ປະຊຸມຄະນະກວດກາສູນກາງພັກ

ກວດກາສູນກາງພັກ ພົບປະຄະນະຊ່ຽວຊານມະຫາວິທະຍາໄລແຊ້ຍເມີນ

ກວດກາສູນກາງພັກ ພົບປະຄະນະຊ່ຽວຊານມະຫາວິທະຍາໄລແຊ້ຍເມີນ
ວັນທີ 3 ຕຸລານີ້ທີ່ຫ້ອງປະຊຸມຄະນະກວດກາສູນກາງພັກ, ທ່ານ ດາວບົວລະພາ ບາວົງເພັດ ກຳມະການປະຈໍາພັກ ຮອງປະທານຄະນະກວດກາສູນກາງພັກ

ແລະ ອົງການກວດກາແຫ່ງລັດຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມດ້ວຍຄະນະ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ຊຸຍ ຈີ້ນກົງ (Xu jingong ) ອະດີດຮອງເລຂາຄະນະພັກ ມະຫາວິທະຍາໄລແຊ້ຍເມີນຫົວໜ້າສະຖາບັນຄົ້ນຄວ້າ ລັດທິມາກ ແຂວງຟູຈ້ຽນ ສປ ຈີນ ພ້ອມດ້ວຍຄະນະ ໃນໂອກາດທີ່ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ໂອກາດນີ້, ທ່ານ ດາວບົວລະພາ ບາວົງເພັດ ຕາງໜ້າຄະນະນໍາ ຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ສປປ ລາວ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ຕໍ່ການມາຢ້ຽມຢາມ ສປປ ລາວ ຂອງຄະນະນໍາ ມະຫາວິທະຍາໄລແຊ້ຍເມີນແຂວງຟູຈ້ຽນ ສປ ຈີນ ໃນຄັ້ງນີ້ ຊຶ່ງເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ. ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ຊຸຍ ຈີ້ນກົງ ທີ່ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການພົ້ນເດັ່ນໃນການພັດທະນາເສດຖະກິດ-ສັງຄົມ, ການຄຸ້ມຄອງພັກຢ່າງຮອບດ້ານ ກໍຄືການກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງແຂວງຟູຈ້ຽນ ສປ ຈີນ, ພາຍໃຕ້ການນໍາພາຂອງພັກກອມມູນິດຈີນທີ່ມີສະຫາຍ ເລຂາທິການໃຫຍ່ ສີ ຈິນຜິ້ງ ເປັນແກນກາງ ຊຶ່ງພັກ-ລັດ ແລະ ປະຊາຊົນຈີນສາມາດຍາດໄດ້ຜົນງານອັນໃຫຍ່ຫຼວງໃນທຸກດ້ານຕະຫຼອດໄລຍະທີ່ຜ່ານມາ. ທັງໝົດນັ້ນ, ໄດ້ກາຍເປັນພະລັງຊຸກຍູ້ ແລະ ເປັນບົດຮຽນອັນລໍ້າຄ່າ ສໍາລັບການພັດທະນາເສດຖະກິດ-ສັງຄົມ, ການຄຸ້ມຄອງພັກ, ຄຸ້ມຄອງລັດ, ການກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງໃຫ້ແກ່ ສປປ ລາວ. ພ້ອມນີ້, ທ່ານ ດາວບົວລະພາ ບາວົງເພັດ ຍັງໄດ້ລາຍງານສະພາບທີ່ພົ້ນເດັ່ນຂອງ ສປປ ລາວ ໃນໄລຍະຜ່ານມາເວົ້າລວມ, ເວົ້າສະເພາະກໍແມ່ນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານກວດກາພັກ, ກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ.
ຈາກນັ້ນ, ທ່ານ ຊຸຍ ຈີ້ນກົງ (Xu jingong ) ກໍໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ກັບການຕ້ອນຮັບອັນອົບອຸ່ນຂອງທ່ານຮອງປະທານຄະນະກວດກາສູນກາງພັກ ພ້ອມດ້ວຍຄະນະໃນຄັ້ງນີ້, ພ້ອມທັງໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວວຽກງານທີ່ພົ້ນເດັ່ນຂອງແຂວງຟູຈ້ຽນ ສປ ຈີນ.
ທ່ານຮອງປະທານຄະນະກວດກາສູນກາງພັກ ຍັງໄດ້ອວຍພອນໃຫ້ອະດີດຮອງເລຂາຄະນະພັກ ມະຫາວິທະຍາໄລແຊ້ຍເມີນຫົວໜ້າສະຖາບັນຄົ້ນຄວ້າ ລັດທິມາກ ແຂວງຟູຈ້ຽນ ສປ ຈີນ ພ້ອມດ້ວຍຄະນະ ທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້ ຈົ່ງປະສົບຜົນສໍາເລັດຢ່າງຈົບງາມ ແລະ ເດີນທາງກັບຄືນປະເທດດ້ວຍຄວາມສະຫັວດດີພາບ.
ຂ່າວ-ພາບ:ກວດກາສູນກາງ

ຄໍາເຫັນ

ຂ່າວສືກສາ-ກິລາ

ເຊກອງ ຈະຈັດກິດຈະກໍາ ຈຳໜ່າຍສິນຄ້າ ໃນລາຄານະໂຍບາຍ

ເຊກອງ ຈະຈັດກິດຈະກໍາ ຈຳໜ່າຍສິນຄ້າ ໃນລາຄານະໂຍບາຍ

ພະແນກອຸດສາຫະກຳ ແລະ ການຄ້າແຂວງເຊກອງ ຮ່ວມກັບພາກສ່ວນກ່ຽວຂ້ອງພາຍໃນແຂວງ ຈະໄດ້ຈັດກິດຈະກຳເປີດຮ້ານຄ້າ ເພື່ອຈຳໜ່າຍສິນຄ້າອຸປະໂພກ-ບໍລິໂພກ ແລະ ອຸປະກອນການສຶກສາ ໃນລາຄານະໂຍບາຍ-ລາຄາອຸ່ນໃຈ (ລາຄາຖືກ) ເພື່ອຮອງຮັບໃຫ້ແກ່ການກະກຽມເປີດສົກຮຽນໃໝ່ທີ່ຈະມາເຖິງນີ້.
ແຂວງວຽງ​ຈັນ ເປີດ​ໂຄງ​ການ​ລາ​ຄາ​ອຸ່ນ​ໃຈ ຮອງ​ຮັບ​ການ​ເປີດ​ສົກ​ຮຽນ​ໃໝ່

ແຂວງວຽງ​ຈັນ ເປີດ​ໂຄງ​ການ​ລາ​ຄາ​ອຸ່ນ​ໃຈ ຮອງ​ຮັບ​ການ​ເປີດ​ສົກ​ຮຽນ​ໃໝ່

ເພື່ອເປັນການຮອງຮັບໃຫ້ແກ່ການກະກຽມເປີດສົກຮຽນໃໝ່ ທີ່ຈະມາເຖິງນີ້, ໃນ​ວັນ​ທີ 10 ສິງ​ຫາ​ຜ່ານ​ມາ, ພະແນກອຸດສາຫະກຳ ແລະ ການຄ້າແຂວງວຽງຈັນ ໄດ້ສົມທົບກັບຮ້ານຄ້າພາຍໃນເມືອງວຽງຄຳ ເປັນຕົ້ນແມ່ນຢູ່ເຂດເທດສະບານແຂວງວຽງຈັນ ໄດ້ເປີດຮ້ານຄ້າ ເພື່ອຈຳໜ່າຍສິນຄ້າ ອຸປະກອນການສຶກສາ ໃນລາຄານະໂຍບາຍ ພາຍໃຕ້ຊື່ “ ໂຄງການລາຄາອຸ່ນໃຈ”.
ສປປ ລາວ ໄດ້ຮັບຄວາມໄວ້ວາງໃຈ ເປັນເຈົ້າພາບຈັດການແຂ່ງຂັນກິລາປິ່ງປ່ອງ ຊີງແຊັມອາຊຽນ 2027

ສປປ ລາວ ໄດ້ຮັບຄວາມໄວ້ວາງໃຈ ເປັນເຈົ້າພາບຈັດການແຂ່ງຂັນກິລາປິ່ງປ່ອງ ຊີງແຊັມອາຊຽນ 2027

