ກອງປະຊຸມວຽກງານໂຄສະນາອົບຮົມທົ່ວປະເທດ ປະຈຳປີ 2024

ກອງປະຊຸມວຽກງານໂຄສະນາອົບຮົມທົ່ວປະເທດ ປະຈຳປີ 2024 ສໍາເລັດລົງຢ່າງຈົບງາມ

ກອງປະຊຸມວຽກງານໂຄສະນາອົບຮົມທົ່ວປະເທດ ປະຈຳປີ 2024 ສໍາເລັດລົງຢ່າງຈົບງາມ
ກອງປະຊຸມວຽກງານໂຄສະນາອົບຮົມທົ່ວປະເທດ ປະຈຳປີ 2024ພາຍໃຕ້ຄໍາຂວັນ: “ເສີມຂະຫຍາຍຈິດໃຈເອກະລາດ ເປັນເຈົ້າຕົນເອງວຽກງານໂຄສະນາອົບຮົມ ໃນໄລຍະໃໝ່”ພາຍຫຼັງໄດ້ດໍາເນີນມາໃນວັນທີ 23 ມັງກອນ2025

 

ທີ່ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ). ມາຮອດ ວັນທີ 24 ມັງກອນນີ້, ກອງປະຊຸມດັ່ງກ່າວ ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກຜູ້ປະຈຳການຄະນະເລຂາທິການສູນກາງພັກຮອງປະທານປະເທດແຫ່ງ ສປປ ລາວ ແລະ ໂດຍການເປັນປະທານຂອງສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ມີບັນດາຮອງ ຄອສພ, ມີບັນດາສະຫາຍຄະນະປະຈຳພັກ, ຫົວໜ້າ-ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ນະຄອນຫຼວງ, ຜູ້ຮັບຜິດຊອບວຽກງານໂຄສະນາອົບຮົມ ຂອງບັນດາກະຊວງ-ອົງການໃນຂອບເຂດທົ່ວປະເທດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ສະຫາຍຄໍາພັນ ເຜີຍຍະວົງໄດ້ກ່າວວ່າ: ກອງປະຊຸມໃນຄັ້ງນີ້, ໄດ້ຮັບຟັງລາຍງານການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມ ໃນໄລຍະ 1 ປີ ຜ່ານມາ ແລະ ວາງທິດທາງວຽກງານຈຸດສຸມສໍາລັບປີ 2025 ແລະ ບົນຈິດໃຈເອກະລາດເປັນເຈົ້າຕົນເອງ ໃນວຽກງານໂຄສະນາອົບຮົມໃນໄລຍະໃໝ່.ພ້ອມກັນນັ້ນ, ຜູ້ເຂົ້າຮ່ວມໄດ້ຄົ້ນຄວ້າປະກອບຄວາມຄິດຄວາມເຫັນຢ່າງກົງໄປ-ກົງມາຕໍ່ບັນຫາຕ່າງໆທີ່ຕັ້ງຂຶ້ນເຮັດໃຫ້ບັນຍາກາດຂອງກອງປະຊຸມມີຄວາມຟົດຟື້ນ, ສ້າງສັນ, ຈິງອົກຈິງໃຈ ແລະ ມີເນື້ອໃນຄວາມໝາຍຢ່າງເລິກເຊິ່ງ;ກອງປະຊຸມວຽກງານໂຄສະນາອົບຮົມທົ່ວປະເທດ ປະຈໍາປີ 2024 ໄດ້ສໍາເລັດລົງຕາມຈຸດປະສົງລະດັບຄາດໝາຍ ແຕ່ບັນດາໜ້າທີ່ວຽກງານທີ່ໄດ້ປຶກສາຫາລື ແລະ ຕົກລົງໃນກອງປະຊຸມຄັ້ງນີ້ ແມ່ນຍັງໜັກໜ່ວງ ແລະ ແມ່ນພາລະໜ້າທີ່ຂອງໝົດທຸກຄົນ ພວກເຮົາຕ້ອງຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ.