ລະຄອນໂທລະພາບ ໄດ້ດຶງດູດຄວາມສົນໃຈຂອງນັກທ່ອງທ່ຽວ ໄປທ່ຽວສະຖານທີ່ຖ່າຍທຳລະຄອນນັບມື້ນັບຫຼາຍຂຶ້ນ

ລະຄອນໂທລະພາບ ໄດ້ດຶງດູດຄວາມສົນໃຈຂອງນັກທ່ອງທ່ຽວ ໄປທ່ຽວສະຖານທີ່ຖ່າຍທຳລະຄອນນັບມື້ນັບຫຼາຍຂຶ້ນ
ຫວ່າງມໍ່ໆມານີ້, ລະຄອນໂທລະພາບເລື່ອງ “ນະຄອນອານໄຕຂອງຂ້ອຍ” ໄດ້ສາຍຢູ່ຕາມຊ່ອງໂທລະພາບຕ່າງໆພາຍໃນປະເທດຈີນ ຊຶ່ງໄດ້ດຶງດູດນັກທ່ອງທ່ຽວຈີນທັງຫຼາຍເຂົ້າໄປທ່ຽວຊົມນະຄອນອານໄຕ ເຂດຊິນຈ່ຽງຈີນ ທີ່ເປັນສະຖານທີ່ຖ່າຍທຳລະຄອນໂທລະພາບດັ່ງກ່າວນັບມື້ນັບຫຼາຍຂຶ້ນ ຍ້ອນໄດ້ຖ່າຍທຳພາບວິວທີວທັດທີ່ສວຍສົດງົດງາມຕ່າງໆຂອງນະຄອນອານໄຕ ເຊັ່ນ: ທ້ອງຟ້າທີ່ປອດໂປ່ງສົດໃສ, ທົ່ງຫຍ້າຂຽວງາມທີ່ກວ້າງໃຫຍ່ໄພສານ, ໜອງບຶງທີ່ໃສສະອາດ, ພູຫິມະທີ່ສວຍງາມ, ພູຕ່ານເຊຍທີ່ມີຫຼາກຫຼາຍສີສັນເປັນຕົ້ນ. ໂຕເລກຂໍ້ມູນທາງອອນລາຍສະແດງໃຫ້ເຫັນວ່າ: ນັບແຕ່ເລີ່ມມີການສາຍລະຄອນໂທລະພາບເລື່ອງນີ້ເປັນຕົ້ນມາ, ຈຳນວນຜູ້ເຂົ້າໄປຄົ້ນຫານະຄອນອານໄຕທາງອອນລາຍໄດ້ເພີ່ມຂຶ້ນ 1 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງເດືອນຜ່ານມາ, ຈຳນວນການສັ່ງຈອງຜະລິດຕະພັນທ່ອງທ່ຽວນະຄອນອານໄຕໄດ້ເພີ່ມຂຶ້ນຫຼາຍກວ່າ 370% ເມື່ອທຽບໃສ່ໄລຍະດຽວກັນຂອງເດືອນຜ່ານມາ.
ຕາມຂ່າວແຈ້ງວ່າ: ບໍລິສັດຖ່າຍທຳ “ນະຄອນອານໄຕຂອງຂ້ອຍ” ໄດ້ດຳເນີນການຮ່ວມມືກັບພາກສ່ວນການທ່ອງທ່ຽວ ແລະ ສຳນັກພິມຈຳໜ່າຍຂອງນະຄອນອານໄຕ ໂດຍໄດ້ປິ່ນອ້ອມຫົວຂໍ້ “ອ່ານປຶ້ມທີ່ດີຫົວໜຶ່ງ, ເບິ່ງລະຄອນໂທລະພາບທີ່ດີເລື່ອງໜຶ່ງ ແລະ ໄປທ່ຽວສະຖານທີ່ທ່ອງທ່ຽວທີ່ດີແຫ່ງໜຶ່ງ” ເພື່ອຊຸກຍູ້ໃຫ້ຜູ້ຊົມລະຄອນໂທລະພາບໄດ້ໄປທ່ຽວນະຄອນອານໄຕຕື່ມອີກ. ນອກນີ້, ນະຄອນອານໄຕຍັງໄດ້ຈັດໃຫ້ມີເສັ້ນທາງທ່ອງທ່ຽວ, ຖ້ຽວບິນ ແລະ ບັດ VIP ທີ່ຄ້າຍຄືກັນກັບເນື້ອໃນຂອງລະຄອນໂທລະພາບ ເພື່ອດຶງດູດຄວາມສົນໃຈຂອງນັກທ່ອງທ່ຽວ ແລະ ລູກຄ້າ.
ໃນຊຸມປີຜ່ານມາ, “ລະຄອນໂທລະພາບເລື່ອງໜຶ່ງໄດ້ຊຸກຍູ້ການທ່ອງທ່ຽວຂອງຕົວເມືອງແຫ່ງໜຶ່ງ” ກໍໄດ້ປະກົດຂຶ້ນເລື້ອຍໆຢູ່ຈີນ. ຕົວຢ່າງຄື: ລະຄອນໂທລະພາບເລື່ອງ “ໄປທ່ຽວບ່ອນທີ່ມີສາຍລົມ” ທີ່ເຄີຍສາຍໃນຕົ້ນປີ 2023, ນາງເອກໄດ້ເລືອກໄປທ່ຽວ ແລະ ດຳລົງຊີວິດຢູ່ແຂວງຢຸນນານ ພາຍຫຼັງທີ່ລາວໄດ້ລາອອກຈາກຕຳແໜ່ງງານ ຍ້ອນປະສົບກັບຄວາມຫຼົ້ມແຫຼວໃນໜ້າທີ່ວຽກງານຂອງຕົນ, ນັກທ່ອງທ່ຽວທີ່ເດີນທາງໄປທ່ຽວຕົວເມືອງທີ່ມີການຖ່າຍທຳລະຄອນເລື່ອງນີ້ໄດ້ເພີ່ມຂຶ້ນ 10 ເທົ່າ ພາຍຫຼັງທີ່ລະຄອນເລື່ອງນີ້ສາຍອອກຕາມໂທລະພາບ. ລະຄອນເລື່ອງ “The Knockout” ທີ່ສາຍໃນເວລາດຽວກັນ ກໍໄດ້ເຮັດໃຫ້ນະຄອນຈ່ຽງເໝິນແຂວງກວາງຕຸ້ງຈີນ ກາຍເປັນສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຊົມຊອບຈາກນັກທ່ອງທ່ຽວທັງຫຼາຍເຊັ່ນກັນ. ໂຕເລກຂໍ້ມູນສະແດງໃຫ້ເຫັນວ່າ: ປີ 2023, ນະຄອນຈ່ຽງເໝິນໄດ້ຕ້ອນຮັບນັກທ່ອງທ່ຽວເກືອບ 22,8 ລ້ານເທື່ອຄົນ, ສ້າງລາຍຮັບຈາກການທ່ອງທ່ຽວຫຼາຍກວ່າ 25 ຕື້ຢວນ, ຕ່າງໄດ້ເພີ່ມຂຶ້ນ 85% ແລະ 164% ເມື່ອທຽບໃສ່ປີ 2022. ຍັງມີລະຄອນໂທລະພາບເລື່ອງ “ດອກໄມ້ທີ່ງອກງາມ” ທີ່ໄປຖ່າຍທຳຢູ່ນະຄອນຊຽງໄຮ້ ກໍໄດ້ເຮັດໃຫ້ນັກທ່ອງທ່ຽວພາກັນເດີນທາງສູ່ນະຄອນຊຽງໄຮ້ຫຼາຍກວ່າເກົ່າ.
ນອກນີ້, ຍັງມີຕົວເມືອງທີ່ມີຊັບພະຍາກອນທ່ອງທ່ຽວທີ່ດີຂອງຈີນຫຼາຍແຫ່ງ ໄດ້ສຸມໃສ່ການສ້າງຜະລິດຕະພັນທ່ອງທ່ຽວ ແລະ ກິດຈະກຳທ່ອງທ່ຽວທີ່ມີເອກະລັກພິເສດຂອງຕົນ ເພື່ອດຶງດູດນັກທ່ອງທ່ຽວທັງຫຼາຍເຂົ້າມາທ່ຽວຊົມ ຄື: “ເມືອງລາຕີທີ່ຈະເລີນໃນລາຊະວົງຖັງ” ຂອງນະຄອນຊີອ່ານ ແລະ “ຕົວເມືອງໃນສະໄໝລາຊະວົງຊົ້ງ” ຂອງນະຄອນຫາງໂຈ່ວ ກໍເປັນແບບຢ່າງທີ່ຫັນເອົາວັດທະນະທຳກັບການທ່ອງທ່ຽວມາປະສານສົມທົບກັນ ໂດຍຜ່ານຈາກການກໍ່ສ້າງຕົວເມືອງຈຳລອງແບບບູຮານຂຶ້ນ ແລະ ສະແດງໃຫ້ເຫັນເຖິງວັດທະນະທຳດັ່ງເດີມ ເພື່ອໃຫ້ນັກທ່ອງທ່ຽວໄດ້ສຳຜັດກັບວັດທະນະທຳບູຮານຂອງຈີນ.
“ວັດທະນະທຳ + ການທ່ອງທ່ຽວ” ພວມຊຸກຍູ້ຂະແໜງການທ່ອງທ່ຽວຂອງຈີນໃຫ້ພັດທະນາຂຶ້ນດ້ວຍຄຸນນະພາບສູງຢ່າງບໍ່ຢຸດຢັ້ງ ຊຶ່ງເຮັດໃຫ້ຕົວເມືອງຕ່າງໆໄດ້ມີຊັບພະຍາກອນທ່ອງທ່ຽວທີ່ດີ ໄດ້ດຶງດູດນັກທ່ອງທ່ຽວນັບມື້ນັບຫຼາຍຂຶ້ນ ດ້ວຍຜະລິດຕະພັນການທ່ອງທ່ຽວທີ່ດີຂອງຕົນ, ໄດ້ສະໜອງໂອກາດສຳຜັດກັບວັດທະນະທຳ ແລະ ທາງເລືອກການທ່ອງທ່ຽວທີ່ນັບມື້ນັບຫຼາຍຂຶ້ນໃຫ້ແກ່ນັກທ່ອງທ່ຽວ, ໄດ້ຊຸກຍູ້ການບໍລິໂພກດ້ວຍການທ່ອງທ່ຽວ ແລະ ຊຸກຍູ້ເສດຖະກິດທ່ອງທ່ຽວຂອງຈີນໃຫ້ໄດ້ຮັບການພັດທະນານັບມື້ນັບຫຼາຍຍິ່ງຂຶ້ນ.
ໂດຍ: ຊີອາໄອ
 

