ເລຂາທິການໃຫຍ່ ພົບປະໂອ້ລົມ ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງ ແຂວງຫຼວງພະບາງ

ເລຂາທິການໃຫຍ່ ພົບປະໂອ້ລົມ ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງ ແຂວງຫຼວງພະບາງ

ເລຂາທິການໃຫຍ່ ພົບປະໂອ້ລົມ ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງ ແຂວງຫຼວງພະບາງ
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ໄດ້ພົບປະໂອ້ລົມ ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງ ແຂວງຫຼວງພະບາງ ໃນວັນທີ 13 ກໍລະກົດນີ້ ທີ່ ແຂວງຫຼວງພະບາງ, ໂດຍມີ ທ່ານ ບຸນເລື່່ອມ ມະນີວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນ ແຂວງ, ພ້ອມດ້ວຍການນຳ, ອະດີດການນຳ, ພະນັກງານນຳພາ-ຄຸ້ມຄອງເຂົ້າຮ່ວມ.
ເລຂາທການໃຫຍ ພບປະໂອລມ ຄະນະນາ ແລະ ພະນກງານຫກແຫງ ແຂວງຫວງພະບາງ - image 1
 

ທ່ານ ບຸນເລື່່ອມ ມະນີວົງ ໄດ້ລາຍງານສະພາບການພັດທະນາແຂວງໃນໄລຍະຜ່ານມາ ພາຍໃຕ້ການນໍາພາ-ຊີ້ນໍາວຽກງານຮອບດ້ານ ຂອງຄະນະບໍລິຫານງານພັກແຂວງ ໃນໄລຍະ 06 ເດືອນຜ່ານມາ ເຫັນວ່າມີຜົນສໍາເລັດຫຼາຍດ້ານ, ບາງດ້ານສາມາດບັນລຸຄາດໝາຍ ແລະ ລື່ນຄາດໝາຍທີີ່ວາງໄວ້, ອັນພົ້ນເດັ່ນ ໄດ້ກໍານົດແບບແຜນວິທີເຮັດວຽກ ຂອງປະທານ-ຮອງປະທານຄະນະກໍາມະການປົກຄອງແຂວງ ແລະ ແບ່ງຄວາມຮັບຜິດຊອບ ໃຫ້ມີຄວາມສອດຄ່ອງ, ສ້າງແຜນກໍານົດພະນັກງານນໍາພາ ຄຸ້ມຄອງ (ຂັ້ນແຂວງຄຸ້ມຄອງ) ຢູ່ເມືອງໂພນທອງ, ເມືອງວຽງຄໍາ ແລະ ເມືອງງອຍ ແລະພະແນກການ-ອົງການ ຈໍານວນໜຶ່ງ; ປັບປຸງກົງຈັກຢູ່ບັນດາພະແນກການຈໍານວນໜຶ່ງ, ປະກາດການສ້າງຕັັ້ງຕາແສງໄດ້ 08 ຕາແສງ ຄື: ຕາແສງຊຽງທອງ ນະຄອນ ຫຼວງພະບາງ, ຕາແສງປາກອູ, ຕາແສງປາກແຈກ, ຕາແສງຫາດປາງ ເມືອງປາກອູ; ຕາແສງພູຄູນ, ຕາແສງຜາເກັ່ງ, ຕາແສງພູວຽງ ແລະ ຕາແສງທ່າບໍ່ແກ້ວ ເມືອງພູຄູນ, ໃນນັ້ນ ຕາແສງຊຽງທອງ ນະຄອນ ຫຼວງພະບາງ ທີີ່ເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ຕາມພາລະບົດບາດ, ສິດ, ໜ້າທີ່ ເປັນປົກກະຕິ ແລະ ຄາດວ່າ ຈະປະກາດສ້າງຕັ້ງຕາງແສງໃນທົ່ວແຂວງ ໃຫ້ສໍາເລັດໃນເດືອນຕຸລາ ປີ 2026 ນີ້; ພ້ອມນີ້ ທ່ານໄດ້ສະເໜີໃຫ້ເລຂາທິການໃຫຍ່ ຊ່ວຍຊຸກຍູ້ ໂຄງການສ້າງຂົວຂ້າມນໍ້າຂອງ ລະຫວ່າງ ນະຄອນ ຫຼວງພະບາງ ຫາ ເມືອງຈອມເພັດ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ຕາມແຜນການໄດ້ກໍານົດໄວ້, ຊ່ວຍຊຸກຍູ້ ໂຄງການກໍ່ສ້າງເສັ້ນທາງແຕ່ ພູທິດເຜີ້ງ ເຊື່ອມຈອດຊາຍແດນ ແຂວງ ດຽນບຽນ ສສ ຫວຽດນາມ ຄວາມຍາວ 107 ກິໂລແມັດ ແລະ ການກໍ່ສ້າງຍົກລະດັບ ດ່ານຊາຍແດນປະເພນີນາຊອນ-ຫ້ວຍປວກ ຈາກດ່ານປະເພນີຂຶ້ນເປັນດ່ານສາກົນ ເພື່ອອຳນວຍຄວາມສະດວກໃຫ້ແກ່ການສັນຈອນ ແລະ ການຂົນສົ່ງສີນຄ້າ.

