ນຳພາການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ ໃນທຸກສະພາບການຂອງຍຸກໃໝ່ບົນຈິດໃຈ “4 ດີ” ໂດຍ: ທ່ານ ຟາງເວິນ, ທ່ານ ສຽນໂຢວສີ (ມະຫາວິທະຍາໄລຊູໂຈວ ຄະນະລັດທິມາກ)

ນຳພາການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ ໃນທຸກສະພາບການຂອງຍຸກໃໝ່ບົນຈິດໃຈ “4 ດີ” ໂດຍ: ທ່ານ ຟາງເວິນ, ທ່ານ ສຽນໂຢວສີ (ມະຫາວິທະຍາໄລຊູໂຈວ ຄະນະລັດທິມາກ)

2026 ນີ້,ສອງປະເທດລາວ-ຈີນສະເຫຼີມສະຫຼອງຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ແລະ ປີແຫ່ງມິດຕະພາບ ລາວ-ຈີນ. ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ໄດ້ຊີ້ໃຫ້ເຫັນວ່າ: ສອງປະເທດລາວ-ຈີນເປັນບ້ານໃກ້ເຮືອນຄຽງທີ່ດີ ແລະ ເປັນເພື່ອນມິດທີ່ດີ ທີ່ມີພູຜາປ່າໄມ້ຕິດຈອດກັນ ມີແມ່ນໍ້າລໍາເຊໄຫຼລ່ວງກັນ ແລະ ມີນໍ້າໃຈມິດຕະພາບທີ່ສືບທອດກັນມາແຕ່ບູຮານນະການ, ພ້ອມທັງເປັນສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ ທີ່ມີອຸດົມການຮ່ວມກັນ ແລະ ຮ່ວມຊາຕາກຳ. ຈິດໃຈ “4 ດີ” ບໍ່ພຽງແຕ່ເປັນການສະຫຼຸບຢ່າງເລິກເຊິ່ງຕໍ່ມິດຕະພາບອັນຍາວນານຂອງສອງປະເທດລາວ-ຈີນເທົ່ານັ້ນ, ຫາກຍັງເປັນເຂັມຊີ້ທິດການເຄື່ອນໄຫວໃນການສ້າງຄູ່ຮ່ວມຊະຕາກຳລາວ-ຈີນທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ອີກດ້ວຍ.

ປີ 
ສອງປະເທດລາວ-ຈີນ ມີແຜ່ນດິນຕິດຈອດກັນ ແລະ ໃຊ້ແມ່ນໍ້າຮ່ວມສາຍດຽວ, ມີຊາຍແດນຍາວເຖິງ 500 ກວ່າກິໂລແມັດ. ປະຊາຊົນທີ່ອາໄສຢູ່ຕາມຊາຍແດນໄດ້ດື່ມນ້ຳຈາກແມ່ນ້ຳສາຍດຽວກັນ ແລະ ເດີນທາງໃນເສັ້ນທາງດຽວກັນມາເປັນເວລາຫຼາຍເຊັ່ນຄົນ ຊຶ່ງໄດ້ສ້າງຄວາມເຫັນດີເຫັນພ້ອມທີ່ລຽບງ່າຍ ຄື: ມິດສະຫາຍຮັກແພງກັນ ບ້ານໃກ້ເຮືອນຄຽງທີ່ດີມີຄວາມສາມັກຄີກັນ. ນັບຕັ້ງແຕ່ຍຸກສະໄໝໃໝ່ເປັນຕົ້ນມາ, ປະເພນີການເປັນບ້ານໃກ້ເຮືອນຄຽງທີ່ດີໄດ້ກາຍເປັນພື້ນຖານອັນເລິກເຊິ່ງທີ່ສຸດຂອງການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ.