ຄໍາເຫັນ

ຂ່າວຕ່າງປະເທດ

ທ່ານ ສີຈິ້ນຜິງ ປະທານປະເທດຈີນ ກ່າວຄຳປາໄສອວຍພອນປີໃໝ່ 2026

ທ່ານ ສີຈິ້ນຜິງ ປະທານປະເທດຈີນ ກ່າວຄຳປາໄສອວຍພອນປີໃໝ່ 2026

ເນື່ອງ​ໃນ​ໂອ​ກາດ​ປີ​ໃໝ່​ສາ​ກົນ​ 2026 ກຳ​ລັງ​ຈະ​ກ້າວ​ເຂົ້າມາ​ເຖິງ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ອວຍ​ພອນ​ປີ​ໃໝ່ ແລະ ສົ່ງ​ຄຳ​ອວຍ​ພອນ​ອັນ​ປະ​ເສີດ​ຈາກ​ນະ​ຄອນຫຼວງ​ປັກ​ກິ່ງ​ເຖິງ​ບັນ​ດາ​ທ່ານ ໂດຍ​ຜ່ານ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ຫຼື CMG ແລະອິນ​ເຕີ​ເນັດ.
ການໃຊ້ຈ່າຍຜ່ານບັດຂອງອັງກິດຫຼຸດລົງເປັນຄັ້ງທຳອິດໃນຮອບ 5 ປີ