ເລຂາທການໃຫຍ ພບປະໂອລມ ຄະນະນາ ແລະ ພະນກງານຫກແຫງ ແຂວງຫວງພະບາງ - image 2
 

ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ແຂວງຫຼວງພະບາງ ຍາດມາໄດ້, ພ້ແມທັງ ເນັ້ນໃຫ້ການນຳຂອງແຂວງ ສືບຕໍ່ເອົາໃຈໃສ່ວຽກງານສຶກສາອົບຮົມ ການເມືອງ-ແນວຄິດ ໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ; ເສີມຂະຫຍາຍມູນເຊື້ອ ຄວາມສາມັກຄີເປັນເອກະພາບພາຍໃນພັກ, ເປັນຫຼັກແຫຼ່ງເຕົ້າໂຮມຄວາມສາມັກຄີໃນທົ່ວປວງຊົນ, ຍົກສູງຄວາມເປັນແບບຢ່າງນໍາໜ້າ ຂອງຄະນະພັກແຕ່ລະຂັ້ນ; ເສີມຂະຫຍາຍທ່າແຮງບົ່ມຊ້ອນໃນການພັດທະນາ ໂດຍສຸມໃສ່ຈັດຕັ້ງປະຕິບັດບັນດາຄາດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ບັນລຸຕາມແຜນທີ່ວາງໄວ້, ຖືສຳຄັນ ການປົກປັກຮັກສາ ວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ ກໍຄືຂອງທ້ອງຖີ່ນຫຼວງພະບາງ ໃຫ້ມີຄວາມຍືນຍົງ, ຮັກສາໄດ້ຄວາມເປັນມໍລະດົກໂລກຫຼວງພະບາງ, ບໍ່ໃຫ້ມີການສວຍໃຊ້ບັນດາອາຄານສະຖານທີ່ເກົ່າແກ່ ໃຫ້ເປັນການພັດທະນາໃໝ່ ທີ່ບໍ່ກົມກືນກັບຄວາມເປັນມໍລະດົກໂລກຫຼວງພະບາງ, ສຸມໃສ່ການບຸກທະລຸ ດ້ານການແກ້ໄຂຄວາມທຸກຍາກຂອງປະຊາຊົນ ຮັບປະກັນໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີຂຶ້ນ ດ້ວຍການນຳໃຊ້ທ່າແຮງຂອງທ້ອງຖີ່ນ ຕາມທິດພັດທະນາສີຂຽວ ແລະ ຍືນຍົງ.

ເລຂາທການໃຫຍ ພບປະໂອລມ ຄະນະນາ ແລະ ພະນກງານຫກແຫງ ແຂວງຫວງພະບາງ - image 3
 

ພາບ-ຂ່າວ: ອາພຸດເດດ ບຸບຜາ

ຄໍາເຫັນ

ຂ່າວເດັ່ນ

ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນສິງຫາ 2026

ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນສິງຫາ 2026

ໃນຕອນແລງວັນທີ 25 ສິງຫາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຄໍາຜາ ພິມມະສອນ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນສິງຫາ 2026 ວ່າ: ກອງປະຊຸມໄດ້ເປີດຂຶ້ນໃນວັນທີ 24 ແລະ ປິດລົງໃນວັນທີ 25 ສິງຫາ ນີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າບັນດາກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ບັນດາປະທານ, ຮອງປະທານ, ຜູ້ຕາງໜ້າຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນສິງຫາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນກັນຍາ 2026.
ເປີດກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນສິງຫາ

ເປີດກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນສິງຫາ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນສິງຫາ 2026 ໄດ້ເປີດຂຶ້ນໃນຕອນເຊົ້າຂອງວັນທີ 24 ສິງຫານີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າ ຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ, ຜູ້ຕາງໜ້າ ຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນປະຈຳເດືອນສິງຫາ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນກັນຍາ2026.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ພະນັກງານຫຼັກແຫຼ່ງ ແຂວງບໍ່ແກ້ວ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ພະນັກງານຫຼັກແຫຼ່ງ ແຂວງບໍ່ແກ້ວ

ໃນວັນທີ 19 ສິງຫານີ້, ທີ່ສະໂມສອນໃຫຍ່ຂອງແຂວງບໍ່ແກ້ວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມ ຕໍ່ການນຳ ແລະ ພະນັກງານຫຼັກແຫຼ່ງແຂວງບໍ່ແກ້ວ ໂດຍນຳພາເຂົ້າຮ່ວມຮັບຟັງການພົບປະໂອ້ລົມດັ່ງກ່າວ ຂອງທ່ານ ພົນຈັດຕະວາ ສຸກພະຈັນ ສີລາເພັດ ປະທານຄະນະກໍາມະການປົກຄອງແຂວງ ຊຶ່ງທ່ານປະທານຄະນະກໍາມະການປົກຄອງແຂວງ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໄລຍະ 6 ເດືອນຕົ້ນປີ 2026 ເຫັນວ່າ:
ຮອງປະທານປະເທດ ພົບປະໂອ້ລົມ ພະນັກງານຫຼັກແຫຼ່ງ ແຂວງໄຊສົມບູນ

ຮອງປະທານປະເທດ ພົບປະໂອ້ລົມ ພະນັກງານຫຼັກແຫຼ່ງ ແຂວງໄຊສົມບູນ

ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ພະນັກງານຫຼັກແຫຼ່ງ ຢູ່ແຂວງໄຊສົມບູນ ໂດຍມີ ທ່ານ ພອຍຄຳ ຮຸ່ງບຸນຍວງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນ ແຂວງໄຊສົມບູນ, ພ້ອມດ້ວຍຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກ ເຂົ້າຮ່ວມ.
ສມປຊ ຕ້ອນຮັບການຢ້ຽມຢາມ ພົບປະ ແລະ ໂອ້ລົມຊີ້ນຳ ຂອງສະຫາຍ ເລຂາທິການໃຫຍ່ ປະທານປະເທດ

ສມປຊ ຕ້ອນຮັບການຢ້ຽມຢາມ ພົບປະ ແລະ ໂອ້ລົມຊີ້ນຳ ຂອງສະຫາຍ ເລຂາທິການໃຫຍ່ ປະທານປະເທດ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີຕ້ອນຮັບຢ່າງສົມກຽດ ໃນໂອກາດການເຂົ້າພົບປະຢ້ຽມຢາມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໃນວັນທີ 18 ສິງຫານີ້. ໂດຍໄດ້ຮັບກຽດຕ້ອນຮັບຢ່າງອົບອຸ່ນຢູ່ໜ້າສະໂມສອນ ສມປຊ ຈາກ ສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າ ສມປຊ ພ້ອມດ້ວຍຄະນະພັກ ແລະ ຄະນະນຳ ສມປຊ.
ນາຍົກລັດຖະມົນຕີ ຊີ້ນຳວຽກງານ ຢູ່ຕາແສງຫຼວງຂອນ ເມືອງຫຼວງນໍ້າທາ

ນາຍົກລັດຖະມົນຕີ ຊີ້ນຳວຽກງານ ຢູ່ຕາແສງຫຼວງຂອນ ເມືອງຫຼວງນໍ້າທາ

ໃນວັນທີ 17 ສິງຫາຜ່ານມາ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນໍາວຽກງານ ຢູ່ຕາແສງຫຼວງຂອນ ເມືອງ ແລະ ແຂວງຫຼວງນໍ້າທາ; ມີທ່ານເລຂາພັກແຂວງ; ປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍຄະນະນຳຂອງແຂວງ, ເມືອງຫຼວງນໍ້າທາ ແລະ ປະຊາຊົນທ້ອງຖິ່ນດັ່ງກ່າວ ໃຫ້ການຕ້ອນຮັບ.
ນາຍົກລັດຖະມົນຕີ ໂອ້ລົມການນຳ ແລະ ພະນັກງານຫຼັກແຫຼ່ງແຂວງຫຼວງນໍ້າທາ

