ຂ່າວລະບຸວ່າ: ຕາມມະຕິຂອງສະພາແຫ່ງຊາດ, ນະຄອນກວາງນິງ ໄດ້ຮັບການສ້າງຕັ້ງບົນພື້ນຖານເນື້ອທີ່ທຳມະຊາດ 6.231,27 ຕາລາງ ກມ ແລະ ມີປະຊາກອນ 1.523.400 ຄົນ.
ມື້ທຳອິດໃສ່ຊື່ “ນະຄອນກວາງນິງ” ກົງກັບໂອກາດທົ່ວປະເທດຫວຽດນາມສະເຫຼີມສະຫຼອງ 81 ປີແຫ່ງວັນຊາດ, ຢູ່ຖະໜົນສາຍຕ່າງໆ, ເຂດຊຸມຊົນ, ຮ່ອມບ້ານໃນບໍລິເວນນະຄອນເຕັມໄປດ້ວຍທຸງຊາດ, ດອກໄມ້, ປ້າຍຄໍາຂວັນຂ່ຳນັບຊົມເຊີຍນະຄອນ, ປະກອບສ່ວນແຜ່ກະຈາຍບັນຍາກາດປິຕີຊົມຊື່ນໃນມື້ທີ່ ກວາງນິງ ກາຍເປັນນະຄອນຂຶ້ນກັບສູນກາງຢ່າງເປັນທາງການ.
ທ່ານ ໂຕຕຽນເກື່ອງ ຕາແສງບ້າຍໄຈ້ ນະຄອນກວາງນິງ ກ່າວວ່າ: ບັນຍາກາດປິຕິຊົມຊື່ນທີ່ສຸດ, ພໍ່ແມ່ປະຊາຊົນມີຄວາມເບີກບານມ່ວນຊື່ນຍ້ອນບ້ານເກີດເມືອງນອນກ້າວເຂົ້າສູ່ໄລຍະທາງພັດທະນາໃໝ່, ດ້ວຍຖານະບົດບາດໃໝ່ ແລະ ຄວາມຄາດຫວັງໃໝ່. ທຸກຄົນລ້ວນແຕ່ປາຖະໜາວ່າ ນະຄອນຈະນັບມື້ນັບທັນສະໄໝ, ສີວິໄລ; ພື້ນຖານໂຄງລ່າງໄດ້ຮັບການລົງທຶນຢ່າງຄົບຊຸດກວ່າເກົ່າ, ສິ່ງແວດລ້ອມແຫ່ງການດຳລົງຊີວິດດີກວ່າເກົ່າ ແລະ ຊີວິດຂອງປະຊາຊົນນັບມື້ນັບໄດ້ຮັບການຍົກສູງຂຶ້ນ.
ດ້ວຍຖານະບົດບາດໃໝ່, ກວາງນິງ ກ້າວໄປເຖິງການສ້າງເຂດຕົວເມືອງທະເລສີວິໄລ, ທັນສະໄໝ, ສີຂຽວ, ຕິດພັນກັບມໍລະດົກ ແລະ ມີຖານະບົດບາດສາກົນໃໝ່; ກາຍເປັນປະຕູເຊື່ອມຕໍ່ ຫວຽດນາມ ກັບ ອາຊີຕາເວັນອອກສ່ຽງ ເໜືອ - ແລະ ອາຊີ ປາຊີຟິກ, ທັງແມ່ນໃຈກາງເສດຖະກິດທະເລຂອງຊາດ.
ຄໍາເຫັນ