເນ​​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ອາ​ຊຽນ ແລະ ​ຈີນ ຍີ່​ປຸ່ນ ສ ເກົາຫຼີ ໃນປີ 2026

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 6 ເມ​ສາຜ່ານມາ, ຫ້ອງ​ການ​ຄົ້ນ​ຄວ້າ​ເສດ​ຖະ​ກິດ​ມະ​ຫາ​ພາກ​ຂອງ​ອາ​ຊຽນ ແລະ​ ຈີນ, ຍີ່​ປຸ່ນ, ສ ເກົາຫຼີ ໄດ້​ເປີດ​ເຜີຍ​ບົດ​ລາຍ​ງາ​ນ​ຄາດ​ຄະ​ເນ​ເສດ​ຖະ​ກິດ​ຂອງ​ພາກ​ພື້ນ​ອາ​ຊຽນ ແລະ​ ຈີນ, ຍີ່​ປຸ່ນ, ສ ເກົາຫຼີ ປີ 2026 ໂດຍ​ຄາດ​ຄະ​ເນ​ວ່າ: ​ຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໃນ​ພາກ​ພື້ນ​ອາ​ຊຽນ ແລະ ​ຈີນ, ຍີ່​ປຸ່ນ, ສ ເກົາຫຼີ ໃນ​ປີ 2026 ແລະ 2027 ແມ່ນ 4%. ບົດ​ລາຍ​ງານ​ລະ​ບຸ​ວ່າ: ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອກ​ກາງ​ໄດ້​ຮຸນ​ແຮງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ແລະ ​ການສະ​ໜອງ​ດ້ານ​ພະ​ລັງ​ງານ​ທົ່ວ​ໂລກ​ຖືກ​​ຜົນ​ກະ​ທົບ ຈະ​ເຮັດ​ໃຫ້​ຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ເສດ​​ຖະ​ກິດ​ໃນ​ພາກ​ພື້ນ​ມີ​ຄວາມ​ສ່ຽງຫຼຸດ​ຕ່ຳ​ລົງຫຼາຍ​ຂຶ້ນ.
WHO ລະດົມທຶນ ສະໜັບສະໜູນລະບົບສາທາລະນະສຸກໃນ 5 ປະເທດຕາເວັນອອກກາງ

WHO ລະດົມທຶນ ສະໜັບສະໜູນລະບົບສາທາລະນະສຸກໃນ 5 ປະເທດຕາເວັນອອກກາງ

ຂ່າວຕ່າງປະເທດລາຍງານໃນວັນທີ 4 ເມສາ ຜ່ານມາວ່າ: ທ່ານ ເທດຣອສ ອັດຮາໂນມ ເກເບຣເຢຊຸສ ຜູ້ອໍານວຍການໃຫຍ່ຂອງອົງການອະນາໄມໂລກ (WHO) ໄດ້ລະບຸຜ່ານສື່ສັງຄົມອອນລາຍວ່າ: ລະບົບສາທາລະນະສຸກຂອງ 5 ປະເທດທີ່ໄດ້ຮັບຜົນກະທົບຈາກຂໍ້ຂັດແຍ່ງໃນຕາເວັນອອກກາງຄື: ລີບັງ, ອີຣານ, ອີຣັກ, ຊີຣີ ແລະ ຊອກດານີ ຈຳເປັນຕ້ອງໄດ້ຮັບການສະໜັບສະໜູນຢ່າງຮີບດ່ວນ.
OPEC+ ກຽມເພີ່ມການຜະລິດນ້ຳມັນໃນເດືອນພຶດສະພາ

OPEC+ ກຽມເພີ່ມການຜະລິດນ້ຳມັນໃນເດືອນພຶດສະພາ

ຂ່າວຕ່າງປະເທດລາຍງານໃນວັນທີ 6 ເມສາ ຜ່ານມາວ່າ: ອົງການບັນດາປະເທດຜູ້ສົ່ງອອກນ້ຳມັນ ແລະ ພັນທະມິດ ຫຼື OPEC+ ໄດ້ຕົກລົງກັນໃນວັນທີ 5 ເມສາ ຜ່ານມາ, ເພື່ອເພີ່ມການຜະລິດນໍ້າມັນດິບ 206,000 ບາເຣວຕໍ່ມື້ໃນເດືອນພຶດສະພາ.
ຈີນ ຮຽກຮ້ອງໃຫ້ທຸກຝ່າຍຮ່ວມກັນປະຕິຮູບ ແລະ ປັບປຸງການບໍລິຫານສິດທິມະນຸດທົ່ວໂລກ

