ກຸ່ມບໍລິສັດເຄມີຫວຽດນາມ ມຸ່ງໝັ້ນຂະຫຍາຍຕະຫຼາດ ແລະ ຮັດແໜ້ນຄວາມຮ່ວມມືເສດຖະກິດ ໃນສປປ ລາວ

ກຸ່ມບໍລິສັດເຄມີຫວຽດນາມ ມຸ່ງໝັ້ນຂະຫຍາຍຕະຫຼາດ ແລະ ຮັດແໜ້ນຄວາມຮ່ວມມືເສດຖະກິດ ໃນສປປ ລາວ
ກຸ່ມບໍລິສັດເຄມີຫວຽດນາມ (Vinachem) ເປັນໜຶ່ງກຸ່ມບໍລິສັດຊັ້ນນໍາຂອງຫວຽດນາມ ທີ່ໄດ້ນໍາເອົາຜະລິດຕະພັນຕ່າງໆຂອງກຸ່ມບໍລິສັດມາວາງສະແດງ ແລະ ຈໍາໜ່າຍໃນງານວາງສະແດງສິນຄ້າລາວ-ຫວຽດນາມ ປະຈໍາປີ 2026 (VIETLAO EXPO 2026) ທີ່ຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 16-20 ກໍລະກົດ 2026 ນີ້, ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ນະຄອນຫຼວງວຽງຈັນ ເພື່ອມຸ່ງໝັ້ນຂະຫຍາຍຕະຫຼາດ ແລະ ຮັດແໜ້ນຄວາມຮ່ວມມືເສດຖະກິດໃນ ສປປ ລາວ.
ກມບລສດເຄມຫວຽດນາມ ມງໝນຂະຫຍາຍຕະຫາດ ແລະ ຮດແໜນຄວາມຮວມມເສດຖະກດ ໃນສປປ ລາວ - image 1
 

ງານໃນປີນີ້, ຖືເປັນກິດຈະກຳສົ່ງເສີມການຄ້າ ແລະ ການລົງທຶນຂອງຫວຽດນາມ ຢູ່ ສປປ ລາວ ທີ່ມີຂະໜາດໃຫຍ່ທີ່ສຸດ ໂດຍການຮ່ວມມືຈັດຕັ້ງຂອງກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ລາວ.

ກມບລສດເຄມຫວຽດນາມ ມງໝນຂະຫຍາຍຕະຫາດ ແລະ ຮດແໜນຄວາມຮວມມເສດຖະກດ ໃນສປປ ລາວ - image 2
 

ໃນນັ້ນ, ກຸ່ມບໍລິສັດເຄມີຫວຽດນາມ ຊຶ່ງເປັນລັດວິສາຫະກິດຊັ້ນນຳຂອງຫວຽດນາມ ທີ່ໄດ້ຮັບການຈັດອັນດັບທີ 148 ໃນຈຳນວນ 500 ບໍລິສັດຊັ້ນນຳຂອງອາຊີຕາເວັນອອກ ສຽງໃຕ້ ໄດ້ເຂົ້າຮ່ວມວາງສະແດງຜະລິດຕະພັນຢ່າງຍິ່ງໃຫຍ່ ເພື່ອສະແດງເຖິງຄວາມພ້ອມໃນການຂະຫຍາຍຕະຫຼາດ ແລະ ຊຸກຍູ້ການຄ້າຊາຍແດນລະຫວ່າງສອງປະເທດ.

ກມບລສດເຄມຫວຽດນາມ ມງໝນຂະຫຍາຍຕະຫາດ ແລະ ຮດແໜນຄວາມຮວມມເສດຖະກດ ໃນສປປ ລາວ - image 3
 
 

ງານວາງສະແດງສິນຄ້າລາວ-ຫວຽດນາມ ໃນປີນີ້, ມີຫ້ອງວາງສະແດງທັງໝົດ 250 ຫ້ອງ ໂດຍມີບໍລິສັດ ແລະ ຫ້າງຮ້ານຈາກຫວຽດນາມເຂົ້າຮ່ວມ 80 ແຫ່ງມາວາງສະແດງຈໍານວນ 120 ຫ້ອງ.

ກມບລສດເຄມຫວຽດນາມ ມງໝນຂະຫຍາຍຕະຫາດ ແລະ ຮດແໜນຄວາມຮວມມເສດຖະກດ ໃນສປປ ລາວ - image 4
 

ສໍາລັບກຸ່ມບໍລິສັດເຄມີຫວຽດນາມ ໄດ້ຈັດຕັ້ງຫ້ອງວາງສະແດງຂະໜາດໃຫຍ່ທີ່ມີເນື້ອທີ່ລວມ 108 ຕາແມັດ (ທຽບເທົ່າ 12 ຫ້ອງວາງສະແດງມາດຕະຖານ) ຕັ້ງຢູ່ຈຸດສູນກາງ ຫັນໜ້າໃສ່ຫ້ອງວາງສະແດງມູນເຊື້ອສາຍພົວພັນມິດຕະພາບ ລາວ-ຫວຽດນາມ.

ກມບລສດເຄມຫວຽດນາມ ມງໝນຂະຫຍາຍຕະຫາດ ແລະ ຮດແໜນຄວາມຮວມມເສດຖະກດ ໃນສປປ ລາວ - image 5
 

ພາຍໃນຫ້ອງວາງສະແດງດັ່ງກ່າວ, ມີບໍລິສັດທີ່ເປັນສະມາຊິກເຂົ້າຮ່ວມ 9 ແຫ່ງ (ຈາກທັງໝົດຫຼາຍກວ່າ 30 ແຫ່ງໃນເຄືອຂ່າຍ) ທີ່ດໍາເນີນກິດຈະການໃນຂົງເຂດເຊັ່ນ: ປຸຍເຄມີບິ່ງດຽນ, ແຟັບຊັກເຄື່ອງ, ຖ່ານໄຟສາຍ ແລະ ໝໍ້ໄຟພາກໃຕ້ ປີນາໂກ, ຢາງລົດໃຫຍ່ພາກໃຕ້ຊີເອສເອັມ ແລະ ບໍລິສັດຫຸ້ນສ່ວນຜະລິດຕະພັນຄົວເຮືອນ ຮ່າໂນ້ຍ.

ກມບລສດເຄມຫວຽດນາມ ມງໝນຂະຫຍາຍຕະຫາດ ແລະ ຮດແໜນຄວາມຮວມມເສດຖະກດ ໃນສປປ ລາວ - image 6
 

ຊຶ່ງບັນດາສະມາຊິກຂອງກຸ່ມບໍລິສັດເຄມີຫວຽດນາມ ໄດ້ນໍາເອົາຜະລິດຕະພັນທີ່ມີຊື່ສຽງຂອງຕົນນໍາມາວາງສະແດງໃນຄັ້ງນີ້ໄດ້ແບ່ງອອກເປັນ 4 ກຸ່ມຄື: ກຸ່ມປຸຍເຄມີ ແລະ ປຸຍຊີວະພາບ: ປຸຍຢູເຣຍ, DAP, NPK, ສູເປີຟົດສະຟັດ, ປຸຍຟົດສະຟັດຫຼອມລະລາຍ, ປຸຍສະເພາະດ້ານ ແລະ ປຸຍອິນຊີ; ກຸ່ມຜະລິດຕະພັນເຄື່ອງໃຊ້ຄົວເຮືອນ: ແຟັບຊັກເຄື່ອງ, ນໍ້າຢາຊັກເຄື່ອງ, ນໍ້າຢາລ້າງຖ້ວຍ, ນໍ້າຢາຖູພື້ນ; ກຸ່ມຢາງລົດ: ຢາງໃນລົດ ແລະ ຢາງລົດສຳລັບລົດຖີບ, ລົດຈັກ, ລົດເກງ, ລົດບັນທຸກ ແລະ ລົດອຸດສາຫະກໍາ; ກຸ່ມຖ່ານ ແລະ ໝໍ້ໄຟ: ຖ່ານໄຟສາຍ, ໝໍ້ໄຟລົດຈັກ, ລົດຍົນ ແລະ ໝໍ້ໄຟອຸດສາຫະກໍາ.

