ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ປິດລົງດ້ວຍຜົນສໍາເລັດຢ່າງສະຫງ່າງາມ

ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ປິດລົງດ້ວຍຜົນສໍາເລັດຢ່າງສະຫງ່າງາມ
ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ພາຍໃຕ້ຫົວຂໍ້: ເພີ່ມທະວີບົດບາດການນໍາພາຂອງພັກ ພັດທະນາວຽກງານສື່ມວນຊົນໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ຢ່າງແຂງແຮງ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງສະຫງ່າງາມ ໃນວັນທີ 15 ກໍລະກົດນີ້,
ກອງປະຊມວຽກງານສມວນຊນທວປະເທດ ຄງທ I ປດລງດວຍຜນສາເລດຢາງສະຫງາງາມ - image 1
 
ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນກຽດເຂົ້າຮ່ວມໂອ້ລົມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ, ໂດຍມີທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງສປປ ລາວ, ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮອງປະທານສະພາທິດສະດີສູນກາງພັກ, ມີບັນດາການນໍາ, ອະດີດການນໍາຂັ້ນສູງ, ຜູ້ແທນສື່ມວນຊົນຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.
ກອງປະຊມວຽກງານສມວນຊນທວປະເທດ ຄງທ I ປດລງດວຍຜນສາເລດຢາງສະຫງາງາມ - image 2
 

ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຊີ້ນໍາກອງປະຊຸມ ໄດ້ກ່າວປິດກອງປະຊຸມວ່າ: ກອງປະຊຸມໃນຄັ້ງນີ້, ໄດ້ຮັບຟັງການສະຫຼຸບຕີລາຄາການຈັດຕັ້ງເຄື່ອນໄຫວວຽກງານສື່ມວນຊົນໃນໄລຍະຜ່ານມາ ເປັນການສ່ອງແສງໃຫ້ເຫັນເຖິງຜົນງານຂອງວຽກງານສື່ມວນຊົນທົ່ວປະເທດ ແລະ ວາງທິດທາງແຜນພັດທະນາວຽກງານສື່ມວນຊົນ ແຕ່ນີ້ເຖິງປີ 2030; ກອງປະຊຸມໄດ້ຮັບຟັງບົດປະກອບຄໍາເຫັນຂອງພາກສ່ວນຕ່າງໆ ຂອງສື່ມວນຊົນທີ່ກ່ຽວຂ້ອງຈໍານວນ 12 ບົດ ທີ່ມີເນື້ອໃນສ່ອງໃຫ້ເຫັນເຖິງການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງສື່ມວນຊົນຢ່າງມີຜົນສໍາເລັດ. ພ້ອມນັ້ນ, ກໍໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບບັນຫາຕ່າງໆຢ່າງກົງໄປກົງມາ ຊຶ່ງເປັນພື້ນຖານໃຫ້ການຍົກສູງພາລະບົດ ບາດ ແລະ ຢັ້ງຢືນເຖິງຜົນງານຫຼາຍດ້ານ ທີ່ຂົງເຂດວຽກງານສື່ມວນຊົນຍາດມາໄດ້ ກໍຄືການຈັດຕັ້ງປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ.
ກອງປະຊຸມໃນຄັ້ງນີ້, ໄດ້ດໍາເນີນໄປທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ປະຊາຊົນລາວບັນດາ ເຜົ່າ ໄດ້ພ້ອມກັນສຸມເຫື່ອແຮງສະຕິປັນຍາ, ຄວາມຮູ້-ຄວາມສາມາດເຂົ້າໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຊຶ່ງເປັນພື້ນຖານສໍາຄັນໃນການສືບຕໍ່ຈັດຕັ້ງຜັນຂະຫຍາຍກອງປະຊຸມສື່ມວນຊົນ ໃຫ້ປະກົດຜົນເປັນຈິງ, ແນໃສ່ຍົກສູງບົດບາດວຽກງານສື່ມວນຊົນທົ່ວປະເທດ ໃຫ້ມີການຫັນປ່ຽນໄປສູ່ຄຸນນະພາບ ໃໝ່ບົນພື້ນຖານການຈັດຕັ້ງປະຕິບັດຄໍາຂວັນ:

