ຂ່າວລະບຸວ່າ: ຫົວຂໍ້ຕົ້ນຕໍຂອງກອງປະຊຸມເວທີປຶກສາຫາລືຄັ້ງນີ້ແມ່ນ“ທຸກສິ່ງທຸກຢ່າງເລີ່ມຈາກບ້ານເຮືອນ: ຊຸກຍູ້ການເຄື່ອນໄຫວຂອງທ້ອງຖິ່ນສ້າງຕົວເມືອງແລະເຂດຊຸມຊົນແບບຍືນຍົງ”, ຝ່າຍຕ່າງໆທີ່ເຂົ້າຮ່ວມກອງປະຊຸມຈະສຸມໃສ່ເປົ້າໝາຍການພັດທະນາແບບຍືນຍົງຂອງແຕ່ລະທ້ອງຖິ່ນ ພ້ອມທັງການເຄື່ອນໄຫວທ້ອງຖິ່ນ ແລະ ຂໍ້ລິເລີ່ມທີ່ຕ້ອງການໃຫ້ມີໃນການຮັບມືກັບສິ່ງທ້າທາຍຕໍ່ທົ່ວໂລກໃນປັດຈຸບັນ. ເອຢິບໃຫ້ຮູ້ວ່າ: ມີປະມານ 3.700 ຄົນທີ່ມາຈາກຫຼາຍປະເທດ ແລະ ເຂດແຄ້ວນໄດ້ລົງທະບຽນເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືຄັ້ງນີ້, ໃນນັ້ນ, ລວມທັງລັດຖະມົນຕີ 70 ກວ່າທ່ານ ພ້ອມດ້ວຍເຈົ້າແຂວງແລະເຈົ້າເມືອງ 90 ກວ່າທ່ານ.
ມາເລເຊຍ ປັບປຸງແຮງຈູງໃຈດ້ານລົດ EV ເພື່ອເລັ່ງການຂະຫຍາຍສະຖານີສາກໄຟ
ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ທ່ານ ຊິມຈືຊິນ ຮອງລັດຖະມົນຕີກະຊວງການລົງທຶນ, ການຄ້າ ແລະ ອຸດສາຫະກຳມາເລເຊຍໄດ້ເປີດເຜີຍວ່າ, ລັດຖະບານມາເລເຊຍກຳລັງປັບປຸງມາດຕະການຈູງໃຈເພື່ອເລັ່ງການເຕີບໂຕຂອງລະບົບນິເວດລົດໄຟຟ້າ (EV) ຂອງປະເທດ. ລວມທັງສົ່ງເສີມການເປີດພື້ນຖານໂຄງລ່າງດ້ານການສາກໄຟ ແລະ ສະໜັບສະໜູນການນຳໃຊ້ລົດໄຟຟ້າທີ່ກວ້າງຂວາງ. ໂດຍມາເລເຊຍມີເປົ້າໝາຍທີ່ຈະຕິດຕັ້ງສະຖານີສາກລົດໄຟຟ້າ 30,000 ແຫ່ງທົ່ວປະເທດພາຍໃນປີ 2030.
ຄໍາເຫັນ