ບົດລາຍງານລະບຸວ່າ: ຜະລິດຕະພັນນົມມີລາຄາເພີ່ມສູງຂຶ້ນຢ່າງຫຼວງຫຼາຍ, ໂດຍນໍ້ານົມຂະໜາດ 2 ລິດຂອງຍີ່ຫໍ້ທີ່ມີລາຄາຖືກທີ່ສຸດ ມີລາຄາສະເລ່ຍເພີ່ມຂຶ້ນ 16.3% ເປັນ 4.72 ໂດລານູແວນເຊລັງ (2.81 ໂດລາ), ໃນຂະນະທີ່ລາຄາຊີສເພີ່ມຂຶ້ນ 26.2% ແລະ ລາຄາເນີຍເພີ່ມຂຶ້ນ 31.8%.
ທ່ານ ນິໂກລາ ໂກຣວເດນ ໂຄສົກຫ້ອງການສະຖິຕິ ກ່າວວ່າ: "ຜະລິດຕະພັນນົມຍັງຄົງເປັນປັດໄຈຕົ້ນຕໍທີ່ເຮັດລາຄາອາຫານປະຈໍາປີເພີ່ມສູງຂຶ້ນ”, ທ່ານກ່າວຕື່ມວ່າ: ນ້ຳນົມຂະໜາດ 2 ລິດ ມີລາຄາເພີ່ມຂຶ້ນແລ້ວ 88 ເຊັນ ນັບແຕ່ເດືອນທັນວາປີ 2013 ເປັນຕົ້ນມາ.
ຂ່າວລາຍງານວ່າ: ຂໍ້ມູນສະຖິຕິສະແດງໃຫ້ເຫັນວ່າ, ລາຄາຊີ້ນ, ສັດປີກ ແລະ ປາ ໄດ້ເພີ່ມຂຶ້ນຫຼາຍທີ່ສຸດເປັນອັນດັບສອງ, ໂດຍເພີ່ມຂຶ້ນ 8.1% ເມື່ອທຽບໃສ່ປີກາຍ, ນຳໜ້າໂດຍສະເຕັກ, ຊີ້ນງົວບົດ ແລະ ຂາແກະ.
ແນວໃດກໍຕາມ, ຄ່າເຊົ່າທີ່ຢູ່ອາໄສທົ່ວປະເທດເພີ່ມຂຶ້ນ 2.1% ຊຶ່ງຖືວ່າເປັນການເພີ່ມຂຶ້ນໜ້ອຍທີ່ສຸດນັບຕັ້ງແຕ່ເດືອນມີນາ 2011.
ຄໍາເຫັນ