ບ້ານໃກ້ເຮືອນຄຽງທີ່ດີມັກຈະໄປມາຫາສູ່ກັນເພື່ອສ້າງຮາກຖານອັນໜັກແໜ້ນໃຫ້ແກ່ສາຍພົວພັນລະຫວ່າງເພື່ອນບ້ານໂດຍອາໄສພູມສາດ. ເສັ້ນທາງບູຮານການຄ້າຊາ-ມ້າທີ່ເປັນພັນປີ ແລະ ເສັ້ນທາງນ້ຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໄດ້ເຊື່ອມໂຍງປະຊາຊົນສອງຟາກຊາຍແດນຢ່າງແໜ້ນແຟ້ນ, ການຄ້າຊາຍແດນໄດ້ດຳເນີນໄປຢ່າງຕໍ່ເນື່ອງ ຊຶ່ງໄດ້ສ້າງພື້ນຖານຄວາມສຳພັນທີ່ເລິກເຊິ່ງໃຫ້ແກ່ປະເພນີຂອງບ້ານໃກ້ເຮືອນຄຽງທີ່ດີ ແລະ ເຮັດໃຫ້ “ຍາດພີ່ນ້ອງຍິ່ງໄປມາຫາສູ່ກັນຍິ່ງໃກ້ຊິດ”ຢູ່ຕາມບໍລິເວນຊາຍແດນ.
ບ້ານໃກ້ເຮືອນຄຽງທີ່ດີມີຄວາມເຂົ້າໃຈກັນ ຮ່ວມກັນສ້າງລະບົບການຮ່ວມມືດ້ານຄວາມໝັ້ນຄົງ
ໃຫ້ມີຄວາມໜຽວແໜ້ນສູງ. ສອງປະເທດຖືເອົາກົນໄກການປະສານສົມທົບຍຸດທະສາດ “3+3” ດ້ານການຕ່າງປະເທດ ການປ້ອງກັນຊາດ ແລະ ຄວາມໝັ້ນຄົງເປັນໂອກາດ, ລົງເລິກການຮ່ວມມືດ້ານການປ້ອງກັນຊາດ ແລະ ຄວາມໝັ້ນຄົງໃນການປະຕິບັດກົດໝາຍ, ປະສານງານຢ່າງໃກ້ຊິດພາຍໃນຂອບຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ, ປົກປ້ອງຄວາມໝັ້ນຄົງທາງດ້ານການເມືອງ ແລະ ລະບອບ, ຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ.
ບ້ານໃກ້ເຮືອນຄຽງທີ່ດີ ຮ່ວມກັນປົກປັກຮັກສານ້ຳໃສພູຂຽວ. ສອງປະເທດໄດ້ສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ການຄຸ້ມຄອງສິ່ງແວດລ້ອມທາງນໍ້າໃນລຸ່ມແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ການປົກປັກຮັກສາຊີວະນາໆພັນຂ້າມແດນ ແລະ ການປ້ອງກັນໄຟໄໝ້ປ່າຕາມຊາຍແດນ. ພ້ອມກັນນັ້ນ, ຍັງໄດ້ດໍາເນີນການແລກປ່ຽນຂໍ້ມູນຄຸນນະພາບນໍ້າ ການສໍາຫຼວດປົກປັກຮັກສາພືດ ແລະ ສັດທີ່ຫາຍາກ ແລະ ການບູລະນະລະບົບນິເວດຂ້າມແດນຢ່າງເປັນປົກກະຕິ ເພື່ອສ້າງຄວາມໝັ້ນຄົງທາງລະບົບນິເວດຢູ່ຊາຍແດນ, ເຮັດໃຫ້ນ້ຳໃສພູຂຽວກາຍເປັນຜົນປະໂຫຍດທີ່ກວ້າງຂວາງທີ່ສຸດສໍາລັບປະຊາຊົນຂອງບ້ານໃກ້ເຮືອນຄຽງທີ່ດີ ແລະ ໄດ້ເພີ່ມເນື້ອໃນຄວາມໝາຍການພັດທະນາແບບຍືນຍົງໃຫ້ແກ່ປະເພນີທີ່ເປັນບ້ານໃກ້ເຮືອນຄຽງທີ່ດີ. ຈິດໃຈເພື່ອນມິດທີ່ດີມີຄວາມອົບອຸ່ນທີ່ສຸດໃນສາຍພົວພັນລະຫວ່າງສອງປະເທດຢ່າງສະ
ເໝີຕົ້ນສະເໝີປາຍ. ປະຊາຊົນສອງປະເທດໄດ້ມີການພົວພັນກັນດ້ວຍຄວາມຈິງໃຈ, ສືບຕໍ່ເສີມສ້າງພື້ນຖານຄວາມຄິດເຫັນຂອງປະຊາຊົນລາວ-ຈີນ, ຊຸກຍູ້ການເຊື່ອມໂຍງຈິດໃຈຂອງປະຊາຊົນໃຫ້ກວ້າງ
ຂວາງ ແລະ ເລິກເຊິ່ງກວ່າເກົ່າ, ເຮັດໃຫ້ຈິດໃຈເພື່ອນມິດທີ່ດີເຊື່ອມໂຍງເຂົ້າກັບຊີວິດປະຈຳວັນ ແລະ ສືບຕໍ່ເພີ່ມພະລັງທາງດ້ານຈິດໃຈໃຫ້ແກ່ຄູ່ຮ່ວມຊາຕາກຳລາວ-ຈີນ. ຈິດໃຈມິດຕະພາບປະຕິວັດໄດ້ສ້າງຂົວເພື່ອນມິດທີ່ດີອັນເຂັ້ມແຂງລະຫວ່າງປະຊາຊົນທັງສອງຊາດ. ໃນກາງສະຕະວັດທີ 20, ທ່ານ ເມົາເຈີຕຸງ, ທ່ານ ໂຈເອີນລາຍ ແລະ ທ່ານ ໄກສອນ ພົມວິຫານ ພ້ອມດ້ວຍຜູ້ນຳອາວຸໂສທັງຫຼາຍ ໄດ້ສ້າງສາຍພົວພັນມິດຕະພາບປະຕິວັດອັນເລິກເຊິ່ງຮ່ວມກັນ, ເປັນຮາກຖານໃຫ້ແກ່ມິດຕະພາບອັນຍືນຍົງລະຫວ່າງສອງປະເທດ. ປັດຈຸບັນ, ສອງຝ່າຍກໍາລັງຊຸກຍູ້ການສ້ອມແປງ ແລະ ອະນຸລັກຮັກສາສະຖານທີ່ປະຫວັດສາດປະຕິວັດ ເຊັ່ນ: “ຖໍ້າຈີນ” ເປັນຕົ້ນ, ພະຍາຍາມສ້າງສະຖານທີ່ດັ່ງກ່າວໃຫ້ກາຍເປັນຖານການສຶກສາອົບຮົມສີແດງ ລາວ-ຈີນ ເພື່ອຫັນຄວາມຊົງຈຳທາງປະຫວັດສາດໃຫ້ເປັນກຳລັງແຮງທາງຈິດໃຈໃນການເຕົ້າໂຮມຄວາມເຫັນທີ່ເປັນເອກະພາບ, ຮັບປະກັນມິດຕະພາບປະຕິວັດບໍ່ຂາດສາຍຕະຫຼອດໄປ.