ທ່ານ ຄໍາພັນ ເຜີຍຍະວົງຍັງໄດ້ສະເໜີບັນດາສະຫາຍເຂົ້າຮ່ວມກອງປະຊຸມ, ຈົ່ງເອົາໃຈໃສ່ບາງວຽກງານດັ່ງນີ້: 1. ໃຫ້ບັນດາສະຫາຍຫົວໜ້າຄະນະໂຄສະນາອົບຮົມແຂວງ, ນະຄອນຫຼວງ ແລະ ບັນດາສະຫາຍ ທີ່ຮັບຜິດຊອບວຽກງານໂຄສະນາອົບຮົມຂອງບັນດາກະຊວງ-ອົງການອ້ອມຂ້າງສູນກາງ ຈົ່ງນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ ໄປເຜີຍແຜ່ເຊື່ອມຊຶມໃນຂະແໜງການ ແລະ ທ້ອງຖິ່ນຕົນໃຫ້ເລິກເຊິ່ງ, ທົ່ວເຖິງໃນຂົງເຂດຄວາມຮັບຜິດຊອບຂອງຕົນ;2.ໃຫ້ບັນດາສະຫາຍຄະນະປະຈຳພັກ, ຄະນະພັກ, ຜູ້ຮັບຜິດຊອບວຽກງານການເມືອງ-ແນວຄິດເວົ້າລວມ, ວຽກງານໂຄສະນາອົບຮົມ. ເວົ້າສະເພາະຕ້ອງມີຄວາມຮັບຜິດຊອບໂດຍກົງໃນການຫັນເອົາເນື້ອໃນຈິດໃຈກອງປະຊຸມຄັ້ງນີ້ ເປັນແຜນງານ ແລະ ໂຄງການອັນລະອຽດຂອງຂະແໜງການ ແລະ ທ້ອງຖິ່ນຕົນ, ທັງນໍາພາຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ແນໃສ່ເຮັດໃຫ້ວຽກງານໂຄສະນາອົບຮົມແຕ່ລະຂັ້ນມີການຫັນປ່ຽນໃໝ່ຢ່າງເລິກເຊິ່ງ, ແຂງແຮງ ແລະ ຮອບດ້ານເຮັດໃຫ້ວຽກງານໂຄສະນາອົບຮົມມີຊີວິດຊີວາກວ່າເກົ່າ ທັງຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່;3. ຄະນະພັກແຕ່ລະຂັ້ນຕ້ອງເພີ່ມທະວີການນໍາພາ-ຊີ້ນໍາ ຄະນະໂຄສະນາອົບຮົມໃນຂັ້ນຂອງຕົນ ໃນການຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງຕິດພັນກັບວຽກງານຈັດວາງສັບຊ້ອນພະນັກງານ, ການບຳລຸງສ້າງຖັນແຖວພະນັກງານທີ່ເຮັດວຽກງານການເມືອງ-ແນວຄິດ ໃຫ້ມີຄວາມຮູ້-ຄວາມສາມາດ, ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີອຸດົມການ ແລະ ເຊື່ອໝັ້ນຕໍ່ການນໍາພາຂອງພັກ.ພ້ອມກັນນັ້ນ, ຕ້ອງສ້າງສິ່ງອໍານວຍຄວາມສະດວກໃນການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ຂອງຕົນໃຫ້ມີຄຸນນະພາບ ແລະ ມີປະສິດທິຜົນ;4.ຄະນະໂຄສະນາອົບຮົມແຕ່ລະຂັ້ນ ຕ້ອງເພີ່ມທະວີການປະສານສົມທົບກັບພາກສ່ວນຕ່າງໆ ທັງພາຍໃນ ແລະ ພາຍນອກ ເພື່ອສ້າງເງື່ອນໄຂສະດວກໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງຕົນ ໃຫ້ມີຜົນສໍາເລັດໃຫຍ່ຫຼວງກວ່າເກົ່າ.

ໃນໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມກ່ອນອື່ນໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາພ້ອມມີຄຳເຫັນເຈາະຈິ້ມຈຳນວນໜຶ່ງດັ່ງນີ້: 1.ສ້າງການຫັນປ່ຽນວຽກງານໂຄສະນາອົບຮົມ ໄປສູ່ຄຸນນະພາບໃໝ່ ຕ້ອງສອດຄ່ອງກັບແນວທາງຂອງພັກ ໃນແຕ່ລະໄລຍະ.ການສ້າງການຫັນປ່ຽນວຽກງານໂຄສະນາອົບຮົມໄປສູ່ຄຸນນະພາບໃໝ່ ຕ້ອງຢູ່ບົນພື້ນຖານແນວທາງນະໂຍບາຍຂອງພັກ ໃນແຕ່ລະໄລຍະ; ຕ້ອງຮັບໃຊ້ແນວທາງ, ຈຸດປະສົງ ແລະ ເປົ້າໝາຍຂອງພັກ; ໃນເງື່ອນໄຂປັດຈຸບັນ ທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ພວມສືບຕໍ່ດໍາເນີນພາລະກິດປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ, ການບູລະນະລະບອບປະຊາທິປະໄຕປະຊາຊົນ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ ກໍຄືສ້າງປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ. ບັນຫາສໍາຄັນອັນໜຶ່ງຕ້ອງກໍາແໜ້ນທິດທາງ, ໜ້າທີ່ວຽກງານຈຸດສຸມໃນການປັບປຸງ ແລະ ຍົກສູງຄຸນນະພາບວຽກງານໂຄສະນາອົບຮົມ ທີ່ກໍານົດໄວ້ຢູ່ໃນກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ຂອງອົງຄະນະພັກ, ຄະນະໂຄສະນາອົບຮົມສູນກາງພັກທີ່ໄດ້ເນັ້ນໜັກວ່າ: “ການປັບປຸງວຽກງານໂຄສະນາອົບຮົມ ໃຫ້ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນສະພາບການໃໝ່, ມີຄວາມຈໍາເປັນຕ້ອງສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ນັບແຕ່ດ້ານແນວຄິດ-ຈິນຕະນາການ ແບບແຜນການນໍາພາ, ວິທີເຮັດວຽກຂອງຄະນະພັກ ແລະ ສະມາຊິກພັກ-ພະນັກງານ ບົນພື້ນຖານຢຶດໝັ້ນຕາມຫຼັກການຂອງພັກຢ່າງເຂັ້ມງວດ, ສ້າງບາດກ້າວບຸກທະລຸ ເພື່ອໃຫ້ຜົນການປະຕິບັດໜ້າທີ່ວຽກງານມີຄຸນນະພາບຢ່າງແທ້ຈິງ; 2. ສ້າງການຫັນປ່ຽນວຽກງານໂຄສະນາອົບຮົມ ໄປສູ່ຄຸນນະພາບໃໝ່ ຕ້ອງຮັບປະກັນລັກສະນະພັກ, ລັກສະນະຕໍ່ສູ້, ລັກສະນະວິທະຍາສາດ-ຕົວຈິງ ແລະ ລັກສະນະມະຫາຊົນ. ຮັບປະກັນລັກສະນະນໍາພາ ຫຼື ລັກສະນະພັກ;ຮັບປະກັນລັກສະນະຕໍ່ສູ້; ຮັບປະກັນລັກສະນະວິທະຍາສາດ-ຕົວຈິງ ແລະ ຮັບປະກັນລັກສະນະມະຫາຊົນ; 3.ສ້າງການຫັນປ່ຽນວຽກງານໂຄສະນາອົບຮົມໄປສູ່ຄຸນນະພາບໃໝ່ ຕ້ອງຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງຂອງພັກໃນໄລຍະໃໝ່.