![]() |
ໃນພິທີ, ຄະນະພັກ-ຄະນະບັນຊາໄດ້ຜັດປ່ຽນກັນຂຶ້ນຜ່ານຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ; ກົດລະບຽບພັກ ສະໄໝທີ XII, ຂໍ້ກຳນົດ ວ່າດ້ວຍການແຂ່ງຂັນຍ້ອງຍໍໃນກອງທັບປະຊາຊົນປະຕິວັດລາວ; ຂໍ້ຕົກລົງ ວ່າດ້ວຍການປະຕິບັດວຽກງານແຂ່ງຂັນຍ້ອງຍໍ; ເນື້ອໃນສຳຄັນຂອງໂຄງການ ການເມືອງສະບັບທີ 3; ຄໍາສັ່ງແນະນໍາກ່ຽວກັບຈັດຕັ້ງປະຕິບັດກົດລະບຽບພັກປະຊາຊົນ ປະຕິວັດລາວ ສະໄໝທີ XII; ແຜນພັດທະນາເສດຖະກິດ-ສັງຄົມແຫຼ່ງຊາດ ຄັ້ງທີ X (2026-2030) ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາ ຊົນປະຕິວັດລາວ. ທັງນີ້, ເພື່ອສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃຫ້ພະນັກງານ-ສະມາ ຊິກພັກທົ່ວກອງພັນໃຫຍ່ 619 ໄດ້ຮັບຮູ້, ເຂົ້າໃຈ ແລະ ເປັນເອກະພາບສູງຕໍ່ບັນດາມະຕິ, ຄຳສັ່ງ, ແນວທາງ, ແຜນນະໂຍບາຍຂອງພັກ-ລັດ ແລະ ຂອງກອງທັບ ພ້ອມກັນຍົກສູງຄວາມຮັບຜິດຊອບຂອງຕົນໃນການຫັນແນວ ທາງ, ແຜນນະໂຍບາຍ, ເປົ້າໝາຍສູ້ຊົນໄປຜັນຂະຫຍາຍໃຫ້ເປັນຮູບປະທຳ ແລະ ໄດ້ຮັບຜົນດີ.
ຂ່າວ: ພູກັນ ສັນຕິວົງ, ພາບ: ພອນປະເສີດ ໂຂງພູມີ

ຄໍາເຫັນ