ລາຄານໍ້າມັນເບຣນ (Brent) ໃນອະນາຄົດເພີ່ມຂຶ້ນ 22 ເຊັນ (ເທົ່າກັບ 0.3%) ເປັນ 74.39 ໂດລາ/ບາເຣນ. ລາຄານ້ຳມັນ WTI ຂອງອາເມຣິກາ ກໍເພີ່ມຂຶ້ນ 39 ເຊັນ (0.6%), ຂຶ້ນເປັນ 70.99 ໂດລາ/ບາເຣນ. ລາຄານໍ້າມັນກາຊວນ ແລະ ນໍ້າມັນແອັດຊັງພິເສດໃນອະນາຄົດ ເພີ່ມຂຶ້ນ 2,5% ແລະ ບັນລຸ 2,30 ໂດລາ/ກາລອນ ຊຶ່ງເປັນລະດັບສູງສຸດນັບແຕ່ວັນທີ 5 ພະຈິກ (1 ກາລອນ = 3,78 ລິດ).
ພະແນກການຄ້າຂອງຕົວແທນຈໍາໜ່າຍນໍ້າມັນເຊື້ອໄຟ TACenergyກ່າວວ່າ: ລາຄານ້ຳມັນກາຊວນແມ່ນນໍາໜ້າຕະຫຼາດພະລັງງານ. ຄວາມກັງວົນກ່ຽວກັບການຫຼຸດລົງຂອງອຸນຫະພູມໃນອາທິດທີ່ຈະມາເຖິງໃນ ອາເມຣິກາ ແລະ ເອີຣົບ ແມ່ນການຊຸກຍູ້ໃຫ້ນ້ຳກາຊວນເປັນທາງເລືອກຂອງອາຍແກັສທໍາມະຊາດສໍາລັບຄວາມຕ້ອງການຄວາມຮ້ອນ.
ຄໍາເຫັນ