ກອງປະຊມວຽກງານສມວນຊນທວປະເທດ ຄງທ I ປດລງດວຍຜນສາເລດຢາງສະຫງາງາມ - image 3
 

“ຍົກສູງບົດບາດການນໍາພາຂອງພັກ ພັດທະນາວຽກງານສື່ມວນຊົນ ໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ”; ກອງປະຊຸມໃນຄັ້ງນີ້, ເປັນຄັ້ງທໍາອິດ ພາຍຫຼັງມີມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການນໍາພາຂອງພັກ ແລະ ການຄຸ້ມຄອງລັດຕໍ່ສື່ມວນຊົນໃນໄລຍະໃໝ່ ສະບັບເລກທີ 36 (ປີ 1993) ເປັນຕົ້ນມາ, ພັກເຮົາສາມາດຢັ້ງຢືນໄດ້ວ່າ ໝາກຜົນອັນສຳຄັນທີ່ເປັນຮູບປະທຳໃນການນໍາພາຂອງພັກຕໍ່ວຽກງານສື່ມວນຊົນ. ຕະຫຼອດໄລຍະ 30 ກວ່າປີຜ່ານມາ, ພວກເຮົາມີຄວາມພາກພູມໃຈທີ່ໄດ້ເຫັນການມີສ່ວນຮ່ວມຢ່າງຕັ້ງໜ້າ ຈາກບັນດາພະນັກງານສື່ມວນຊົນໃນອະດີດ ກໍຄືປັດຈຸບັນ ໄດ້ຮ່ວມກັນຕີລາຄາສູງ, ທົບທວນຄືນບັນດາຜົນງານຢ່າງພາວະວິໃສ ຜ່ານພຶດຕິກຳຕົວຈິງ ແລະ ໄດ້ຍົກໃຫ້ເຫັນດ້ານດີທີ່ພົ້ນເດັ່ນ, ດ້ານອ່ອນ, ຂໍ້ຄົງຄ້າງ, ສິ່ງທ້າທາຍໃນຍຸກສະໄໝ ແລະ ຖອດໄດ້ບົດຮຽນທີ່ມີຄຸນຄ່າຕໍ່ການພັດທະນາວຽກງານສື່ມວນຊົນ. ພ້ອມດຽວກັນນັ້ນ, ກໍໄດ້ຮ່ວມກັນກຳນົດທິດທາງແຜນການ, ມາດຕະການ ແລະ ວິທີການຈັດຕັ້ງປະຕິບັດໃນຕໍ່ໜ້າ ເພື່ອຍົກສູງຄຸນນະພາບຂອງສື່ມວນຊົນລາວໃຫ້ມີປະສິດທິຜົນກ້າວຂຶ້ນໄປເລື້ອຍໆ.
ເພື່ອສືບຕໍ່ປະຕິບັດໜ້າທີ່ການເມືອງອັນມີກຽດຂອງສື່ມວນຊົນລາວ ແນໃສ່ເຮັດໃຫ້ບົດບາດຂອງວຽກງານສື່ມວນຊົນ ໄດ້ກ້າວສູ່ຄຸນນະພາບໃໝ່ ແລະ ມີການຫັນປ່ຽນທີ່ເລິກຊິ່ງ, ເຖິງຖອງ, ຍົກສູງການຈັດຕັ້ງນໍາພາວຽກງານສື່ມວນຊົນໃຫ້ກາຍເປັນເຄື່ອງມືອັນແຫຼມຄົມ ແລະ ເປັນຂົວຕໍ່ທີ່ສຳຄັນຂອງພັກໃນການໂຄສະນາເຜີຍແຜ່, ແນວ ທາງ, ແຜນນະໂຍບາຍຂອງພັກ-ລັດ ກໍຄືການປະຕິບັດພາລະໜ້າທີ່ຂອງສື່ມວນຊົນ; ທ່ານຍັງໄດ້ເນັ້ນບາງຈຸດອັນ ສໍາຄັນດັ່ງນີ້: 1). ກ່ອນອື່ນ, ຂໍສະແດງຄວາມຊົມເຊີຍ ແລະ ເຫັນດີເປັນເອກະພາບສູງຕໍ່ກັບບັນດາຜົນສໍາເລັດ ແລະ ຜົນງານໃນດ້ານຕ່າງໆ ທີ່ຂະແໜງການຂົງເຂດສື່ມວນຊົນທົ່ວປະເທດຍາດມາໄດ້ ຊຶ່ງໄດ້ເປັນການຢັ້ງຢືນຢ່າງຈະແຈ້ງ ຕໍ່ກັບການປະຕິບັດໜ້າທີ່ການເມືອງ ທີ່ພັກ-ລັດ ໄດ້ມອບໝາຍໃຫ້ ແລະ ຂໍສະເໜີໃຫ້ບັນດາອົງການຂະແໜງການສື່ມວນຊົນທຸກຂົງເຂດຈົ່ ງໄດ້ເອົາໃຈໃສ່ຕໍ່ການເສີມຂະຫຍາຍຜົນງານດັ່ງກ່າວ ໃຫ້ນັບມື້ນັບຫຼາຍຂຶ້ນທັງມີຄຸນນະພາບໃໝ່ ແລະ ມີການພັດທະນາຢ່າງບໍ່ຢຸດຢັ້ງ ເພື່ອສ້າງໃຫ້ສື່ມວນຊົນເປັນເຄື່ອງມືທີ່ແຫຼມຄົມຂອງພັກເຮົາ; 2). ຂະແໜງການສື່ມວນຊົນ ສືບຕໍ່ເອົາໃຈໃສ່ສ້າງກົນໄກການປະສານງານ, ການສົມທົບກັບບັນດາກະຊວງ-ອົງການ ແລະ ທ້ອງຖິ່ນທີ່ຮັບຜິດຊອບວຽກງານສື່ມວນຊົນ ເພື່ອພ້ອມກັນຍົກສູງບົດບາດວຽກງານສື່ມວນຊົນໃຫ້ເຂັ້ມແຂງ, ມີການສະຫຼຸບຖອດຖອນບົດຮຽນ; ການປັບປຸງເນື້ອໃນ ແລະ ຮູບການນໍາສະເໜີຂ່າວ, ການອອກຂ່າວ, ການວິເຄາະ-ວິຈານຂ່າວໃຫ້ມີຄຸນນະພາບ; ເຮັດໃຫ້ການຕອບໂຕ້ຂ່າວບິດເບືອນ, ບໍ່ມີມູນຄວາມຈິງໄດ້ທັນການ; 3). ຍົກສູງຄວາມຮັບຜິດຊອບ ແລະ ຈັດຕັ້ງຜັນຂະຫຍາຍທິດຊີ້ນໍາ ຂອງສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ທີ່ໄດ້ໃຫ້ຄໍາໂອ້ລົມຕໍ່ກອງປະຊຸມ ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດໜ້າທີ່ການ ເມືອງຂອງຂະແໜງການສື່ມວນຊົນທົ່ວປະເທດໃຫ້: “ທັນການ, ທັນໃຈ, ທັນຍຸກ”; ບັນດາສື່ມວນຊົນຈົ່ງພ້ອມກັນປະຕິບັດໃຫ້ເປັນຈິງທິດນໍາທີ່ວ່າ: ສື່ມວນຊົນເປັນຜູ້ປາກອອກແສງ, ຜູ້ທີ່ແທງເຖິງໃຈ, ຜູ້ທີ່ສະດຸ້ງໄວເມື່ອອ່ານ, ຜູ້ທີ່ກ້າຜ່ານອຸປະສັກ, ຜູ້ທີ່ຮັກຄວາມຈິງ, ຜູ້ທີ່ຍິງຖືກເປົ້າ” ຖືທັດສະນະຊີ້ນໍານີ້ ເປັນເຂັມທິດຊີ້ບອກທາງຂອງສື່ມວນຊົນ ພ້ອມກັນປະຕິບັດໃຫ້ປະກົດຜົນເປັນຈິງຢ່າງມີປະສິດທິຜົນສູງ; 4). ສືບຕໍ່ນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມວຽກງານສື່ມວນຊົນທົ່ວປະເທດໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ລວງເລິກ, ແທດເຖິງຕົວຈິງ ແລະ ຫັນເປັນແຜນງານ, ແຜນການ, ວຽກງານອັນລະອຽດໃນແຕ່ລະຂະແໜງການສື່ມວນຊົນທົ່ວປະເທດ ເພື່ອສ້າງການຫັນປ່ຽນ ໃໝ່ຢ່າງແຂງແຮງ, ມີປະສິດທິຜົນໃນການພັດທະນາວຽກງານສື່ມວນຊົນໃນໄລຍະໃໝ່; ເຮັດໃຫ້ຄາດໝາຍທີ່ວາງໄວ້ໃນປີ 2030 ໃຫ້ປະກົດເປັນຈິງ; ບັນດາຖັນແຖວສື່ມວນຊົນ ຈົ່ງຍົກສູງຄວາມຮັບຜິດຊອບການເມືອງ ດໍາເນີນການປັບປຸງ, ແກ້ໄຂບັນດາຂໍ້ຄົງຄ້າງໃນໄລຍະຜ່ານມາ ແລະ ພ້ອມກັນເຮັດສໍາເລັດໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍໄດ້ສໍາເລັດໝາກຜົນ ແລະ ມີການພັດທະນາຍິ່ງໆຂຶ້ນໄປ. ຕອນທ້າຍພິທີ, ທ່ານ ທອງລຸນ ສີສຸລິດ ໄດ້ໃຫ້ກຽດໂອ້ລົມ ເພື່ອໃຫ້ທິດຊີ້ນໍາ ແລະ ທິດທາງໃນການສືບຕໍ່ພັດທະນາວຽກງານສື່ມວນຊົນໃຫ້ໄປສູ່ຄຸນນະພາບ ໃໝ່ຢ່າງແຂງແຮງ. (ຂ່າວ: ວັນເພັງ, ພາບ: ສໍານານ)