ນາຍົກລັດຖະມົນຕີ ໂອ້ລົມການນຳ ແລະ ພະນັກງານຫຼັກແຫຼ່ງແຂວງຫຼວງນໍ້າທາ

ໃນວັນທີ 18 ສິງຫານີ້ ທີ່ສະໂມສອນແຂວງຫຼວງນໍ້າທາ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມ ຕໍ່ການນໍາ ແລະ ພະນັກງານຫຼັກແຫຼ່ງແຂວງຫຼວງນໍ້າທາ ຊຶ່ງມີເລຂາພັກແຂວງ ແລະ ປະທານຄະນະກຳມະການປົກຄອງແຂວງ ນຳພາຄະນະເຂົ້າຮ່ວມຮັບຟັງການພົບປະໂອ້ລົມດັ່ງກ່າວ.
ຮອງປະທານປະເທດ ຢ້ຽມຢາມໂຄງການຫ້ວຍຊາຍ ບໍລິສັດພູເບ້ຍ

ຮອງປະທານປະເທດ ຢ້ຽມຢາມໂຄງການຫ້ວຍຊາຍ ບໍລິສັດພູເບ້ຍ

ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຮອງປະທານ ປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ໂຄງການຫ້ວຍຊາຍ ຂອງບໍລິສັດ ພູເບ້ຍ ມາຍນິງ ໃນວັນທີ 17 ສິງຫາຜ່ານມານີ້ ເຊິ່ງມີ ທ່ານ ພົວຈ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງໄຊສົມບູນ ຮ່ວມຕິດຕາມນຳ, ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ເດວິດ ຣີດ (David Reid) ຜູ້ອຳນວຍການໃຫຍ່ ບໍລິສັດ ພູເບ້ຍ ມາຍນິງ ຈຳກັດ ພ້ອມດ້ວຍທິມງານ ຂອງບໍລິສັດ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ນາຍົກລັດຖະມົນຕີ ຊີ້ນໍາວຽກງານຢູ່ຕາແສງຫຼວງຂອນ ເມືອງຫຼວງນໍ້າທາ

ນາຍົກລັດຖະມົນຕີ ຊີ້ນໍາວຽກງານຢູ່ຕາແສງຫຼວງຂອນ ເມືອງຫຼວງນໍ້າທາ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນໍາວຽກງານ ຢູ່ຕາແສງຫຼວງຂອນ ເມືອງຫຼວງນໍ້າທາ ແຂວງຫຼວງນ້ຳທາ ໃນວັນທີ 17 ສິງຫາຜ່ານມາ ໂດຍມີທ່ານ ເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍຄະນະ ແລະ ການນຳເມືອງຫຼວງນໍ້າທາ ໃຫ້ການຕ້ອນຮັບ.
ນາຍົກລັດຖະມົນຕີເຂົ້າຢ້ຽມຊົມບູດວາງສະແດງໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ

ນາຍົກລັດຖະມົນຕີເຂົ້າຢ້ຽມຊົມບູດວາງສະແດງໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ

ໃນລະຫວ່າງວັນທີ11-12 ສິງຫາ ຜ່ານມາ, ບໍລິສັດ ໄຟຟ້າຫົງສາ ຈຳກັດ ໄດ້ນຳຂໍ້ມູນຂອງໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາເຂົ້າຮ່ວມວາງສະແດງໃນງານວາງສະແດງຜົນງານໂຄງການລົງທຶນພາກເອກະຊົນໃນກອງປະຊຸມສົ່ງເສີມ ແລະ ຄຸ້ມຄອງການລົງທຶນຄັ້ງທີ 1 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ຈັດໂດຍຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຫ່ງ ສປປ ລາວ. ໂດຍມີທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ແລະ ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ເປັນປະທານ.
ເພີ່ມເຕີມ