ກົນໄກ ແລະ ມາດຕະການຈັດຕັ້ງປະຕິບັດຂະແໜງ ພບ ໃນທ້າຍສະໄໝ

ກົນໄກ ແລະ ມາດຕະການຈັດຕັ້ງປະຕິບັດຂະແໜງ ພບ ໃນທ້າຍສະໄໝ
ໂດຍ: ສຳນານ ພົມພັກດີ
ກະຊວງພະລັງງານ-ບໍ່ແຮ່ (ພບ)ໄດ້ວາງກົນໄກ ແລະ ມາດຕະການຈັດຕັ້ງປະຕິບັດແຜນພັດທະນາຂະແໜງພະລັງງານ-ບໍ່ແຮ່5ປີ ຄັ້ງທີ IX (2021-2025)ໃນທ້າຍສະໄໝ ໂດຍຈະພັດທະນາແຫຼ່ງຜະລິດໄຟຟ້າທີ່ອີງໃສ່ຄວາມຕ້ອງການຕົວຈິງໃນແຕ່ລະໄລຍະ, ໃນຂະນະດຽວກັນຈະເລັ່ງລັດປະເມີນປະລິມານສະສົມແຮ່,ຈັດປະເພດເຂດທີ່ມີທ່າແຮງດ້ານແຮ່ ແລະ ຈຳແນກຊັບພະຍາກອນແຮ່ທາດຕາມລະບົບສາກົນ.
    ກົນໄກ ແລະ ມາດຕະການຈັດຕັ້ງປະຕິບັດ ຂະແໜງພະລັງານ ແລະ ບໍ່ແຮ່ ໂດຍສະເພາະການພັດທະນາແຫຼ່ງຜະລິດໄຟຟ້າຕ້ອງອີງໃສ່ຄວາມຕ້ອງການຕົວຈິງໃນແຕ່ລະໄລຍະໂດຍຈະສົ່ງເສີມແຫຼ່ງຜະລິດທີ່ມີອ່າງໂຕ່ງເປັນບຸລິມະສິດ ພ້ອມນັ້ນກໍພັດທະນາໄຟຟ້າຄວາມຮ້ອນຖ່ານຫີນ ແລະ ພະລັງານທົດແທນ ຕາມສັດສ່ວນທີ່ກໍານົດໄວ້ ເພື່ອຮັບປະກັນການຕອບສະໜອງພະລັງງານໄຟຟ້າພາຍໃນປະເທດ ແລະ ສົ່ງອອກໃຫ້ມີສະຖຽນລະພາບ,ສົ່ງເສີມການເຊື່ອມໂຍງລະບົບຕາຂ່າຍ ກັບ ສາຍສົ່ງໄຟຟ້າໃນຂອບເຂດທົ່ວປະເທດ ເພື່ອສ້າງຄວາມໝັ້ນຄົງດ້ານພະລັງງານໄຟຟ້າຢູ່ພາຍໃນປະເທດຢ່າງພຽງພໍ ແລະ ທົ່ວເຖິງ,ສຶກສາຕະຫຼາດຈຳໜ່າຍໄຟຟ້າທີ່ແນ່ນອນ, ໂດຍເຈລະຈາຂາຍໄຟຟ້າກັບປະເທດເພື່ອນບ້ານ ແລະ ບັນດາປະເທດອາຊຽນໃຫ້ປະກົດຜົນເປັນຈິງ.ພ້ອມທັງກຳນົດນະໂຍບາຍລາຄາໄຟຟ້າທີ່ຊັດເຈນ ໃນຂະແໜງອຸດສາຫະກຳໜັກ ແລະ ອຸດສາຫະກຳຂຸດຄົ້ນແຮ່ທາດ ທີ່ມີຄວາມຕ້ອງການໄຟຟ້າສູງ ທັງເປັນການສ້າງຕະຫຼາດຈໍາໜ່າຍໄຟຟ້າຢູ່ພາຍໃນປະເທດໃຫ້ຫຼາຍຂຶ້ນ,ແບ່ງປັນງົບປະມານຂອງລັດ ເພື່ອມານຳໃຊ້ເຂົ້າໃນການສໍາຫຼວດສ້າງຂໍ້ມູນພື້ນຖານ ເພື່ອສ້າງເປັນແຜນທີ່ທໍລະນີສາດ ແລະ ແຮ່ທາດ ມາດຕາສ່ວນ 1/200.000 