ກມບລສດເຄມຫວຽດນາມ ມງໝນຂະຫຍາຍຕະຫາດ ແລະ ຮດແໜນຄວາມຮວມມເສດຖະກດ ໃນສປປ ລາວ - image 7
 

ທ່ານ ຫງວຽນ ຮືວ ຕູ໋ (Nguyen Huu Tu) ຜູ້ອໍານວຍການໃຫຍ່ກຸ່ມບໍລິສັດເຄມີຫວຽດນາມ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນລາວໃນວັນທີ 16 ກໍລະກົດຜ່ານມາ, ທີ່ສູນການຄ້າລາວ-ໄອເຕັກວ່າ: ຂ້າພະເຈົ້າຮູ້ສຶກພາກພູມໃຈທີ່ໄດ້ເຂົ້າຮ່ວມງານຄັ້ງນີ້, ຊຶ່ງເປັນໂອກາດດີໃນການແນະນຳຜະລິດຕະພັນທີ່ມີຄຸນນະພາບສູງ ທີ່ໄດ້ສົ່ງອອກໄປ 80 ປະເທດທົ່ວໂລກ ໃຫ້ປະຊາຊົນລາວ.

ກມບລສດເຄມຫວຽດນາມ ມງໝນຂະຫຍາຍຕະຫາດ ແລະ ຮດແໜນຄວາມຮວມມເສດຖະກດ ໃນສປປ ລາວ - image 8
 

ພິເສດ, ກຸ່ມບໍລິສັດພວກເຮົາໄດ້ບັນລຸຂໍ້ຕົກລົງ ແລະ ເຊັນສັນຍາຮ່ວມມືກັບກຸ່ມບໍລິສັດພົງສະຫວັນຂອງ ສປປ ລາວ ເພື່ອຂະຫຍາຍການຮ່ວມມື ແລະ ນໍາເອົາສິນຄ້າມາວາງຈໍາໜ່າຍ ຊຶ່ງຖືເປັນການປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ, ໃນໂອກາດທີ່ຈະຮ່ວມກັນສະເຫຼີມສະຫຼອງວັນເຊັນສົນທິສັນຍາມິດຕະພາບ ຫວຽດນາມ-ລາວ ຄົບຮອບ 50 ປີ ໃນປີ 2027 ທີ່ຈະມາເຖິງນີ້.

ກມບລສດເຄມຫວຽດນາມ ມງໝນຂະຫຍາຍຕະຫາດ ແລະ ຮດແໜນຄວາມຮວມມເສດຖະກດ ໃນສປປ ລາວ - image 9
 

ໂອກາດນີ້, ທ່ານ ເລ ຫວຽດ ເຟືອງ ຜູ້ອໍານວຍການໃຫຍ່ບໍລິສັດຫຸ້ນສ່ວນຜະລິດຕະພັນຄົວເຮືອນ ຮ່າໂນ້ຍ (ບໍລິສັດຍ່ອຍຂອງ Vinachem) ກໍໄດ້ໃຫ້ຮູ້ວ່າ: "ນີ້ແມ່ນປີທໍາອິດທີ່ພວກເຮົາໄດ້ເຂົ້າຮ່ວມງານ. ເຫັນວ່າຕະຫຼາດສິນຄ້າຄົວເຮືອນທັງຢູ່ລາວ ແລະ ຫວຽດນາມ ມີທ່າແຮງບົ່ມຊ້ອນທີ່ຄ້າຍຄືກັນ. ຫວັງວ່າພາຍຫຼັງສໍາເລັດງານນີ້ ຈະສາມາດຮ່ວມມືກັບບໍລິສັດຂອງ ສປປ ລາວ ເພື່ອຊອກຫາຕົວແທນຈໍາໜ່າຍ ແລະ ພັນທະມິດທຸລະກິດ ເພື່ອເຮັດໃຫ້ຜະລິດຕະພັນເປັນທີ່ຮູ້ຈັກຂອງປະຊາຊົນລາວຫຼາຍຂຶ້ນ.

