![]() |
ສະຫາຍ ພັນໂທ ຄໍາປິວ ຈັນທະໄຂ ຫົວໜ້າພະແນກອົບຮົມ ຫ້ອງເສນາທິການ ກອງພົນທີ 2 ໄດ້ຜ່ານແຜນການແຂ່ງຂັນກິລາການທະຫານ ແລະ ກິລາມວນຊົນ. ໃນນີ້, ກິລາການທະຫານປະກອບມີ: ກິລາແລ່ນມ້າງປະກອບອາວຸດ 400 m, ກິລານັກຮົບແຂງແຮງ. ກິລາມວນຊົນ ປະກອບມີ: ບານເຕະ, ບານສົ່ງ, ກະຕໍ້ ແລະ ເປຕັງ ທັງນີ້, ເພື່ອເປັນການຝຶກຝົນກໍາລັງແຮງກາຍໃຫ້ມີສຸຂະພາບແຂງແຮງ, ເສີມສ້າງສຸຂະພາບຂອງນັກກິລາ ກໍຄືພະນັກງານ-ນັກຮົບໃຫ້ມີຄວາມແຂງແຮງ, ຮັບປະກັນການປະຕິບັດໜ້າທີ່ວຽກງານ ພ້ອມທັງເປັນການແລກ ປ່ຽນບົດຮຽນດ້ານກິລາ ທັງເປັນການເຕົ້າໂຮມຄວາມສາມັກຄີລະຫວ່າງ ພະນັກງານ-ນັກຮົບ ແລະ ນັກກິລາດ້ວຍກັນ.
![]() |
ໂອກາດນີ້, ສະຫາຍ ພັນໂທ ວຽງແກ້ວ ວິວັນໄຊ ຫົວໜ້າພະແນກໂຄສະນາອົບຮົມ ຫ້ອງການເມືອງ ກອງພົນທີ 2 ໄດ້ຜ່ານເນື້ອໃນຂໍ້ແຂ່ງຂັນ ຈັດຕັ້ງຂະບວນການສ້າງຜົນງານຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີຕື່ມອີກ.
ຂ່າວ: ຄໍາຮັກ ໄຊວັນທອນ


ຄໍາເຫັນ