ແລະ 1/50.000 ແລະ ສ້າງຖານຂໍ້ມູນທໍລະນີສາດ ແລະ ແຮ່ທາດທໍລະນີວິສະວະກໍາບໍ່ແຮ່, ທໍລະນີໄພພິບັດ, ທໍລະນີສິ່ງແວດລ້ອມ ແລະ ທໍລະນີແຫຼ່ງທ່ອງທ່ຽວ,ສ້າງຖານຂໍ້ມູນດ້ານຊັບພະຍາກອນແຮ່ທາດ, ຖານຂໍ້ມູນເຂດເນື້ອທີ່ສຳລັບດໍາເນີນການສໍາຫຼວດ, ທົດລອງ,ສຶກສາ ຫຼື ການວິໄຈກ່ຽວກັບແຮ່ທາດ.
ໃນຂະນະດຽວກັນຈະເລັ່ງລັດປະເມີນປະລິມານສະສົມແຮ່ທາດ, ການຈັດປະເພດເຂດທີ່ມີທ່າແຮງດ້ານແຮ່ທາດ ແລະ ຈໍາແນກຊັບພະຍາກອນແຮ່ທາດຕາມລະບົບສາກົນໃນເຂດພື້ນທີ່ທີ່ມີທ່າແຮງດ້ານແຮ່ທາດທີ່ເປັນເປົ້າໝາຍເພື່ອການກຳນົດພື້ນທີ່ທີ່ມີທ່າແຮງໃນການຂຸດຄົ້ນ ເພື່ອໃຊ້ເປັນຂໍ້ມູນພິຈາລະນາສ້າງແຜນແມ່ບົດ, ແຜນຍຸດທະສາດໃນການບໍລິຫານຈັດການແຮ່ທາດເປັນແຕ່ລະໄລຍະເຊັ່ນ:ແຮ່ບໍລິມາດໜ້ອຍມູນຄ່າສູງ, ແຮ່ບໍລິມາດຫຼາຍມູນຄ່າຕໍ່າ, ແຮ່ທາດຍຸດທະສາດ, ແຮ່ອະໂລຫະສຳລັບອຸດສາຫະກຳ ແລະ ກໍ່ສ້າງ ແລະ ແຮ່ທາດຫາຍາກທົ່ວປະເທດ,ເລັ່ງສ້າງ ແລະ ປັບປຸງ ກົດໝາຍ, ລະບຽບການ ແລະ ນິຕິກຳຕ່າງໆ ເພື່ອເປັນເຄື່ອງມືໃນການຄຸ້ມຄອງວຽກງານດ້ານພະລັງງານໄຟຟ້າ ແລະ ບໍ່ແຮ່,ປັບປຸງ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ລັດວິສາຫະກິດອ້ອມຂ້າງກະຊວງ,ໄຟຟ້າລາວ, ລັດວິສາຫະກິດຖືຮຸ້ນລາວ, ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ, ບໍລິສັດຜະລິດໄຟຟ້າລາວມະຫາຊົນ ແລະ ລັດວິສາຫະກິດພັດທະນາແຮ່ທາດລາວ, ຄຸ້ມຄອງໂຄງການ, ບັນດາໜີ້ສິນ, ສະພາບຄ່ອງທາງດ້ານການເງິນ.
ຂໍ້ມູນດັ່ງກ່າວແມ່ນການລາຍງານ ຂອງທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ຕໍ່ກອງປະຊຸມກາງສະໄໝຂອງອົງຄະນະພັກ ກະຊວງ ພະລັງງານ ແລະ ບໍ່ແຮ່ເມື່ອບໍ່ດົນມານີ້.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