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດ ເນັ້ນຫຼາຍບັນຫາເພື່ອໃຫ້ສື່ມວນຊົນ ມີການພັດທະນາຫັນປ່ຽນສູ່ຄຸນນະພາບໃໝ່ຢ່າງແຂງແຮງ

ປະທານປະເທດ ເນັ້ນຫຼາຍບັນຫາເພື່ອໃຫ້ສື່ມວນຊົນ ມີການພັດທະນາຫັນປ່ຽນສູ່ຄຸນນະພາບໃໝ່ຢ່າງແຂງແຮງ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ພາຍໃຕ້ຫົວຂໍ້: ເພີ່ມທະວີບົດບາດການນໍາພາຂອງພັກ, ພັດທະນາວຽກງານສື່ມວນຊົນໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ຢ່າງແຂງແຮງ ໃນວັນທີ 15 ກໍລະກົດນີ້, ທີ່ຫໍປະຊຸມແຫ່ງຊາດ, ໂດຍມີທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງສປປ ລາວ, ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຊີ້ນໍາກອງປະຊຸມ, ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮອງປະທານສະພາທິດສະດີສູນກາງພັກ, ມີບັນດາການນໍາ, ອະດີດການນໍາຂັ້ນສູງ, ຜູ້ແທນສື່ມວນຊົນຈາກສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.
ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ປິດລົງດ້ວຍຜົນສໍາເລັດຢ່າງສະຫງ່າງາມ

ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ປິດລົງດ້ວຍຜົນສໍາເລັດຢ່າງສະຫງ່າງາມ

ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ພາຍໃຕ້ຫົວຂໍ້: ເພີ່ມທະວີບົດບາດການນໍາພາຂອງພັກ ພັດທະນາວຽກງານສື່ມວນຊົນໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ຢ່າງແຂງແຮງ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງສະຫງ່າງາມ ໃນວັນທີ 15 ກໍລະກົດນີ້,
ເລຂາທິການໃຫຍ່ ພົບປະໂອ້ລົມ ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງ ແຂວງຫຼວງພະບາງ

ເລຂາທິການໃຫຍ່ ພົບປະໂອ້ລົມ ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງ ແຂວງຫຼວງພະບາງ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ໄດ້ພົບປະໂອ້ລົມ ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງ ແຂວງຫຼວງພະບາງ ໃນວັນທີ 13 ກໍລະກົດນີ້ ທີ່ ແຂວງຫຼວງພະບາງ, ໂດຍມີ ທ່ານ ບຸນເລື່່ອມ ມະນີວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນ ແຂວງ, ພ້ອມດ້ວຍການນຳ, ອະດີດການນຳ, ພະນັກງານນຳພາ-ຄຸ້ມຄອງເຂົ້າຮ່ວມ.
ເລຂາທິການໃຫຍ່ ເຄື່ອນໄຫວເຮັດວຽກ ຢູ່ແຂວງຫຼວງພະບາງ