ການໃຊ້ຈ່າຍຜ່ານບັດຂອງອັງກິດຫຼຸດລົງເປັນຄັ້ງທຳອິດໃນຮອບ 5 ປີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ທັນວາ ຜ່ານມາວ່າ: ຂໍ້ມູນຈາກທະນາຄານ Barclays ຊີ້ໃຫ້ເຫັນວ່າ, ການໃຊ້ຈ່າຍຜ່ານບັດເດບິດ ແລະ ບັດເຄຣດິດຂອງຜູ້ຊື້ສິນຄ້າຊາວອັງກິດໃນປີ 2025 ຫຼຸດລົງເປັນຄັ້ງທຳອິດນັບຕັ້ງແຕ່ການລະບາດຂອງ ໂຄວິດ-19. ເຖິງຢ່າງໃດກໍຕາມ, ຊາວອັງກິດຍັງຄົງເຕັມໃຈທີ່ຈະໃຫ້ຄວາມສຸກຕົນເອງດ້ວຍການຊື້ສິນຄ້າຟຸ່ມເຟືອຍ ລວມທັງໃຊ້ຈ່າຍກັບການຫາປະສົບການໃໝ່ໆ.
ນັກວິທະຍາສາດຢືນຢັນວ່າປີ 2025 ເປັນໜຶ່ງໃນສາມປີທີ່ຮ້ອນທີ່ສຸດ

ນັກວິທະຍາສາດຢືນຢັນວ່າປີ 2025 ເປັນໜຶ່ງໃນສາມປີທີ່ຮ້ອນທີ່ສຸດ

ຂ່າວຕ່າງປະເທດລາຍງານໃນວັນທີ 30 ທັນວາ ຜ່ານມາວ່າ: ນັກວິທະຍາສາດຢືນຢັນວ່າປີ 2025 ເປັນໜຶ່ງໃນສາມປີທີ່ຮ້ອນທີ່ສຸດໃນປະຫວັດສາດຂອງໂລກ, ໂດຍອ້າງເຖິງການເຜົາໄໝ້ເຊື້ອໄຟຟອດຊິວຢ່າງບໍ່ຢຸດຢັ້ງເປັນສາເຫດຫຼັກຂອງໄພພິບັດທົ່ວໂລກ, ໄດ້ເອົາຊີວິດຄົນນັບບໍ່ຖ້ວນ ແລະ ກໍ່ໃຫ້ເກີດຄວາມເສຍຫາຍທີ່ບໍ່ສາມາດວັດແທກໄດ້.
ຈີນ ​ຈະ​ປັບ​ປຸງ​ພາ​ສີ​ສິນ​ຄ້າ​ຈຳ​ນວນ​ໜຶ່ງ​ ເລີ່ມ​ແຕ່​ວັນ​ທີ 1 ມັງ​ກອນ​ປີ 2026

ຈີນ ​ຈະ​ປັບ​ປຸງ​ພາ​ສີ​ສິນ​ຄ້າ​ຈຳ​ນວນ​ໜຶ່ງ​ ເລີ່ມ​ແຕ່​ວັນ​ທີ 1 ມັງ​ກອນ​ປີ 2026

ຂ່າວສານຊີອາໄອລາຍງານຫວ່າງມໍ່ໆມານີ້ວ່າ: ຄະ​ນະ​ກຳ​ມະ​ການ​ກົດ​ລະ​ບຽບ​ພາ​ສີ​ຂອງ​ລັດ​ຖະ​ບານ​ຈີນ​ ໄດ້​ເຜີຍ​ແຜ່ “ແຜນ​ການ​ປັບ​ປຸງ​ພາ​ສີ​ປີ 2026”, ແຜນ​ການ​ສະ​ບັບ​ນີ້​ຈະຈັດ​ຕັ້ງ​ປະ​ຕິ​ບັດ​ເລີ່ມ​ແຕ່​ວັນ​ທີ 1 ມັງ​ກອນ​ປີ 2026 ເປັນ​ຕົ້ນ​ໄປ.
ມາເລເຊຍ ມີການລົງທຶນດ້ານດີຈີຕອນຫຼາຍກວ່າ 13 ຕື້ໂດລາ

