![]() |
ສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ໄດ້ຍົກໃຫ້ເຫັນມູນເຊື້ອຂອງກອງພົນທີ 2 ນັບແຕ່ມື້ໄດ້ຮັບການສ້າງຕັ້ງຈົນເຖິງປັດຈຸບັນ, ໂດຍຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນສະເພາະໜ້າ ແລະ ຍາວນານຂອງການປະຕິວັດ, ອີງໃສ່ເງື່ອນໄຂສະພາບແວດລ້ອມພາຍໃນ-ພາຍນອກເອື້ອອຳນວຍ ແລະ ເໝາະສົມ. ສະນັ້ນ, ກົມການເມືອງສູນກາງພັກ, ຄະນະພັກການທະຫານສູນກາງ ຈຶ່ງມີມະຕິຕົກລົງໃຫ້ກະຊວງປ້ອງກັນປະເທດ ປະກາດການສ້າງຕັ້ງກອງພົນທີ 2 ຂຶ້ນຢູ່ທີ່ກອງບັນຊາການທະຫານເຂດເໜືອ ແຂວງຫຼວງພະບາງຢ່າງເປັນທາງການ ໃນວັນທີ 12 ຕຸລາ 1981 ໂດຍແມ່ນສະຫາຍ ພົນຈັດຕະວາ ອິນກອງ ມະຫາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ຕາງໜ້າກະຊວງປ້ອງກັນປະເທດ ເປັນຜູ້ອ່ານຂໍ້ຕົກລົງ ວ່າດ້ວຍການສ້າງຕັ້ງກອງພົນທີ 2 ແລະ ຜ່ານຍ່ານທາງໃນຕະ ຫຼອດໄລຍະ 45 ປີຜ່ານມາ ເຫັນວ່າກອງພົນທີ 2 ມີບາດກ້າວຂະຫຍາຍຕົວເປັນແຕ່ລະໄລຍະ ແລະ ມີຄວາມເຕີບໃຫຍ່ເຂັ້ມແຂງຈົນເຖິງປັດຈຸບັນ.
![]() |
ການປາຖະກະຖາຄັ້ງນີ້, ເພື່ອເຮັດໃຫ້ພະນັກງານ-ນັກຮົບ ໄດ້ຮັບຮູ້ເຊື່ອມຊຶມ ກ່ຽວກັບການກໍາເນີດເຕີບໃຫຍ່, ຜົນງານ ແລະ ໄຊຊະນະອັນຍິ່ງໃຫຍ່ຂອງກອງພົນທີ 2 ສ້າງໄດ້ໃນໄລຍະ 45 ປີຜ່ານມາ ເພື່ອນໍາເອົາບົດຮຽນດັ່ງກ່າວໄປຈັດຕັ້ງເຜີຍແຜ່ ແລະ ຜັນຂະຫຍາຍເຂົ້າໃນວຽກງານຕົວຈິງຂອງກົມກອງ ໃຫ້ມີໝາກຜົນ ເປັນແຕ່ລະໄລຍະທີ່ມີບາດກ້າວເຕີບໃຫຍ່ເຂັ້ມແຂງ ຕາມຍຸກຂອງສັງຄົມ.
ໂດຍ: ສຸວັນໂນ ທະລັງສີ


ຄໍາເຫັນ