ກມບລສດເຄມຫວຽດນາມ ມງໝນຂະຫຍາຍຕະຫາດ ແລະ ຮດແໜນຄວາມຮວມມເສດຖະກດ ໃນສປປ ລາວ - image 10
 

ຕະຫຼອດໄລຍະເວລາເກືອບ 20 ປີຜ່ານມາ, ງານວາງສະແດງສິນຄ້າລາວ-ຫວຽດນາມ ໄດ້ເຮັດໜ້າທີ່ເປັນຂົວຕໍ່ການຄ້າທີ່ສໍາຄັນ ໂດຍມີສ່ວນຊຸກຍູ້ໃຫ້ມູນຄ່າການຄ້າສອງຝ່າຍບັນລຸໄດ້ 4 ຕື້ໂດລາໃນປີ 2026 ນີ້ ແລະ ໄດ້ຕັ້ງເປົ້າໝາຍໃຫ້ບັນລຸ 10 ຕື້ໂດລາ ໃນປີ 2030.

ກມບລສດເຄມຫວຽດນາມ ມງໝນຂະຫຍາຍຕະຫາດ ແລະ ຮດແໜນຄວາມຮວມມເສດຖະກດ ໃນສປປ ລາວ - image 11
 

ການເຂົ້າຮ່ວມງານຂອງກຸ່ມບໍລິສັດເຄມີຫວຽດນາມ ໃນຄັ້ງນີ້, ບໍ່ພຽງແຕ່ເປັນບາດກ້າວທຳອິດໃນການສ້າງເຄືອຂ່າຍຈໍາໜ່າຍສິນຄ້າ ແລະ ເຂົ້າເຖິງຕະຫຼາດລາວ ລວມເຖິງພາກຕາເວັນອອກສຽງເໜືອຂອງໄທເທົ່ານັ້ນ, ແຕ່ຍັງເປັນການຢືນຢັນເຖິງບົດບາດຂອງລັດວິສາຫະກິດຊັ້ນນໍາໃນການຮັດແໜ້ນສາຍພົວພັນຮ່ວມມືດ້ານເສດຖະກິດ, ການຄ້າລະຫວ່າງສອງຊາດ ລາວ-ຫວຽດນາມ ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ເຊື່ອມໂຍງພາກພື້ນຢ່າງໝັ້ນຄົງ.

ກມບລສດເຄມຫວຽດນາມ ມງໝນຂະຫຍາຍຕະຫາດ ແລະ ຮດແໜນຄວາມຮວມມເສດຖະກດ ໃນສປປ ລາວ - image 12
 
ກມບລສດເຄມຫວຽດນາມ ມງໝນຂະຫຍາຍຕະຫາດ ແລະ ຮດແໜນຄວາມຮວມມເສດຖະກດ ໃນສປປ ລາວ - image 13
 
ກມບລສດເຄມຫວຽດນາມ ມງໝນຂະຫຍາຍຕະຫາດ ແລະ ຮດແໜນຄວາມຮວມມເສດຖະກດ ໃນສປປ ລາວ - image 14
 
ກມບລສດເຄມຫວຽດນາມ ມງໝນຂະຫຍາຍຕະຫາດ ແລະ ຮດແໜນຄວາມຮວມມເສດຖະກດ ໃນສປປ ລາວ - image 15
 
ກມບລສດເຄມຫວຽດນາມ ມງໝນຂະຫຍາຍຕະຫາດ ແລະ ຮດແໜນຄວາມຮວມມເສດຖະກດ ໃນສປປ ລາວ - image 16
 

ຂ່າວ-ພາບ: ວັນເພັງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄອສພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນຄັ້ງທີ 1 ຂອງພັກສະໄໝທີ XII

ຄອສພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນຄັ້ງທີ 1 ຂອງພັກສະໄໝທີ XII

ຄະະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມມະຕິກອງ ປະຊຸມຄົບຄະນະ (ສະໄໝວິສາມັນຄັ້ງທີ 1) ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII ຂຶ້ນໃນ ວັນທີ 3 ພະຈິກນີ້, ທີ່ຫ້ອງປະຊຸມໃຫຍ່ ຄອສພ, ໂດຍການເປັນປະທານ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະ ທານສະພາທິດສະດີສູນກາງພັກ, ມີບັນດາສະຫາຍຄະນະພັກ, ເລຂາພັກຮາກຖານ, ບັນດາໜ່ວຍພັກ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ ແລະ ຮອງພະແນກເຂົ້າຮ່ວມ
ຍົກລະດັບຄວາມຮູ້ດ້ານບັນຊີວິສາຫະກິດ ໃຫ້ພະນັກງານຂະແໜງການເງິນ 8 ແຂວງພາກເໜືອ

ຍົກລະດັບຄວາມຮູ້ດ້ານບັນຊີວິສາຫະກິດ ໃຫ້ພະນັກງານຂະແໜງການເງິນ 8 ແຂວງພາກເໜືອ

ສະຖາບັນເສດຖະກິດການເງິນ ສາຂາພາກເໜືອ ຈັດພິທີເປີດຝຶກອົບຮົມວຽກງານດ້ານບັນຊີວິສາຫະກິດ ແລະ ງົບປະມານ ໃຫ້ພະນັກງານຂະແໜງການເງິນບັນດາແຂວງພາກເໜືອ ໂດຍເປັນປະທານຂອງ ທ່ານ ນາງ ວົງພະຈັນ ວົງປະດິດ ຫົວໜ້າສະຖາບັນເສດຖະກິດການເງິນ ສາຂາພາກເໜືອ ໃນວັນທີ 2 ພະຈິກຜ່ານມາ, ທີ່ສະຖາບັນດັ່ງກ່າວ, ໂດຍມີວິທະຍາກອນ, ສຳມະນາກອນ ແລະ ແຂກຮັບເຊີນເຂົ້າຮ່ວມ.
ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ວັນທີ 1 ພະຈິກຜ່ານມາ, ທີ່ແຂວງຄໍາມ່ວນ ໄດ້ຈັດພີທີເປີດສາງພາງຂອງກຸ່ມບໍລິສັດ ພະນົມພອນ ຈໍາກັດ ຢ່າງເປັນທາງການ ຫວັງຍົກລະດັບວຽກງານໂລຈິສຕິກ ແລະ ເສີມທ່າແຮງການຄ້າຂ້າມຊາຍແດນ. ໃຫ້ກຽດເຂົ້າຮ່ວມພິທີມີທ່ານ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ ພ້ອມດ້ວຍການນໍາຂັ້ນສູນກາງ, ການນໍາແຂວງ, ຜູ້ບໍລິ ຫານກຸ່ມບໍລິສັດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງພົນທີ 2 ຈັດຕັ້ງພິທີເຄົາລົບທຸງຊາດ

ກອງພົນທີ 2 ຈັດຕັ້ງພິທີເຄົາລົບທຸງຊາດ

ວັນທີ 2 ພະຈິກນີ້, ກອງພົນທີ 2 ໄດ້ຈັດຕັ້ງພິທີເຄົາລົບທຸງຊາດ ປະຈຳເດືອນພະຈິກ ໂດຍການເປັນປະທານຂອງສະຫາຍ ພັນເອກ ອຸ່ນເຕົ່າ ໄຊຍະຄຸນ ຫົວໜ້າຫ້ອງເສນາທິການ ກອງພົນທີ 2, ມີຄະນະພັກ-ຄະນະບັນຊາ, ພະແນກການ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ອັດ​ຕະ​ປືສຸມ​ໃສ່​ວຽກ​ງານ​ປົກ​ຄອງແລະປັບ​ປຸງ​ການ​ຈັດ​ຕັ້ງໃຫ້​ກະ​ທັດ​ຮັດ