ການຮ່ວມມືດ້ານຊີວິດການເປັນຢູ່ຂອງປະຊາຊົນຖືກກັບເປົ້າໝາຍ ແລະ ດໍາເນີນການທີ່ເປັນຮູບປະທໍາ ເຮັດໃຫ້ການດູແລທີ່ອົບອຸ່ນຈາກເພື່ອນມິດທີ່ດີສາມາດສຳຜັດໄດ້. ສອງປະເທດໄດ້ສຸມໃສ່ຄວາມຕ້ອງການອັນຮີບດ່ວນຂອງຊີວິດການເປັນຢູ່ຂອງປະຊາຊົນ, ຫັນມິດຕະພາບໃຫ້ກາຍເປັນການປັບປຸງທີ່ປະຊາຊົນສາມາດເຫັນ ແລະ ສໍາຜັດໄດ້. ໂຄງການຊ່ວຍເຫຼືອຂອງຈີນຕໍ່ລາວ ຕັ້ງແຕ່ນໍ້າສະອາດ ພະລັງງານໄຟຟ້າແສງຕາເວັນ ຈົນເຖິງການກໍ່ສ້າງສຸກສາລາຂັ້ນບ້ານ, ໄດ້ແກ້ໄຂຄວາມຕ້ອງການພື້ນຖານໃນການດໍາລົງຊີວິດຂອງປະຊາຊົນໃນເຂດຫ່າງໄກສອກຫຼີກຢ່າງມີປະສິດທິພາບ. “ໂຄງການແບບນ້ອຍແຕ່ງາມ” ຈໍານວນໜຶ່ງໄດ້ຕອບສະໜອງຄວາມຕ້ອງການຂອງຊຸມຊົນຢ່າງຖືກຕ້ອງ, ໄດ້ແກ້ໄຂບັນຫາທີ່ມີ “ຄວາມຫຍຸ້ງຍາກໃນການໄປໂຮງຮຽນ” ແລະ “ການໄປຫາໝໍໄກ” ຂອງປະຊາຊົນຫຼາຍສິບພັນຄົນ, ຄວາມອົບອຸ່ນຂອງເພື່ອນມິດທີ່ດີໄດ້ກາຍເປັນຄວາມຮູ້ສຶກທີ່ໄດ້ຮັບຜົນປະໂຫຍດທີ່ສາມາດສຳຜັດໄດ້ຂອງຫຼາຍພັນຄອບຄົວ.
ການແລກປ່ຽນດ້ານວັດທະນະທຳໄດ້ຮັບການເພີ່ມທະວີ ແລະ ເລິກເຊິ່ງຂຶ້ນ ເປັນການຊຸກຍູ້ໃຫ້ໄລຍະຫ່າງທາງຈິດໃຈຂອງເພື່ອນມິດທີ່ດີໄດ້ໃກ້ຊິດສະໜິດສະໜົມກັນຫຼາຍຂຶ້ນ. ສອງປະເທດໄດ້ສືບຕໍ່ຂະຫຍາຍການພົວພັນແລກປ່ຽນໃນຂົງເຂດວັດທະນະທຳ ການສຶກສາ ໄວໜຸ່ມ ແລະ ສື່ມວນຊົນເປັນຕົ້ນ. ແນວຄິດສັງຄົມນິຍົມທີ່ມີສີສັນພິເສດຈີນໃນຍຸກໃໝ່ຂອງ ທ່ານ ສີຈິ້ນຜິງ ແລະ ຄວາມທັນສະໄໝແບບຈີນ ແມ່ນຈຸດຮ້ອນການຄົ້ນຄວ້າໃນວົງການວິຊາການລາວ, ສ່ວນນັກວິຊາການຈີນກໍໄດ້ລົງເລິກການສຶກສາຄົ້ນຄວ້າແນວຄິດໄກສອນ ພົມວິຫານ ແລະ ເອົາໃຈໃສ່ຕໍ່ການພັດທະນາຄວາມທັນສະໄໝຂອງລາວ. ນັກສຶກສາລາວທີ່ມາສຶກສາຢູ່ຈີນໄດ້ຮັບທຶນການສຶກສາແບບຄົບຖ້ວນນັບມື້ນັບຫຼາຍຂຶ້ນ, ຄາດວ່າ ຮອດປີ 2028 ຈະມີນັກສຶກສາລາວ ມາສຶກສາຢູ່ຈີນປີລະສິບພັນຄົນ. ໄວໜຸ່ມສອງປະເທດໄດ້ແບ່ງປັນຊີວິດປະຈຳວັນ ແລະ ສ້າງມິດຕະພາບ ໂດຍເວທີສື່ສັງຄົມອອນລາຍ, ພ້ອມທັງໄດ້ມີການຮ່ວມກັນຜະລິດສາລະຄະດີ ແລະ ການອ່ານດ້ວຍປັນຍາປະດິດ (AI) ເປັນຕົ້ນ ຊຶ່ງເປັນນະວັດຕະກໍາທີ່ພົ້ນເດັ່ນຂຶ້ນເລື້ອຍໆ ແລະ ກາຍເປັນກຳລັງສຳຄັນຂອງເພື່ອນມິດທີ່ດີ.