ທ່ານ ສຳລານ ພັນຄະວົງ ປະທານສະຫະພັນກິລາປ່ອງປິ່ງແຫ່ງຊາດລາວ ໃຫ້ສຳພາດຕໍ່ສື່ມວນຊົນ ພາຍຫຼັງພິທີມອບຫຼຽນລາງວັນໃນວັນທີ 8 ສິງຫາ ຜ່ານມາ ວ່າ: ສຳລັບການຈັດແຂ່ງຂັນກິລາປິ່ງປ່ອງລະດັບໂລກ ລາຍການ "WTT Youth Contender Vientiane 2026" (ຄັ້ງທີ 4) ແລະ "WTT Feeder Series" (ຄັ້ງທີ 2) ປະຈຳປີ 2026 ທີ່ ສປປ ລາວເຮົາ ເປັນເຈົ້າພາບ ລະຫວ່າງວັນທີ 30 ກໍລະກົດ ຫາວັນທີ 8 ສິງຫາ 2026 ມີທີມນັກກິລາປິ່ງປ່ອງທົ່ວໂລກເຂົ້າຮ່ວມທັງໝົດ 22 ປະເທດ ມີ 403 ຄົນ ໃນນັ້ນເປັນລາຍການເຍົາວະຊົນ 276 ຄົນ ແລະ ຮຸ່ນທົ່ວໄປ 197 ຄົນ ຊຶ່ງທີມນັກກິລາເຈົ້າພາບລາວເຮົາ ໄດ້ສົ່ງນັກກິລາ ແລະ ຄູຝຶກເຂົ້າຮ່ວມທັງໝົດ 70 ຄົນ ອາຍຸ 9-19 ປີ ສຳລັບຮຸ່ນເຍົາວະຊົນ ແລະ ຮຸ່ນທົ່ວໄປ ມີ 16 ຄົນ ການແຂ່ງຂັນຈະມີທັງປະເພດດ່ຽວ ແລະ ປະເພດຄູ່ປະສົມ ອາຍຸບໍ່ເກີນ 11 ປີ, 13 ປີ, 15 ປີ, 17 ປີ ແລະ 19 ປີ ແລະ ຮຸ່ນທົ່ວໄປ ຊີງໄຊທັງໝົດ 32 ລາງວັນ.
ມອບອຸປະກອນການສຶກສາ ແລະ ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ນັກຮຽນໂຮງຮຽນປະຖົມບາຈຽງ

ມອບອຸປະກອນການສຶກສາ ແລະ ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ນັກຮຽນໂຮງຮຽນປະຖົມບາຈຽງ

ເມື່ອບໍ່ດົນມານີ້,ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ສປປ ລາວ ຮ່ວມກັບ ຄະນະຊາວໜຸ່ມ ກຸ່ມບໍລິສັດ ອຸດສາຫະກຳຢາງພາລາ ສສ ຫວຽດນາມ ໄດ້ຈັດກິດຈະກຳເຄື່ອນໄຫວມອບອຸປະກອນການສຶກສາ ແລະ ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ນັກຮຽນຢູ່ໂຮງຮຽນປະຖົມບາຈຽງ (ບ້ານໜອງກອກ, ຕາແສງໜອງໃສ, ເມືອງບາຈຽງຈະເລີນສຸກ).
ກອງປະຊຸມເຜີຍແຜ່ເຊື່ອມຊຶມທິດທາງປັບປຸງຫຼັກສູດ 6+3+3