ເລຂາທິການໃຫຍ່ ເຄື່ອນໄຫວເຮັດວຽກ ຢູ່ແຂວງຫຼວງພະບາງ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ພ້ອມດ້ວຍພັນລະຍາ ແລະຄະນະ ໄດ້ເດີນທາງເຄື່ອນໄຫວ ແລະ ເຮັດວຽກ ຢູ່ ແຂວງຫຼວງພະບາງ ໃນວັນທີ 12 ກໍລະກົດນີ້, ໂດຍມີ ທ່ານ ບຸນເລື່ອມ ມະນີວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງຫຼວງພະບາງ, ພ້ອມດ້ວຍຄະນະໃຫ້ການຕ້ອນຮັບ; ຈາກນັ້ນ, ໄດ້ເຄື່ອນໄຫວຕິດຕາມກວດກາພື້ນທີ່ ໂຄງການກໍ່ສ້າງພັດທະນາແຄມນ້ຳຂອງ-ແຄມນ້ຳຄານ ນະຄອນ ຫຼວງພະບາງ.
ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມໃນວັນທີ 10 ກໍລະກົດນີ້, ທີ່ສະພາແຫ່ງຊາດ ໂດຍພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງສປປລາວ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມ.
ຜົນສໍາເລັດກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຄະນະປະຈໍາສະພາແຫ່ງຊາດ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວກ່ຽວກັບຜົນສໍາເລັດການດໍາເນີນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 10 ກໍລະກົດນີ້, ທີ່ສະພາແຫ່ງຊາດວ່າ:
6 ເດືອນທ້າຍປີ ລັດຖະບານຕ້ອງສືບຕໍ່ບັນດາຄາດໝາຍທີ່ບໍ່ທັນບັນລຸໃຫ້ສໍາເລັດ

6 ເດືອນທ້າຍປີ ລັດຖະບານຕ້ອງສືບຕໍ່ບັນດາຄາດໝາຍທີ່ບໍ່ທັນບັນລຸໃຫ້ສໍາເລັດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈໍາສະພາແຫ່ງຊາດໄດ້ຖະ ແຫຼງຂ່າວ ກ່ຽວກັບຜົນສຳເລັດຂອງກອງປະຊຸມສະໄໝວິສາມັນຂອງສະພາແຫ່ງຊາດ ໃນການຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນວຽກຈຸດສຸມ 6 ເດືຶອນທ້າຍປີ 2026 ໃນວັນທີ 10 ກໍລະກົດນີ້, ທີ່ສະພາແຫ່ງຊາວ ວ່າ:
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 2 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 2 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ໄດ້ຖະແຫຼ່ງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 2 ສະບັບ ໃນວັນທີ 10 ກໍລະກົດນີ້, ທີ່ສະພາແຫ່ງຊາດ ວ່າ:
ວາລະແຫ່ງຊາດ ຈະສູ້ຊົນສ້າງຄອບຄົວພົ້ນທຸກໃຫ້ໄດ້ຫຼາຍກວ່າ 100,000 ຄອບຄົວ

ວາລະແຫ່ງຊາດ ຈະສູ້ຊົນສ້າງຄອບຄົວພົ້ນທຸກໃຫ້ໄດ້ຫຼາຍກວ່າ 100,000 ຄອບຄົວ

ທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ໄດ້ຖະແຫຼງຂ່າວ ຕໍ່ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນວັນທີ 10 ກໍລະກົດນີ້, ທີ່ສະພາແຫ່ງຊາດວ່າ: ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ. ຊຶ່ງຫຼັກການຈັດຕັ້ງປະຕິບັດວາລະແຫ່ງຊາດມີ 5 ຫຼັກການ ຄື: ຮັບປະກັນຄວາມເຂັ້ມງວດ-ເດັດຂາດ, ຮັບປະກັນຄວາມໂປ່ງໃສ, ຮັບປະກັນດ້ານວິທະຍາສາດ-ວິຊາການ, ຮັບປະກັນຄວາມເປັນມືອາຊີບ ແລະ ຮັບ ປະກັນຄຸນນະພາບ ແລະ ຄວາມຍືນຍົງ.
ກົດໝາຍວ່າດ້ວຍຄັງເງິນແຫ່ງລັດ ຈະເປັນເຄື່ອງມືສໍາຄັນຄຸ້ມຄອງວຽກງານຄັງເງິນແຫ່ງລັດ

ກົດໝາຍວ່າດ້ວຍຄັງເງິນແຫ່ງລັດ ຈະເປັນເຄື່ອງມືສໍາຄັນຄຸ້ມຄອງວຽກງານຄັງເງິນແຫ່ງລັດ

ກົດໝາຍວ່າດ້ວຍຄັງເງິນແຫ່ງລັດສະບັບສ້າງໃໝ່ ຈະເປັນເຄື່ອງມືທີ່ສໍາຄັນໃນການຄຸ້ມຄອງວຽກງານຄັງເງິນແຫ່ງລັດໃຫ້ມີຄວາມເຂັ້ມແຂງ. ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນໄດ້ຂຶ້ນສະເໜີຮ່າງກົດໝາຍວ່າດ້ວຍຄັງເງິນແຫ່ງລັດ (ສ້າງໃໝ່) ຕໍ່ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 10 ກໍລະກົດນີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