ຄໍາເຫັນ

ຂ່າວການຮ່ວມມື

ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ຄະນະຜູ້ແທນພັກ ປປ ລາວ ນໍາໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ຂອງອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ (International Conference of Asian Political Parties ຫຼື ICAPP) ຄັ້ງທີ 13 ແລະ ກອງປະຊຸມຄະນະປະຈໍາ ຄັ້ງທີ 46 ພາຍໃຕ້ຫົວຂໍ້: “ການຟື້ນຟູຄວາມໄວ້ເນື້ອເຊື່ອໃຈໃນໂລກທີ່ກຳລັງປ່ຽນແປງ” (Rebuilding Trust in a Transforming World) ໃນລະຫວ່າງວັນທີ 4-7 ພະຈິກ ຜ່ານມາ ທີ່ນະຄອນຫຼວງເຊອູນ ສ ເກົາຫຼີ, ໂດຍການເປັນເຈົ້າພາບຮ່ວມຂອງພັກປະຊາທິປະໄຕ ແລະ ພັກພະລັງປະຊາຊົນ ຂອງ ສ ເກົາຫຼີ, ມີຄະນະຜູ້ແທນຈາກພັກການເມືອງ ຫຼາຍກວ່າ 83 ພັກທີ່ມາຈາກ 36 ປະເທດເຂົ້າຮ່ວມ ແລະ 3 ອົງການຈັດຕັ້ງສາກົນສັງເກດການ.
ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ສະຖານເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ວິທະຍຸ-ໂທລະພາບສູນກງຈີນ (CMG) ໄດ້ຮ່ວມກັນຈັດກອງປະຊຸມສົນທະນາລາວ - ຈີນ ກ່ຽວກັບການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບຂອງຍຸກສະໄໝ ພາຍໃຕ້ຫົວຂໍ້ “ການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບການຂອງຍຸກສະໄໝ: ການຄຸ້ມຄອງພັກ ເພື່ອສ້າງຊາດໃຫ້ຈະເລີນ” ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ໂດຍການເປັນປະທານຮ່ວມຂອງທ່ານ ນາງ ແກ້ວວິວອນ ອຸດທະຈັກ ຮອງປະທານ ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ແລະ ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳສປປ ລາວ, ທ່ານ ນາງ ແສງແກ້ວ ຜູ້ຕາງໜ້າວິທະຍຸ-ໂທລະພາບສູນກາງຈີນ, ມີຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ນັກວິທະຍາ ກອນ, ສຳມະນາກອນ ແລະ ຜູ້ຊ່ຽວຊານ ເຂົ້າຮ່ວມ.
ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ໃນວັນທີ 3 ພະຈິກຜ່ານມາ ທີ່ນະຄອນຫຼວງວຽງຈັນ, ທ່ານນາງ ສີໃສ ລືເດດມູນສອນ ຫົວໜ້າ ຄະນະຈັດຕັ້ງສູນກາງພັກ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບອຳລາ ສອງຝ່າຍໄດ້ຮ່ວມກັນທົບທວນຄືນ ເຖິງການຂະຫຍາຍຕົວຂອງການ ຮ່ວມ ມືລະຫວ່າງອົສຕຣາລີ ແລະ ສປປ ລາວ ໃນໄລຍະສາມປີຜ່ານມາ ແລະ ໄດ້ປຶກສາຫາລືກ່ຽວກັບ ທິດທາງ ບຸລິມະສິດ ເພື່ອເສີມຂະຫຍາຍການຮ່ວມມື ໂດຍສະເພາະດ້ານການພັດທະນາຊັບພະຍາກອນມະນຸດ.
ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ໃນວັນທີ 5 ພະຈິກນີ້, ສູນສະຖິຕິແຫ່ງຊາດ ກະຊວງການເງິນຮ່ວມກັບອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ດຳເນີນກອງປະຊຸມປຶກສາຫາລືກະກຽມສ້າງບົດລາຍງານ ກ່ຽວກັບການເກີດ, ການແຕ່ງງານ ແລະ ການຕາຍຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ V ປີ 2025 ທີ່ໂຮງແຮມຄຣາວພາລາຊາ ນະຄອນຫຼວງວຽງຈັນ.
ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ພາຍໃຕ້ໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP), ລັດຖະບານຍີ່ປຸ່ນໄດ້ມອບການຊ່ວຍເຫຼືອ ມູນຄ່າ 40,123 ໂດລາ ເພື່ອຈັດຕັ້ງປະຕິບັດ “ໂຄງການກໍ່ສ້າງຊົນລະປະທານນ້ຳບອນ 2 ບ້ານໃໝ່ ເມືອງວຽງພູຄາ ແຂວງຫຼວງນ້ຳທາ”.
ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ວັນທີ 4 ພະຈິກຜ່ານມາ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນຳຈາກກະຊວງປ້ອງກັນປະເທດ, ຄະນະນຳແຂວງອັດຕະປື ແລະ ຄະນະນຳເມືອງຊານໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື.​ ໃຫ້ການຕ້ອນຮັບຂອງທ່ານ ບຸ໋ຍແອັງດຶກ ປະທານສະພາບໍລິຫານ ຮອງຜູ້ອຳ ນວຍ​ການໃຫຍ່ ບໍລິສັດ ວັງຕັດມາຍນິງ ກຣຸບ​ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຈຳເຂດໂຄງ​ການ ໃຫ້ການຕ້ອນຮັບ.
ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ ປະປີ(ເດືອນກັນຍາ 2025-ເດືອນຕຸລາ2026) ໄດ້ຈັດຂຶ້ນໃນວັນທີ 2 ພະຈິກຜ່ານ​ມາ, ທີ່ເມືອງລະມາມ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ນາງ ຄາໂອຣຸ ໂມຣິໂມະໂຕະ ຫົວໜ້າອົງການອາສາສະໝັກຍີ່ປຸ່ນ ປະຈໍາລາວ ເຈວີຊີ (JVC), ມີຄະນະກໍາມະການປົກຄອງ 2 ເມືອງຄື: ເມືອງກະລຶມ ແລະເມືອງດາກຈຶງ, ຜູ້ປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ສະ​ຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມ ຄະນະໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ນະ​ຄອນຫຼວງ​ຮ່າ​ໂນ້ຍ.
ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຄະນະນຳແຂວງຊຽງຂວາງ ນຳໂດຍທ່ານພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຊຽງ​ຂວາງ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາສ​ສ ຫວຽດ​ນາມໃນ​ລະ​ຫວ່າງວັນ​ທີ 1-3 ພະ​ຈິກ​ນີ້.
ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ໄດ້ຕ້ອນຮັບ ທ່ານ ນາງ ເຈີໄມມາ ກໍດອນ ດາຟ໌ ເອກອັກຄະລາຊະທູດແຫ່ງສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈຳ ສປປ ລາວ ພ້ອມຄະນະໃນ​ວັນ​ທີ 3 ພະ​ຈິກ​ 2026,ທີ່ ຫ້ອງວ່າ​ການ​ແຂວງ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ຕິດຕາມວຽກຢູ່ແຂວງຄຳມ່ວນ.
ເພີ່ມເຕີມ