ກອງປະຊຸມເຜີຍແຜ່ເຊື່ອມຊຶມທິດທາງປັບປຸງຫຼັກສູດ 6+3+3

ໃນວັນທີ 6 ສິງຫາ ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມເຜີຍ ແຜ່, ເຊື່ອມຊຶມທິດທາງການປັບປຸງຫຼັກສູດ 6+3+3 ແລະ ການສ້າງມະຫາວິທະຍາໄລສ້າງຄູແຫ່ງຊາດຂຶ້ນທີ່ຫ້ອງປະຊຸມໄອຊີທີ, ໃຫ້ກຽດເປັນປະທານໂດຍ ທ່ານ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ມີທ່ານປະທານກໍາມາທິການວັດທະນະທໍາ, ສັງຄົມ ແລະ ຊົນເຜົ່າສະພາແຫ່ງຊາດ; ບັນດາທ່ານຮອງປະທານຄະນະກຳມະການປົກຄອງນະຄອນຫຼວງ ແລະ ແຂວງທົ່ວປະເທດ, ຕາງໜ້າມະຫາວິທະຍາໄລແຫ່ງຊາດ, ຜູ້ອຳນວຍການມະຫາ ວິທະຍາໄລ, ບັນດາຜູ້ອຳນວຍການສະຖານການສຶກສາຄູ ແລະ ພາກສ່ວນພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຊາວໜຸ່ມອາສາສະໝັກ ສືບຕໍ່ພາລະກິດສ້າງອານາຄົດ ນໍານ້ອງຄືນສູ່ໂຮງຮຽນ

ຊາວໜຸ່ມອາສາສະໝັກ ສືບຕໍ່ພາລະກິດສ້າງອານາຄົດ ນໍານ້ອງຄືນສູ່ໂຮງຮຽນ

ວັນທີ 4 ສິງຫາ ຜ່ານມານີ້, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ພະແນກສຶກສາທິການ ແລະ ກິລາ ຮ່ວມກັບຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວແຂວງຫຼວງພະບາງ ໄດ້ຕິດຕາມ ແລະຊຸກຍູ້ການເຮັດວຽກຂອງຊາວໜຸ່ມອາສາສະໝັກຕະລຸມບອນ ທີ່ລົງສິດສອນ ໄລຍະພັກພາກຮຽນ ຢູ່ໂຮງຮຽນປະຖົມສົມບູນ 4 ແຫ່ງ ຂອງເມືອງປາກອູ, ມີ ທ່ານ ມີນາ ຈັນມະນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ທ່ານ ສົມໝາຍ ຂຸນດາວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ພ້ອມດ້ວຍເລຂາຄະນະຊາວໜຸ່ມຮາກຖານ ພະແນກສຶກສາທິການ ແລະ ກິລາ ແຂວງ, ເລຂາໜ່ວຍຊາວໜຸ່ມຮາກຖານ ໂຮງຮຽນມັດທະຍົມສົມບູນສັນຕິພາບ ພ້ອມດ້ວຍຄະນະ ເຂົ້າຮ່ວມ.
ສກຂ ວິລະບູລີ ສະຫຼຸບວຽກງານ 6 ເດືອນຕົ້ນປີ ພ້ອມປະກາດແຕ່ງຕັ້ງຜູ້ບໍລິຫານໂຮງຮຽນ

ສກຂ ວິລະບູລີ ສະຫຼຸບວຽກງານ 6 ເດືອນຕົ້ນປີ ພ້ອມປະກາດແຕ່ງຕັ້ງຜູ້ບໍລິຫານໂຮງຮຽນ

ວັນທີ 4 ສິງຫາ 2026 ຢູ່ທີ່ສະໂມສອນເມືອງວິລະບູລີ, ຫ້ອງການສຶກສາທິການ ແລະ ກິລາ ເມືອງວິລະບູລີ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານການສຶກສາ ປະຈຳ 6 ເດືອນຕົ້ນປີ ແລະ ກຳນົດທິດທາງແຜນການ 6 ເດືອນທ້າຍປີ 2026, ໂດຍການເປັນປະທານຮ່ວມຂອງ ທ່ານ ໄພມະນີ ວົງໄຊຄຳ ຄະນະປະຈຳພັກເມືອງຮອງປະທານຄະນະກຳມະການປົກຄອງເມືອງວິລະບູລີ ແລະ ທ່ານ ສີພະຈັນ ກອງທອງມາ ກຳມະການພັກເມືອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີບັນດາຄະນະຫ້ອງການ, ວິຊາການ, ຜູ້ບໍລິຫານໂຮງຮຽນ ແລະ ຄູ-ອາຈານ ຈາກໂຮງຮຽນປະຖົມ, ມັດທະຍົມຕົ້ນ ແລະ ມັດທະຍົມປາຍທົ່ວເມືອງວິລະບູລີ ເຂົ້າຮ່ວມ.
ມຊ ເນັ້ນໃສ່ 4 ປັດໄຈຫຼັກ ພັດທະນາບຸກຄະລາກອນສື່ສານມວນຊົນ ໃຫ້ເປັນມືອາຊີບ ແລະ ທັນກັບຍຸກສະໄໝ