ມາເລເຊຍ ມີການລົງທຶນດ້ານດີຈີຕອນຫຼາຍກວ່າ 13 ຕື້ໂດລາ

ຂ່າວຕ່າງປະເທດລາຍງານຫວ່າງບໍ່ດົນມານີ້ວ່າ: ມາເລເຊຍໄດ້ຮັບເງິນລົງທຶນທັງໝົດ 54.13 ຕື້ຣິງກິດ (ປະມານ 13.33 ຕື້ໂດລາ) ໃນໄຕມາດທີສາມຂອງປີ 2025 ພາຍໃຕ້ໂຄງການສົ່ງເສີມເສດຖະກິດດີຈີຕອນ “Malaysia Digital” ຊຶ່ງຊ່ວຍສ້າງວຽກເຮັດງານທໍາທີ່ມີຄຸນນະພາບສູງຫຼາຍກວ່າ 21,815 ຕໍາແໜ່ງໃນ 402 ບໍລິສັດດີຈີຕອນ.
ຣັດເຊຍ ຍິງດາວທຽມ 52 ດວງຂຶ້ນສູ່ວົງໂຄຈອນ

ຣັດເຊຍ ຍິງດາວທຽມ 52 ດວງຂຶ້ນສູ່ວົງໂຄຈອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ທັນວາ ຜ່ານມາວ່າ: Roscosmos ຊຶ່ງເປັນອົງການອາວະກາດຂອງຣັດເຊຍ ໄດ້ລາຍງານການຍິງຈະຫຼວດ Soyuz-2.1b ທີ່ບັນທຸກດາວທຽມ 52 ດວງເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້ຢ່າງສຳເລັດຜົນໃນຕອນບ່າຍວັນທີ 28 ທັນວາ ຜ່ານມາ.
ອິນໂດເນເຊຍ ວາງແຜນຈະນຳເຂົ້ານໍ້າຕານອຸດສາຫະກຳ 3.1 ລ້ານໂຕນ

ອິນໂດເນເຊຍ ວາງແຜນຈະນຳເຂົ້ານໍ້າຕານອຸດສາຫະກຳ 3.1 ລ້ານໂຕນ

ຂ່າວຕ່າງປະເທດລາຍງານໃນວັນທີ 30 ທັນວາ ຜ່ານມາວ່າ: ທ່ານ ຕາຕັງ ຍູເລຍໂນ ເຈົ້າໜ້າທີ່ອາວຸໂສຈາກກະຊວງປະສານງານດ້ານອາຫານຂອງອິນໂດເນເຊຍ ໄດ້ເປີດເຜີຍວ່າ: ອິນໂດເນເຊຍ ວາງແຜນທີ່ຈະນຳເຂົ້ານ້ຳຕານ 3.1 ລ້ານໂຕນ ສຳລັບການນຳໃຊ້ໃນຂະແໜງອຸດສາຫະກຳໃນປີ 2026. ໂດຍປະລິມານການນຳເຂົ້ານີ້ແມ່ນແນໃສ່ຕອບສະໜອງຄວາມຕ້ອງການຂອງຂະແໜງການຜະລິດເປັນຫຼັກ, ໂດຍເນັ້ນໜັກວ່າລັດຖະບານບໍ່ມີແຜນການທີ່ຈະນຳເຂົ້ານ້ຳຕານສຳລັບການບໍລິໂພກໃນຄົວເຮືອນ.
ຫວຽດນາມ ຖື​ການ​ພັດ​ທະ​ນາ​ທັກ​ສະ​ດີ​ຈີ​ຕອນ​ໃຫ້​​ປວງ​ຊົນ​ແມ່ນ​ຈຸດ​ສຸມ​​ການ​ຫັນ​ເປັນ​ດີ​ຈີ​ຕອນ

