![]() |
ສະຫາຍ ພັນຕີ ອຸ່ນເຮືອນ ໄຊທະລັງສີ ຊ່ວຍວຽກພະແນກພະນັກງານ ຫ້ອງການເມືອງກອງພົນທີ 2 ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການອະນຸມັດໃຫ້ນາຍທະຫານອອກການຮັບເງິນອຸດໜູນເທື່ອດຽວ ຈໍານວນ 11 ສະຫາຍ ລວມເປັນເງິນທັງໝົດ 917,222,760 ກີບ.
ໂອກາດນີ້, ສະຫາຍ ພັນໂທ ສົມຈິດ ແກ້ວໄຊຍະວົງ ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຊົມເຊີຍຕໍ່ຜົນສໍາເລັດໃນການເຮັດສໍາເລັດໜ້າທີ່ການເມືອງ ທີ່ໄດ້ອຸທິດຮ່າງກາຍຈິດໃຈ ປະກອບສ່ວນໃນພາລະກິດປະຕິວັດຕະຫຼອດໄລຍະໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພ້ອມທັງຮຽກຮ້ອງໃຫ້ນາຍທະ ຫານທີ່ອອກການຮັບເງິນອຸດໜູນເທື່ອດຽວ ຈົ່ງສືບຕໍ່ເຕົ້າໂຮມຄວາມສາມັກຄີ ຕໍ່ພະນັກງານ-ນັກຮົບ ແລະ ອໍານາດການປົກຄອງທ້ອງຖິ່ນ ຈົ່ງນໍາເອົາເງິນດັ່ງກ່າວໄປໝູນໃຊ້ໃນການສ້າງເສດຖະກິດຄອບຄົວໄປໃນທາງທີ່ຖືກຕ້ອງ ແລະ ເກີດຜົນປະໂຫຍດສູງສຸດ. ໂດຍ: ຄໍາຮັກ ໄຊວັນທອນ

ຄໍາເຫັນ