ມຊ ເນັ້ນໃສ່ 4 ປັດໄຈຫຼັກ ພັດທະນາບຸກຄະລາກອນສື່ສານມວນຊົນ ໃຫ້ເປັນມືອາຊີບ ແລະ ທັນກັບຍຸກສະໄໝ

ມະຫາວິທະຍາໄລແຫ່ງຊາດ (ມຊ) ກໍຄືພາກວິຊາສື່ສານມວນຊົນ ຄະນະອັກສອນສາດ ມຊ ໄດ້ມີການຄົ້ນຄວ້າ ແລະ ຫັນປ່ຽນຫຼັກສູດການຮຽນ-ການສອນສະບັບໃໝ່ ໂດຍຫັນຈາກ "ທິດສະດີດັ້ງເດີມ" ໄປສູ່ "ການປະສົມປະສານທັກສະເຕັກໂນໂລຊີ ແລະ ການປະຕິບັດຕົວຈິງ" ຢ່າງຮອບດ້ານ ແນໃສ່ການພັດທະນາບຸກຄະລາກອນສື່ສານມວນຊົນ ໃຫ້ເປັນມືອາຊີບ ແລະ ທັນກັບຍຸກສະໄໝ ໂດຍເນັ້ນໃສ່ 4 ປັດໄຈຫຼັກ.
ກົມໃຫຍ່ພະລາທິການກອງທັບ ສ້າງຂະບວນການແຂ່ງຂັນກິລາຍິງປືນ

ກົມໃຫຍ່ພະລາທິການກອງທັບ ສ້າງຂະບວນການແຂ່ງຂັນກິລາຍິງປືນ

ກົມໃຫຍ່ພະລາທິການກອງທັບ ສ້າງຂະບວນການແຂ່ງຂັນກິລາຍິງປືນ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກົມໃຫຍ່ພະລາທິການກອງທັບ ຄົບຮອບ 70 ປີ (5 ສິງຫາ 1956-5 ສິງຫາ 2026) ຂຶ້ນໃນວັນທີ 3 ສິງຫາ ຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົນຕີ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ ມີຄະນະນໍາກົມໃຫຍ່, ຄະນະພັກ-ຄະນະບັນຊາ, ຄະນະຮັບຜິດຊອບ ແລະ ນັກກິລາເຂົ້າຮ່ວມ.
ງານທ່າແຂກ ໄບລ໌ຄິງ ຊາເລນຈ໌ ຕັ້ງເປົ້າຍົກລະດັບການທ່ອງທ່ຽວ ແຂວງຄໍາມ່ວນ

ງານທ່າແຂກ ໄບລ໌ຄິງ ຊາເລນຈ໌ ຕັ້ງເປົ້າຍົກລະດັບການທ່ອງທ່ຽວ ແຂວງຄໍາມ່ວນ

ງານ ກິດຈະກຳ “ທ່າແຂກ ໄບລ໌ຄິງ ຊາເລນຈ໌” (ThaKhaek Biking Challenge) ໄດ້ ໂດຍມີນັກປັ່ນຈາກຫຼາຍແຂວງ ແລະ ຫຼາຍປະເທດເຂົ້າຮ່ວມຢ່າງຄຶກຄື້ນ ເພື່ອພິສູດຄວາມອຶດທົນ ຄວາມແຂງແຮງ ແລະ ຮ່ວມສົ່ງເສີມການທ່ອງທ່ຽວຂອງແຂວງຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 2 ສິງຫາ 2026 ຢູ່ຕໍ່ໜ້າຫໍມູນເຊື້ອ 21 ມີນາ (ນໍ້າພຸ) ເມືອງທ່າແຂກ ແຂວງຄໍາມ່ວນ.
ເພີ່ມເຕີມ