ອັດ​ຕະ​ປືສຸມ​ໃສ່​ວຽກ​ງານ​ປົກ​ຄອງແລະປັບ​ປຸງ​ການ​ຈັດ​ຕັ້ງໃຫ້​ກະ​ທັດ​ຮັດ

ໃນໄລຍະ 5 ປີ (2021-2025) ແຂວງອັດຕະປື ໄດ້ສຸມໃສ່ປັບປຸງກົງຈັກການຈັດຕັ້ງ, ຍົກສູງປະ ສິດທິພາບວຽກງານປົກຄອງ ແລະ ຂັບເຄື່ອນວຽກງານ 3 ສ້າງ ໂດຍສາມາດຫຼຸດຈຳນວນພະ ແນກການຂັ້ນແຂວງຈາກ 38 ເຫຼືອ 34 ພະແນກການ ແລະ ຫຼຸດໜ່ວຍງານຈາກ 432 ເຫຼືອ 345 ໜ່ວຍງານ ພ້ອມທັງສ້າງຕັ້ງສູນບໍລິການຜ່ານປະຕູດຽວ 3 ແຫ່ງ ເພື່ອເຮັດໃຫ້ການບໍລິການລັດມີຄວາມສະດວກ, ວ່ອງໄວ ແລະ ໂປ່ງໃສຂຶ້ນ.
ຈາກທົ່ງນາທີ່ມີເຂົ້າຂຽວງາມ ເຫຼືອພຽງດິນທີ່ແຫ້ງແຕກເຫີບ

ຈາກທົ່ງນາທີ່ມີເຂົ້າຂຽວງາມ ເຫຼືອພຽງດິນທີ່ແຫ້ງແຕກເຫີບ

​ ສະພາບໄພ​ພິ​ບັດນ້ຳຖ້ວມໃນປີ 2026 ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ຊີວິດການເປັນຢູ່ ແລະ ການທຳມາຫາກິນຂອງປະຊາຊົນ ໃນຫຼາຍພື້ນທີ່, ໂດຍສະເພາະແມ່ນເນື້ອທີ່ທຳການຜະລິດກະສິກຳຂອງຊາວກະສິກອນທີ່ເສຍ​ຫາຍ​ຈາກ​ໄພນ້ຳຖ້ວມ.
ສາລະວັນ ເຜີຍແຜ່ເຊື່ອມຊຶມນິຕິກຳການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ທົ່ວແຂວງ

ສາລະວັນ ເຜີຍແຜ່ເຊື່ອມຊຶມນິຕິກຳການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ທົ່ວແຂວງ

ແຂວງ ສາ​ລະ​ວັນໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມເນື້ອໃນເອກະສານທີ່ສຳຄັນ ກ່ຽວກັບວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນແຂວງ ຄຸ້ມຄອງ ທົ່ວແຂວງສາລະວັນ, ໃນ​ວັນ​ທີ 30 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງສາລະວັນ,ມີບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າຮ່ວມ.
ທ່ານ ວັນໄຊ ພອງສະຫວັນ ໂອ້ລົມພະນັກງານຫຼັກແຫຼ່ງແຂວງຄໍາມ່ວນ