ຈີນ ຮຽກຮ້ອງໃຫ້ທຸກຝ່າຍຮ່ວມກັນປະຕິຮູບ ແລະ ປັບປຸງການບໍລິຫານສິດທິມະນຸດທົ່ວໂລກ

ຂ່າວສານຊີອາໄອລາຍງານ ໃນວັນທີ 6 ເມສາ ຜ່ານມາວ່າ: ກອງປະຊຸມສະພາສິດທິມະນຸດອົງການສະຫະປະຊາຊາດ ຄັ້ງທີ 61 ໄດ້ຈັດຂຶ້ນຢູ່ນະຄອນເຊີແນວ ໃນມໍ່ໆມານີ້. ຜູ້ຕາງໜ້າຈີນໄດ້ຮຽກຮ້ອງໃຫ້ທຸກຝ່າຍ ຈົ່ງຮ່ວມກັນປະຕິຮູບ ແລະ ປັບປຸງການບໍລິຫານສິດທິມະນຸດທົ່ວໂລກ, ພ້ອມທັງຊຸກຍູ້ການພັດທະນາພາລະກິດສິດທິມະນຸດຢ່າງປອດໃສຕື່ມອີກ.
ທ່ານ ໂຕເລິມ ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງ​ເປັນປະ​ທານ​ປະ​ເທດ ສ​ສ ຫວຽດ​ນາມ

ທ່ານ ໂຕເລິມ ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງ​ເປັນປະ​ທານ​ປະ​ເທດ ສ​ສ ຫວຽດ​ນາມ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຕອນ​ເຊົ້າ​ວັນ​ທີ 7 ເມ​ສາ ນີ້ ຢູ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ, ດ້ວຍ​ບັດ​ເຫັນ​ດີ 495/495 ສະ​ມາ​ຊິກ​ເຂົ້າ​ຮ່ວມ​ການ​ລົງ​ປະ​ຊາ​ມະ​ຕິ​ຮັບ​ຮອງ​ເອົາ, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ໄດ້​ຮັບ​ຮອງ​ເອົາ​ມະ​ຕິ​ວ່າດ້ວຍການ​ເລືອກ​ຕັ້ງ​ທ່ານ ໂຕ​ເລິມ​ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິ​ດ ຫວຽດ​ນາມ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ເປັນ​ປະ​ທານ​ປະ​ເທດ ສ​ສ ຫວຽດ​ນາມ ອາ​ຍຸ​ການ 2026 – 2031.
ທ່ານ ເຈິ່ນແທັງເໝີ້ນ ຮັບດຳລົງຕຳແໜ່ງປະທານສະພາແຫ່ງຊາດຫວຽດນາມ ຊຸດທີ 16

ທ່ານ ເຈິ່ນແທັງເໝີ້ນ ຮັບດຳລົງຕຳແໜ່ງປະທານສະພາແຫ່ງຊາດຫວຽດນາມ ຊຸດທີ 16

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນຕອນເຊົ້າວັນທີ 6 ເມສານີ້ ຢູ່ນະຄອນຫຼວງຮ່າໂນ້ຍ ໃນກອງປະຊຸມຄັ້ງປະຖົມມະລືກ ສະພາແຫ່ງຊາດ ຫວຽດນາມ ຊຸດທີ 16, ໄດ້ເລືອກຕັ້ງທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດຊຸດທີ 15, ສະມາຊິກສະພາແຫ່ງຊາດຊຸດທີ 16 ດຳລົງຕຳແໜ່ງປະທານສະພາແຫ່ງຊາດ ສສ ຫວຽດນາມ ຊຸດທີ 16, ດ້ວຍບັດເຫັນດີ 100%.
ກຳປູເຈຍ ສົ່ງອອກເຂົ້າເພີ່ມຂຶ້ນ 71% ໃນໄຕມາດທໍາອິດຂອງປີ 2026