ຫວຽດນາມ ຖື​ການ​ພັດ​ທະ​ນາ​ທັກ​ສະ​ດີ​ຈີ​ຕອນ​ໃຫ້​​ປວງ​ຊົນ​ແມ່ນ​ຈຸດ​ສຸມ​​ການ​ຫັນ​ເປັນ​ດີ​ຈີ​ຕອນ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 29 ທັນວາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ສະຖາບັນບັນດິດວິທະຍາສາດ-ສັງຄົມ ຫວຽດນາມ ຈັດເວທີປາໄສວິທະຍາສາດ 2025 “ຄຸ້ມຄອງການພັດທະນາເສດຖະກິດ - ສັງຄົມຫວຽດນາມ ໃນສະພາບການຫັນເປັນດີຈີຕອນ” ເພື່ອແນໃສ່ບົດບາດຂອງການຫັນເປັນດີຈີຕອນ ໃນການປ່ຽນແປງໃໝ່ວິທີການຄຸ້ມຄອງ, ພັດທະນາເສດຖະກິດ - ສັງຄົມ ແລະ ສະເໜີບັນດາຂໍ້ສະເໜີແນະນະໂຍບາຍ ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາປະເທດຊາດໃນສັງກາດດີຈີຕອນ.
ສ ເກົາຫຼີ ຍ້າຍທໍານຽບປະທານາທິບໍດີກັບຄືນສູ່ຊົງວະແດ

ສ ເກົາຫຼີ ຍ້າຍທໍານຽບປະທານາທິບໍດີກັບຄືນສູ່ຊົງວະແດ

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 29 ທັນວາ ຜ່ານມາ, ສ ເກົາຫຼີ ໄດ້ສໍາເລັດການຍ້າຍສະຖານທີ່ທໍານຽບປະທານາທິບໍດີຢ່າງເປັນທາງການ ໂດຍໄດ້ຍ້າຍກັບຄືນສູ່ຊົງວະແດອີກຄັ້ງ ພາຍຫຼັງຖືກຍ້າຍໄປຢູ່ບ່ອນໃໝ່ເປັນເວລາ 3 ປີກັບ 7 ເດືອນ. ຈາກນັ້ນ, ທໍານຽບປະທານາທິບໍດີ ສ ເກົາຫຼີ ໄດ້ປ່ຽນຊື່ເປັນ “ຊົງວະແດ” ອີກຄັ້ງ.
ສິງກະໂປ ຈະເລີ່ມລົງໂທດກຸ່ມຫຼອກລວງ - ບັນຊີມ້າ ດ້ວຍການທຸບຕີດ້ວຍໄມ້ຄ້ອນ

ສິງກະໂປ ຈະເລີ່ມລົງໂທດກຸ່ມຫຼອກລວງ - ບັນຊີມ້າ ດ້ວຍການທຸບຕີດ້ວຍໄມ້ຄ້ອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ທັນວາ ຜ່ານມາວ່າ: ກອງກຳລັງຕຳຫຼວດສິງກະໂປ (SPF) ໄດ້ເປີດເຜີຍໃຫ້ຮູ້ວ່າ: ຜູ້ກະທໍາຜິດໃນຄະດີສໍ້ໂກງ ຫຼື ອາຊະຍາກໍາທີ່ກ່ຽວຂ້ອງກັບການຫຼອກລວງໃນສິງກະໂປ ອາດຈະປະເຊີນກັບການລົງໂທດດ້ວຍການທຸບຕີດ້ວຍໄມ້ຄ້ອນ (caning) ຊຶ່ງຈະມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 30 ທັນວາ 2025 ເປັນຕົ້ນໄປ, ພາຍໃຕ້ກົດ ໝາຍອາຍາສະບັບປັບປຸງ 2025 ທີ່ໄດ້ຮັບການອະນຸມັດຈາກລັດຖະສະພາໃນເດືອນພະຈິກທີ່ຜ່ານມາ.
ເພີ່ມເຕີມ