ລະດົມຄວາມຄິດເຫັນ ຕໍ່ຮ່າງລາຍງານການເມືອງຄັ້ງທີ XII ຂອງພັກ ຂົງເຂດວຽກງານກໍ່ສ້າງພັກ ແລະ ວຽກງານພະນັກງານ

ລະດົມຄວາມຄິດເຫັນ ຕໍ່ຮ່າງລາຍງານການເມືອງຄັ້ງທີ XII ຂອງພັກ ຂົງເຂດວຽກງານກໍ່ສ້າງພັກ ແລະ ວຽກງານພະນັກງານ

ລະດົມຄວາມຄິດເຫັນ ຕໍ່ຮ່າງລາຍງານການເມືອງຄັ້ງທີ XII ຂອງພັກ ຂົງເຂດວຽກງານກໍ່ສ້າງພັກ ແລະ ວຽກງານພະນັກງານ
ອະນຸກໍາມະການເນື້ອໃນ ກອງປະຊຸມໃຫຍ່ຄັ້ງທີ XIIຂອງພັກ ໄດ້ຈັດກອງ​ປະຊຸມ​ສໍາມະນາລະດົມຄວາມຄິດເຫັນ ຕໍ່ຮ່າງລາຍງານການເມືອງຄັ້ງທີ XII ຂອງພັກ (ຂົງເຂດວຽກງານກໍ່ສ້າງພັກ ແລະ ວຽກງານພະນັກງານ)​ຂຶ້ນໃນ​ວັນ​ທີ 25 ເມ​ສານີ້

 

 ທີ່ຫ້ອງວ່າການສູນກາງພັກພາຍໃຕ້ການເປັນປະທານ ຂອງສະຫາຍຮສ ພູວົງ ອຸ່ນຄໍາແສນກໍາມະການສູນກາງພັກຮອງຫົວໜ້າອະນຸກໍາມະການເນື້ອໃນ ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກໂດຍມີບັນດາສະຫາຍ ຮອງເລຂາຄະນະພັກ, ຄະນະປະຈໍາພັກ, ກໍາມະການຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ໃນຂົງເຂດວຽກງານກໍ່ສ້າງພັກ ແລະ ວຽກງານພະນັກງານທັງໝົດ36 ພາກສ່ວນເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມສໍາມະນາຄັ້ງນີ້ ເພື່ອລະດົມຄໍາຄິດຄໍາເຫັນ ຈາກພາກສ່ວນຕ່າງໆ ປະກອບເຂົ້າໃນການກໍານົດແນວທາງການເມືອງຂອງພັກ ແນໃສ່ເຮັດໃຫ້ຮ່າງລາຍງານການເມືອງຄັ້ງທີ XII ຂອງພັກ ມີເນື້ອໃນເລິກເຊິ່ງ,ຄົບຖ້ວນ, ຖືກຕ້ອງສອດຄ່ອງ ແລະແທດຕົວຈິງ ທັງສ່ອງແສງໄດ້ສະຕິປັນຍາລວມໝູ່ ແລະເສີມຂະຫຍາຍປະຊາທິປະໄຕພາຍໃນພັກຢ່າງກວ້າງຂວາງ; ສ້າງຄວາມຮັບຮູ້-ເຂົ້າໃຈ ແລະ ຄວາມເປັນເອກະພາບທາງດ້ານທັດສະນະແຕ່ຫົວທີ ຕໍ່ຮ່າງລາຍງານການເມືອງ ຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ.ຈາກນັ້ນ ຖືເປັນເນື້ອໃນພື້ນຖານ ເພື່ອໃຫ້ບັນດາອົງຄະນະພັກ ນໍາໄປປັບປຸງການກະກຽມເນື້ອໃນລາຍງານການເມືອງຕໍ່ກອງປະຊຸມໃຫຍ່ຂອງຕົນ ໃຫ້ສອດຄ່ອງ, ກົມກຽວ ໄປລວງດຽວກັນ ກັບຮ່າງລາຍງານການເມືອງ ຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ.

ໃນໂອກາດດັ່ງກ່າວ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຍົກສູງຄວາມຮັບຜິດຊອບການເມືອງ ປະກອບຄໍາຄິດຄໍາເຫັນ ຕໍ່ເອກະສານດັ່ງກ່າວ ຢ່າງສ້າງສັນ,ກົງໄປກົງມາ, ມີປະຊາທິປະໄຕ ແລະ ມີການເບິ່ງບັນຫາ ກໍຄືຕີລາຄາບັນຫາຕ່າງໆຢ່າງຈະແຈ້ງ-ຊັດເຈນ ແລະ ແທດກັບຕົວຈິງ ກ່ຽວກັບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIຂອງພັກ ໃນ 5 ປີ ຜ່ານມາ ໂດຍລົງເລິກບັນຫາທີ່ພົ້ນເດັ່ນ, ບັນຫາທີ່ຕັ້ງຂຶ້ນ, ສາເຫດ, ບົດຮຽນທີ່ຖອດຖອນໄດ້ ແລະທິດທາງ, ໜ້າທີ່, ແຜນນະໂຍບາຍໃຫຍ່ ໃນຂົງເຂດວຽກງານກໍ່ສ້າງພັກ ແລະ ວຽກງານພະນັກງານ ໃນຊຸມປີຕໍ່ໜ້າຊຶ່ງສາມາດລະດົມໄດ້ຄໍາຄິດຄໍາເຫັນຢ່າງຫຼາກຫຼາຍ, ອຸດົມສົມບູນ ທີ່ເປັນພື້ນຖານໃຫ້ອະນຸກໍາມະການເນື້ອໃນ ນໍາເອົາໄປຄົ້ນຄວ້າ, ປັບປຸງຮ່າງລາຍງານການເມືອງ ໃນຂົງເຂດດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນ, ຈະແຈ້ງ ແລະ ຮັດກຸມກວ່າເກົ່າ.

(ຂ່າວ: ຫສພ, ພາບ:ແສງຈັນ)

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