ທ່ານ ວັນໄຊ ພອງສະຫວັນ ໂອ້ລົມພະນັກງານຫຼັກແຫຼ່ງແຂວງຄໍາມ່ວນ

ທ່ານ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ເຄື່ອນໄຫວເຮັດວຽກ ແລະ ໂອ້ລົມ​ພະ​ນັກ​ງານຫຼັກ​ແຫຼ່ງແຂວງ​ຄຳ​ມ່ວນໃນ​ວັນ​ທີ 2 ພະ​ຈິກ​ນີ້ໂດຍ​ມີກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາພັກເມືອງ, ຫົວໜ້າ, ຮອງຫົວໜ້າພະແນກການ-ອົງການທຽບເທົ່າອ້ອມຂ້າງແຂວງ, ພະນັກງານອາວຸດໂສບຳນານ, ພະນັກງານຫຼັກແຫຼ່ງ, ນັກທຸລະກິດ ພາຍໃນແຂວງຄຳມ່ວນເຂົ້າ​ຮ່ວມ​ຮັບ​ຟັງ.
ອັດຕະປື ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນ ສນຊ ທົ່ວປະເທດ ຄັ້ງທີ XII

ອັດຕະປື ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນ ສນຊ ທົ່ວປະເທດ ຄັ້ງທີ XII

ວັນທີ 30 ຕຸລາຜ່ານມາ, ທີ່ຫໍປະຊຸມໃຫຍ່ແຂວງອັດຕະປື ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມຜົນສຳ ເລັດມະຕິກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ (ສນຊ) ທົ່ວປະເທດ ຄັ້ງທີ XII ແລະ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດແຂວງ ຄັ້ງທີ VIII. ໃຫ້ກຽດເຜີຍແຜ່ຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ທ່ານ ນາງ ບັນທະໄລ ແກ້ວມະນີວົງ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍຄະນະພັກ, ຄະນະນຳແຂວງ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.
ມຊ ຈັດພິທີໃສ່ບາດອຸທິດບຸນໃຫ້ຜູ້ທີ່ມີຜົນງານດີເດັ່ນ ໂອກາດວັນສ້າງຕັ້ງ ຄົບຮອບ 30 ປີ

ມຊ ຈັດພິທີໃສ່ບາດອຸທິດບຸນໃຫ້ຜູ້ທີ່ມີຜົນງານດີເດັ່ນ ໂອກາດວັນສ້າງຕັ້ງ ຄົບຮອບ 30 ປີ

ວັນທີ 2 ພະຈິກນີ້, ຄະນະພັກ, ຄະນະນໍາມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີໃສ່ບາດເພື່ອອຸທິດບຸນກຸສົນໄປຫາຜູ້ທີ່ມີຜົນງານດີເດັ່ນຕໍ່ການສຶກສາ ແລະ ເຈົ້າຖິ່ນເຈົ້າຖານຜູ້ມີຄຸນງາມຄວາມດີຕໍ່ ມຊ ຕໍ່ປະເທດຊາດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ (ມຊ) ຄົບຮອບ 30 ປີ (1996-2026) ພ້ອມນັ້ນ, ຍັງໄດ້ປັ້ນຮູບຫຼໍ່ຂອງປະທານ ໄກສອນພົມວິຫານ ປະດິດສະຖານໄວ້ຢູ່ ມຊ ເພື່ອເປັນສິລິມຸງຄຸນ, ຄວາມຮົ່ມເຢັນເປັນສຸກໃຫ້ ມຊ ກໍຄືພະນັກງານ, ຄູສອນ ແລະ ນັກສຶກສາທົ່ວ ມຊ ທັງເປັນການສືບສານຮີດຄອງປະເພນີອັນດີງາມຂອງຊາດ. ດັ່ງນັ້ນ, ມຊ ຈຶ່ງໄດ້ຈັດພິທີມະຫາມຸງຄຸນ 30 ປີ ຂຶ້ນ, ເປັນກຽດເຂົ້າຮ່ວມຂອງທ່ານ ຄຳພັນ ພົມມະທັດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ, ທ່ານ ສິນທະວອນ ດາລາວົງ ຜູ້ອຳນວຍການໃຫຍ່ ມຊ, ມີບັນດາແຂກຖືກເຊີນກ່ຽວຂ້ອງ, ຄູ-ອາຈານ, ນັກສຶກສາເຂົ້າຮ່ວມ.
ເພີ່ມເຕີມ