ກຳປູເຈຍ ສົ່ງອອກເຂົ້າເພີ່ມຂຶ້ນ 71% ໃນໄຕມາດທໍາອິດຂອງປີ 2026

ຂ່າວຕ່າງປະເທດລາຍງານໃນວັນທີ 4 ເມສາ ຜ່ານມາວ່າ: ບົດລາຍງານຈາກສະຫະພັນເຂົ້າກຳປູເຈຍ ທີ່ເຜີຍແຜ່ຫວ່າງມໍ່ໆມານີ້ລະບຸວ່າ, ກໍາປູເຈຍໄດ້ສົ່ງອອກເຂົ້າສານ ຈໍານວນ 361,578 ໂຕນໄປຍັງຕະຫຼາດສາກົນໃນໄຕມາດທຳອິດຂອງປີ 2026, ເພີ່ມຂຶ້ນ 71.3% ຈາກ 211,058 ໂຕນ ໃນໄລຍະດຽວກັນຂອງປີ 2025.
ສ ເກົາຫຼີ ສົ່ງເສີມໃຫ້ປະຊາຊົນໃຊ້ຄົມມະນາຄົມສາທາລະນະ

ສ ເກົາຫຼີ ສົ່ງເສີມໃຫ້ປະຊາຊົນໃຊ້ຄົມມະນາຄົມສາທາລະນະ

ຂ່າວສານຊີອາໄອລາຍງານໃນທ້າຍອາທິດຜ່ານມາວ່າ: ທຳນຽບປະທານາທິບໍດີ ສ ເກົາຫຼີ ໄດ້ຖະແຫຼງວ່າ, ເພື່ອຮັບມືກັບສະພາບການສະໜອງພະລັງງານທີ່ຫຍຸ້ງຍາກ ເນື່ອງຈາກຄວາມບໍ່ສະຖຽນລະພາບໃນພາກພື້ນຕາເວັນອອກກາງ, ລັດຖະບານມີແຜນຈະຜ່ານການໃຫ້ເງິນອຸດໜູນ ເພື່ອຊຸກຍູ້ໃຫ້ປະຊາຊົນໃຊ້ຄົມມະນາຄົມສາທາລະນະໃນເວລາທີ່ບໍ່ແມ່ນເຂົ້າການ-ເລີກການ.
ສິງກະໂປ ເພີ່ມການຊ່ວຍເຫຼືອຄົວເຮືອນ ແລະ ເລັ່ງບັນເທົາທຸກພາກທຸລະກິດ

ສິງກະໂປ ເພີ່ມການຊ່ວຍເຫຼືອຄົວເຮືອນ ແລະ ເລັ່ງບັນເທົາທຸກພາກທຸລະກິດ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ລໍເຣັນສວອງ ນາຍົກລັດຖະມົນຕີສິງກະໂປໄດ້ເປີດເຜີຍຜ່ານຄລິບວີດີໂອທີ່ເຜີຍແຜ່ຫວ່າງມໍ່ໆມານີ້ວ່າ, ທ່ານໄດ້ຮຽກປະຊຸມຄະນະກຳມະການລະດັບກະຊວງກ່ຽວກັບການຄຸ້ມຄອງວິກິດການພາຍໃນປະເທດ ເພື່ອປະສານງານການຕອບສະໜອງໃນລະດັບຊາດ. ໂດຍຄະນະກຳມະການດັ່ງກ່າວມີທ່ານ ເຄ. ຊານມູກາມ ລັດຖະມົນຕີກະຊວງປະສານງານຄວາມໝັ້ນຄົງແຫ່ງຊາດ ເປັນປະທານ ແລະ ທ່ານ ກັນ ຄິມຍອງ ຮອງນາຍົກລັດຖະມົນຕີ ເປັນທີ່ປຶກສາ.
ເພີ່ມເຕີມ