ວຽກງານໂຄສະນາອົບຮົມ ຕ້ອງໄດ້ເອົາໃຈໃສ່ສຶກສາອົບຮົມໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ແນວທາງນະໂຍບາຍຂອງພັກ ໂດຍສະເພາະແມ່ນການດໍາເນີນພາລະກິດປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ ຊຶ່ງແມ່ນແນວທາງປະຕິບັດພື້ນຖານແຫ່ງການສ້າງລະບອບປະຊາທິປະໄຕປະຊາຊົນ ເພື່ອກ້າວເດີນສູ່ສັງຄົມນິຍົມ ໂດຍອີງໃສ່ຫຼັກມູນພື້ນຖານຂອງທິດສະດີມາກ-ເລນິນ, ອີງໃສ່ສະພາວະຄວາມເປັນຈິງຂອງປະເທດຊາດ ແລະ ບົດຮຽນແຫ່ງການນໍາພາ-ຊີ້ນໍາພາລະກິດປະຕິວັດ ໃນໄລຍະຜ່ານມາສົມທົບກັບບົດຮຽນການນໍາພາຂອງພັກອ້າຍນ້ອງ ແລະ ບົດຮຽນແຫ່ງການສ້າງສາພັດທະນາຂອງປະເທດຕ່າງໆ. ພ້ອມກັນນັ້ນ, ກໍໃຫ້ເຂົາເຈົ້າເຫັນແຈ້ງຈຸດປະສົງຕົ້ນຕໍ ແນໃສ່ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ; ເພື່ອໃຫ້ໄດ້ຕາມທິດດັ່ງກ່າວວຽກງານໂຄສະນາອົບຮົມ ຕ້ອງໄດ້ສ້າງການຫັນປ່ຽນໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ດ້ວຍການສ້າງເອກະສານໂຄສະນາອົບຮົມ ໃຫ້ມີຈໍານວນພຽງພໍ ສໍາລັບເປົ້າໝາຍຕ່າງໆ, ມີເນື້ອໃນທີ່ອຸດົມສົມບູນ, ມີລັກສະນະປຸກລະດົມຊວນເຊື່ອ, ເຂົ້າໃຈງ່າຍ ແລະ ແທດເໝາະກັບແຕ່ລະເປົ້າໝາຍ ຈຶ່ງສາມາດເຮັດໃຫ້ມະຫາຊົນເຊື່ອໝັ້ນຕໍ່ການນໍາພາຂອງພັກ, ການຄຸ້ມຄອງຂອງລັດ, ຕັ້ງໜ້າປະກອບສ່ວນຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ. ໃນນັ້ນ, ໃຫ້ເອົາໃຈໃສ່ຊຸກຍູ້ວຽກດີ-ຄົນເດັ່ນ ໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາໃຫ້ແຂງແຮງ, ມີບັນຍາກາດຟົດຟື້ນ ແລະ ກວ້າງຂວາງກວ່າເກົ່າ ໂດຍການສ້າງໃຫ້ມີລາຍການອອກຂ່າວໂຄສະນາຜ່ານສື່ຕ່າງໆປະຈໍາວັນເປັນຕົ້ນແມ່ນ ວຽກດີຜົນງານໃໝ່ເຊັ່ນ: ປຶ້ມ, ເພງ, ການປະດິດແຕ່ງ, ການປະດິດສ້າງ, ການຄົ້ນພົບ, ເຕັກນິກ, ວິທະຍາສາດ, ວັດທະນະທໍາ, ຂະບວນການຜະລິດ, ການເຮັດວຽກງານ, ການຮໍ່າຮຽນ, ການສ້າງຄວາມດີໄປພ້ອມກັບການຍົກໃຫ້ເຫັນຄົນເດັ່ນເຊັ່ນ: ນັກວິທະຍາສາດ, ນັກຂຽນ, ນັກຄົ້ນຄວ້າ, ວິຈິດຕະກອນ, ສິລະປະກອນ, ລັດຖະກອນ, ກະສິກອນ, ນັກກິລາ, ຜູ້ຊົງຄຸນວຸດທິ, ຜູ້ສ້າງຄຸນງາມຄວາມດີ, ຜູ້ເປັນແບບຢ່າງ, ຜູ້ແກ້ໄຂບັນຫາຄວາມຫຍຸ້ງຍາກ, ຜູ້ນໍາໜ້າພາທາງຂະບວນພັດທະນາ; 4.ສ້າງການຫັນປ່ຽນວຽກງານໂຄສະນາອົບຮົມ ໄປສູ່ຄຸນນະພາບໃໝ່ ຕ້ອງຕິດພັນກັບຍຸດທະສາດພັດທະນາວຽກງານໂຄສະນາອົບຮົມ.ຍຸດທະສາດພັດທະນາວຽກງານໂຄສະນາອົບຮົມຮອດປີ 2030 ແລະ ແຜນພັດທະນາວຽກງານໂຄສະນາອົບຮົມແຕ່ປີ 2021-2025 ທີ່ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກ ຄອສພ ໄດ້ກໍານົດໄວ້. ທັງໝົດນັ້ນ, ແມ່ນເພື່ອສ້າງການຫັນປ່ຽນວຽກງານໂຄສະນາອົບຮົມຂອງພັກໄດ້ຮັບການເຊີດຊູສູງຂຶ້ນເຮັດໃຫ້ວຽກງານດັ່ງກ່າວຂຶ້ນສູ່ຄຸນນະພາບໃໝ່, ສາມາດເຮັດຫຼ້ອນໜ້າທີ່ການເມືອງ ທີ່ພັກມອບໝາຍໃຫ້.

(ຂ່າວ-ພາບ: ວັນເພັງ+ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